ຂ້າມໄປທີ່ເນື້ອໃນ

ຄລິດສະຕຽນ​ຜູ້​ດູແລ ‘ເພື່ອນ​ຮ່ວມ​ງານ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ’

ຄລິດສະຕຽນ​ຜູ້​ດູແລ ‘ເພື່ອນ​ຮ່ວມ​ງານ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ’

“ພວກ​ເຮົາ...ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ.”—2ກຣ. 1:24

1. ໂປໂລ​ໄດ້​ຍິນ​ຫຍັງ​ກ່ຽວກັບ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ເຊິ່ງ​ເຮັດ​ໃຫ້​ລາວ​ດີໃຈ​ຫຼາຍ?

 ຕອນ​ນັ້ນ​ເປັນ​ປີ 55 ອັກຄະສາວົກ​ໂປໂລ​ຢູ່​ເມືອງ​ໂທອາດ ແຕ່​ລາວ​ອົດ​ຄິດ​ເຖິງ​ພີ່ນ້ອງ​ຢູ່​ເມືອງ​ໂກຣິນໂທ​ບໍ່​ໄດ້. ກ່ອນ​ໜ້າ​ນັ້ນ​ໃນ​ປີ​ດຽວ​ກັນ​ນີ້ ລາວ​ທຸກໃຈ​ທີ່​ໄດ້​ຍິນ​ວ່າ​ພີ່ນ້ອງ​ຜິດ​ກັນ. ດ້ວຍ​ຄວາມ​ຫ່ວງໃຍ​ແບບ​ທີ່​ພໍ່​ມີ​ຕໍ່​ລູກ ລາວ​ຈຶ່ງ​ຂຽນ​ຈົດໝາຍ​ໄປ​ເພື່ອ​ວ່າ​ກ່າວ​ແກ້ໄຂ​ເຂົາເຈົ້າ. (1ກຣ. 1:11; 4:15) ລາວ​ຍັງ​ສົ່ງ​ຕີໂຕ​ໝູ່​ຮ່ວມ​ງານ​ຂອງ​ລາວ​ໄປ​ຫາ​ເຂົາເຈົ້າ​ນຳ ແລະ​ບອກ​ຕີໂຕ​ໃຫ້​ກັບ​ມາ​ລາຍງານ​ລາວ​ຢູ່​ເມືອງ​ໂທອາດ. ໂປໂລ​ຖ້າ​ຕີໂຕ​ຢູ່​ໃນ​ເມືອງ​ໂທອາດ ລາວ​ຢາກ​ຮູ້​ວ່າ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ເປັນ​ແນວ​ໃດ. ແຕ່​ໂປໂລ​ກໍ​ຕ້ອງ​ຜິດ​ຫວັງ​ຫຼາຍ​ເພາະ​ຕີໂຕ​ຍັງ​ບໍ່​ກັບ​ມາ. ໂປໂລ​ເຮັດ​ແນວ​ໃດ? ລາວ​ຂຶ້ນ​ເຮືອ​ໄປ​ແຂວງ​ມາເກໂດເນຍ ແລະ​ລາວ​ກໍ​ດີໃຈ​ທີ່​ໄດ້​ເຈິ​ຕີໂຕ​ຢູ່​ຫັ້ນ. ຕີໂຕ​ເລົ່າ​ໃຫ້​ໂປໂລ​ຟັງ​ວ່າ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ລາວ​ແລະ​ຢາກ​ພົບ​ລາວ​ຫຼາຍ. ເມື່ອ​ໂປໂລ​ໄດ້​ຟັງ​ລາຍງານ​ທີ່​ດີ​ແບບ​ນີ້​ລາວ “ກໍ​ແຮ່ງ​ດີໃຈ​ຫຼາຍ​ຂຶ້ນ​ອີກ.”—2ກຣ. 2:12, 13; 7:5-9

2. (ກ) ໂປໂລ​ຂຽນ​ໄວ້​ແນວ​ໃດ​ກ່ຽວກັບ​ຄວາມ​ເຊື່ອ​ແລະ​ຄວາມ​ສຸກ​ໃນ​ຈົດໝາຍ​ທີ່​ສົ່ງ​ໄປ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ? (ຂ) ເຮົາ​ຈະ​ພິຈາລະນາ​ຄຳ​ຖາມ​ຫຍັງ?

2 ບໍ່​ດົນ​ຫຼັງ​ຈາກນັ້ນ ໂປໂລ​ຂຽນ​ຈົດໝາຍ​ສະບັບ​ທີ​ສອງ​ໄປ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ. ລາວ​ບອກ​ເຂົາເຈົ້າ​ວ່າ: “ພວກ​ເຮົາ​ບໍ່​ແມ່ນ​ນາຍ​ທີ່​ຈະ​ຄວບຄຸມ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ ແຕ່​ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ ແລະ​ທີ່​ພວກ​ເຈົ້າ​ໝັ້ນຄົງ​ຢູ່​ໄດ້​ກໍ​ຍ້ອນ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ເອງ.” (2ກຣ. 1:24) ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ? ແລະ​ຜູ້​ດູແລ​ໃນ​ປັດຈຸບັນ​ຈະ​ຮຽນ​ຫຍັງ​ໄດ້​ຈາກ​ຄຳເວົ້າ​ເຫຼົ່າ​ນັ້ນ?

ຄວາມ​ເຊື່ອ​ແລະ​ຄວາມ​ຍິນດີ​ຂອງ​ເຮົາ

3. (ກ) ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ລາວ​ບອກ​ວ່າ: “ພວກ​ເຈົ້າ​ໝັ້ນຄົງ​ຢູ່​ໄດ້​ກໍ​ຍ້ອນ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ເອງ”? (ຂ) ຜູ້​ດູແລ​ໃນ​ປັດຈຸບັນ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ໄດ້​ແນວ​ໃດ?

