ຄຳພີໄບເບິນສອນແນວໃດແທ້ໆ?

ປຶ້ມຄຳພີໄບເບິນສອນເປັນເຄື່ອງມືທີ່ອອກແບບມາເພື່ອຊ່ວຍທ່ານໃຫ້ຮຽນຮູ້ສິ່ງທີ່ຄຳພີໄບເບິນໄດ້ກ່າວເຖິງໃນຫຼາຍຫົວເລື່ອງເຊັ່ນວ່າ ເປັນຫຍັງເຮົາຕ້ອງປະສົບຄວາມທຸກ ເກີດຫຍັງຂຶ້ນກັບເຮົາເມື່ອເຮົາຕາຍ ເຮົາຈະເຮັດໃຫ້ຊີວິດຄອບຄົວມີຄວາມສຸກໄດ້ແນວໃດ ແລະຫົວເລື່ອງອື່ນໆອີກ

ພະເຈົ້າປະສົງໃຫ້ເປັນແນວນີ້ບໍ?

ທ່ານອາດສົງໄສວ່າເປັນຫຍັງບັນຫາດັ່ງກ່າວຍັງຄົງມີຢູ່. ທ່ານຮູ້ບໍ ຄຳພີໄບເບິນບອກວ່າຈະມີການປ່ຽນແປງໃນອີກບໍ່ດົນແລະທ່ານເອງກໍຈະໄດ້ຮັບປະໂຫຍດ

ບົດທີ 1

ອັນໃດຄືຄວາມຈິງກ່ຽວກັບພະເຈົ້າ?

ພະເຈົ້າສົນໃຈເຮົາເປັນສ່ວນຕົວບໍ? ທ່ານສາມາດຮຽນຮູ້ຄຸນລັກສະນະຂອງພະເຈົ້າແລະວິທີທີ່ຈະເຂົ້າໃກ້ພະອົງໄດ້

ບົດທີ 2

ຄຳພີໄບເບິນ—ປຶ້ມທີ່ມາຈາກພະເຈົ້າ

ຄຳພີໄບເບິນຊ່ວຍເຮົາໃຫ້ຮັບມືກັບບັນຫາສ່ວນຕົວໄດ້ຄືແນວໃດ? ເປັນຫຍັງເຮົາຈຶ່ງສາມາດໝັ້ນໃຈຄຳພະຍາກອນໄດ້?

ບົດທີ 3

ພະເຈົ້າມີຈຸດປະສົງແນວໃດຕໍ່ແຜ່ນດິນໂລກ?

ພະເຈົ້າປະສົງໃຫ້ແຜ່ນດິນໂລກເປັນອຸທິຍານ ສິ່ງນີ້ຈະເປັນໄປໄດ້ບໍ? ຖ້າເປັນໄປໄດ້ ເມື່ອໃດ?

ບົດທີ 4

ພະເຍຊູຄລິດແມ່ນໃຜ?

ທ່ານສາມາດຮຽນຮູ້ວ່າເປັນຫຍັງພະເຍຊູເປັນເມຊີຕາມທີ່ສັນຍາໄວ້ ພະອົງມາຈາກໃສ ແລະເປັນຫຍັງພະເຍຊູຈຶ່ງຖືກເອີ້ນວ່າເປັນບຸດຫົວປີແລະເປັນລູກຊາຍຜູ້ດຽວທີ່ພະເຈົ້າສ້າງໂດຍກົງ

ບົດທີ 5

ຄ່າໄຖ່—ຂອງຂວັນທີ່ມີຄຸນຄ່າຫລາຍທີ່ສຸດຈາກພະເຈົ້າ

ຄ່າໄຖ່ແມ່ນຫຍັງ? ທ່ານຈະໄດ້ຮັບປະໂຫຍດຈາກຄ່າໄຖ່ໂດຍວິທີໃດ?

ບົດທີ 6

ຄົນຕາຍແລ້ວໄປຢູ່ໃສ?

ທ່ານສາມາດຮຽນຮູ້ຈາກຄຳພີໄບເບິນວ່າຄົນຕາຍແລ້ວໄປຢູ່ໃສ ແລະເປັນຫຍັງມະນຸດຈຶ່ງຕາຍ

ບົດທີ 7

ຄວາມຫວັງແທ້ສຳລັບຄົນທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວ

ມີຜູ້ຫນຶ່ງທີ່ເຈົ້າຮັກໄດ້ເສຍຊີວິດໄປແລ້ວບໍ? ຈະມີວັນໄດ້ພົບກັບພວກເຂົາອີກບໍ? ທ່ານສາມາດຮຽນຮູ້ສິ່ງທີ່ຄຳພີໄບເບິນສອນກ່ຽວກັບການຟື້ນຄືນມາຈາກຕາຍ

ບົດທີ 8

ລາຊະອານາຈັກຂອງພະເຈົ້າແມ່ນຫຍັງ?

