ມັດທາຍ 14:1-36

  • ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຖືກ​ຕັດ​ຫົວ (1-12)

  • ພະ​ເຢຊູ​ລ້ຽງ​ອາຫານ​ຜູ້​ຊາຍ 5.000 ຄົນ (13-21)

  • ພະ​ເຢຊູ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ (22-33)

  • ພະ​ເຢຊູ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ຢູ່​ເມືອງ​ເຄັນເນຊາເຣັດ (34-36)

14​  ຕອນ​ທີ່​ເຮໂຣດ*ຜູ້​ປົກຄອງ​ແຂວງ​ໄດ້​ຍິນ​ເລື່ອງ​ຂອງ​ພະ​ເຢຊູ  ລາວ​ເວົ້າ​ກັບ​ພວກ​ທີ່​ປຶກສາ​ວ່າ: “ຜູ້​ນີ້​ຕ້ອງ​ແມ່ນ​ໂຢຮັນ​ຜູ້​ໃຫ້​ບັບເຕມາ. ລາວ​ຄືນ​ມາ​ຈາກ​ຕາຍ​ແລ້ວ ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ເຮັດ​ການ​ອັດສະຈັນ​ໄດ້.”  ກ່ອນ​ໜ້າ​ນີ້ ເຮໂຣດ​ຈັບ​ໂຢຮັນ​ລ່າມ​ໂສ້​ແລະ​ຂັງ​ໄວ້​ໃນ​ຄຸກ ຍ້ອນ​ເລື່ອງ​ຂອງ​ເຮໂຣເດຍ​ທີ່​ເຄີຍ​ເປັນ​ເມຍ​ຂອງ​ຟີລິບ​ເຊິ່ງ​ເປັນ​ອ້າຍ​ຂອງ​ເຮໂຣດ.  ໂຢຮັນ​ເຄີຍ​ເວົ້າ​ກັບ​ເຮໂຣດ​ຫຼາຍ​ເທື່ອ​ວ່າ: “ມັນ​ຜິດ​ທີ່​ທ່ານ​ເອົາ​ເຮໂຣເດຍ​ມາ​ເປັນ​ເມຍ.”  ເຖິງ​ວ່າ​ເຣໂຣດ​ຢາກ​ຈະ​ຂ້າ​ໂຢຮັນ​ແຕ່​ລາວ​ກໍ​ຢ້ານ​ປະຊາຊົນ ຍ້ອນ​ພວກ​ເຂົາ​ຖື​ວ່າ​ໂຢຮັນ​ເປັນ​ຜູ້​ພະຍາກອນ.  ໃນ​ງານ​ສະຫຼອງ​ວັນ​ເກີດ​ຂອງ​ເຮໂຣດ ລູກ​ສາວ​ຂອງ​ເຮໂຣເດຍ​ອອກ​ມາ​ເຕັ້ນ​ໃຫ້​ເຮໂຣດ​ກັບ​ແຂກ​ເບິ່ງ ແລະ​ເຮໂຣດ​ພໍ​ໃຈ​ຫຼາຍ  ລາວ​ເຖິງ​ຂັ້ນ​ສາບານ​ວ່າ​ຈະ​ໃຫ້​ທຸກ​ຢ່າງ​ຕາມ​ທີ່​ຜູ້​ຍິງ​ຄົນ​ນີ້​ຂໍ.  ຜູ້​ຍິງ​ຄົນ​ນີ້​ຈຶ່ງ​ຂໍ​ກັບ​ເຮໂຣດ​ຕາມ​ທີ່​ແມ່​ບອກ​ໂດຍ​ເວົ້າ​ວ່າ: “ຂ້ອຍ​ຢາກ​ໄດ້​ຫົວ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ ເອົາ​ໃສ່​ຖາດ​ມາ​ໃຫ້​ຂ້ອຍ.”  