3 ໂປໂລ​ເວົ້າ​ເຖິງ​ຄຸນລັກສະນະ​ສອງ​ຢ່າງ​ທີ່​ຄລິດສະຕຽນ​ຕ້ອງ​ມີ ນັ້ນ​ແມ່ນ​ຄວາມ​ເຊື່ອ​ແລະ​ຄວາມ​ຍິນດີ. ທຳອິດ ລາວ​ຂຽນ​ກ່ຽວກັບ​ຄວາມ​ເຊື່ອ​ວ່າ: “ພວກ​ເຮົາ​ບໍ່​ແມ່ນ​ນາຍ​ທີ່​ຈະ​ຄວບຄຸມ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ . . . ທີ່​ພວກ​ເຈົ້າ​ໝັ້ນຄົງ​ຢູ່​ໄດ້​ກໍ​ຍ້ອນ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ເອງ.” ໂປໂລ​ຮູ້​ວ່າ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ກຳລັງ​ຮັບໃຊ້​ພະເຈົ້າ​ດ້ວຍ​ຄວາມ​ພັກດີ​ຍ້ອນ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ​ເອງ​ທີ່​ມີ​ຕໍ່​ພະເຈົ້າ ບໍ່​ແມ່ນ​ຍ້ອນ​ລາວ​ຫຼື​ມະນຸດ​ຄົນ​ໃດ. ລາວ​ໝັ້ນໃຈ​ວ່າ​ເຂົາເຈົ້າ​ຮັກ​ພະເຈົ້າ​ແທ້​ໆ ແລະ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຍ້ອນ​ແນວ​ນັ້ນ ໂປໂລ​ບໍ່​ຈຳເປັນ​ຕ້ອງ​ຄວບຄຸມ​ຄວາມ​ເຊື່ອ​ຂອງ​ພີ່ນ້ອງ ແລະ​ລາວ​ບໍ່​ຢາກ​ຈະ​ເຮັດ​ແບບ​ນັ້ນ. (2ກຣ. 2:3) ໃນ​ທຸກ​ມື້​ນີ້ ຜູ້​ດູແລ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂປໂລ​ໂດຍ​ການ​ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ພີ່ນ້ອງ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ແລະ​ຮັບໃຊ້​ເພິ່ນ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ດີ. (2ທຊ. 3:4) ເຂົາເຈົ້າ​ບໍ່​ຕັ້ງ​ກົດ​ທີ່​ເຂັ້ມ​ງວດ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ເຮັດ​ຕາມ ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເຂົາເຈົ້າ​ຊ່ວຍ​ພີ່ນ້ອງ​ໃຫ້​ຕັດສິນໃຈ​ໂດຍ​ໃຊ້​ຫຼັກການ​ໃນ​ຄຳພີ​ໄບເບິນ​ແລະ​ເຮັດ​ຕາມ​ການ​ຊີ້ນຳ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ. ຜູ້​ດູແລ​ໃນ​ທຸກ​ມື້​ນີ້​ບໍ່​ເຮັດ​ໂຕ​ເປັນ​ນາຍ​ທີ່​ຄວບຄຸມ​ຄວາມ​ເຊື່ອ​ຂອງ​ພີ່ນ້ອງ.—1ປຕ. 5:2, 3

4. (ກ) ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ລາວ​ຂຽນ​ວ່າ: “ພວກ​ເຮົາ. . .ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ”? (ຂ) ຜູ້​ດູແລ​ໃນ​ທຸກ​ມື້​ນີ້​ຈະ​ຮຽນ​ແບບ​ໂປໂລ​ໄດ້​ແນວ​ໃດ?

4 ໂປໂລ​ຍັງ​ບອກ​ນຳ​ວ່າ: “ພວກ​ເຮົາ. . .ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ.” ໃນ​ຄຳເວົ້າ​ນີ້ ລາວ​ໄດ້​ເວົ້າ​ເຖິງ​ໂຕເອງ​ແລະ​ເພື່ອນ​ຮ່ວມ​ງານ​ທີ່​ໃກ້ຊິດ​ຂອງ​ລາວ. ເຮົາ​ຮູ້​ໄດ້​ແນວ​ໃດ? ເພາະ​ໃນ​ຈົດໝາຍ​ສະບັບ​ດຽວ​ກັນ​ໂປໂລ​ເວົ້າ​ເຖິງ​ເພື່ອນ​ຮ່ວມ​ງານ​ສອງ​ຄົນ​ເມື່ອ​ລາວ​ຂຽນ​ວ່າ: “ພະ​ເຢຊູ...ທີ່​ຂ້ອຍ​ກັບ​ຊີລາວານ​ແລະ​ຕີໂມທຽວ​ປະກາດ​ກັບ​ພວກ​ເຈົ້າ.” (2ກຣ. 1:19) ນອກ​ຈາກນັ້ນ ທຸກ​ເທື່ອ​ທີ່​ໂປໂລ​ໃຊ້​ຄຳ​ວ່າ “ເພື່ອນ​ຮ່ວມ​ງານ” ໃນ​ຈົດໝາຍ​ຂອງ​ລາວ ລາວ​ໝາຍເຖິງ​ຄົນ​ທີ່​ເຮັດ​ວຽກ​ໜັກ​ນຳ​ກັນ​ກັບ​ລາວ​ໃນ​ວຽກ​ປະກາດ ເຊັ່ນ: ອາໂປໂລ ອາກີລາ ປີຊະກາ ຕີໂມທຽວ ຕີໂຕ ແລະ​ຄົນ​ອື່ນ​ໆ. (ຣມ. 16:3, 21; 1ກຣ. 3:6-9; 2ກຣ. 8:23) ດັ່ງນັ້ນ ເມື່ອ​ໂປໂລ​ບອກ​ວ່າ: “ພວກ​ເຮົາ . . . ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ” ລາວ​ກຳລັງ​ບອກ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ໃຫ້​ໝັ້ນໃຈ​ວ່າ​ລາວ​ກັບ​ໝູ່​ຄູ່​ຢາກ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ປະຊາຄົມ​ໃຫ້​ຮັບໃຊ້​ພະເຈົ້າ​ດ້ວຍ​ຍິນດີ. ໃນ​ທຸກ​ມື້​ນີ້ ຄລິດສະຕຽນ​ຜູ້​ດູແລ​ກໍ​ຢາກ​ເຮັດ​ແບບ​ດຽວ​ກັນ. ເຂົາເຈົ້າ​ຢາກ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ພີ່ນ້ອງ​ໃຫ້ “ນະມັດສະການ​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ.”—ເພ​ງ. 100:2, ລ.ມ.; ຟລປ. 1:25

5. ມີ​ການ​ຂໍ​ໃຫ້​ພີ່ນ້ອງ​ບາງ​ຄົນ​ຕອບ​ຄຳ​ຖາມ​ຫຍັງ ແລະ​ເຈົ້າ​ຄວນ​ເຮັດ​ຫຍັງ​ເມື່ອ​ພິຈາລະນາ​ຄຳ​ຕອບ​ຂອງ​ເຂົາເຈົ້າ?

