ກິດຈະການ 20:1-38

  • ໂປໂລ​ໄປ​ແຂວງ​ມາເກໂດເນຍ​ແລະ​ປະເທດ​ກຣີກ (1-6)

  • ຢູຕີໂຂ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ເມືອງ​ໂທອາດ (7-12)

  • ຈາກ​ເມືອງ​ໂທອາດ​ໄປ​ເມືອງ​ມີເລ​ໂຕ (13-16)

  • ໂປໂລ​ປະຊຸມ​ກັບ​ພວກ​ຜູ້​ດູ​ແລ​ຈາກ​ເມືອງ​ເອເຟໂຊ (17-38)

    • ສອນ​ຕາມ​ບ້ານ​ເຮືອນ (20)

    • “ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ” (35)

20​  ຫຼັງ​ຈາກ​ຄວາມ​ວຸ່ນວາຍ​ຜ່ານ​ໄປ​ແລ້ວ ໂປໂລ​ກໍ​ສົ່ງ​ຄົນ​ໃຫ້​ໄປ​ເອີ້ນ​ພວກ​ລູກ​ສິດ​ມາ ເມື່ອ​ໃຫ້​ກຳລັງ​ໃຈ​ແລະ​ບອກ​ລາ​ພວກ​ເຂົາ​ແລ້ວ ໂປໂລ​ກໍ​ເດີນ​ທາງ​ໄປ​ແຂວງ​ມາເກໂດເນຍ.  ໂປໂລ​ເດີນ​ທາງ​ໄປ​ຕາມ​ເຂດ​ຕ່າງໆໃນ​ແຂວງ​ນີ້​ແລະ​ເວົ້າ​ໃຫ້​ກຳລັງ​ໃຈ​ຫຼາຍ​ຢ່າງ​ແກ່​ພວກ​ລູກ​ສິດ​ທີ່​ຢູ່​ຫັ້ນ ແລ້ວ​ກໍ​ເດີນ​ທາງ​ມາ​ເຖິງ​ປະເທດ​ກຣີກ.  ໂປໂລ​ຢູ່​ຫັ້ນ 3 ເດືອນ ແຕ່​ຕອນ​ທີ່​ກຳລັງ​ຈະ​ຂຶ້ນ​ເຮືອ​ໄປ​ແຂວງ​ຊີເຣຍ ລາວ​ຮູ້​ວ່າ​ພວກ​ຢິວ​ວາງ​ແຜນ​ທຳ​ຮ້າຍ​ລາວ. ລາວ​ຈຶ່ງ​ປ່ຽນ​ໃຈ​ກັບ​ໄປ​ທາງ​ແຂວງ​ມາເກໂດເນຍ​ແທນ.  ຄົນ​ທີ່​ຮ່ວມ​ເດີນ​ທາງ​ກັບ​ໂປໂລ​ກໍ​ມີ​ໂຊປາເຕ​ລູກ​ຊາຍ​ຂອງ​ປີໂຣ​ຈາກ​ເມືອງ​ເບເຣຍ ອາຣິດຕາໂຂ​ກັບ​ເຊກຸນໂດ​ຈາກ​ເມືອງ​ເທ​ຊະ​ໂລ​ນິກ ຄາໂຢ​ຈາກ​ເມືອງ​ເດຣະເບ ແລະ​ຕີ​ໂມ​ທຽວ ແລ້ວ​ກໍ​ມີ​ຕີຂີໂກ​ກັບ​ໂທຟີໂມ​ຈາກ​ແຂວງ​ອາຊີ.*  ຄົນ​ເຫຼົ່າ​ນີ້​ເດີນ​ທາງ​ໄປ​ກ່ອນ​ແລະ​ລໍ​ຖ້າ​ພວກ​ເຮົາ​ຢູ່​ເມືອງ​ໂທອາດ.  ແຕ່​ພວກ​ເຮົາ​ໄດ້​ຂຶ້ນ​ເຮືອ​ຈາກ​ເມືອງ​ຟີລິບ​ປອຍ​ຫຼັງ​ຈາກ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອ ແລ້ວ 5 ມື້​ຕໍ່​ມາ​ພວກ​ເຮົາ​ກໍ​ໄປ​ຫາ​ພວກ​ເຂົາ​ທີ່​ເມືອງ​ໂທອາດ ແລະ​ໄດ້​ຢູ່​ຫັ້ນ 7 ມື້.  