ວິດີໂອ​ບົດນຳ​ຂອງ​ປຶ້ມ​ໃນ​ຄຳພີ​ໄບເບິນ

ຄວາມ​ຈິງ​ພື້ນຖານ​ກ່ຽວ​ກັບ​ປຶ້ມ​ໃນ​ຄຳພີ​ໄບເບິນ.

ບົດ​ນຳ​ຂອງ​ຄຳພີ​ໄບເບິນ

ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ທຸກໆ​ປຶ້ມ​ມີ​ສ່ວນ​ສຳ​ຄັນ​ກັບ​ເນື້ອ​ໃນ​ຫຼັກ​ຂອງ​ຄຳພີ​ໄບເບິນ​ແນວ​ໃດ ແລະ​ການ​ປົກຄອງ​ຂອງ​ພະເຈົ້າ​ທີ່​ມີ​ພະເຢຊູ​ເປັນ​ກະສັດ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ຍົກຍ້ອງ​ແນວ​ໃດ.

ບົດ​ນຳ​ຂອງ​ປຶ້ມ​ຕົ້ນເດີມ

ຕົ້ນເດີມ​ໃຫ້​ຂໍ້​ມູນ​ທີ່​ສຳຄັນ​ກັບ​ເຮົາ​ກ່ຽວ​ກັບ​ຈຸດ​ເລີ່ມ​ຕົ້ນ​ຂອງ​ມະນຸດ​ໄປ​ຈົນ​ເຖິງ​ຈຸດ​ເລີ່ມ​ຕົ້ນ​ຄວາມ​ທຸກ​ຍາກ​ລຳບາກ​ແລະ​ຄວາມ​ຕາຍ​ຂອງ​ມະນຸດ.

ບົດ​ນຳ​ຂອງ​ປຶ້ມ​ອົບພະຍົບ

ເບິ່ງ​ວ່າ​ພະເຈົ້າ​ໄດ້​ຊ່ວຍ​ຊາວ​ອິດສະຣາເອນ​ຈາກ​ການ​ເປັນ​ທາດ​ຢູ່​ເອຢິບ​ແລະ​ໄດ້​ຈັດ​ຕັ້ງ​ເຂົາ​ເຈົ້າ​ໃຫ້​ເປັນ​ຊາດ​ທີ່​ອຸທິດ​ຕົວ​ໃຫ້​ເພິ່ນ​ແນວ​ໃດ.

ບົດ​ນຳ​ຂອງ​ປຶ້ມ​ພວກເລວີ

ເບິ່ງ​ວ່າ​ປຶ້ມ​ພວກເລວີ​ອະທິບາຍ​ແນວ​ໃດ​ເລື່ອງ​ຄວາມ​ບໍລິສຸດ​ຂອງ​ພະເຈົ້າ​ແລະ​ເປັນ​ຫຍັງ​ການ​ທີ່​ເຮົາ​ເປັນ​ຄົນ​ບໍລິສຸດ​ຈຶ່ງ​ສຳຄັນ​ຫຼາຍ.

ບົດ​ນຳ​ຂອງ​ປຶ້ມ​ຈົດເຊັນບັນຊີ

ມາ​ເບິ່ງ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ສ່ຳ​ໃດ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເຄົາລົບ​ນັບຖື​ຄົນ​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ​ໃຫ້​ນຳ​ໜ້າ​ຄົນ​ຂອງ​ເພິ່ນ.

ບົດ​ນຳ​ຂອງ​ປຶ້ມ​ພະບັນຍັດ

ເບິ່ງ​ວ່າ​ກົດໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ຄົນ​ອິດສະຣາເອນ​ສະທ້ອນ​ເຖິງ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ທີ່​ເພິ່ນ​ມີ​ຕໍ່​ຄົນ​ຂອງ​ເພິ່ນ​ແນວ​ໃດ.

ບົດ​ນຳ​ຂອງ​ປຶ້ມ​ໂຢຊວຍ

ມາ​ເບິ່ງ​ວ່າ​ຄົນ​ອິດ​ສະຣາເອນ​ເອົາ​ຊະນະ​ເມືອງ​ຕ່າງໆ​ແລະ​ແບ່ງ​ທີ່​ດິນ​ໃນ​ແຜ່ນ​ດິນ​ທີ່ພະເຈົ້າ​ສັນຍາ​ແນວ​ໃດ.

