ກິດຈະການ 23:1-35

  • ໂປໂລ​ເວົ້າ​ຕໍ່​ໜ້າ​ສານ​ຊັນເຮດຣິນ (1-10)

  • ຜູ້​ເປັນ​ນາຍ​ໃຫ້​ກຳລັງ​ໃຈ​ໂປໂລ (11)

  • ວາງ​ແຜນ​ຂ້າ​ໂປໂລ (12-22)

  • ສົ່ງ​ຕົວ​ໂປໂລ​ໄປ​ເມືອງ​ກາຍຊາເຣຍ (23-35)

23​  ໂປໂລ​ແນມ​ເບິ່ງ​ສະມາຊິກ​ສານ​ຊັນເຮດຣິນ​ແລ້ວ​ເວົ້າ​ວ່າ: “ພີ່​ນ້ອງ​ທັງ​ຫຼາຍ ຂ້ອຍ​ເວົ້າ​ຕໍ່​ໜ້າ​ພະເຈົ້າ​ໄດ້​ເລີຍ​ວ່າ​ໃຈ​ຮູ້​ຜິດ​ຮູ້​ຖືກ​ບອກ​ຂ້ອຍ​ວ່າ ຜ່ານ​ມາ​ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ.”  ເມື່ອ​ມະຫາ​ປະໂລຫິດ​ອານາເນຍ​ໄດ້​ຍິນ​ແບບ​ນັ້ນ ລາວ​ກໍ​ສັ່ງ​ຄົນ​ທີ່​ຢືນ​ຢູ່​ໃກ້ໆໂປໂລ​ໃຫ້​ຕົບ​ປາກ​ໂປໂລ.  ໂປໂລ​ເວົ້າ​ວ່າ: “ເຈົ້າ​ຄົນ​ໜ້າ​ຊື່​ໃຈ​ຄົດ.* ຂໍ​ໃຫ້​ພະເຈົ້າ​ຕົບ​ເຈົ້າ ເຈົ້າ​ນັ່ງ​ພິພາກສາ​ຂ້ອຍ​ຕາມ​ກົດ​ໝາຍ​ແຕ່​ເຈົ້າ​ເອງ​ພັດ​ເຮັດ​ຜິດ​ກົດ​ໝາຍ​ໂດຍ​ສັ່ງ​ຄົນ​ໃຫ້​ຕົບ​ຂ້ອຍ​ແບບ​ນີ້​ບໍ?”  ຄົນ​ທີ່​ຢືນ​ຢູ່​ໃກ້ໆເວົ້າ​ວ່າ: “ເວົ້າ​ຫຍາບ​ຄາຍ​ກັບ​ມະຫາ​ປະໂລຫິດ​ຂອງ​ພະເຈົ້າ​ແບບ​ນີ້​ຫວາ?”  ໂປໂລ​ເວົ້າ​ວ່າ: “ຂໍ​ໂທດ​ພີ່​ນ້ອງ ຂ້ອຍ​ບໍ່​ຮູ້​ວ່າ​ລາວ​ເປັນ​ມະຫາ​ປະໂລຫິດ. ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພະ​ຄຳພີ​ວ່າ: ‘ຢ່າ​ເວົ້າ​ໝິ່ນ​ປະໝາດ​ຄົນ​ທີ່​ເຮັດ​ໜ້າ​ທີ່​ປົກຄອງ​ພວກ​ເຈົ້າ.’”  ໂປໂລ​ຮູ້​ວ່າ​ສານ​ຊັນເຮດຣິນ​ກຸ່ມ​ໜຶ່ງ​ເປັນ​ພວກ​ຊາດູກາຍ ແລະ​ອີກ​ກຸ່ມ​ໜຶ່ງ​ເປັນ​ພວກ​ຟາຣິຊາຍ ໂປໂລ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: “ພີ່ນ້ອງ​ທັງ​ຫຼາຍ ຂ້ອຍ​ເປັນ​ຟາຣິຊາຍ​ແລະ​ເປັນ​ລູກ​ຂອງ​ຟາຣິຊາຍ. ຂ້ອຍ​ຖືກ​ຕັດສິນ​ຄະດີ​ກໍ​ຍ້ອນ​ຂ້ອຍ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.”  