ຫຼາຍລ້ານຄົນຄຸ້ນເຄີຍດີກັບຄຳອະທິດຖານຂອງພະອົງເຈົ້າ. ວະລີທີ່ວ່າ: “ຂໍໃຫ້ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງພະອົງມາຕັ້ງຢູ່” ໝາຍຄວາມວ່າຫຍັງ?

ບົດທີ 9

ເຮົາພວມມີຊີວິດຢູ່ໃນ “ຍຸກສຸດທ້າຍ” ບໍ?

ໃຫ້ເຮົາພິຈາລະນາເບິ່ງການປະພຶດແລະນິດໄສຕ່າງໆທີ່ຄົນໃນສະໄໝນີ້ສະແດງໃຫ້ເຫັນວ່າເຮົາກຳລັງຢູ່ໃນ “ຍຸກສຸດທ້າຍ” ຕາມທີ່ຄຳພີໄບເບິນໄດ້ບອກໄວ້ລ່ວງໜ້າ

ບົດທີ 10

ພວກກາຍວິນຍານ—ວິທີທີ່ເຂົາເຈົ້າມີຜົນກະທົບຕໍ່ເຮົາ

ຄຳພີໄບເບິນກ່າວເຖິງເຫຼົ່າທູດສະຫວັນແລະພວກຜີປີສາດ ກາຍວິນຍານເຫຼົ່ານີ້ມີຢູ່ແທ້ບໍ? ກາຍວິນຍານເຫຼົ່ານັ້ນສົ່ງຜົນກະທົບຕໍ່ຊີວິດຂອງທ່ານບໍ?

ບົດທີ 11

ເປັນຫຍັງພະເຈົ້າຍອມໃຫ້ມີຄວາມທຸກທໍລະມານ?

ຫຼາຍຄົນກ່າວໂທດພະເຈົ້າວ່າເປັນຕົ້ນເຫດຂອງຄວາມທຸກທໍລະມານໃນໂລກນີ້ ທ່ານຄິດຈັ່ງໃດ? ທ່ານສາມາດຮຽນຮູ້ສິ່ງທີ່ພະເຈົ້າບອກກ່ຽວກັບສາເຫດຂອງຄວາມທຸກທໍລະມານ

ບົດທີ 12

ການດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຈົ້າພໍໃຈ

ຈະເປັນໄປໄດ້ບໍທີ່ຈະດຳເນີນຊີວິດໃນແນວທາງທີ່ເຮັດໃຫ້ພະເຢໂຫວາພໍໃຈ. ແທ້ຈິງ ທ່ານສາມາດເປັນເພື່ອນກັບພະເຈົ້າໄດ້

ບົດທີ 13

ທັດສະນະແບບພະເຈົ້າໃນເລື່ອງຊີວິດ

ພະເຈົ້າມີທັດສະນະແນວໃດຕໍ່ການເອົາລູກອອກ ການໃສ່ເລືອດ ແລະຊີວິດຂອງສັດ?

ບົດທີ 14

ວິທີເຮັດໃຫ້ຊີວິດຄອບຄົວຂອງເຈົ້າມີຄວາມສຸກ

ພະເຍຊູວາງແບບຢ່າງໄວ້ສຳລັບຜູ້ເປັນຜົວ ເມຍ ພໍ່ແມ່ ແລະລູກໆໃຫ້ຮຽນແບບຄວາມຮັກຂອງພະອົງ

ບົດທີ 15

ການນະມັດສະການທີ່ພະເຈົ້າຍອມຮັບ

ຂໍໃຫ້ພິຈາລະນາລັກສະນະເດັ່ນຫົກຢ່າງທີ່ຊີ້ເຖິງຜູ້ທີ່ນັບຖືສາສະຫນາແທ້

ບົດທີ 16

ຈົ່ງຢືນຢັດຢູ່ກັບການນະມັດສະການແທ້

ມີຂໍ້ຫຍຸ້ງຍາກຫຍັງແດ່ເມື່ອທ່ານຈະເວົ້າເຖິງຄວາມເຊື່ອຂອງທ່ານໃຫ້ຄົນອື່ນຮູ້? ທ່ານຈະອະທິບາຍແນວໃດເພື່ອຈະບໍ່ຕຳໃຈຂອງເຂົາເຈົ້າ?