ບົດ​ນຳ​ຂອງ​ປຶ້ມ​ຜູ້ຕັດສິນ

ປຶ້ມ​ນີ້​ເຕັມ​ໄປ​ດ້ວຍ​ເລື່ອງ​ລາວ​ທີ່​ໜ້າ​ຕື່ນ​ເຕັ້ນ ຊື່​ຂອງ​ປຶ້ມ​ນີ້​ຖືກ​ຕັ້ງ​ຕາມ​ຄຳ​ທີ່​ຄຳ​ພີ​ໄບເບິນ​ເອີ້ນ​ພວກ​ຜູ້​ຊາຍ​ທີ່​ກ້າ​ຫານ​ແລະ​ມີ​ຄວາມ​ເຊື່ອ ເຊິ່ງ​ພະເຈົ້າ​ໃຊ້​ໃຫ້​ຊ່ວຍ​ຄົນ​ອິດສະຣາເອນ​ຈາກ​ພວກ​ສັດຕູ.

ບົດ​ນຳ​ຂອງ​ປຶ້ມ​ລຶດ

ປຶ້ມ​ລຶດ​ເວົ້າ​ເຖິງ​ຄວາມ​ຮັກ​ທີ່​ເສຍ​ສະລະ​ຂອງ​ແມ່​ໝ້າຍ​ສາວ​ຄົນ​ໜຶ່ງ​ທີ່​ມີ​ຕໍ່​ແມ່​ຍ່າ​ຂອງ​ລາວ​ທີ່​ເປັນ​ແມ່​ໝ້າຍ​ຄື​ກັນ​ແລະ​ວິທີ​ທີ່​ພະ​ເຢໂຫວາ​ໃຫ້​ລາງວັນ​ເຂົາເຈົ້າ.

ບົດ​ນຳ​ຂອງ​ປຶ້ມ 1 ຊາເມືອນ

ມາ​ເບິ່ງ​ວ່າ​ປະຫວັດສາດ​ຊາດ​ອິດສະຣາເອນ​ປ່ຽນ​ໄປ​ແນວໃດ ຈາກ​ທີ່​ມີ​ຜູ້​ຕັດສິນ​ຄອຍ​ຊ່ວຍເຫຼືອ​ກາຍ​ເປັນ​ມີ​ກະສັດ​ປົກຄອງ.

ບົດ​ນຳ​ຂອງ​ປຶ້ມ 2 ຊາມູເອນ

ມາ​ເບິ່ງ​ວ່າ​ຄວາມ​ຖ່ອມ​ແລະ​ຄວາມເຊື່ອ​ຂອງ​ດາວິດ​ເຮັດ​ໃຫ້​ລາວ​ເປັນ​ໜຶ່ງ​ໃນ​ບຸກຄົນ​ໃນ​ຄຳພີໄບເບິນ​ທີ່​ມີ​ຫຼາຍ​ຄົນ​ຮັກ​ແລະ​ເປັນ​ທີ່​ຮູ້ຈັກ​ຫຼາຍ​ທີ່ສຸດ​ແນວໃດ.

ບົດ​ນຳ​ຂອງ​ປຶ້ມ 1 ກະສັດ

ເຊີນ​ຕິດ​ຕາມ​ເລື່ອງ​ຂອງ​ຊາດ​ອິດສະຣາເອນ​ຕັ້ງແຕ່​ຍຸກ​ທີ່​ຈະເລີນ​ຮຸ່ງ​ເຮືອງ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ກະສັດ​ໂຊໂລໂມນ​ຈົນ​ເຖິງ​ຍຸກ​ທີ່​ວຸ່ນວາຍ​ຂອງ​ສອງ​ອານາຈັກ ເຊິ່ງ​ກໍ​ຄື​ອານາຈັກ​ອິດສະຣາເອນ​ແລະ​ຢູດາ.

ບົດ​ນຳ​ຂອງ​ປຶ້ມ 2 ກະສັດ

ມາ​ເບິ່ງ​ວ່າ​ການ​ປະຖິ້ມ​ຄວາມເຊື່ອ​ທຳລາຍ​ອານາຈັກ​ທາງ​ເໜືອ​ຂອງ​ອິດສະຣາເອນ​ແນວໃດ ໃນ​ຂະນະ​ທີ່​ພະເຢໂຫວາ​ຍັງ​ອວຍພອນ​ຄົນ​ຈຳນວນ​ໜຶ່ງ​ທີ່​ນະມັດສະການ​ເພິ່ນ​ຢ່າງ​ສັດຊື່​ພັກດີ.

ບົດ​ນຳ​ຂອງ​ປຶ້ມ 1 ຂ່າວຄາວ

ເຊີນ​ຕິດຕາມ​ເຊື້ອສາຍ​ແລະ​ຊີວິດ​ທີ່​ໜ້າ​ຕື່ນເຕັ້ນ​ຂອງ​ກະສັດ​ດາວິດ​ທີ່​ຢ້ານຢຳ​ພະເຈົ້າ​ຕັ້ງແຕ່​ຕອນ​ທີ່​ຂຶ້ນ​ເປັນ​ກະສັດ​ຂອງ​ອິດສະຣາເອນ​ຈົນ​ເຖິງ​ຕອນ​ທີ່​ລາວ​ຕາຍ.