ເມື່ອ​ໂປໂລ​ເວົ້າ​ແບບ​ນີ້ ພວກ​ຟາຣິຊາຍ​ກັບ​ພວກ​ຊາດູກາຍ​ກໍ​ເລີ່ມ​ຖຽງ​ກັນ​ແລະ​ບ່ອນ​ປະຊຸມ​ກໍ​ແຍກ​ເປັນ 2 ຝ່າຍ.  ພວກ​ຊາດູກາຍ​ບອກ​ວ່າ​ບໍ່​ມີ​ການ​ຄືນ​ມາ​ຈາກ​ຕາຍ ແລະ​ບໍ່​ມີ​ທູດ​ສະຫວັນ​ຫຼື​ຮ່າງກາຍ​ສຳລັບ​ສະຫວັນ ແຕ່​ພວກ​ຟາຣິຊາຍ​ເຊື່ອ​ວ່າ​ທັງ​ໝົດ​ນັ້ນ​ມີ​ຈິງ.  ແລ້ວ​ບ່ອນ​ປະຊຸມ​ກໍ​ມີ​ສຽງ​ວຸ່ນວາຍ ມີ​ຄູ​ສອນ​ສາສະໜາ​ບາງ​ຄົນ​ທີ່​ເປັນ​ຟາຣິຊາຍ​ລຸກ​ຂຶ້ນ​ຖຽງ​ຢ່າງ​ດຸ​ເດືອດ ແລະ​ບອກ​ວ່າ: “ພວກ​ເຮົາ​ບໍ່​ເຫັນ​ວ່າ​ຜູ້​ນີ້​ມີ​ຄວາມ​ຜິດ​ຫຍັງ ຜູ້​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ຫຼື​ທູດ​ສະຫວັນ​ອາດ​ຈະ​ມາ​ເວົ້າ​ກັບ​ລາວ​ແທ້ໆກໍ​ໄດ້.” 10  ເມື່ອ​ຄວາມ​ຂັດ​ແຍ່ງ​ຮຸນແຮງ​ຂຶ້ນ ຜູ້​ບັງຄັບ​ກອງ​ພັນ​ຢ້ານ​ວ່າ​ໂປໂລ​ຈະຖືກ​ພວກ​ເຂົາ​ຈີກ​ເປັນ​ຕ່ອນໆ ລາວ​ຈຶ່ງ​ສັ່ງ​ທະຫານ​ໃຫ້​ຟ້າວ​ໄປ​ເອົາ​ໂປໂລ​ອອກ​ມາ​ຈາກ​ພວກ​ນັ້ນ ແລ້ວ​ພາ​ໄປ​ໄວ້​ໃນ​ຄ້າຍ​ທະຫານ. 11  ໃນ​ຄືນ​ນັ້ນ ຜູ້​ເປັນ​ນາຍ​ມາ​ຢືນ​ຢູ່​ທາງ​ຂ້າງ​ໂປໂລ​ແລະ​ບອກ​ວ່າ: “ໃຫ້​ກ້າຫານ! ເຈົ້າ​ໄດ້​ປະກາດ​ກ່ຽວ​ກັບ​ຂ້ອຍ​ຢ່າງ​ທົ່ວ​ເຖິງ​ໃນ​ເມືອງ​ເຢຣູຊາເລັມ​ແລ້ວ ເຈົ້າ​ຕ້ອງ​ປະກາດ​ແບບ​ນັ້ນ​ໃນ​ເມືອງ​ໂຣມ​ຄື​ກັນ.” 12  ເມື່ອ​ຮອດ​ຕອນ​ເຊົ້າ ພວກ​ຢິວ​ໄດ້​ຮ່ວມ​ຫົວ​ກັນ​ວາງ​ແຜນ​ແລະ​ສາບານ​ຕົວ*​ວ່າ​ຈະ​ບໍ່​ກິນ​ບໍ່​ດື່ມ​ຫຍັງ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ. 