ຂ້າມໄປທີ່ເນື້ອໃນ

ໜຸ່ມ​ສາວ​ຖາມ​ວ່າ

ຈະ​ເຮັດ​ແນວ​ໃດ​ຖ້າ​ບໍ່​ຢາກ​ໄປ​ໂຮງຮຽນ?

ຈະ​ເຮັດ​ແນວ​ໃດ​ຖ້າ​ບໍ່​ຢາກ​ໄປ​ໂຮງຮຽນ?

 ອາຈານ​ເຂັ້ມ​ງວດ​ເລື່ອງ​ກົດ​ລະບຽບ ຄວາມ​ກົດ​ດັນ​ຈາກ​ໝູ່ ການ​ສອບ​ເສັງ​ທີ່​ເຄັ່ງ​ຕຶງ ແລະ​ມີ​ວຽກ​ບ້ານ​ຖ້ວມ​ຫົວ. ຖ້າ​ເຈົ້າ​ບໍ່​ມັກ​ໄປ​ໂຮງຮຽນ​ກໍ​ບໍ່​ແປກ. ໄວລຸ້ນ​ຄົນ​ໜຶ່ງ​ທີ່​ຊື່ ຣາເຊວ a ບອກ​ວ່າ:

 “ຖ້າ​ເລືອກ​ໄດ້​ຂ້ອຍ​ຂໍ​ໄປ​ຢູ່​ບ່ອນ​ອື່ນ​ທີ່​ບໍ່​ແມ່ນ​ໂຮງຮຽນ ໄປ​ແຄມ​ທະເລ ຢູ່​ກັບ​ໝູ່ ຫຼື​ໄປ​ຊ່ວຍ​ພໍ່​ແມ່​ແຕ່ງ​ກິນ​ແລະ​ອະນາໄມ​ເຮືອນ​ກໍ​ຍັງ​ດີ​ກວ່າ!”

 ຖ້າ​ເຈົ້າ​ຮູ້ສຶກ​ຄື​ກັບ​ຣາເຊວ ເຈົ້າ​ອາດ​ຈະ​ຮູ້ສຶກ​ວ່າ​ການ​ໄປ​ໂຮງຮຽນ​ເປັນ​ຄື​ກັບ​ການ​ຕິດ​ຄຸກ​ທີ່​ເຈົ້າ​ຕ້ອງ​ອົດທົນ​ຕໍ່​ໄປ​ເລື້ອຍ​ໆ​ຈົນ​ກວ່າ​ຈະ​ຖືກ​ປ່ອຍ​ອອກ​ມາ​ເມື່ອ​ຮຽນ​ຈົບ. ການ​ຄິດ​ແບບ​ນີ້​ອາດ​ເຮັດ​ໃຫ້​ທໍ້ໃຈ. ແລ້ວ​ມີ​ວິທີ​ຄິດ​ແບບ​ອື່ນ​ບໍ​ທີ່​ຈະ​ຊ່ວຍ​ໄດ້?

 ເຈົ້າ​ຮູ້​ບໍ? ຖ້າ​ເຈົ້າ​ປ່ຽນ​ຄວາມ​ຄິດ​ທີ່​ມີ​ຕໍ່​ໂຮງຮຽນ ເຈົ້າ​ກໍ​ຈະ​ຮັບມື​ກັບ​ເລື່ອງ​ຕ່າງ​ໆ​ໄດ້​ດີ​ຂຶ້ນ ແລະ​ບໍ່​ເບິ່ງ​ວ່າ​ການ​ໄປ​ໂຮງຮຽນ​ເປັນ​ການ​ທົດສອບ​ຄວາມ​ອົດທົນ. ທີ່ຈິງ ໂຮງຮຽນ​ເປັນ​ຄື​ກັບ​ເຄື່ອງມື​ໜຶ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພັດທະນາ​ທັກສະ​ຕ່າງ​ໆ​ທີ່​ຈຳເປັນ​ຕ້ອງ​ໃຊ້​ຕອນ​ທີ່​ເປັນ​ຜູ້​ໃຫຍ່.