ບົດ​ນຳ​ຂອງ​ປຶ້ມ 2 ຂ່າວຄາວ

ຈາກ​ເລື່ອງ​ລາວ​ຂອງ​ກະສັດ​ຢູດາ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ເຮົາ​ຈະ​ປະສົບ​ຄວາມ​ສຳເລັດ​ໄດ້​ຖ້າ​ເຮົາ​ສັດຊື່​ຕໍ່​ພະເຢໂຫວາ.

ບົດ​ນຳ​ຂອງ​ພະທຳ​ເອເຊດຣາເຊ

ພະ​ເຢໂຫວາ​ຮັກສາ​ຄຳ​ສັນຍາ​ຂອງ​ພະອົງ​ທີ່​ວ່າ​ຈະ​ປົດ​ປ່ອຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ພົ້ນ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ເມືອງ​ບາບີໂລນ ແລະ​ຈະ​ຟື້ນຟູ​ການ​ນະມັດສະການ​ແທ້​ໃນ​ເມືອງ​ເຢຣຶຊາເລມ.

ບົດ​ນຳ​ຂອງ​ພະທຳ​ເນເຫມີ

ພະທຳ​ເນເຫມີ​ໃຫ້​ບົດຮຽນ​ທີ່​ມີ​ຄ່າ​ກັບ​ຜູ້​ນະມັດສະການ​ແທ້​ທຸກ​ຄົນ​ໃນ​ທຸກ​ມື້​ນີ້.

ບົດ​ນຳ​ຂອງ​ພະທຳ​ເອເຊເທຣ

ເຫດການ​ທີ່​ໜ້າ​ງຶດງໍ້​ໃນ​ສະໄໝ​ຂອງ​ເອເຊເທຣ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ຄວາມ​ສາມາດ​ຂອງ​ພະ​ເຢໂຫວາ​ວ່າ​ຈະ​ສາມາດ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ລອດ​ຈາກ​ການ​ທົດລອງ​ໃນ​ສະໄໝ​ນີ້​ໄດ້​ແນ່ນອນ.

ບົດ​ນຳ​ຂອງ​ພະທຳ​ໂຢບ

ທຸກ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຈະ​ຖືກ​ທົດລອງ ເລື່ອງ​ຂອງ​ໂຢບ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ເຮົາ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ໄດ້​ແລະ​ສະໜັບສະໜູນ​ການ​ປົກຄອງ​ສູງ​ສຸດ​ຂອງ​ພະ​ເຢໂຫວາ.

ບົດ​ນຳ​ຂອງ​ພະທຳ​ຄຳເພງ

ພະທຳ​ຄຳເພງ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ຮັກ​ພະອົງ ແລະ​ສະແດງ​ໃຫ້​ເຫັນ​ວິທີ​ທີ່​ລາຊະອານາຈັກ​ຂອງ​ພະອົງ​ຈະ​ປ່ຽນ​ໂລກ​ນີ້.

ບົດນຳຂອງພະທຳສຸພາສິດ

ຄຳ​ແນະນຳ​ທີ່​ມາ​ຈາກ​ພະເຈົ້າ​ຊ່ວຍ​ເຮົາ​ໃນ​ເກືອບ​ທຸກ​ແງ່​ມຸມ​ຂອງ​ຊີວິດ ຕັ້ງ​ແຕ່​ເລື່ອງ​ເຮັດ​ທຸລະກິດ​ຈົນ​ເຖິງ​ເລື່ອງ​ຄອບຄົວ.

ບົດ​ນຳ​ຂອງ​ພະທຳ​ຜູ້​ເທສະໜາ​ປ່າວ​ປະກາດ

ກະສັດ​ຊາໂລໂມນ​ເນັ້ນ​ເຖິງ​ສິ່ງ​ຕ່າງໆທີ່​ມີ​ຄ່າ​ຢ່າງ​ແທ້​ຈິງ​ໃນ​ຊີວິດ​ແລະ​ປຽບ​ທຽບ​ສິ່ງ​ເຫຼົ່າ​ນັ້ນ​ກັບ​ສິ່ງ​ທີ່​ຂັດ​ກັບ​ສະຕິ​ປັນຍາ​ຂອງ​ພະເຈົ້າ.

ບົດ​ນຳ​ຂອງ​ພະທຳ​ບົດລຳເພງ

ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ສາວ​ຊຶລາມີດ​ທີ່​ມີ​ຕໍ່​ຊາຍ​ລ້ຽງ​ແກະ​ເປັນ​ຄື​ກັບ “ແປວ​ໄຟ​ຂອງ​ພະ​ເຢໂຫວາ.” ຍ້ອນ​ຫຍັງ?