13  ຄົນ​ທີ່​ຮ່ວມ​ຫົວ​ກັນ​ວາງ​ແຜນ​ແລະ​ສາບານ​ຕົວ​ນັ້ນ​ມີ​ຫຼາຍ​ກວ່າ 40 ຄົນ. 14  ພວກ​ເຂົາ​ໄປ​ບອກ​ພວກ​ປະໂລຫິດ​ໃຫຍ່​ກັບ​ພວກ​ຜູ້​ນຳ​ວ່າ: “ພວກ​ເຮົາ​ພາ​ກັນ​ສາບານ​ໄວ້​ແລ້ວ​ວ່າ​ຈະ​ບໍ່​ກິນ​ຫຍັງ​ຈັກ​ຄຳ​ຈົນ​ກວ່າ​ຈະ​ຂ້າ​ໂປໂລ​ໄດ້​ກ່ອນ. 15  ຂໍ​ໃຫ້​ພວກ​ທ່ານ​ກັບ​ສະມາຊິກ​ສານ​ຊັນເຮດຣິນ​ຂໍ​ຜູ້​ບັງຄັບ​ກອງ​ພັນ​ໃຫ້​ສົ່ງ​ໂປໂລ​ມາ​ໃຫ້​ພວກ​ທ່ານ ເຮັດ​ຄື​ກັບ​ວ່າ​ຢາກ​ຈະ​ຊັກ​ຖາມ​ເລື່ອງ​ຂອງ​ລາວ​ໃຫ້​ຊັດເຈນ​ຂຶ້ນ ແລ້ວ​ພວກ​ເຮົາ​ຈະ​ລັດ​ຂ້າ​ລາວ​ກ່ອນ​ທີ່​ລາວ​ໃກ້​ຈະ​ຮອດ.” 16  ແຕ່​ຫຼານ​ຊາຍ​ຂອງ​ໂປໂລ​ໄດ້​ຍິນ​ເລື່ອງ​ທີ່​ພວກ​ເຂົາ​ວາງ​ແຜນ​ຮ້າຍ​ນັ້ນ ລາວ​ຈຶ່ງ​ເຂົ້າ​ໄປ​ບອກ​ໂປໂລ​ໃນ​ຄ້າຍ​ທະຫານ. 17  ໂປໂລ​ເອີ້ນ​ນາຍ​ຮ້ອຍ​ຄົນ​ໜຶ່ງ​ເຂົ້າ​ມາ​ແລະ​ບອກ​ວ່າ: “ຂໍ​ໃຫ້​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ໄປ​ຫາ​ຜູ້​ບັງຄັບ​ກອງ​ພັນ ເພາະ​ລາວ​ມີ​ເລື່ອງ​ຈະ​ບອກ.” 18  ນາຍ​ຮ້ອຍ​ຄົນ​ນັ້ນ​ກໍ​ພາ​ຊາຍ​ໜຸ່ມ​ໄປ​ຫາ​ຜູ້​ບັງຄັບ​ກອງ​ພັນ​ແລະ​ບອກ​ວ່າ: “ໂປໂລ​ທີ່​ຖືກ​ຂັງ​ຄຸກ​ຢູ່​ນັ້ນ​ເອີ້ນ​ຂ້ອຍ​ໄປ​ຫາ​ແລະ​ຂໍ​ໃຫ້​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ມາ​ຫາ​ທ່ານ ຍ້ອນ​ລາວ​ມີ​ບາງ​ຢ່າງ​ຈະ​ບອກ​ໃຫ້​ທ່ານ​ຮູ້.” 19  ຜູ້​ບັງຄັບ​ກອງ​ພັນ​ກໍ​ຈູງ​ມື​ຊາຍ​ໜຸ່ມ​ຄົນ​ນັ້ນ​ໄປ​ຖາມ​ເປັນ​ສ່ວນ​ຕົວ​ວ່າ: “ເຈົ້າ​ມີ​ຫຍັງ​ຈະ​ບອກ​ຂ້ອຍ​ບໍ?” 