ໃນ​ມື້​ທຳອິດ​ຂອງ​ອາທິດ ພວກ​ເຮົາ​ມາ​ຢູ່​ຮ່ວມ​ກັນ​ເພື່ອ​ກິນ​ເຂົ້າ ຍ້ອນ​ໂປໂລ​ກຳລັງ​ຈະ​ເດີນ​ທາງ​ໃນ​ມື້​ຕໍ່​ໄປ ລາວ​ຈຶ່ງ​ບັນລະຍາຍ​ໃຫ້​ທຸກ​ຄົນ​ຟັງ​ຈົນ​ຮອດ​ທ່ຽງ​ຄືນ.  ໃນ​ຫ້ອງ​ຊັ້ນ​ເທິງ​ທີ່​ພວກ​ເຮົາ​ຢູ່​ນຳ​ກັນ​ມີ​ຕະກຽງ​ຫຼາຍ​ໜ່ວຍ.  ຕອນ​ທີ່​ໂປໂລ​ກຳລັງ​ບັນລະຍາຍ​ຢູ່ ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່​ຢູຕີໂຂ​ໄດ້​ນັ່ງ​ຢູ່​ຂອບ​ປ່ອງ​ຢ້ຽມ ລາວ​ຫຼັບ​ສະໜິດ​ແລ້ວ​ຕົກ​ລົງ​ມາ​ຈາກ​ຊັ້ນ​ສາມ ເມື່ອ​ຄົນ​ໄປ​ຮອດ​ກໍ​ເຫັນ​ວ່າ​ລາວ​ຕາຍ​ແລ້ວ. 10  ໂປໂລ​ຈຶ່ງ​ລົງ​ໄປ​ຊັ້ນ​ລຸ່ມ​ແລ້ວ​ກົ້ມ​ຕົວ​ລົງ​ກອດ​ລາວ​ໄວ້ ແລະ​ເວົ້າ​ວ່າ: “ບໍ່​ຕ້ອງ​ກັງວົນ ລາວ​ມີ​ຊີວິດ​ແລ້ວ.” 11  ຈາກ​ນັ້ນ ໂປໂລ​ກໍ​ຂຶ້ນ​ໄປ​ຊັ້ນ​ເທິງ​ແລະ​ເລີ່ມ​ກິນ​ເຂົ້າ​ກັບ​ພວກ​ພີ່​ນ້ອງ. ຫຼັງ​ຈາກ​ລົມ​ກັນ​ຈົນ​ຮອດ​ເຊົ້າ​ໂປໂລ​ກໍ​ອອກ​ເດີນ​ທາງ​ໄປ. 12  ພວກ​ເຂົາ​ໄດ້​ພາ​ຊາຍ​ໜຸ່ມ​ທີ່​ມີ​ຊີວິດ​ອີກ​ກັບ​ເມືອ ເລື່ອງ​ນີ້​ເຮັດ​ໃຫ້​ພວກ​ເຂົາ​ມີ​ກຳລັງ​ໃຈ​ຫຼາຍ​ຂຶ້ນ. 13  ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ເມືອງ​ອາໂຊ​ກ່ອນ ແລະ​ຈະ​ຮັບ​ໂປໂລ​ຂຶ້ນ​ເຮືອ​ຢູ່​ຫັ້ນ ໂປໂລ​ໄດ້​ສັ່ງ​ພວກ​ເຮົາ​ແບບ​ນີ້​ຍ້ອນ​ລາວ​ຕັ້ງ​ໃຈ​ຈະ​ຍ່າງ​ໄປ​ທີ່​ນັ້ນ. 14  ເມື່ອ​ໂປໂລ​ມາ​ພົບ​ພວກ​ເຮົາ​ໃນ​ເມືອງ​ອາໂຊ ພວກ​ເຮົາ​ກໍ​ຮັບ​ເອົາ​ລາວ​ຂຶ້ນ​ເຮືອ​ແລ້ວ​ໄປ​ເມືອງ​ມີເຕເລເນ. 15  ມື້​ຕໍ່​ມາ ພວກ​ເຮົາ​ນັ່ງ​ເຮືອ​ຈາກ​ຫັ້ນ​ແລະ​ມາ​ຢຸດ​ຢູ່​ໃກ້​ຝັ່ງ​ຂອງ​ເກາະ​ຂີໂອ ໃນ​ມື້​ຕໍ່​ໄປ​ພວກ​ເຮົາ​ກໍ​ແວ່​ເກາະ​ຊາໂມ ແລະ​ມາ​ຮອດ​ເມືອງ​ມີເລ​ໂຕ​ໃນ​ມື້​ຕໍ່​ມາ. 16  ໂປໂລ​ຕັ້ງ​ໃຈ​ຈະ​ນັ່ງ​ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ ເພື່ອ​ຈະ​ບໍ່​ຕ້ອງ​ເສຍ​ເວລາ​ໃນ​ແຂວງ​ອາຊີ ຍ້ອນ​ລາວ​ຟ້າວ​ຢາກ​ໄປ​ຮອດ​ເມືອງ​ເຢຣູຊາເລັມ​ເພື່ອ​ໃຫ້​ທັນ​ມື້​ເທດສະການ​ເພັນເຕກອດ​ຖ້າ​ເປັນ​ໄປ​ໄດ້. 