ບົດ​ນຳ​ຂອງ​ພະທຳ​ເອຊາອີ

ພະທຳ​ເອຊາອີ​ເປັນ​ປຶ້ມ​ຄຳ​ພະຍາກອນ​ທີ່​ສຳເລັດ​ເປັນ​ຈິງ​ແທ້ໆເຊິ່ງ​ເສີມ​ຄວາມ​ໝັ້ນ​ໃຈ​ຂອງ​ເຈົ້າ​ໃນ​ພະ​ເຢໂຫວາ ເຊັ່ນ: ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ ແລະ​ການ​ທີ່​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ.

ບົດ​ນຳ​ຂອງ​ພະທຳ​ເຢເຣມີ

ເຢເຣມີ​ຍຶດ​ໝັ້ນ​ກັບ​ວຽກ​ມອບ​ໝາຍ​ຢ່າງ​ສັດ​ຊື່​ໃນ​ຖານະ​ເປັນ​ຜູ້​ພະຍາກອນ​ເຖິງ​ວ່າ​ຈະ​ເຈິ​ກັບ​ຄວາມ​ລຳບາກ. ລອງ​ຄິດ​ເບິ່ງ​ວ່າ​ຕົວຢ່າງ​ຂອງ​ລາວ​ສົ່ງ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄລິດສະຕຽນ​ໃນ​ທຸກ​ມື້.

ບົດ​ນຳ​ຂອງ​ພະທຳ​ບົດຄວາມເພງຮ່ຳໄຮ

ຂຽນ​ໂດຍ​ຜູ້​ພະຍາກອນ​ເຢເຣມີ ພະທຳ​ບົດຄວາມເພງຮ່ຳໄຮ​ສະແດງ​ເຖິງ​ຄວາມ​ເສຍໃຈ​ຕໍ່​ການ​ທຳລາຍ​ເມືອງ​ເຢຣຶຊາເລມ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ການ​ກັບ​ໃຈ​ນຳ​ໄປ​ສູ່​ຄວາມ​ເມດຕາ​ຂອງ​ພະເຈົ້າ.

ບົດນຳ​ຂອງ​ພະທຳ​ເອເຊກຽນ

ເອເຊກຽນ​ຖ່ອມ​ຕົວ​ແລະ​ກ້າຫານ​ລາວ​ຍອມ​ຮັບ​ວຽກ​ມອບ​ໝາຍ​ຈາກ​ພະເຈົ້າ​ບໍ່​ວ່າ​ຈະ​ຍາກ​ສ່ຳ​ໃດ. ຕົວຢ່າງ​ຂອງ​ລາວ​ມີ​ຄ່າ​ຫຼາຍ​ສຳລັບ​ເຮົາ​ໃນ​ທຸກ​ມື້​ນີ້.

ບົດ​ນຳ​ຂອງ​ພະທຳ​ດານຽນ

ດານຽນ​ແລະ​ໝູ່​ຂອງ​ລາວ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄດ້​ໃນ​ທຸກ​ສະຖານະການ. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ແລະ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ຈະ​ເປັນ​ປະໂຫຍດ​ກັບ​ເຮົາ​ໃນ​ທຸກ​ມື້​ນີ້ ເຊິ່ງ​ກໍ​ຄື​ສະໄໝ​ສຸດ​ທ້າຍ.

ບົດ​ນຳ​ຂອງ​ພະທຳ​ໂອເຊ

ຄຳ​ພະຍາກອນ​ຂອງ​ໂອເຊ​ມີ​ບົດຮຽນ​ທີ່​ສຳຄັນ​ສຳລັບ​ເຮົາ​ໃນ​ທຸກ​ມື້​ນີ້​ກ່ຽວ​ກັບ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ຕໍ່​ຜູ້​ທີ່​ເຮັດ​ຜິດ​ທີ່​ກັບ​ໃຈ​ແລະ​ຮູບ​ແບບ​ການ​ນະມັດສະການ​ທີ່​ພະເຈົ້າ​ຍອມ​ຮັບ.

ບົດ​ນຳ​ຂອງ​ພະທຳ​ໂຢເອນ

ໂຢເອນ​ພະຍາກອນ​ເຖິງ “ວັນ​ຂອງ​ພະ​ເຢໂຫວາ” ທີ່​ໃກ້​ເຂົ້າ​ມາ ແລະ​ຊີ້​ໃຫ້​ເຫັນ​ເຄັດ​ລັບ​ຂອງ​ຄວາມ​ລອດ. ຄຳ​ພະຍາກອນ​ຂອງ​ໂຢເອນ​ກຳລັງ​ເກີດ​ຂຶ້ນ​ແບບ​ຮີບ​ດ່ວນ​ໃນ​ທຸກ​ມື້​ນີ້.