ຄຳ​ຂໍ​ນີ້​ເຮັດ​ໃຫ້​ກະສັດ​ເຮໂຣດ​ລຳບາກ​ໃຈ ແຕ່​ກໍ​ຕ້ອງ​ໃຫ້​ຕາມ​ທີ່​ລາວ​ຂໍ​ຍ້ອນ​ໄດ້​ສາບານ​ຕໍ່​ໜ້າ​ແຂກ​ທີ່​ກິນ​ອາຫານ​ນຳ​ກັນ. 10  ເຮໂຣດ​ຈຶ່ງ​ໃຊ້​ຄົນ​ໃຫ້​ໄປ​ຕັດ​ຫົວ​ຂອງ​ໂຢຮັນ​ຢູ່​ໃນ​ຄຸກ 11  ແລ້ວ​ເອົາ​ຫົວ​ຂອງ​ໂຢຮັນ​ໃສ່​ຖາດ​ມາ​ໃຫ້​ລູກ​ສາວ​ຂອງ​ເຮໂຣເດຍ ແລະ​ລາວ​ກໍ​ເອົາ​ໄປ​ໃຫ້​ແມ່. 12  ພວກ​ລູກ​ສິດ​ຂອງ​ໂຢຮັນ​ໄດ້​ມາ​ເອົາ​ສົບ​ໄປ​ຝັງ ຈາກ​ນັ້ນ​ພວກ​ເຂົາ​ກໍ​ໄປ​ເລົ່າ​ເລື່ອງ​ນີ້​ໃຫ້​ພະ​ເຢຊູ​ຟັງ. 13  ເມື່ອ​ພະ​ເຢຊູ​ຮູ້​ເລື່ອງ​ນີ້​ກໍ​ຂຶ້ນ​ເຮືອ​ໄປ​ຈາກ​ບ່ອນ​ນັ້ນ ແລ້ວ​ໄປ​ໃນ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຜູ້​ຄົນ​ຍ້ອນ​ຢາກ​ຢູ່​ຄົນ​ດຽວ ແຕ່​ເມື່ອ​ຜູ້​ຄົນ​ຕາມ​ເມືອງ​ຕ່າງໆຮູ້​ວ່າ​ພະ​ເຢຊູ​ໄປ​ໃສ ພວກ​ເຂົາ​ກໍ​ພາ​ກັນ​ຍ່າງ​ໄປ​ຫາ​ເພິ່ນ​ຢູ່​ບ່ອນ​ນັ້ນ. 14  ເມື່ອ​ພະ​ເຢຊູ​ມາ​ຮອດ​ອີກ​ຟາກ​ໜຶ່ງ ເພິ່ນ​ເຫັນ​ຜູ້​ຄົນ​ຈຳນວນ​ຫຼາຍ​ມາ​ລໍ​ຖ້າ​ຢູ່ ເພິ່ນ​ກໍ​ຮູ້ສຶກ​ອີ່​ຕົນ​ພວກ​ເຂົາ​ແລະ​ໄດ້​ປິ່ນປົວ​ຄົນ​ທີ່​ເຈັບ​ປ່ວຍ. 15  ເມື່ອ​ຮອດ​ຕອນ​ແລງ ພວກລູກ​ສິດ​ມາ​ຫາ​ພະ​ເຢຊູ​ແລ້ວ​ເວົ້າ​ວ່າ: “ແຖວ​ນີ້​ຫ່າງ​ໄກ​ຈາກ​ຜູ້​ຄົນ​ແລະ​ຕອນ​ນີ້​ກໍ​ຄ່ຳແລ້ວ ບອກ​ປະຊາຊົນ​ໃຫ້​ໄປ​ຊອກ​ຊື້​ອາຫານ​ຕາມ​ບ້ານ​ທີ່​ຢູ່​ໃກ້ໆນີ້​ສາ.” 16  ແຕ່​ພະ​ເຢຊູ​ບອກ​ລູກ​ສິດ​ວ່າ: “ບໍ່​ຕ້ອງ​ໃຫ້​ພວກ​ເຂົາ​ໄປ​ໃສ​ດອກ ພວກ​ເຈົ້າ​ຫັ້ນ​ແຫຼະ​ເອົາ​ອາຫານ​ໃຫ້​ພວກ​ເຂົາ​ກິນ.” 17  ພວກ​ລູກ​ສິດ​ບອກ​ເພິ່ນ​ວ່າ: “ພວກ​ເຮົາ​ມີ​ແຕ່​ເຂົ້າຈີ່ 5 