5 ເມື່ອ​ບໍ່​ດົນ​ມາ​ນີ້ ມີ​ການ​ຂໍ​ໃຫ້​ພີ່ນ້ອງ​ຊາຍ​ຍິງ​ກຸ່ມ​ໜຶ່ງ​ທີ່​ຢູ່​ໃນ​ສ່ວນ​ຕ່າງ​ໆ​ຂອງ​ໂລກ​ຕອບ​ຄຳ​ຖາມ​ທີ່​ວ່າ “ຄຳເວົ້າ​ແລະ​ການ​ກະທຳ​ແບບ​ໃດ​ຂອງ​ຜູ້​ດູແລ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ?” ຕໍ່​ໄປ​ນີ້​ເຮົາ​ຈະ​ພິຈາລະນາ​ຄຳ​ຕອບ​ຂອງ​ເຂົາເຈົ້າ ຂະນະ​ທີ່​ເຮົາ​ພິຈາລະນາ ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ຜູ້​ດູແລ​ເວົ້າ​ຫຼື​ເຮັດ​ທີ່​ເຮັດ​ໃຫ້​ເຈົ້າ​ຍິນດີ​ຫຼາຍ​ຂຶ້ນ. ນອກ​ຈາກນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຄິດ​ເຖິງ​ວິທີ​ທີ່​ເຮົາ​ອາດ​ມີ​ສ່ວນ​ສົ່ງເສີມ​ຄວາມ​ຍິນດີ​ໃນ​ປະຊາຄົມ​ຂອງ​ເຮົາ​ເອງ. a

“ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ເຖິງ​ເປຊີດາ ພີ່ນ້ອງ​ຍິງ​ທີ່​ຮັກ​ຂອງ​ພວກ​ເຮົາ”

6, 7. (ກ) ວິທີ​ໜຶ່ງ​ທີ່​ຜູ້​ດູແລ​ຈະ​ຮຽນ​ແບບ​ພະ​ເຢຊູ ໂປໂລ ແລະ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຄົນ​ອື່ນ​ໆ​ໄດ້​ແມ່ນ​ຫຍັງ? (ຂ) ເປັນ​ຫຍັງ​ພີ່ນ້ອງ​ຈຶ່ງ​ດີໃຈ​ເມື່ອ​ຜູ້​ດູແລ​ຈື່​ຊື່​ເຂົາເຈົ້າ​ໄດ້?

6 ພີ່ນ້ອງ​ຫຼາຍ​ຄົນ​ບອກ​ວ່າ​ເຂົາເຈົ້າ​ມີ​ຄວາມ​ສຸກ​ເມື່ອ​ຜູ້​ດູແລ​ສະແດງ​ຄວາມ​ສົນໃຈ​ໃນ​ໂຕ​ເຂົາເຈົ້າ. ວິທີ​ທີ່​ຜູ້​ດູແລ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ກໍ​ຄື​ໂດຍ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ດາວິດ ເອລີຮູ ແລະ​ພະ​ເຢຊູ. (ອ່ານ 2 ຊາມູເອນ 9:6; ໂຢບ 33:1; ລູກາ 19:5) ຜູ້​ຮັບໃຊ້​ພະ​ເຢໂຫວາ​ເຫຼົ່າ​ນີ້​ແຕ່​ລະ​ຄົນ​ສະແດງ​ຄວາມ​ສົນໃຈ​ຢ່າງ​ແທ້​ຈິງ​ຕໍ່​ຜູ້​ອື່ນ​ໂດຍ​ການ​ເອີ້ນ​ຊື່​ເຂົາເຈົ້າ. ໂປໂລ​ເອງ​ກໍ​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ຈື່​ຊື່​ແລະ​ເອີ້ນ​ຊື່​ໝູ່​ຮ່ວມ​ຄວາມ​ເຊື່ອ. ລາວ​ລົງ​ທ້າຍ​ຈົດໝາຍ​ຂອງ​ລາວ​ສະບັບ​ໜຶ່ງ​ໂດຍ​ການ​ຝາກ​ຄວາມ​ຄິດ​ຮອດ​ໄປ​ເຖິງ​ພີ່ນ້ອງ​ຊາຍ​ຍິງ​ຫຼາຍ​ກວ່າ 25 ຄົນ​ໂດຍ​ເອີ້ນ​ຊື່​ຂອງ​ເຂົາເຈົ້າ ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ໂປໂລ​ເອີ້ນ​ຊື່​ແມ່ນ​ເປຊີດາ ໂປໂລ​ເວົ້າ​ເຖິງ​ລາວ​ວ່າ: “ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ເຖິງ​ເປຊີດາ ພີ່ນ້ອງ​ຍິງ​ທີ່​ຮັກ​ຂອງ​ພວກ​ເຮົາ.”—ຣມ. 16:3-15