17  ເມື່ອ​ຢູ່​ເມືອງ​ມີເລ​ໂຕ ໂປໂລ​ໄດ້​ໃຊ້​ຄົນ​ໄປ​ເອີ້ນ​ພວກ​ຜູ້​ດູ​ແລ*ໃນ​ປະຊາຄົມ​ຢູ່​ເມືອງ​ເອເຟໂຊ​ໃຫ້​ມາ​ຫາ​ລາວ. 18  ເມື່ອ​ພວກ​ເຂົາ​ມາ​ແລ້ວ ໂປໂລ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຈົ້າ​ກໍ​ຮູ້​ດີ​ວ່າ​ຕັ້ງ​ແຕ່​ມື້​ທຳອິດ​ທີ່​ຂ້ອຍ​ເຂົ້າ​ມາ​ແຂວງ​ອາຊີ ຂ້ອຍ​ໃຊ້​ຊີວິດ​ແນວ​ໃດ​ຕະຫຼອດ​ເວລາ​ທີ່​ຢູ່​ກັບ​ພວກ​ເຈົ້າ 19  ຂ້ອຍ​ເຮັດ​ວຽກ​ໜັກ​ຮັບໃຊ້​ຜູ້​ເປັນ​ນາຍ​ດ້ວຍ​ຄວາມ​ຖ່ອມ​ຕົວ ພ້ອມ​ທັງ​ນ້ຳ​ຕາ​ໄຫຼ ແລະ​ຍັງ​ຕ້ອງ​ພົບ​ຄວາມ​ຍາກ​ລຳບາກ​ຍ້ອນ​ແຜນ​ຮ້າຍ​ຕ່າງໆຂອງ​ພວກ​ຢິວ 20  ແລະ​ພວກ​ເຈົ້າ​ກໍ​ຮູ້​ວ່າ​ຂ້ອຍ​ບໍ່​ເຄີຍ​ລັງເລ​ທີ່​ຈະ​ບອກ​ສິ່ງ​ທີ່​ເປັນ​ປະໂຫຍດ​ແກ່​ພວກ​ເຈົ້າ ແລະ​ຍັງ​ສອນ​ພວກ​ເຈົ້າ​ຕາມ​ບ່ອນ​ສາທາລະນະ​ແລະ​ຕາມ​ບ້ານ​ເຮືອນ​ນຳ​ອີກ. 21  ຂ້ອຍ​ປະກາດ​ຢ່າງ​ທົ່ວ​ເຖິງ​ໃຫ້​ທັງ​ຄົນ​ຢິວ​ແລະ​ຄົນ​ກຣີກ​ເຂົ້າ​ໃຈ​ວ່າ​ພວກ​ເຂົາ​ຕ້ອງ​ກັບ​ໃຈ​ແລ້ວ​ມາ​ນະມັດສະການ​ພະເຈົ້າ ແລະ​ເຊື່ອ​ໃນ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ. 22  ຕອນ​ນີ້ ພະລັງ​ຂອງ​ພະເຈົ້າ​ກະຕຸ້ນ​ຂ້ອຍ​ໃຫ້​ເດີນ​ທາງ​ໄປ​ເມືອງ​ເຢຣູຊາເລັມ ຂ້ອຍ​ກໍ​ບໍ່​ຮູ້​ວ່າ​ຈະ​ເກີດ​ຫຍັງ​ເກີດ​ຂຶ້ນ​ກັບ​ຂ້ອຍ​ຢູ່​ຫັ້ນ 23  ແຕ່​ໃນ​ທຸກ​ເມືອງ​ທີ່​ຂ້ອຍ​ໄປ ພະລັງ​ບໍລິສຸດ​ຢືນຢັນ​ກັບ​ຂ້ອຍ​ຫຼາຍ​ເທື່ອ​ແລ້ວ​ວ່າ ຂ້ອຍ​ຈະ​ຕ້ອງ​ຕິດ​ຄຸກ​ແລະ​ພົບ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ. 