 ຄວາມ​ຮູ້ສຶກ​ທີ່​ເຈົ້າ​ມີ​ຕໍ່​ໂຮງຮຽນ​ຈະ​ປ່ຽນ​ໄປ ເມື່ອ​ຄິດ​ເຖິງ​ສິ່ງ​ເຫຼົ່າ​ນີ້:

 ຄວາມ​ຮູ້​ທີ່​ໄດ້​ຮັບ. ແຮ່ງ​ເຈົ້າ​ມີ​ຄວາມ​ຮູ້​ຫຼາຍ ເຈົ້າ​ກໍ​ແຮ່ງ​ຈະ​ຮູ້​ວິທີ​ແກ້ໄຂ​ບັນຫາ​ໃນ​ອະນາຄົດ​ໄດ້​ດີ​ຂຶ້ນ​ຕອນ​ທີ່​ໄປ​ເຮັດ​ວຽກ ຫຼື​ບັນຫາ​ອື່ນ​ໆ​ໃນ​ຊີວິດ​ໂດຍ​ທີ່​ບໍ່​ຕ້ອງ​ເພິ່ງພາ​ຄົນ​ອື່ນ​ຕະຫຼອດ​ເວລາ. ໃຫ້​ຖາມ​ໂຕເອງ​ວ່າ: ‘ເຖິງ​ວ່າ​ຢູ່​ໂຮງຮຽນ​ຈະ​ມີ​ບາງ​ຢ່າງ​ທີ່​ຂ້ອຍ​ບໍ່​ມັກ ແຕ່​ຄວາມ​ຮູ້​ທີ່​ຂ້ອຍ​ໄດ້​ຮັບ​ເປັນ​ປະໂຫຍດ​ຕໍ່​ຂ້ອຍ​ໃນ​ທາງ​ໃດ​ແດ່?’

 ຫຼັກການ​ໃນ​ຄຳພີ​ໄບເບິນ: “ໃຫ້​ປົກປ້ອງ​ສະຕິ​ປັນຍາ​ທີ່​ໃຊ້​ໄດ້​ແທ້​ແລະ​ຄວາມ​ສາມາດ​ໃນ​ການ​ຄິດ.”—ສຸພາສິດ 3:21

 ສຳລັບ​ຂໍ້ມູນ​ເພີ່ມເຕີມ ໃຫ້​ເບິ່ງ​ບົດ​ຄວາມ “ຈະ​ເຮັດ​ແນວ​ໃດ​ຖ້າ​ຜົນ​ການ​ຮຽນ​ບໍ່​ດີ?” (ພາສາ​ໄທ)

 ຝຶກ​ນິດໄສ. ຊີວິດ​ໃນ​ໂຮງຮຽນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວິທີ​ບໍລິຫານ​ເວລາ ມີ​ລະບຽບ​ວິໄນ​ຕໍ່​ໂຕເອງ ແລະ​ເປັນ​ຄົນ​ດຸ​ໝັ່ນ​ເຮັດ​ວຽກ. ສິ່ງ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ມີ​ເມື່ອ​ເປັນ​ຜູ້​ໃຫຍ່. ໃຫ້​ຖາມ​ໂຕເອງ​ວ່າ: ‘ກິດຈະກຳ​ຢູ່​ໂຮງຮຽນ​ຊ່ວຍ​ຂ້ອຍ​ແນວ​ໃດ​ໃຫ້​ເປັນ​ຄົນ​ທີ່​ມີ​ລະບຽບ​ວິໄນ​ແລະ​ດຸ​ໝັ່ນ​ເຮັດ​ວຽກ? ຂ້ອຍ​ຕ້ອງ​ປັບປຸງ​ໂຕເອງ​ໃນ​ເລື່ອງ​ເຫຼົ່າ​ນີ້​ແນວ​ໃດ?’

 ຫຼັກການ​ໃນ​ຄຳພີ​ໄບເບິນ: “ການ​ເຮັດ​ວຽກ​ໜັກ​ທຸກ​ຢ່າງ​ມີ​ປະໂຫຍດ.”—ສຸພາສິດ 14:23

 ສຳລັບ​ຂໍ້ມູນ​ເພີ່ມເຕີມ ໃຫ້​ເບິ່ງ​ບົດ​ຄວາມ “ຈະ​ຈັດ​ເວລາ​ແນວ​ໃດ​ດີ?” (ພາສາ​ໄທ)