ບົດທີ 17

ຫຍັບເຂົ້າໃກ້ພະເຈົ້າໂດຍການອະທິດຖານ

ພະເຈົ້າຟັງເມື່ອເຮົາອະທິດຖານເຖິງພະອົງບໍ? ເພື່ອຈະຕອບຄຳຖາມໄດ້ ເຮົາຕ້ອງເຂົ້າໃຈສິ່ງທີ່ຄຳພີໄບເບິນສອນກ່ຽວກັບການອະທິດຖານ

ບົດທີ 18

ການຮັບບັບເຕມາແລະສາຍສຳພັນຂອງເຈົ້າກັບພະເຈົ້າ

ມີຂັ້ນຕອນອັນໃດທີ່ຄລິດສະຕຽນຈຳເປັນຕ້ອງມີເພື່ອຈະມີຄຸນສົມບັດໃນການຮັບບັບເຕມາ? ທ່ານສາມາດຮຽນຮູ້ວ່າການຮັບບັບເຕມາບົ່ງຊີ້ເຖິງຫຍັງແລະການຮັບບັບເຕມາຄວນເຮັດແນວໃດ

ບົດທີ 19

ຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າຕໍ່ໆໄປ

ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮັກແລະຮູ້ບຸນຄົນສຳລັບທຸກສິ່ງທີ່ພະເຈົ້າໄດ້ເຮັດເພື່ອເຮົາ?

ພາກຜະໜວກ

ຊື່ຂອງພະເຈົ້າ—ການໃຊ້ແລະຄວາມຫມາຍຂອງຊື່

ເປັນຫຍັງຊື່ສະເພາະຂອງພະເຈົ້າຖືກລຶບອອກຈາກການແປຄຳພີໄບເບິນ? ການໃຊ້ຊື່ຂອງພະເຈົ້າສຳຄັນບໍ

ພາກຜະໜວກ

ວິທີທີ່ຄຳພະຍາກອນຂອງດານຽນບອກລ່ວງຫນ້າເລື່ອງການປາກົດຕົວຂອງເມຊີ

ພະເຈົ້າເປີດເຜີຍລ່ວງໜ້າຫຼາຍກວ່າ 500 ປີກ່ຽວກັບເວລາກຳນົດທີ່ພະເມຊີຈະປາກົດຕົວ. ທ່ານສາມາດຮຽນຮູ້ກ່ຽວກັບຄຳພະຍາກອນທີ່ເປັນຕາສົນໃຈນີ້

ພາກຜະໜວກ

ພະເຍຊູຄລິດ—ຜູ້ເປັນເມຊີຕາມທີ່ໄດ້ສັນຍາໄວ້

ພະເຍຊູເຮັດໃຫ້ທຸກໆຄຳພະຍາກອນໃນຄຳພີໄບເບິນກ່ຽວກັບເມຊີສຳເລັດເປັນຈິງ. ທ່ານສາມາດກວດເບິ່ງຄຳພະຍາກອນເຫຼົ່ານີ້ທີ່ ສຳເລັດເປັນຈິງໃນທຸກໆລາຍລະອຽດໂດຍໃຊ້ຄຳພີໄບເບິນຂອງທ່ານເອງ

ພາກຜະໜວກ

ຄວາມຈິງກ່ຽວກັບພະບິດາ ພະບຸດ ແລະພະວິນຍານບໍລິສຸດ

ຫຼາຍຄົນເຊື່ອວ່າຄຳສອນເລື່ອງຕີເອການຸພາບແມ່ນມາຈາກຄຳພີໄບເບິນ ເປັນແນວນັ້ນແທ້ໆບໍ?

ພາກຜະໜວກ

ເຫດຜົນທີ່ຄລິດສະຕຽນແທ້ບໍ່ໃຊ້ໄມ້ກາງເຂນໃນການນະມັດສະການ

ພະເຍຊູຕາຍຢູ່ເທິງໄມ້ກາງເຂນແທ້ໆບໍ ທ່ານສາມາດອ່ານຄຳຕອບຈາກຄຳພີໄບເບິນຂອງທ່ານເອງ.