ບົດ​ນຳ​ຂອງ​ພະທຳ​ອາໂມດ

ພະ​ເຢໂຫວາ​ໃຊ້​ຄົນ​ທີ່​ຖ່ອມ​ໃຈ​ເພື່ອ​ເຮັດ​ວຽກ​ທີ່​ສຳຄັນ. ບົດຮຽນ​ທີ່​ມີ​ຄ່າ​ຫຍັງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຕົວຢ່າງ​ຂອງ​ອາໂມດ?

ບົດ​ນຳ​ຂອງ​ພະທຳ​ອາບເດຍເຊ

ເປັນ​ພະທຳ​ທີ່​ສັ້ນ​ທີ່​ສຸດ​ໃນ​ຄຳພີ​ໄບເບິນ​ພາກ​ພາສາ​ເຫບເລີ. ເປັນ​ຄຳ​ພະຍາກອນ​ທີ່​ໃຫ້​ຄວາມ​ຫວັງ​ແລະ​ຄຳ​ສັນຍາ​ເລື່ອງ​ລາຊະອານາຈັກ​ຂອງ​ພະ​ເຢໂຫວາ.

ບົດ​ນຳ​ຂອງ​ພະທຳ​ໂຢນາ

ຜູ້​ພະຍາກອນ​ຍອມ​ຮັບ​ການ​ແກ້ໄຂ​ໃນ​ການ​ເຮັດ​ໜ້າ​ທີ່​ແລະ​ໄດ້​ຮັບ​ບົດຮຽນ​ສຳຄັນ​ກ່ຽວ​ກັບ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ຂອງ​ພະເຈົ້າ. ປະສົບການ​ຂອງ​ລາວ​ຈະ​ເປີດ​ເຜີຍ​ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ເຈົ້າ.

ບົດ​ນຳ​ຂອງ​ພະທຳ​ມີເກ

ຄຳ​ພະຍາກອນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ​ນີ້​ເສີມ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ​ວ່າ​ພະ​ເຢໂຫວາ​ຮຽກ​ຮ້ອງ​ຈາກ​ເຮົາ​ໃນ​ສິ່ງ​ທີ່​ເໝາະ​ສົມ​ແລະ​ເປັນ​ປະໂຫຍດ​ເທົ່າ​ນັ້ນ.

ບົດ​ນຳ​ຂອງ​ພະທຳ​ນາຫູມ

ຄຳ​ພະຍາກອນ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ເວົ້າ​ຂອງ​ພະອົງ​ສຳເລັດ​ເປັນ​ຈິງ​ສະເໝີ​ແລະ​ພະອົງ​ຈະ​ປອບ​ໂຍນ​ທຸກ​ຄົນ​ທີ່​ສະແຫວງ​ຫາ​ສັນຕິສຸກ​ແລະ​ຄວາມ​ລອດ​ຈາກ​ລາຊະອານາຈັກ​ຂອງ​ພະອົງ.

ບົດ​ນຳ​ຂອງ​ພະທຳ​ຫາບາກຸກ

ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຮູ້​ດີ​ກ່ຽວ​ກັບ​ເວລາ​ແລະ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຊ່ວຍ​ຜູ້​ຮັບໃຊ້​ພະອົງ​ໃຫ້​ລອດ.

ບົດ​ນຳ​ຂອງ​ພະທຳ​ໂຊໂຟນີ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ລະວັງ​ທີ່​ຈະ​ບໍ່​ຄິດ​ວ່າ​ວັນ​ພິພາກສາ​ຂອງ​ພະ​ເຢໂຫວາ​ຈະ​ຍັງ​ບໍ່​ມາ​ເທື່ອ?

ບົດ​ນຳ​ຂອງ​ພະທຳ​ອາກເກ

ເນັ້ນເຖິງການ​ໃຫ້​ຄວາມ​ສຳຄັນ​ໃນ​ການ​ນະມັດສະການ​ພະເຈົ້າ​ເໜືອ​ສິ່ງ​ທີ່​ຕົວ​ເອງ​ມັກ.

ບົດ​ນຳ​ຂອງ​ພະທຳ​ຊາກາລີ

ນິມິດ​ທີ່​ຫຼາກ​ຫຼາຍ​ແລະ​ຄຳ​ພະຍາກອນ​ທີ່​ເສີມ​ຄວາມ​ເຊື່ອ​ຂອງ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ອະດີດ. ຄຳ​ພະຍາກອນ​ນີ້​ຍັງ​ພິສູດ​ກັບ​ເຮົາ​ໃນ​ເລື່ອງ​ການ​ສະໜັບສະໜູນ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ນຳ​ອີກ.