7 ຜູ້​ດູແລ​ບາງ​ຄົນ​ມີ​ບັນຫາ​ໃນ​ການ​ຈື່​ຊື່​ພີ່ນ້ອງ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເມື່ອ​ເຂົາເຈົ້າ​ພະຍາຍາມ​ແທ້​ໆ​ເພື່ອ​ຈະ​ຈື່​ໄດ້ ກໍ​ເປັນ​ຄື​ກັບ​ເຂົາເຈົ້າ​ກຳລັງ​ບອກ​ໝູ່​ຮ່ວມ​ຄວາມ​ເຊື່ອ​ວ່າ ‘ເຈົ້າ​ສຳຄັນ​ສຳລັບ​ຂ້ອຍ.’ (ອພຍ. 33:17) ຜູ້​ດູແລ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ດີ​ໃຈ​ຫຼາຍ​ຖ້າ​ເຂົາເຈົ້າ​ຈື່​ຊື່​ຂອງ​ພີ່ນ້ອງ​ໄດ້​ເມື່ອ​ເອີ້ນ​ໃຫ້​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ສຶກສາ​ຫໍສັງເກດການ​ຫຼື​ໃນ​ການ​ປະຊຸມ​ອື່ນ​ໆ.—ທຽບ​ກັບ​ໂຢຮັນ 10:3

“ລາວ​ເຮັດ​ວຽກ​ໜັກ​ໃນ​ການ​ຮັບໃຊ້​ຜູ້​ເປັນ​ນາຍ”

8. ໂປໂລ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ແນວ​ໃດ?

8 ໂປໂລ​ຍັງ​ສະແດງ​ຄວາມ​ສົນໃຈ​ໃນ​ໂຕ​ຄົນ​ອື່ນ​ໆ​ໂດຍ​ການ​ຊົມເຊີຍ​ເຂົາເຈົ້າ​ຢ່າງ​ຈິງໃຈ. ນີ້​ເປັນ​ອີກ​ວິທີ​ໜຶ່ງ​ທີ່​ຜູ້​ດູແລ​ສາມາດ​ຊ່ວຍ​ພີ່ນ້ອງ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ສຸກ. ໃນ​ຈົດໝາຍ​ທີ່​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ ລາວ​ຂຽນ​ວ່າ: “ຂ້ອຍ​ພູມໃຈ​ໃນ​ຕົວ​ພວກ​ເຈົ້າ​ຫຼາຍ.” (2ກຣ. 7:4) ຄຳ​ຊົມເຊີຍ​ແບບ​ນີ້​ຄື​ຊິ​ເຮັດ​ໃຫ້​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ຊື່ນໃຈ​ແທ້​ໆ. ໂປໂລ​ສະແດງ​ຄວາມ​ຮູ້ສຶກ​ຄ້າຍ​ໆ​ກັນ​ຕໍ່​ພີ່ນ້ອງ​ໃນ​ປະຊາຄົມ​ອື່ນ​ໆ​ນຳ. (ຣມ. 1:8; ຟລປ. 1:3-5; 1ທຊ. 1:8) ທີ່ຈິງ ເມື່ອ​ລາວ​ເວົ້າ​ເຖິງ​ເປຊີດາ​ໃນ​ຈົດໝາຍ​ທີ່​ສົ່ງ​ໄປ​ເຖິງ​ປະຊາຄົມ​ໃນ​ເມືອງ​ໂຣມ ໂປໂລ​ຍັງ​ເວົ້າ​ນຳ​ວ່າ: “ລາວ​ເຮັດ​ວຽກ​ໜັກ​ໃນ​ການ​ຮັບໃຊ້​ຜູ້​ເປັນ​ນາ​ຍ.” (ຣມ. 16:12) ຄຳ​ຊົມເຊີຍ​ນັ້ນ​ຄື​ຊິ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຍິງ​ທີ່​ສັດຊື່​ຄົນ​ນີ້​ຫຼາຍ​ແທ້​ໆ! ເມື່ອ​ໂປໂລ​ຊົມເຊີຍ​ຄົນ​ອື່ນ​ໆ​ແບບ​ນີ້ ລາວ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ.—ອ່ານ​ມາຣະໂກ 1:9-11; ໂຢຮັນ 1:47; ພນມ. 2:2, 13, 19

9. ເປັນ​ຫຍັງ​ທຸກ​ຄົນ​ໃນ​ປະຊາຄົມ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ເມື່ອ​ຊົມເຊີຍ​ກັນ​ແລະ​ກັນ?

9 ຜູ້​ດູແລ​ໃນ​ທຸກ​ມື້​ນີ້​ເຫັນ​ຄວາມ​ສຳຄັນ​ໃນ​ການ​ບອກ​ພີ່ນ້ອງ​ໃຫ້​ຮູ້​ວ່າ​ເຂົາເຈົ້າ​ມີ​ຄ່າ​ຫຼາຍ. (ສຸພາ. 3:27; 15:23) ທຸກ​ເທື່ອ​ທີ່​ຜູ້​ດູແລ​ໃຫ້​ຄຳ​ຊົມເຊີຍ​ກັບ​ພີ່ນ້ອງ ນັ້ນ​ສະແດງ​ວ່າ​ເຂົາເຈົ້າ​ສົນໃຈ​ພີ່ນ້ອງ​ແລະ​ສັງເກດ​ເບິ່ງ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ. ພີ່ນ້ອງ​ໃນ​ປະຊາຄົມ​ຢາກ​ໄດ້​ຍິນ​ຄຳ​ຊົມເຊີຍ​ຈາກ​ຜູ້​ດູແລ​ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ໝັ້ນໃຈ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ອາຍຸ 50 ປາຍ​ປີ​ເວົ້າ​ວ່າ: “ຂ້ອຍ​ບໍ່​ຄ່ອຍ​ໄດ້​ຮັບ​ຄຳ​ຊົມເຊີຍ​ເລີຍ​ຢູ່​ບ່ອນ​ເຮັດ​ວຽກ ຜູ້​ຄົນ​ບໍ່​ສົນໃຈ​ຄົນ​ອື່ນ​ແລະ​ຊີງດີຊີງເດັ່ນ​ກັນ. ດັ່ງນັ້ນ ເມື່ອ​ຜູ້​ດູແລ​ມາ​ຂອບໃຈ​ຂ້ອຍ​ສຳລັບ​ບາງ​ຢ່າງ​ທີ່​ຂ້ອຍ​ເຮັດ​ເພື່ອ​ປະຊາຄົມ ຂ້ອຍ​ຈຶ່ງ​ຮູ້ສຶກ​ດີ​ໃຈ​ຫຼາຍ. ນັ້ນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຮັກ​ຂ້ອຍ​ແທ້​ໆ.” ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ລ້ຽງ​ລູກ​ສອງ​ຄົນ​ຕາມ​ລຳພັງ​ເວົ້າ​ວ່າ​ເມື່ອ​ບໍ່​ດົນ​ມາ​ນີ້​ມີ​ຜູ້​ດູແລ​ຄົນ​ໜຶ່ງ​ມາ​ຊົມເຊີຍ​ລາວ. ຄຳເວົ້າ​ຂອງ​ຜູ້​ດູແລ​ເຮັດ​ໃຫ້​ລາວ​ມີ​ກຳລັງ​ໃຈ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ດີ​ທີ່​ສຸດ​ຕໍ່​ໆ​ໄປ. ເຫັນ​ໄດ້​ແຈ້ງ​ວ່າ​ເມື່ອ​ຜູ້​ດູແລ​ຊົມເຊີຍ​ພີ່ນ້ອງ​ຢ່າງ​ຈິງໃຈ ເຂົາເຈົ້າ​ກໍ​ເຮັດ​ໃຫ້​ພີ່ນ້ອງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ​ດ້ວຍ​ຄວາມ​ສຸກ ‘ແລະ​ບໍ່​ເມື່ອຍ.’—ອຊຢ. 40:31