24  ແຕ່​ຂ້ອຍ​ບໍ່​ໄດ້​ຖື​ວ່າ​ຊີວິດ​ຂ້ອຍ​ສຳຄັນ* ຂໍ​ພຽງ​ແຕ່​ຂ້ອຍ​ໄດ້​ແລ່ນ​ຮອດ​ເສັ້ນ​ໄຊ​ແລະ​ເຮັດ​ວຽກ​ຮັບໃຊ້​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ພະ​ເຢຊູ​ຜູ້​ເປັນ​ນາຍ​ໃຫ້​ສຳເລັດ ນັ້ນ​ແມ່ນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ໃຫ້​ທົ່ວ​ເຖິງ. 25  ແລະ​ໃນ​ຕອນ​ນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ພວກ​ເຈົ້າ​ທີ່​ຂ້ອຍ​ເຄີຍ​ປະກາດ​ເລື່ອງ​ການ​ປົກຄອງ*​ຂອງ​ພະເຈົ້າ​ໃຫ້​ຟັງ​ຈະ​ບໍ່​ມີ​ຜູ້​ໃດ​ໄດ້​ເຫັນ​ໜ້າ​ຂ້ອຍ​ອີກ. 26  ດັ່ງ​ນັ້ນ ມື້​ນີ້​ພວກ​ເຈົ້າ​ເປັນ​ພະຍານ​ຢືນຢັນ​ໃຫ້​ຂ້ອຍ​ໄດ້​ວ່າ​ຖ້າ​ບໍ່​ມີ​ຜູ້​ໃດ​ລອດ ກໍ​ຈະ​ມາ​ໂທດ​ຂ້ອຍ​ບໍ່​ໄດ້ 27  ເພາະ​ຂ້ອຍ​ໄດ້​ທຸ່ມ​ເທ​ຕົວ​ບອກ​ພວກ​ເຈົ້າ​ທຸກ​ສິ່ງ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮັດ. 28  ໃຫ້​ພວກ​ເຈົ້າ​ເອົາໃຈໃສ່​ຕົວ​ເອງ​ແລະ​ຝູງ​ແກະ​ທີ່​ພະລັງ​ບໍລິສຸດ​ແຕ່ງ​ຕັ້ງ​ພວກ​ເຈົ້າ​ໃຫ້​ເປັນ​ຜູ້​ດູ​ແລ ແລະ​ໃຫ້​ເບິ່ງ​ແຍງ​ປະຊາຄົມ*​ຂອງ​ພະເຈົ້າ​ທີ່​ພະອົງ​ຊື້​ໄວ້ດ້ວຍ​ເລືອດ​ຂອງ​ລູກ​ຊາຍ​ພະອົງ​ເອງ. 29  ຂ້ອຍ​ຮູ້​ວ່າ​ເມື່ອ​ຂ້ອຍ​ໄປ​ແລ້ວ ຈະ​ມີ​ບາງ​ຄົນ​ເປັນ​ຄື​ກັບ​ໝາ​ປ່າ​ທີ່​ໂຫດ​ຮ້າຍ​ເຂົ້າ​ມາ​ຢູ່​ໃນ​ກຸ່ມ​ພວກ​ເຈົ້າ ແລະ​ຈະ​ບໍ່​ກະລຸນາ​ຕໍ່​ຝູງ​ແກະ​ເລີຍ 30  ແລະ​ຈະ​ມີ​ພວກ​ເຈົ້າ​ບາງ​ຄົນ​ເວົ້າ​ບິດ​ເບືອນ​ຄວາມ​ຈິງ​ເພື່ອ​ຊັກ​ຈູງ​ພວກ​ລູກ​ສິດ​ໃຫ້​ຕິດ​ຕາມ​ພວກ​ເຂົາ​ໄປ. 31  ດັ່ງ​ນັ້ນ ພວກ​ເຈົ້າ​ຕ້ອງ​ຕື່ນ​ຕົວ​ຢູ່​ສະເໝີ ແລະ​ຢ່າ​ລືມ​ວ່າ​ຕະຫຼອດ​ເວລາ 3 ປີ ຂ້ອຍ​ໄດ້​ເຕືອນ​ສະຕິ​ພວກ​ເຈົ້າ​ແຕ່​ລະ​ຄົນ​ບໍ່​ໄດ້​ຢຸດ​ບໍ່​ໄດ້​ເຊົາ​ທັງ​ເວັນ​ທັງ​ຄືນ​ພ້ອມ​ທັງ​ນ້ຳ​ຕາ​ໄຫຼ. 