ບົດ​ນຳ​ຂອງ​ພະທຳ​ມາລາກີ

ນີ້​ແມ່ນ​ຄຳ​ພະຍາກອນ​ກ່ຽວ​ກັບ​ຫຼັກ​ການ ຄວາມ​ເມດຕາ ແລະ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ທີ່​ບໍ່​ມີ​ວັນ​ປ່ຽນ​ແປງ. ຄຳ​ພະຍາກອນ​ຍັງ​ເປັນ​ບົດຮຽນ​ທີ່​ເຮົາ​ຈະ​ເອົາ​ມາ​ນຳ​ໃຊ້​ໃນ​ສະຖານະການ​ຂອງ​ເຮົາ​ທຸກ​ມື້​ນີ້​ນຳ.

ບົດ​ນຳ​ຂອງ​ພະທຳ​ມັດທາຍ

ເພີດ​ເພີນ​ກັບ​ການຮຽນ​ຮູ້​ຄວາມ​ຈິງ​ພື້ນຖານ​ກ່ຽວ​ກັບ​ພະທຳ​ທຳອິດ​ຂອງ​ກິດຕິຄຸນ​ທັງ​ສີ່.

ບົດ​ນຳ​ຂອງ​ພະທຳ​ມາລະໂກ

ເປັນ​ພະທຳ​ກິດຕິຄຸນ​ທີ່​ສັ້ນ​ທີ່​ສຸດ ໃນ​ພະທຳ​ມາລະໂກ​ໃຫ້​ລາຍ​ລະອຽດ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ປົກຄອງ​ໃນ​ອະນາຄົດ​ຂອງ​ພະ​ເຍຊູ​ຖານະ​ເປັນ​ກະສັດ​ຂອງ​ລາຊະອານາຈັກ​ພະເຈົ້າ.

ບົດ​ນຳ​ຂອງ​ພະທຳ​ລືກາ

ກິດຕິຄຸນ​ຂອງ​ລືກາ​ມີ​ຂໍ້​ມູນ​ທີ່​ໂດດ​ເດັ່ນ​ຫຍັງ​ແດ່?

ບົດ​ນຳ​ຂອງ​ພະທຳ​ໂຢຮັນ

ບັນທຶກ​ຂອງ​ໂຢຮັນ​ເນັ້ນ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຍຊູ​ທີ່​ມີ​ຕໍ່​ມະນຸດ ຕົວຢ່າງ​ຄວາມ​ຖ່ອມ​ໃຈ ແລະ​ບຸກຄະລິກ​ຂອງ​ເພິ່ນ​ໃນ​ຖານະ​ເປັນ​ເມຊີ.

ບົດ​ນຳ​ຂອງ​ພະທຳ​ກິດຈະການ

ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ເຮັດ​ໃຫ້​ຄົນ​ຈາກ​ທຸກ​ຊາດ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ. ພະທຳ​ກິດຈະການ​ຈະ​ຊ່ວຍ​ເຈົ້າ​ໃຫ້​ກະຕືລືລົ້ນ​ຫຼາຍ​ຂຶ້ນ​ແລະ​ຫ້າວຫັນ​ໃນ​ວຽກ​ຮັບໃຊ້​ໄດ້.

ບົດ​ນຳ​ຂອງ​ພະທຳ​ໂລມ

ການ​ດົນ​ໃຈ​ແລະ​ການ​ຊີ້​ນຳ​ເລື່ອງ​ຄວາມ​ບໍ່​ລຳອຽງ​ຂອງ​ພະ​ເຢໂຫວາ ແລະ​ຄວາມ​ສຳຄັນ​ທີ່​ຈະ​ເຊື່ອ​ໃນ​ພະ​ເຍຊູ​ຄລິດ.

ບົດ​ນຳ​ຂອງ​ພະທຳ 1 ໂກລິນໂທ

ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ແມ່ນ​ໄດ້​ຮັບ​ການ​ດົນ​ໃຈ​ເຊິ່ງ​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ຄວາມ​ສະອາດ​ດ້ານ​ສິນລະທຳ ຄວາມ​ຮັກ ແລະ​ເຊື່ອ​ໃນ​ການ​ຟື້ນ​ຄືນ​ຈາກ​ຕາຍ.

ບົດ​ນຳ​ຂອງ​ພະທຳ 2 ໂກລິນໂທ

ພະ​ເຢໂຫວາ​ເປັນ “ພະເຈົ້າ​ທີ່​ຄ່ອຍ​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ” ພະອົງ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ຜູ້​ຮັບໃຊ້​ຂອງ​ພະອົງ.