“ໃຫ້​ບຳລຸງ​ລ້ຽງ ປະຊາຄົມ​ຂອງ​ພະເຈົ້າ”

10, 11. (ກ) ຜູ້​ດູແລ​ຈະ​ຮຽນ​ແບບ​ເນເຮມີຢາ​ໄດ້​ແນວ​ໃດ? (ຂ) ຜູ້​ດູແລ​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ພີ່ນ້ອງ​ໃຫ້​ເຂັ້ມແຂງ​ເມື່ອ​ໄປ​ບຳລຸງ​ລ້ຽງ​ໄດ້​ໂດຍ​ວິທີ​ໃດ?

10 ວິທີ​ທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ​ທີ່​ຜູ້​ດູແລ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮັບໃຊ້​ພະເຈົ້າ​ດ້ວຍ​ຄວາມ​ສຸກ​ນັ້ນ​ແມ່ນ​ຫຍັງ? ເຂົາເຈົ້າ​ລົງມື​ເຮັດ​ທັນທີ​ເພື່ອ​ຊ່ວຍ​ຄົນ​ທີ່​ຕ້ອງການ​ກຳລັງ​ໃຈ. (ອ່ານ​ກິດຈະການ 20:28) ເຂົາເຈົ້າ​ໄດ້​ຮຽນ​ແບບ​ຜູ້​ຮັບໃຊ້​ທີ່​ສັດຊື່​ໃນ​ສະໄໝ​ຄຳພີ​ໄບເບິນ ເຊັ່ນ ເມື່ອ​ເນເຮມີຢາ​ສັງເກດ​ວ່າ​ມີ​ເພື່ອນ​ຮ່ວມ​ຊາດ​ທີ່​ເປັນ​ຄົນ​ຢິວ​ທໍ້ໃຈ ລາວ​ກໍ​ໄດ້​ເຮັດ​ບາງ​ຢ່າງ​ເພື່ອ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. (ນຮຢ 4:14) ໃນ​ທຸກ​ມື້​ນີ້ ຜູ້​ດູແລ​ກໍ​ຢາກ​ເຮັດ​ແບບ​ນັ້ນ​ຄື​ກັນ. ເມື່ອ​ພີ່ນ້ອງ​ທໍ້ໃຈ ເຂົາເຈົ້າ​ກໍ​ເຮັດ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. ຜູ້​ດູແລ​ພະຍາຍາມ​ໄປ​ຢາມ​ພີ່ນ້ອງ​ຢູ່​ເຮືອນ​ແລະ “ແບ່ງ​ປັນ​ກຳລັງ​ໃຈ​ຈາກ​ພະເຈົ້າ” ໃຫ້​ກັບ​ເຂົາເຈົ້າ ນັ້ນ​ຄື​ເວົ້າ​ລົມ​ເລື່ອງ​ທີ່​ເສີມ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ​ໃຫ້​ເຂັ້ມແຂງ. (ຣມ. 1:11) ຜູ້​ດູແລ​ຈະ​ເຮັດ​ແບບ​ນີ້​ໄດ້​ແນວ​ໃດ?

11 ຜູ້​ດູແລ​ຕ້ອງ​ຄິດ​ໃຫ້​ລະອຽດ​ກ່ຽວກັບ​ສິ່ງ​ທີ່​ຈະ​ເວົ້າ​ເພື່ອ​ໃຫ້​ກຳລັງ​ໃຈ​ກ່ອນ​ທີ່​ຈະ​ໄປ​ຢາມ​ພີ່ນ້ອງ. ລາວ​ອາດ​ຖາມ​ຕົວເອງ​ວ່າ ພີ່ນ້ອງ​ຄົນ​ນີ້​ມີ​ບັນຫາ​ຫຍັງ? ຂ້ອຍ​ຈະ​ເວົ້າ​ແນວ​ໃດ​ເພື່ອ​ຈະ​ເຮັດ​ໃຫ້​ລາວ​ຮູ້ສຶກ​ດີ​ຂຶ້ນ? ຂໍ້​ຄຳພີ​ຂໍ້​ໃດ​ຫຼື​ຕົວຢ່າງ​ຂອງ​ໃຜ​ທີ່​ໃຫ້​ກຳລັງ​ໃຈ​ລາວ​ໄດ້? ຖ້າ​ຜູ້​ດູແລ​ຄິດ​ລ່ວງ​ໜ້າ​ກ່ຽວກັບ​ພີ່ນ້ອງ​ທີ່​ລາວ​ຈະ​ໄປ​ຢາມ ລາວ​ກໍ​ຈະ​ເວົ້າ​ແບບ​ທີ່​ຊ່ວຍ​ຄົນ​ນັ້ນ​ໄດ້​ແທ້​ໆ ບໍ່​ແມ່ນ​ແຕ່​ເວົ້າ​ເລື່ອງ​ທົ່ວໄປ​ໃນ​ຊີວິດ​ປະຈຳ​ວັນ. ເມື່ອ​ບຳລຸງ​ລ້ຽງ​ພີ່ນ້ອງ ຜູ້​ດູແລ​ຈະ​ເປີດ​ໂອກາດ​ໃຫ້​ພີ່ນ້ອງ​ລະບາຍ​ຄວາມ​ຮູ້ສຶກ​ແລະ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຂົາເຈົ້າ​ເວົ້າ. (ຢກບ. 1:19) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ດີ​ແທ້​ໆ​ເມື່ອ​ຜູ້​ດູແລ​ຕັ້ງໃຈ​ຟັງ​ຂ້ອຍ.”—ລກ. 8:18

