ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮັກ​ເຈົ້າ​ທຸກ​ວັນ

ຮັກ​ເຈົ້າ​ທຸກ​ວັນ

ດາວໂຫຼດ:

  1. 1. ຂອງຂວັນ​ລ້ຳຄ່າ​ທີ່​ມາ​ຈາກ​ສະຫວັນ

    ຂອງຂວັນ​ທີ່​ວ່າ​ນັ້ນ​ກໍ​ຄື​ຄວາມ​ຮັກ

    ເມື່ອ​ຫົວໃຈ​ຂອງ​ເຮົາ​ໄດ້​ເລີ່ມ​ຜູກ​ພັນ

    ເວລາ​ທີ່​ມີ​ຄວາມ​ສຸກ​ກໍ​ເລີ່ມຕົ້ນ

    (ທ່ອນ​ຊ້ຳ)

    ເປັນ​ເລື່ອງ​ທີ່​ເຮົາ​ເຂົ້າໃຈ​ແລະ​ເປັນ​ສິ່ງ​ທີ່​ເຮົາ​ຮູ້

    ຮັກ​ຂອງ​ເຮົາ​ໝັ້ນຄົງ

    ຄື​ເຊືອກ​ສາມ​ກຽວ

    ພະ​ເຢໂຫວາ​ນຳ​ທາງ​ເຮົາ​ທຸກ​ຢ່າງ​ໃນ​ຊີວິດ

    ບໍ່​ມີ​ຫຍັງ​ຈະ​ທຳລາຍ​ຮັກ​ເຮົາ​ໄດ້

    ຂ້ອຍ​ຮັກ​ເຈົ້າ​ທຸກ​ວັນ

    ຮັກ​ເຈົ້າ​ທຸກ​ວັນ

  2. 2. ເຮົາ​ອາດ​ມີ​ບັນຫາ

    ແຕ່​ຮັກ​ເຮົາ​ຈະ​ເຂັ້ມແຂງ​ຂຶ້ນ​ທຸກ​ວັນ

    ບໍ່​ມີ​ຫຍັງ​ຈະ​ມາ​ເຮັດ​ໃຫ້​ເຮົາ​ແຍກ​ກັນ

    ບໍ່​ມີ​ວັນ​ທີ່​ເຮົາ​ຈະ​ເຊົາ​ຮັກ​ກັນ​ໄດ້

    ໂອ . . . ບໍ່​ມີ​ວັນ

    (ທ່ອນ​ຊ້ຳ)

    ເປັນ​ເລື່ອງ​ທີ່​ເຮົາ​ເຂົ້າໃຈ​ແລະ​ເປັນ​ສິ່ງ​ທີ່​ເຮົາ​ຮູ້

    ຮັກ​ຂອງ​ເຮົາ​ໝັ້ນຄົງ

    ຄື​ເຊືອກ​ສາມ​ກຽວ

    ພະ​ເຢໂຫວາ​ນຳ​ທາງ​ເຮົາ​ທຸກ​ຢ່າງ​ໃນ​ຊີວິດ

    ບໍ່​ມີ​ຫຍັງ​ຈະ​ທຳລາຍ​ຮັກ​ເຮົາ​ໄດ້

    ຂ້ອຍ​ຮັກ​ເຈົ້າ​ທຸກ​ວັນ

    ຮັກ​ເຈົ້າ​ທຸກ​ວັນ

    (ທ່ອນ​ສົ່ງ)

    ໃຜ​ຈະ​ມາ​ທຳລາຍ​ບໍ່​ໄດ້

    ເພາະ​ນີ້​ເປັນ​ຂອງຂວັນ​ທີ່​ລ້ຳຄ່າ​ຈາກ​ພະເຈົ້າ

    ຄວາມ​ຮັກ​ເຮົາ​ຍິ່ງໃຫຍ່​ຈະ​ຄົງ​ຢູ່​ຕະຫຼອດ​ໄປ

    ເຈົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ຂ້ອຍ ເຮົາ​ກາຍ​ເປັນ​ໜຶ່ງ​ດຽວ​ກັນ

    ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ເຈົ້າ​ເຮັດ​ຂ້ອຍ​ແຮ່ງ​ຮັກ​ເຈົ້າ​ຫຼາຍ

    ຂ້ອຍ​ຈະ​ໃຊ້​ທັງ​ຊີວິດ​ເພື່ອ​ຮັກ​ເຈົ້າ

  3. 3. ຢາກ​ບອກ​ຄວາມ​ໃນ​ໃຈ​ໃຫ້​ເຈົ້າ​ຮູ້

    ຂ້ອຍ​ຮູ້ສຶກ​ດີ​ໃຈ​ມີ​ເຈົ້າ​ເປັນ​ຄູ່

    ຂ້ອຍ​ອົບອຸ່ນ​ໃຈ​ທີ່​ເຈົ້າ​ຢູ່​ຄຽງຂ້າງ​ກັນ

    ຂອບໃຈ​ທີ່​ເຈົ້າ​ນັ້ນ​ມາ​ເປັນ​ຄູ່​ແທ້

    ຂ້ອຍ​ຮັກ​ເຈົ້າ

    (ທ່ອນ​ຊ້ຳ)

    ເປັນ​ເລື່ອງ​ທີ່​ເຮົາ​ເຂົ້າໃຈ​ແລະ​ເປັນ​ສິ່ງ​ທີ່​ເຮົາ​ຮູ້

    ຮັກ​ຂອງ​ເຮົາ​ໝັ້ນຄົງ

    ເຊືອກ​ສາມ​ກຽວ

    ພະ​ເຢໂຫວາ​ນຳ​ທາງ​ເຮົາ​ທຸກ​ຢ່າງ​ໃນ​ຊີວິດ

    ບໍ່​ມີ​ຫຍັງ​ຈະ​ທຳລາຍ​ຮັກ​ເຮົາ​ໄດ້

    ຂ້ອຍ​ຮັກ​ເຈົ້າ​ທຸກ​ວັນ

    ຮັກ​ເຈົ້າ​ທຸກ​ວັນ

    ບໍ່​ມີ​ຫຍັງ​ຈະ​ທຳລາຍ​ຮັກ​ເຮົາ​ໄດ້

    ຂ້ອຍ​ຮັກ​ເຈົ້າ​ທຸກ​ວັນ