20  ຊາຍ​ໜຸ່ມ​ບອກ​ວ່າ: “ພວກ​ຢິວ​ຕົກ​ລົງ​ກັນ​ວ່າ​ຈະ​ຂໍ​ໃຫ້​ທ່ານ​ສົ່ງ​ຕົວ​ໂປໂລ​ໄປ​ທີ່​ສານຊັນເຮດຣິນ​ມື້​ອື່ນ ໂດຍ​ເຮັດ​ຄື​ກັບ​ວ່າ​ຢາກ​ຮູ້​ເລື່ອງ​ຂອງ​ລາວ​ຫຼາຍ​ຂຶ້ນ. 21  ແຕ່​ທ່ານ​ຢ່າ​ຫຼົງ​ເຊື່ອ ເພາະ​ພວກ​ເຂົາ​ຫຼາຍ​ກວ່າ 40 ຄົນ​ຈະ​ຖ້າ​ລັດ​ທຳ​ຮ້າຍ​ໂປໂລ ພວກ​ເຂົາ​ໄດ້​ພາ​ກັນ​ສາບານ​ໄວ້​ວ່າ​ຈະ​ບໍ່​ກິນ​ບໍ່​ດື່ມ​ຫຍັງ​ຈົນ​ກວ່າ​ຈະ​ຂ້າ​ໂປໂລ​ໄດ້​ກ່ອນ ແລະ​ຕອນ​ນີ້​ພວກ​ເຂົາ​ກຽມ​ການ​ໄວ້​ພ້ອມ​ແລ້ວ ມີ​ແຕ່​ລໍ​ຖ້າ​ໃຫ້​ທ່ານ​ອະນຸມັດ​ເທົ່າ​ນັ້ນ.” 22  ຜູ້​ບັງຄັບ​ກອງ​ພັນ​ສັ່ງ​ຊາຍ​ໜຸ່ມ​ວ່າ: “ຢ່າ​ໃຫ້​ຜູ້​ໃດ​ຮູ້​ວ່າ​ເຈົ້າ​ມາ​ບອກ​ຂ້ອຍ​ເລື່ອງ​ນີ້.” ແລ້ວ​ກໍ​ໃຫ້​ລາວ​ໄປ. 23  ແລ້ວ​ຜູ້​ບັງຄັບ​ກອງ​ພັນ​ກໍ​ເອີ້ນ​ນາຍ​ຮ້ອຍ 2 ຄົນ​ມາ​ສັ່ງ​ວ່າ: “ໄປ​ກຽມ​ທະຫານ 200 ຄົນ​ໄວ້​ໃຫ້​ພ້ອມ ແລະ​ກຽມ​ທະຫານ​ມ້າ 70 ຄົນ​ກັບ​ທະຫານ​ຖື​ຫອກ 200 ຄົນ ແລ້ວ​ໃຫ້​ເດີນ​ທາງ​ໄປ​ເມືອງ​ກາຍຊາເຣຍ​ຕອນ 9 ໂມງ*ກາງຄືນ. 24  ກຽມ​ມ້າ​ໃຫ້​ໂປໂລ​ຂີ່ ແລ້ວ​ພາ​ລາວ​ໄປ​ສົ່ງ​ໃຫ້​ເຈົ້າ​ແຂວງ​ເຟລິກ​ຢ່າງ​ປອດໄພ.” 25  ແລ້ວ​ຜູ້​ບັງຄັບ​ກອງ​ພັນ​ກໍ​ຂຽນ​ຈົດ​ໝາຍ​ທີ່​ມີ​ຂໍ້​ຄວາມ​ວ່າ: 26  “ຂ້ອຍ​ກລາວດີໂອ​ລີເຊຍ ຂໍ​ຮຽນ​ທ່ານ​ເຈົ້າ​ແຂວງ​ເຟລິກ​ທີ່​ນັບຖື! 27  ຜູ້​ຊາຍ​ຄົນ​ນີ້​ຖືກ​ພວກ​ຢິວ​ຈັບ​ຕົວ​ແລະ​ເກືອບ​ຈະ​ຖືກ​ຂ້າ ແຕ່​ເມື່ອ​ຂ້ອຍ​ຮູ້​ວ່າ​ລາວ​ເປັນ​ພົນລະເມືອງ​ໂຣມ ຂ້ອຍ​ກໍ​ຟ້າວ​ພາ​ທະຫານ​ໄປ​ຊ່ວຍ​ລາວ. 28  ຂ້ອຍ​ຢາກ​ຮູ້​ວ່າ​ເປັນ​ຫຍັງ​ພວກ​ຢິວ​ກ່າວ​ຫາ​ລາວ ຂ້ອຍ​ຈຶ່ງ​ສົ່ງ​ຕົວ​ລາວ​ໄປ​ທີ່​ສານ​ຊັນເຮດຣິນ​ຂອງ​ພວກ​ຢິວ. 29  