ອັນ​ກັບ​ປາ 2 ໂຕ.” 18  ພະ​ເຢຊູ​ບອກ​ວ່າ: “ເອົາ​ເຂົ້າຈີ່​ກັບ​ປາ​ມາ​ໃຫ້​ຂ້ອຍ.” 19  ເພິ່ນ​ສັ່ງ​ໃຫ້​ທຸກ​ຄົນ​ນັ່ງ​ລົງ​ເທິງ​ຫຍ້າ ຈາກ​ນັ້ນ​ເພິ່ນ​ກໍ​ຈັບ​ເອົາ​ເຂົ້າຈີ່ 5 ອັນ​ກັບ​ປາ 2 ໂຕ ແລະ​ໄດ້​ເງີຍ​ໜ້າ​ຂຶ້ນ​ຟ້າ ອະທິດຖານ ແລ້ວ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກ​ລູກ​ສິດ ແລະ​ພວກ​ລູກ​ສິດ​ກໍ​ຢາຍ​ໃຫ້​ປະຊາຊົນ. 20  ທຸກ​ຄົນ​ໄດ້​ກິນ​ຈົນ​ອີ່ມ ແລະ​ພວກ​ລູກ​ສິດ​ກໍ​ທ້ອນ​ເຂົ້າຈີ່​ທີ່​ເຫຼືອ​ໄດ້​ເຕັມ 12 ກະຕ່າ. 21  ຄົນ​ທີ່​ໄດ້​ກິນ​ອາຫານ ມີ​ຜູ້​ຊາຍ​ປະມານ 5.000 ຄົນ ເຊິ່ງ​ບໍ່​ນັບ​ຜູ້​ຍິງ​ແລະ​ເດັກ​ນ້ອຍ. 22  ທັນທີ​ຫຼັງ​ຈາກ​ນັ້ນ ພະ​ເຢຊູ​ໃຫ້​ພວກ​ລູກ​ສິດ​ຂຶ້ນ​ເຮືອ​ຂ້າມ​ຟາກ​ໄປ​ກ່ອນ ສ່ວນ​ເພິ່ນ​ກໍ​ຖ້າ​ສົ່ງ​ປະຊາຊົນ​ຢູ່​ບ່ອນ​ນັ້ນ. 23  ເມື່ອ​ຜູ້​ຄົນ​ເມືອ​ໝົດ​ແລ້ວ ພະ​ເຢຊູ​ຂຶ້ນ​ໄປ​ອະທິດຖານ​ຢູ່​ເທິງ​ພູເຂົາ​ຄົນ​ດຽວ. ເມື່ອ​ຄ່ຳ​ແລ້ວ ເພິ່ນ​ກໍ​ຍັງ​ຢູ່​ຫັ້ນ​ຄົນ​ດຽວ. 24  ຕອນ​ນັ້ນ ເຮືອ​ຂອງ​ພວກ​ລູກ​ສິດ​ອອກ​ໄປ​ໄກ​ຈາກ​ຝັ່ງ​ຫຼາຍ​ຮ້ອຍ​ແມັດ​ແລ້ວ ແລະ​ແລ່ນ​ຕ້ານ​ກະແສ​ລົມ​ແລະ​ຄື້ນ​ຢູ່. 25  ໃນ​ຕອນ​ໃກ້​ຈະ​ແຈ້ງ* ພະ​ເຢຊູ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ມາ​ຫາ​ພວກ​ເຂົາ. 26  ເມື່ອ​ພວກ​ລູກ​ສິດ​ເຫັນ​ຄົນ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ຈຶ່ງ​ຕົກໃຈ​ຢ້ານ​ແລະ​ພາ​ກັນ​ເວົ້າ​ວ່າ: “ແມ່ນ​ຫຍັງ​ຫັ້ນ!” ແລ້ວ​ພວກ​ເຂົາ​ກໍ​ຮ້ອງ​ສຽງ​ເຫຼີ​ດ້ວຍ​ຄວາມ​ຢ້ານ. 27  ແຕ່​ພະ​ເຢຊູ​ບອກ​ພວກ​ເຂົາ​ວ່າ: “ບໍ່​ຕ້ອງ​ຕົກໃຈ! ຂ້ອຍ​ເອງ ບໍ່​ຕ້ອງ​ຢ້ານ.” 28  ເປໂຕ​ເວົ້າ​ກັບ​ເພິ່ນ​ວ່າ: “ອາຈານ ຖ້າ​ເປັນ​ທ່ານ​ແທ້ໆ ຂໍ​ໃຫ້​ຂ້ອຍ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ທ່ານ​ໄດ້​ບໍ?” 