ບົດ​ນຳ​ຂອງ​ພະທຳ​ຄາລາຊີ

ໃນ​ຈົດ​ໝາຍ​ຂອງ​ໂປໂລ​ທີ່​ຂຽນ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ຄາລາຊີ​ກໍ​ໃຊ້​ໄດ້​ກັບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ຄື​ກັບ​ຕອນ​ທີ່​ຂຽນ​ຄັ້ງ​ທຳອິດ. ແລະ​ຍັງ​ຊ່ວຍ​ໃຫ້​ຄລິດສະຕຽນ​ແທ້​ທຸກ​ຄົນ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຕໍ່ໆໄປ.

ບົດ​ນຳ​ຂອງ​ພະທຳ​ເອເຟດ

ຈົດ​ໝາຍ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເນັ້ນ​ເຖິງ​ວ່າ​ຕ້ອງການ​ຂອງ​ພະເຈົ້າ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ມີ​ສັນຕິສຸກ​ແລະ​ຄວາມ​ເປັນ​ໜຶ່ງ​ດຽວ​ກັບ​ພະ​ຄລິດ.

ບົດ​ນຳ​ຂອງ​ພະທຳ​ຟີລິບ

ເມື່ອ​ເຮົາ​ຢືນຢັດ​ໝັ້ນ​ຄົງ​ກັບ​ການ​ຕໍ່​ຕ້ານ ເຮົາ​ກໍ​ໃຫ້​ກຳລັງ​ໃຈ​ຕໍ່​ຄົນ​ອື່ນ​ເພື່ອ​ພວກ​ເຂົາ​ຈະ​ຢືນຢັດ​ໝັ້ນ​ຄົງ​ຄື​ກັນ.

ບົດ​ນຳ​ຂອງ​ພະທຳ​ໂກໂລດ

ເຮົາ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ໄດ້​ໂດຍ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ ແລະ​ຄິດ​ເຖິງ​ຕຳແໜ່ງ​ແລະ​ການ​ປົກຄອງ​ຂອງ​ພະ​ເຍຊູ​ຄລິດ.

ບົດ​ນຳ​ຂອງ​ພະທຳ 1 ເທຊະໂລນີກ

ເຮົາ​ຈຳເປັນ​ຕ້ອງ​ຕື່ນ​ຕົວ​ຕໍ່​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ອ່ອນ​ລົງ “ກວດ​ເບິ່ງ​ທຸກ​ສິ່ງ​ໃຫ້​ແນ່​ໃຈ” “ອະທິດຖານ​ເປັນ​ປະຈຳ” ແລະ​ໃຫ້​ກຳລັງ​ໃຈ​ກັນ.

ບົດ​ນຳ​ຂອງ​ພະທຳ 2 ເທຊະໂລນີກ

ໂປໂລ​ແກ້ໄຂ​ຄວາມ​ຄິດ​ທີ່​ຜິດໆເລື່ອງ​ການ​ມາ​ເຖິງ​ຂອງ​ວັນ​ຂອງ​ພະ​ເຢໂຫວາ ແລະ​ລາວ​ຊົມ​ເຊີຍ​ພີ່​ນ້ອງ​ທີ່​ຢືນຢັດ​ໃນ​ຄວາມ​ເຊື່ອ.

ບົດ​ນຳ​ຂອງ​ພະທຳ 1 ຕີໂມເຕ

ໂປໂລ​ຂຽນ​ພະທຳ 1 ຕີໂມເຕ​ເຊິ່ງ​ເວົ້າ​ກ່ຽວ​ກັບ​ວີ​ທີ​ການ​ດຳເນີນ​ງານ​ຂອງ​ອົງການ​ໃນ​ປະຊາຄົມ​ແລະ​ເຕືອນ​ຄົນ​ທີ່​ສອນ​ຕົວະ​ແລະ​ຄົນ​ທີ່​ຮັກ​ເງິນ.

ບົດນຳຂອງພະທຳ 2 ຕີໂມເຕ

ໂປໂລກະຕຸ້ນຕີໂມເຕໃຫ້ເຮັດວຽກປະກາດຂອງລາວໃຫ້ສຳເລັດຄົບຖ້ວນ

ບົດນຳຂອງພະທຳຕິໂຕ

ໂປໂລຂຽນຈົດໝາຍເຖິງຕິໂຕເພື່ອຊ່ວຍແກ້ບັນຫາຕ່າງໆໃນປະຊາຄົມຢູ່ເກາະກະເລດ ແລະກຳນົດຄຸນສົມບັດຕ່າງໆເຊິ່ງຄົນທີ່ເປັນຜູ້ເຖົ້າແກ່ຄວນຈະມີ.