32  ແຕ່​ຕອນ​ນີ້​ຂ້ອຍ​ຂໍ​ຝາກ​ພວກ​ເຈົ້າ​ໄວ້​ກັບ​ພະເຈົ້າ ພະອົງ​ຈະ​ເບິ່ງ​ແຍງ​ພວກ​ເຈົ້າ​ໂດຍ​ທາງ​ຄຳ​ສອນ​ກ່ຽວ​ກັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ ຄຳ​ສອນ​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຂັ້ມແຂງ ແລະ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ໄດ້​ຮັບ​ມໍລະດົກ​ສຳລັບ​ຄົນ​ທີ່​ຖືກ​ຊຳລະ​ໃຫ້​ບໍລິສຸດ.* 33  ຂ້ອຍ​ບໍ່​ເຄີຍ​ຢາກ​ໄດ້​ເງິນ​ຄຳ​ຫຼື​ເຄື່ອງ​ນຸ່ງ​ຂອງ​ຜູ້​ໃດ. 34  ພວກ​ເຈົ້າ​ກໍ​ຮູ້​ວ່າ​ຂ້ອຍ​ເຮັດ​ວຽກ​ໜັກ​ດ້ວຍ​ສອງ​ມື​ນີ້ເພື່ອ​ລ້ຽງ​ຕົວ​ເອງ​ແລະ​ຄົນ​ທີ່​ຢູ່​ນຳ​ຂ້ອຍ. 35  ຂ້ອຍ​ເຮັດ​ທັງ​ໝົດ​ນີ້​ກໍ​ເພື່ອ​ໃຫ້​ພວກ​ເຈົ້າ​ເຫັນ​ວ່າ ພວກ​ເຈົ້າ​ຕ້ອງ​ເຮັດ​ວຽກ​ໜັກ​ແບບ​ນີ້​ແຫຼະ​ເພື່ອ​ຊ່ວຍ​ຄົນ​ທີ່​ອ່ອນແອ ແລະ​ຢ່າ​ລືມ​ສິ່ງ​ທີ່​ພະ​ເຢຊູ​ຜູ້​ເປັນ​ນາຍ​ເຄີຍ​ເວົ້າ​ໄວ້​ວ່າ: ‘ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ.’” 36  ເມື່ອ​ໂປໂລ​ເວົ້າ​ຈົບ​ແລ້ວ​ກໍ​ຄູ້​ເຂົ່າ​ລົງ​ອະທິດຖານ​ກັບ​ພວກ​ເຂົາ. 37  ທຸກ​ຄົນ​ພາ​ກັນ​ຮ້ອງໄຫ້ ແລ້ວ​ພວກ​ເຂົາ​ກໍ​ກອດ​ແລະ​ຈູບ​ລາ​ໂປໂລ​ດ້ວຍ​ຄວາມ​ຮັກ. 38  ພວກ​ເຂົາ​ຮູ້ສຶກ​ເສົ້າໃຈ​ຫຼາຍ​ທີ່​ໂປໂລ​ບອກ​ວ່າ​ພວກ​ເຂົາ​ຈະ​ບໍ່​ເຫັນ​ໜ້າ​ລາວ​ອີກ. ຫຼັງ​ຈາກ​ນັ້ນ​ພວກ​ເຂົາ​ກໍ​ໄປ​ສົ່ງ​ໂປໂລ​ຢູ່​ເຮືອ.

ຂໍຄວາມໄຂເງື່ອນ

ແຂວງ​ໜຶ່ງ​ຂອງ​ຈັກ​ກະ​ວັດ​ໂຣມ
ແປ​ຕາມ​ໂຕ​ວ່າ “ພວກ​ຜູ້​ຊາຍ​ສູງ​ອາຍຸ”
ຫຼື “ຂ້ອຍ​ຖື​ວ່າ​ຊີວິດ​ຂ້ອຍ​ບໍ່​ມີ​ຄ່າ​ຫຍັງ”
ຫຼື “ລາຊະອານາຈັກ”
ນັ້ນ​ແມ່ນ ແບບ​ທີ່​ຄົນ​ລ້ຽງ​ແກະ​ເບິ່ງ​ແຍງ​ແກະ
ຫຼື “ຖືກ​ແຍກ​ໄວ້​ໃຫ້​ເປັນ​ຄົນ​ຂອງ​ພະເຈົ້າ”