29  ພະ​ເຢຊູ​ເວົ້າ​ວ່າ: “ມາ​ແມະ!” ເປໂຕ​ກໍ​ອອກ​ຈາກ​ເຮືອ​ແລ້ວ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ໄປ​ຫາ​ເພິ່ນ. 30  ແຕ່​ເມື່ອ​ແນມ​ເບິ່ງ​ພາຍຸ ລາວ​ກໍ​ຢ້ານ​ແລະ​ເລີ່ມ​ຈະ​ຈົມ​ນ້ຳ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: “ອາຈານ ຊ່ວຍ​ຂ້ອຍ​ແດ່!” 31  ພະ​ເຢຊູ​ຟ້າວ​ເດ່​ມື​ໄປ​ຈັບ​ເປໂຕ​ແລະ​ເວົ້າ​ວ່າ: “ເຈົ້າ​ມີ​ຄວາມ​ເຊື່ອ​ໜ້ອຍ​ແທ້ໆ ເປັນ​ຫຍັງ​ຈຶ່ງ​ສົງໄສ?” 32  ແລະ​ເມື່ອ​ພະ​ເຢຊູ​ກັບ​ເປໂຕ​ຂຶ້ນ​ມາ​ຢູ່​ເທິງ​ເຮືອ​ແລ້ວ ພາຍຸ​ກໍ​ສະຫງົບ​ລົງ. 33  ລູກ​ສິດ​ທີ່​ຢູ່​ໃນ​ເຮືອ​ຈຶ່ງ​ໝອບ​ລົງ​ສະແດງ​ຄວາມ​ເຄົາລົບ*ເພິ່ນ​ແລະ​ເວົ້າ​ວ່າ: “ທ່ານ​ເປັນ​ລູກ​ຂອງ​ພະເຈົ້າ​ແທ້ໆ.” 34  ແລ້ວ​ພະ​ເຢຊູ​ກັບ​ລູກ​ສິດ​ກໍ​ຂ້າມ​ມາ​ຮອດ​ຝັ່ງ​ເຄັນເນຊາເຣັດ. 35  ເມື່ອ​ຜູ້​ຄົນ​ຢູ່​ຫັ້ນ​ຮູ້​ວ່າ​ພະ​ເຢຊູ​ມາ ພວກ​ເຂົາ​ໄດ້​ບອກ​ຕໍ່ໆກັນ​ໄປ​ທົ່ວ​ບໍລິເວນ​ນັ້ນ ແລ້ວ​ຜູ້​ຄົນ​ກໍ​ພາ​ຄົນ​ເຈັບ​ປ່ວຍ​ມາ​ຫາ​ເພິ່ນ. 36  ພວກ​ເຂົາ​ຈຶ່ງ​ອ້ອນ​ວອນ​ພະ​ເຢຊູ​ວ່າ ຂໍ​ບາຍ​ແຕ່​ຍອຍ​ເສື້ອ​ຄຸມ​ຂອງ​ເພິ່ນ​ເທົ່າ​ນັ້ນ ແລະ​ທຸກ​ຄົນ​ທີ່​ໄດ້​ບາຍ​ຍອຍ​ເສື້ອ​ນັ້ນ​ກໍ​ເຊົາ​ເຈັບ​ປ່ວຍ.

ຂໍຄວາມໄຂເງື່ອນ

ນັ້ນ​ແມ່ນ ເຮໂຣດ​ອັນຕິປາ
ນັ້ນ​ແມ່ນ ປະມານ 3 ໂມງ​ເຊົ້າ​ຈົນ​ຮອດ​ຕອນ​ຕາເວັນ​ຂຶ້ນ​ປະມານ 6 ໂມງ​ເຊົ້າ
ຫຼື “ຄຳນັບ”