ຜູ້​ດູແລ​ຄິດ​ຢ່າງ​ລະອຽດ​ກ່ຽວກັບ​ວິທີ​ທີ່​ເຂົາເຈົ້າ​ຈະ ‘ໜູນ​ກຳລັງ​ໃຈ’ ເຮົາ​ກ່ອນ​ທີ່​ເຂົາເຈົ້າ​ຈະ​ບຳລຸງ​ລ້ຽງ

12. ມີ​ໃຜ​ແນ່​ໃນ​ປະຊາຄົມ​ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ໜູນ​ໃຈ ແລະ​ຍ້ອນຫຍັງ?

12 ໃຜ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ບຳລຸງ​ລ້ຽງ? ໂປໂລ​ເຕືອນ​ເພື່ອ​ຜູ້​ດູແລ​ໃຫ້ “ເອົາໃຈໃສ່ . . . ແກະ​ທັງໝົດ.” ສະມາຊິກ​ທຸກ​ຄົນ​ໃນ​ປະຊາຄົມ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ໜູນ​ໃຈ ລວມ​ເຖິງ​ຜູ້​ປະກາດ​ແລະ​ໄພໂອເນຍ​ທີ່​ຮັບໃຊ້​ຢ່າງ​ສັດຊື່​ມາ​ຫຼາຍ​ປີ​ນຳ. ເປັນ​ຫຍັງ​ເຂົາເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ບຳລຸງ​ລ້ຽງ​ຈາກ​ຜູ້​ດູແລ? ກໍ​ຍ້ອນ​ວ່າ​ບາງ​ເທື່ອ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ກໍ​ອາດ​ຮູ້ສຶກ​ວ່າ​ເຂົາເຈົ້າ​ຖືກ​ກົດ​ດັນ​ຈາກ​ໂລກ​ຊົ່ວ​ນີ້​ຈົນ​ຈະ​ທົນ​ບໍ່​ໄຫວ​ຄື​ກັນ. ເພື່ອ​ຈະ​ເຫັນ​ໄດ້​ແຈ້ງ​ຂຶ້ນ​ວ່າ​ເປັນ​ຫຍັງ​ບາງ​ເທື່ອ​ແມ່ນ​ແຕ່​ຜູ້​ຮັບໃຊ້​ພະເຈົ້າ​ທີ່​ເຂັ້ມແຂງ​ກໍ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໝູ່ ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ເຫດການ​ທີ່​ເກີດຂຶ້ນ​ໃນ​ຊີວິດ​ຂອງ​ກະສັດ​ດາວິດ.

“ອາບີຊາຍ . . . ເຂົ້າ​ມາ​ຊ່ວຍ​ດາວິດ”

13. (ກ) ອິດບີເບໂນບ​ສວຍ​ໂອກາດ​ໂຈມຕີ​ດາວິດ​ຕອນ​ໃດ? (ຂ) ເປັນ​ຫຍັງ​ອາບີຊາຍ​ຈຶ່ງ​ເຂົ້າ​ມາ​ຊ່ວຍ​ດາວິດ​ໄດ້​ທັນ​ເວລາ?

13 ບໍ່​ດົນ​ຫຼັງ​ຈາກ​ທີ່​ດາວິດ​ໄດ້​ຖືກ​ເຈີມ​ເປັນ​ກະສັດ​ເຊິ່ງ​ຕອນ​ນັ້ນ​ລາວ​ອາຍຸ​ຍັງ​ນ້ອຍ ລາວ​ຕ້ອງ​ຕໍ່ສູ້​ກັບ​ໂກລີອາດ​ເຊິ່ງ​ເປັນ​ລູກ​ຫຼານ​ຂອງ​ເຣຟາຢິມ​ແລະ​ເປັນ​ຄົນ​ຮ່າງ​ຍັກ. ດາວິດ​ໄດ້​ຂ້າ​ຜູ້​ຊາຍ​ຮ່າງ​ຍັກ​ຄົນ​ນີ້. (1ຊມ. 17:4, 48-51; 1ຂຄ. 20:5, 8) ຫຼາຍ​ປີ​ຕໍ່​ມາ ຂະນະ​ທີ່​ເຮັດ​ສົງຄາມ​ກັບ​ພວກ​ຟີລິດສະຕີນ ດາວິດ​ຕ້ອງ​ຕໍ່ສູ້​ກັບ​ຜູ້​ຊາຍ​ຮ່າງ​ຍັກ​ອີກ​ຄົນ​ໜຶ່ງ. ຜູ້​ຊາຍ​ຄົນ​ນີ້​ຊື່​ວ່າ​ອິດບີເບໂນບ ທີ່​ເປັນ​ລູກ​ຫຼານ​ຂອງ​ເຣຟາຢິມ​ນຳ. (2ຊມ. 21:16) ແຕ່​ເທື່ອ​ນີ້ ດາວິດ​ເກືອບ​ຖືກ​ຜູ້​ຊາຍ​ຮ່າງ​ຍັກ​ຄົນ​ນີ້​ຂ້າ. ຍ້ອນຫຍັງ? ບໍ່​ແມ່ນ​ຍ້ອນ​ດາວິດ​ມີ​ຄວາມ​ກ້າ​ໜ້ອຍ​ລົງ. ຄຳພີ​ໄບເບິນ​ບອກ​ວ່າ: “ດາວິດ​ເມື່ອຍ​ຫຼາຍ.” ເມື່ອ​ອິດບີເບໂນບ​ເຫັນ​ວ່າ​ດາວິດ​ອ່ອນແອ​ລົງ ລາວ​ກໍ “ຕັ້ງໃຈ​ຈະ​ຂ້າ​ດາວິດ​ໃຫ້​ໄດ້.” ແຕ່​ກ່ອນ​ທີ່​ລາວ​ຈະ​ໄດ້​ໃຊ້​ອາວຸດ​ແທງ​ດາວິດ “ອາບີຊາຍ​ກໍ​ເຂົ້າ​ມາ​ຊ່ວຍ​ດາວິດ​ທັນທີ​ແລະ​ຂ້າ​ຄົນ​ຟີລິດສະຕີນ​ຄົນ​ນັ້ນ.” (2ຊມ. 21:15-17) ດາວິດ​ລອດ​ຕາຍ​ຢ່າງ​ຫວຸດຫວິດ! ລາວ​ຄື​ຊິ​ຮູ້ສຶກ​ຂອບໃຈ​ອາບີຊາຍ​ແທ້​ໆ​ທີ່​ສັງເກດ​ເບິ່ງ​ລາວ​ແລະ​ຟ້າວ​ເຂົ້າ​ມາ​ຊ່ວຍ​ທັນທີ​ເມື່ອ​ຕົກ​ຢູ່​ໃນ​ອັນຕະລາຍ. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