ພາກຜະໜວກ

ອາຫານແລງຂອງພະອົງເຈົ້າ—ການສະຫລອງທີ່ຖວາຍກຽດແກ່ພະເຢໂຫວາ

ຄລິດສະຕຽນໄດ້ຮັບຄຳສັ່ງໃຫ້ຈັດການປະຊຸມອະນຸສອນເພື່ອລະນຶກເຖິງການສິ້ນຊີວິດຂອງພະຄລິດ ມີການຈັດການປະຊຸມອະນຸສອນເມື່ອໃດແລະໂດຍວິທີໃດ?

ພາກຜະໜວກ

ມະນຸດມີສິ່ງທີ່ເບິ່ງບໍ່ເຫັນແລະສິ່ງນັ້ນເປັນອະມະຕະຢູ່ໃນໂຕມະນຸດແທ້ໆບໍ?

ຫຼາຍຄົນຄິດວ່າເມື່ອຄົນເຮົາຕາຍແລ້ວຈະມີບາງຢ່າງໃນໂຕເຮົາຍັງຄົງຢູ່ຕໍ່ໄປໃນຮູບການໃດໜຶ່ງ. ຄຳພີໄບເບິນບອກເຮົາແນວໃດກ່ຽວກັບເລື່ອງນີ້?

ພາກຜະໜວກ

ເຊໂອນແລະຮາເດສແມ່ນຫຍັງ?

ຄຳພີໄບເບິນບາງສະບັບ ແປຄຳເຊໂອນແລະຮາເດສທັງສອງຄຳນີ້ວ່າ “ຂຸມຝັງສົບ” ຫຼື “ນາລົກ” ແຕ່ທັງສອງຄຳນີ້ມີຄວາມໝາຍແນວໃດແທ້ໆ?

ພາກຜະໜວກ

ວັນພິພາກສາ—ວັນນັ້ນແມ່ນຫຍັງ?

ໃຫ້ເຮົາເບິ່ງວິທີທີ່ວັນພິພາກສາຈະນຳພອນຕ່າງໆສູ່ມະນຸດທີ່ສັດຊື່

ພາກຜະໜວກ

ປີ 1914—ປີທີ່ສຳຄັນໃນຄຳພະຍາກອນຂອງຄຳພີໄບເບິນ

ມີຫຼັກຖານອັນໃດທີຊີ້ໃຫ້ເຫັນວ່າປີ 1914 ເປັນປີທີ່ສຳຄັນ?

ພາກຜະໜວກ

ມີກາເອນອັກຄະທູດສະຫວັນແມ່ນໃຜ?

ຄຳພີໄບເບິນບອກເຖິງລັກສະນະສະເພາະຂອງພະລັງຂອງອັກຄະທູດສະຫວັນ ໃຫ້ເຮົາຮຽນຮູ້ຫຼາຍຂຶ້ນກ່ຽວກັບທ່ານແລະສິ່ງທີ່ທ່ານເຮັດຢູ່ໃນຕອນນີ້

ພາກຜະໜວກ

ການລະບຸໂຕ “ບາບີໂລນໃຫຍ່”

ພະທຳຄຳປາກົດບອກວ່າຜູ້ຍິງຄົນໜຶ່ງທີ່ມີຊື່ວ່າ “ບາບີໂລນໃຫຍ່” ລາວເປັນຜູ້ຍິງທີ່ມີຄວາມໝາຍຕາມໂຕບໍ? ຄຳພີໄບເບິນເວົ້າແນວໃດກ່ຽວກັບຜູ້ຍິງຄົນນີ້?

ພາກຜະໜວກ

ພະເຍຊູເກີດໃນເດືອນທັນວາບໍ?

ຂໍໃຫ້ພິຈາລະນາເບິ່ງສະພາບອາກາດທົ່ວໄປໃນໄລຍະເວລາທີ່ພະເຍຊູເກີດ. ເລື່ອງນີ້ບອກຫຍັງກັບເຮົາ?

ພາກຜະໜວກ

ເຮົາຄວນສະຫລອງບຸນຕ່າງໆບໍ?

ຕົ້ນກຳເນີດຂອງການສະຫລອງມື້ບຸນຕ່າງໆເຊິ່ງເປັນທີ່ນິຍາມໃນທ້ອງຖິ່ນຂອງທ່ານແມ່ນມາຈາກໃສ? ຄຳຕອບອາດເຮັດໃຫ້ທ່ານແປກໃຈ