ແລ້ວ​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ລາວ​ຖືກ​ກ່າວ​ຫາ​ຍ້ອນ​ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ກົດ​ໝາຍ​ຂອງ​ພວກ​ເຂົາ​ເອງ ແຕ່​ບໍ່​ມີ​ຂໍ້​ຫາ​ຫຍັງ​ເລີຍ​ທີ່​ເຮັດ​ໃຫ້​ລາວ​ສົມຄວນ​ຕາຍ​ຫຼື​ຖືກ​ຂັງ​ຄຸກ. 30  ແລະ​ຂ້ອຍ​ໄດ້​ຮັບ​ແຈ້ງ​ວ່າ​ມີ​ການ​ວາງ​ແຜນ​ຈະ​ທຳ​ຮ້າຍ​ລາວ ຂ້ອຍ​ຈຶ່ງ​ສົ່ງ​ຕົວ​ລາວ​ມາ​ໃຫ້​ທ່ານ​ທັນທີ​ແລະ​ສັ່ງ​ໃຫ້​ພວກ​ທີ່​ກ່າວ​ຫາ​ລາວ​ມາ​ຟ້ອງ​ລາວ​ຕໍ່​ໜ້າ​ທ່ານ.” 31  ພວກ​ທະຫານ​ກໍ​ເຮັດ​ຕາມ​ຄຳ​ສັ່ງ ໂດຍ​ເອົາ​ຕົວ​ໂປໂລ​ໄປ​ເມືອງ​ອັນ​ຕີ​ປາ​ຕີ​ໃນ​ຕອນ​ກາງຄືນ. 32  ໃນ​ມື້​ຕໍ່​ມາ ພວກ​ເຂົາ​ໃຫ້​ທະຫານ​ມ້າ​ໄປ​ກັບ​ໂປໂລ ສ່ວນ​ພວກ​ເຂົາ​ກໍ​ກັບ​ໄປ​ຄ້າຍ​ທະຫານ. 33  ພວກ​ທະຫານ​ມ້າ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ກາຍຊາເຣຍ ແລ້ວ​ເອົາ​ຈົດ​ໝາຍ​ໄປ​ໃຫ້​ເຈົ້າ​ແຂວງ​ພ້ອມ​ກັບ​ສົ່ງ​ຕົວ​ໂປໂລ​ໃຫ້​ລາວ​ຄື​ກັນ. 34  ເຈົ້າ​ແຂວງ​ອ່ານ​ຈົດ​ໝາຍ​ນັ້ນ​ແລ້ວ​ຖາມ​ໂປໂລ​ວ່າ​ເປັນ​ຄົນ​ແຂວງ​ໃດ ແລະ​ກໍ​ໄດ້​ຮູ້​ວ່າ​ໂປໂລ​ມາ​ຈາກ​ແຂວງ​ກີລີເກຍ. 35  ເຈົ້າ​ແຂວງ​ເວົ້າ​ວ່າ: “ຖ້າ​ພວກ​ທີ່​ກ່າວ​ຫາ​ເຈົ້າ​ມາ​ພ້ອມ​ໜ້າ​ກັນ​ຕອນ​ໃດ ຂ້ອຍ​ຈະ​ຟັງ​ຄຳ​ໃຫ້​ການ​ຂອງ​ເຈົ້າ​ຢ່າງ​ລະອຽດ.” ແລ້ວ​ລາວ​ກໍ​ສັ່ງ​ໃຫ້​ຄຸມ​ຕົວ​ໂປໂລ​ໄວ້​ໃນ​ວັງ​ຂອງ​ເຮໂຣດ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຈົ້າ​ເປັນ​ຝາ​ທີ່​ທາ​ດ້ວຍ​ນ້ຳ​ປູນ​ຂາວ”
​ໝາຍ​ເຖິງ​ພວກ​ເຂົາ​ເຊື່ອ​ວ່າ ຖ້າ​ບໍ່​ເຮັດ​ຕາມ​ທີ່​ສາບານ​ໄວ້​ຈະ​ມີ​ແນວ​ເປັນ​ໄປ
ແປ​ຕາມ​ໂຕ​ວ່າ “ຊົ່ວ​ໂມງ​ທີ 3”