14. (ກ) ອັນ​ໃດ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດຊື່​ເມື່ອ​ຕ້ອງ​ຮັບ​ມື​ກັບ​ບັນຫາ​ທີ່​ໃຫຍ່​ຄື​ກັບ​ຍັກ? (ຂ) ຜູ້​ດູແລ​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ຮັກສາ​ຄວາມ​ສັດຊື່​ແລະ​ໄດ້​ຄວາມ​ຍິນດີ​ກັບຄືນມາ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ

14 ຄົນ​ຂອງ​ພະ​ເຢໂຫວາ​ທົ່ວ​ໂລກ​ກຳລັງ​ຮັບໃຊ້​ພະເຈົ້າ​ເຖິງ​ວ່າ​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ​ພະຍາຍາມ​ຂັດຂວາງ​ເຂົາເຈົ້າ. ຄົນ​ຂອງ​ພະ​ເຢໂຫວາ​ບາງ​ຄົນ​ຕ້ອງ​ເຈິ​ກັບ​ບັນຫາ​ທີ່​ໃຫຍ່​ຫຼາຍ​ຄື​ກັບ​ຍັກ. ແຕ່​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ທີ່​ຈະ​ຮັກສາ​ຄວາມ​ສັດຊື່​ເມື່ອ​ຕ້ອງ​ຮັບ​ມື​ກັບ​ບັນຫາ​ທີ່​ຫຍຸ້ງ​ຍາກ​ຄື​ກັບ​ທີ່​ດາວິດ​ມີ​ກຳລັງ​ທີ່​ຈະ​ຂ້າ​ໂກລີອາດ. ແຕ່​ກໍ​ມີ​ບາງ​ເທື່ອ​ທີ່​ເຮົາ​ອາດ​ຮູ້ສຶກ​ວ່າ​ບໍ່​ມີ​ກຳລັງ​ພໍ​ທີ່​ຈະ​ຕໍ່ສູ້​ກັບ​ໂລກ​ຂອງ​ຊາຕານ​ໄດ້​ອີກ​ຕໍ່​ໄປ. ເມື່ອ​ຢູ່​ໃນ​ສະພາບ​ທີ່​ອ່ອນແອ​ແບບ​ນັ້ນ ມັນ​ງ່າຍ​ຫຼາຍ​ທີ່​ເຮົາ​ຈະ​ທໍ້ໃຈ​ກັບ​ບັນຫາ​ເຊິ່ງ​ຕາມ​ປົກກະຕິ​ແລ້ວ​ເຮົາ​ອົດທົນ​ໄດ້. ແຕ່​ຜູ້​ດູແລ​ອາດ​ສັງເກດ​ເຫັນ​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ​ແລະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໄດ້​ທັນທີ. ແລ້ວ​ເຮົາ​ກໍ​ຈະ​ຮູ້ສຶກ​ວ່າ​ເຮົາ​ສາມາດ​ຮັບໃຊ້​ພະເຈົ້າ​ດ້ວຍ​ຄວາມ​ຍິນດີ​ຕໍ່​ໄປ​ໄດ້. ໄພໂອເນຍ​ຄົນ​ໜຶ່ງ​ທີ່​ອາຍຸ 60 ປາຍ​ປີ​ເລົ່າ​ວ່າ: “ມີ​ຢູ່​ຊ່ວງ​ໜຶ່ງ ຂ້ອຍ​ຮູ້ສຶກ​ບໍ່​ຄ່ອຍ​ດີ​ແລະ​ວຽກ​ຮັບໃຊ້​ໃນ​ເຂດ​ກໍ​ເຮັດ​ໃຫ້​ຂ້ອຍ​ໝົດ​ແຮ​ງ. ຜູ້​ດູແລ​ຄົນ​ໜຶ່ງ​ສັງເກດ​ເຫັນ​ວ່າ​ຂ້ອຍ​ບໍ່​ຄ່ອຍ​ມີ​ກຳລັງ​ແລະ​ເຂົ້າ​ມາ​ລົມ​ກັບ​ຂ້ອຍ. ເຮົາ​ລົມ​ກັນ​ກ່ຽວກັບ​ເລື່ອງ​ໜຶ່ງ​ຈາກ​ຄຳພີ​ໄບເບິນ. ຂ້ອຍ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ລາວ​ໃຫ້​ແລະ​ໄດ້​ຮັບ​ປະໂຫຍດ. ໄພໂອເນຍ​ຄົນ​ນີ້​ເວົ້າ​ຕໍ່​ອີກ​ວ່າ: “ຜູ້​ດູແລ​ຄົນ​ນີ້​ຮັກ​ພີ່ນ້ອງ​ຫຼາຍ​ແທ້​ໆ ລາວ​ສັງເກດ​ເຫັນ​ວ່າ​ຂ້ອຍ​ກຳລັງ​ອ່ອນແອ​ແລະ​ເຂົ້າ​ມາ​ຊ່ວຍ​ເຫຼືອ​ຂ້ອຍ.” ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ຫຼາຍ​ທີ່​ຮູ້​ວ່າ​ເຮົາ​ມີ​ຜູ້​ດູແລ​ທີ່​ຮັກ​ແລະ​ພ້ອມ​ຊ່ວຍ​ເຫຼືອ​ເຮົາ​ຢູ່​ສະເໝີ ແບບ​ດຽວ​ກັບ​ອາບີຊາຍ​ທີ່​ພ້ອມ​ຈະ​ຊ່ວຍ​ດາວິດ.