ບົດນຳຂອງພະທຳຟີເລໂມນ

ເຖິງວ່າຈົດໝາຍນີ້ຈະສັ້ນ ແຕ່ກໍມີພະລັງຫຼາຍມີບົດຮຽນໂດຍສະເພາະກ່ຽວກັບຄວາມຖ່ອມ ຄວາມກະລຸນາແລະການໃຫ້ອະໄພ.

ບົດນຳຂອງປຶ້ມເຮັບເຣີ

ການນະມັດສະການຂອງຄລິດສະຕຽນນັ້ນມີພື້ນຖານທີ່ຍິ່ງໃຫຍ່ກວ່າວິຫານແລະສັດທີ່ເປັນເຄື່ອງບູຊາ.

ບົດ​ນຳ​ຂອງ​ປຶ້ມ​ຢາໂກໂບ

ຢາໂກໂບ​ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ມີ​ພະລັງ​ເພື່ອ​ຍົກ​ໃຫ້​ເຫັນ​ຫຼັກ​ການ​ທີ່​ສຳຄັນ​ຂອງ​ຄລິດສະຕຽນ.

ບົດ​ນຳ​ຂອງ​ປຶ້ມ 1 ເປໂຕ

ຈົດ​ໝາຍ​ສະບັບ​ທຳອິດ​ຂອງ​ເປໂຕ​ໃຫ້​ກຳລັງ​ໃຈ​ເຮົາ​ທີ່​ຈະ​ເຮັດ​ວຽກ​ຮັບໃຊ້​ຕໍ່ໆໄປ ແລະ​ຝາກ​ຄວາມ​ອຸກ​ໃຈ​ທັງ​ໝົດ​ໄວ້​ກັບ​ພະເຈົ້າ.

ບົດ​ນຳ​ຂອງ​ປຶ້ມ 2 ເປໂຕ

ຈົດ​ໝາຍ​ສະບັບ​ທີ 2 ຂອງ​ເປໂຕ​ໃຫ້​ກຳລັງ​ໃຈ​ເຮົາ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່​ແລະ​ອົດ​ທົນ​ລໍ​ຖ້າ​ຟ້າ​ສະຫວັນ​ໃໝ່​ແລະ​ໂລກ​ໃໝ່.

ບົດ​ນຳ​ຂອງ​ປຶ້ມ 1 ໂຢຮັນ

ຈົດ​ໝາຍ​ຂອງ​ໂຢຮັນ​ເຕືອນ​ເຮົາ​ບໍ່​ໃຫ້​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ພວກ​ທີ່​ຕໍ່​ຕ້ານ​ພະຄລິດ ແລະ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນ​ສິ່ງ​ທີ່​ເຮົາ​ຄວນ​ຮັກ​ແລະ​ບໍ່​ຄວນ​ຮັກ.

ບົດ​ນຳ​ຂອງ​ປຶ້ມ 2 ໂຢຮັນ

ຈົດ​ໝາຍ​ສະບັບ​ທີ 2 ຂອງ​ໂຢຮັນ​ເຕືອນ​ເຮົາ​ໃຫ້​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຕໍ່ໆໄປ​ແລະ​ປ້ອງກັນ​ຕົວ​ເອງ​ຈາກ​ຜູ້​ທີ່​ຫຼອກ​ລວງ.

ບົດ​ນຳ​ຂອງ​ປຶ້ມ 3 ໂຢຮັນ

ຈົດ​ໝາຍ​ສະບັບ​ທີ 3 ຂອງ​ໂຢຮັນ​ສອນ​ບົດຮຽນ​ທີ່​ດີ​ຫຼາຍ​ໃນ​ການ​ສະແດງ​ນ້ຳໃຈ​ຕ້ອນຮັບ​ແບບ​ຄລິດສະຕຽນ.

ບົດ​ນຳ​ຂອງ​ປຶ້ມ​ຢູດາ

ຢູດາ​ເປີດ​ເຜີຍ​ວິທີ​ການ​ທີ່​ຊົ່ວ​ຮ້າຍ​ຂອງ​ຜູ້​ທີ່​ພະຍາຍາມ​ຫຼອກ​ລວງ​ຄລິດສະຕຽນ.

ບົດ​ນຳ​ຂອງ​ປຶ້ມ​ພະນິມິດ

ນິມິດ​ທີ່​ໜ້າ​ຕື່ນ​ເຕັ້ນ​ໃນ​ປຶ້ມ​ພະນິມິດ​ສະແດງ​ໃຫ້​ເຫັນ​ເຖິງ​ວິທີ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳລັບ​ມະນຸດ​ເກີດ​ຂຶ້ນ​ແທ້