ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂ້ອຍ​ຂໍ​ຮັບໃຊ້​ພະອົງ

ຂ້ອຍ​ຂໍ​ຮັບໃຊ້​ພະອົງ

ດາວໂຫຼດ:

  1. 1. ຍາມ​ລາຕີ​ມີ​ແສງ​ດາວ​ສ່ອງ

    ຂ້ອຍ​ຈ້ອງ​ມອງ​ຕຶກຕອງ​ໃນ​ໃຈ

    ເຖິງ​ສິ່ງ​ທີ່​ພະອົງ​ໄດ້​ສ້າງ​ໄວ້​ໃຫ້​ເຮົາ

    ມັນ​ຊ່ວຍ​ເຕີມ​ຮັກ​ຈົນ​ລົ້ນ​ໃຈ

  2. 2. ຂ້ອຍ​ຕັ້ງ​ໃຈ​ອຸທິດ​ຊີວີ

    ບໍ່​ຫ່າງ​ໜີ​ເຖິງ​ມີ​ບັນຫາ

    ຂໍ​ຕິດຕາມ​ຄຳສັ່ງ​ພະອົງ​ທຸກ​ເວລາ

    ຈະ​ສັດຊື່​ຢູ່​ຂ້າງ​ພະອົງ

    (ທ່ອນ​ຊ້ຳ)

    ເຢໂຫວາ​ໃຫ້​ຄວາມ​ຫວັງ

    ໃຫ້​ມີ​ກຳລັງ

    ຊ່ວຍ​ຂ້ອຍ​ໃຫ້​ກ້າວ​ຕໍ່​ໄປ

    ພະອົງ​ສະລະ​ລູກ​ຊາຍ

    ເພື່ອ​ໃຫ້​ມາ​ຕາຍ

    ໄຖ່​ຊີວິດ​ຂ້ອຍ​ເອົາ​ໄວ້

    ຂ້ອຍ​ຂໍ​ຮັບໃຊ້​ພະອົງ

  3. 3. ດວງ​ຕາເວັນ​ສ່ອງ​ແສງ​ຈາກ​ຟ້າ

    ເຢໂຫວາ​ພະອົງ​ມອບ​ໃຫ້

    ຄວາມ​ອົບອຸ່ນ​ເປັນ​ພອນ​ດ້ວຍ​ຮັກ​ທີ່​ຍິ່ງໃຫຍ່

    ໃນ​ໃຈ​ນີ້​ຊາບຊຶ້ງ​ບຸນຄຸນ

    (ທ່ອນ​ຊ້ຳ)

    ເຢໂຫວາ​ໃຫ້​ຄວາມ​ຫວັງ

    ໃຫ້​ມີ​ກຳລັງ

    ຊ່ວຍ​ຂ້ອຍ​ໃຫ້​ກ້າວ​ຕໍ່​ໄປ

    ພະອົງ​ສະລະ​ລູກ​ຊາຍ

    ເພື່ອ​ໃຫ້​ມາ​ຕາຍ

    ໄຖ່​ຊີວິດ​ຂ້ອຍ​ເອົາ​ໄວ້

    ຂ້ອຍ​ຂໍ​ຮັບໃຊ້​ພະອົງ

    (ທ່ອນ​ຊ້ຳ)

    ເຢໂຫວາ​ໃຫ້​ຄວາມ​ຫວັງ

    ໃຫ້​ມີ​ກຳລັງ

    ຊ່ວຍ​ຂ້ອຍ​ໃຫ້​ກ້າວ​ຕໍ່​ໄປ

    ພະອົງ​ສະລະ​ລູກ​ຊາຍ

    ເພື່ອ​ໃຫ້​ມາ​ຕາຍ

    ໄຖ່​ຊີວິດ​ຂ້ອຍ​ເອົາ​ໄວ້

    ຂ້ອຍ​ຂໍ​ຮັບໃຊ້​ພະອົງ