“ຢາກ​ໃຫ້​ຮູ້​ວ່າ​ຂ້ອຍ​ຮັກ​ພວກ​ເຈົ້າ​ຫຼາຍ”

15, 16. (ກ) ເປັນ​ຫຍັງ​ພີ່ນ້ອງ​ຈຶ່ງ​ຮັກ​ໂປໂລ​ຫຼາຍ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຮັກ​ຜູ້​ດູແລ?

15 ຜູ້​ດູແລ​ເຮັດ​ວຽກ​ໜັກ​ຫຼາຍ. ບາງ​ເທື່ອ​ຜູ້​ດູແລ​ກໍ​ນອນ​ບໍ່​ຄ່ອຍ​ຫຼັບ​ຍ້ອນ​ກັງວົນ​ເລື່ອງ​ບັນຫາ​ຂອງ​ພີ່ນ້ອງ ແລະ​ເຂົາເຈົ້າ​ອາດ​ຕື່ນ​ມາ​ຕອນ​ເດິກ​ເພື່ອ​ຈະ​ອະທິດຖານ​ຫຼື​ເພື່ອ​ຈະ​ໄປ​ຊ່ວຍ​ພີ່ນ້ອງ. (2ກຣ. 11:27, 28) ເຖິງ​ຈະ​ເປັນ​ແບບ​ນັ້ນ ຜູ້​ດູແລ​ກໍ​ຍິນດີ​ທີ່​ຈະ​ເຮັດ​ຕາມ​ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ຕົວເອງ​ຢ່າງ​ເຕັມທີ​ຄື​ກັບ​ໂປໂລ. ລາວ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂກລິນໂທ​ວ່າ: “ຂ້ອຍ​ເຕັມໃຈ​ເສຍ​ສະລະ​ທຸກ​ຢ່າງ​ແລະ​ທຸ່ມເທ​ຕົວເອງ​ເພື່ອ​ພວກ​ເຈົ້າ.” (2ກຣ​. 12:15) ເນື່ອງ​ຈາກ​ໂປໂລ​ຮັກ​ພີ່ນ້ອງ ລາວ​ຈຶ່ງ​ທຸ່ມເທ​ຕົວ ຫຼື​ໃຊ້​ກຳລັງ​ທັງໝົດ​ຂອງ​ລາວ​ເພື່ອ​ຊ່ວຍ​ພີ່ນ້ອງ​ໃຫ້​ເຂັ້ມແຂງ. (ອ່ານ​2 ໂກຣິນໂທ 2:4; ຟລປ 2:17; 1ທຊ. 2:8) ເຮົາ​ບໍ່​ແປກ​ໃຈ​ເລີຍ​ທີ່​ພີ່ນ້ອງ​ຮັກ​ໂປໂລ​ຫຼາຍ!—ກຈກ. 20:31-38

16 ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ກໍ​ຮັກ​ຜູ້​ດູແລ​ແລະ​ຂອບໃຈ​ພະ​ເຢໂຫວາ​ທີ່​ໄດ້​ໃຊ້​ເຂົາເຈົ້າ​ໃຫ້​ເບິ່ງແຍງ​ເຮົາ. ເຮົາ​ມີ​ຄວາມ​ສຸກ​ທີ່​ເຂົາເຈົ້າ​ສົນໃຈ​ເຮົາ​ແຕ່​ລະ​ຄົນ​ແລະ​ບຳລຸງ​ລ້ຽງ​ພວກ​ເຮົາ. ແລະ​ເຮົາ​ຮູ້ສຶກ​ຂອບໃຈ​ທີ່​ເຂົາເຈົ້າ​ຢູ່​ພ້ອມ​ທີ່​ຈະ​ຊ່ວຍ​ເຮົາ​ສະເໝີ​ເມື່ອ​ເຮົາ​ຮູ້ສຶກ​ວ່າ​ຈະ​ຮັບ​ມື​ບໍ່​ໄຫວ​ແລ້ວ. ຜູ້​ດູແລ​ທີ່​ໃສ່​ໃຈ​ເບິ່ງແຍງ​ຝູງ​ແກະ​ແບບ​ນີ້​ເປັນ ‘ເພື່ອນ​ຮ່ວມ​ງານ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຢ່າງ​ແທ້​ຈິງ.’

a ມີ​ການ​ຖາມ​ພີ່ນ້ອງ​ກຸ່ມ​ດຽວ​ກັນ​ນີ້​ນຳ​ວ່າ “ເຈົ້າ​ຄິດ​ວ່າ​ຄຸນລັກສະນະ​ຫຍັງ​ສຳຄັນ​ທີ່​ສຸດ​ສຳລັບ​ຜູ້​ດູແລ?” ສ່ວນ​ໃຫຍ່​ຕອບ​ວ່າ “ຄວາມ​ກະລຸນາ​ແລະ​ການ​ເປັນ​ຄົນ​ທີ່​ລົມ​ໄດ້​ງ່າ​ຍ.” ອີກ​ບໍ່​ດົນ​ຈະ​ມີ​ການ​ພິຈາລະນາ​ຄຸນລັກສະນະ​ນັ້ນ​ໃນ​ວາລະສານ​ຫໍສັງເກດການ.