 ຮູ້​ຈັກ​ເຂົ້າ​ສັງຄົມ. ການ​ລົມ​ກັບ​ໝູ່​ແລະ​ເຮັດ​ກິດຈະກຳ​ນຳ​ກັນ​ຢູ່​ໂຮງຮຽນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄົນ​ເຫັນອົກເຫັນໃຈ​ແລະ​ນັບຖື​ຄົນ​ອື່ນ. ຜູ້​ຊາຍ​ໄວລຸ້ນ​ທີ່​ຊື່ ໂຈຊົວ​ບອກ​ວ່າ: “ການ​ຮຽນ​ຮູ້​ວິທີ​ລົມ​ກັບ​ຄົນ​ອື່ນ​ມີ​ຄວາມ​ສຳຄັນ​ສ່ຳ​ກັນ​ກັບ​ການ​ຮຽນ​ປະຫວັດສາດ​ແລະ​ວິທະຍາສາດ ເພາະ​ມັນ​ເປັນ​ທັກສະ​ທີ່​ເຈົ້າ​ໃຊ້​ໄດ້​ຕະຫຼອດ​ຊີວິດ.” ໃຫ້​ຖາມ​ໂຕເອງ​ວ່າ ‘ຕອນ​ຢູ່​ໂຮງຮຽນ ຂ້ອຍ​ໄດ້​ຮຽນ​ຮູ້​ວິທີ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ຄົນ​ອື່ນ​ລວມ​ທັງ​ຄົນ​ທີ່​ມີ​ພູມ​ຫຼັງ​ຫຼື​ຄວາມ​ເຊື່ອ​ຕ່າງ​ຈາກ​ຂ້ອຍ​ແນວ​ໃດ?’

 ຫຼັກການ​ໃນ​ຄຳພີ​ໄບເບິນ: “ໃຫ້​ພະຍາຍາມ​ສ້າງ​ສັນຕິສຸກ​ກັບ​ທຸກ​ຄົນ.”—ເຮັບເຣີ 12:14

 ສຳລັບ​ຂໍ້ມູນ​ເພີ່ມເຕີມ ໃຫ້​ເບິ່ງ​ບົດ​ຄວາມ “ຂ້ອຍ​ຈະ​ລົມ​ເກັ່ງ​ຂຶ້ນ​ໄດ້​ແນວ​ໃດ?” (ພາສາ​ໄທ)

 ອະນາຄົດ​ຂອງ​ເຈົ້າ. ໂຮງຮຽນ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ມີ​ຄວາມ​ສາມາດ​ດ້ານ​ໃດ​ແລະ​ຕັ້ງ​ເປົ້າໝາຍ​ທີ່​ເໝາະ​ກັບ​ໂຕເອງ​ໄດ້. ຜູ້​ຍິງ​ໄວລຸ້ນ​ທີ່​ຊື່ ບຣຸກ​ບອກ​ວ່າ: “ຕອນ​ຢູ່​ໂຮງຮຽນ ຂ້ອຍ​ໄດ້​ຮຽນ​ຮູ້​ທັກສະ​ບາງ​ຢ່າງ​ໂດຍ​ສະເພາະ ເຈົ້າ​ກໍ​ຈະ​ໄດ້​ຮຽນ​ແບບ​ນັ້ນ​ຄື​ກັນ ແລະ​ເມື່ອ​ຮຽນ​ຈົບ ເຈົ້າ​ກໍ​ຈະ​ຊອກ​ວຽກ​ເຮັດ​ໄດ້​ງ່າຍ​ຂຶ້ນ​ເພາະ​ເຈົ້າ​ມີ​ທັກສະ​ນັ້ນ​ແລ້ວ.” ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຈະ​ເຮັດ​ວຽກ​ຫຍັງ​ຫຼັງ​ຈາກ​ຮຽນ​ຈົບ? ຂ້ອຍ​ຈະ​ເລືອກ​ຮຽນ​ສາຍ​ໃດ​ເພື່ອ​ໃຫ້​ເໝາະ​ກັບ​ວຽກ​ທີ່​ຂ້ອຍ​ຢາກ​ເຮັດ?’

 ຫຼັກການ​ໃນ​ຄຳພີ​ໄບເບິນ: “ໃຫ້​ເອົາ​ສິ່ງ​ທີ່​ຂວາງ​ທາງ​ອອກ​ຈາກ​ທາງ​ຂອງ​ລູກ ແລ້ວ​ທາງ​ຂອງ​ລູກ​ຈະ​ປອດໄພ.”—ສຸພາສິດ 4:26, ໄຂເງື່ອນ

a ບາງ​ຊື່​ໃນ​ບົດ​ຄວາມ​ນີ້​ເປັນ​ຊື່​ສົມມຸດ.