ເຮັບເຣີ 2:1-18
2 ຍ້ອນແນວນັ້ນ ພວກເຮົາຈຶ່ງຕ້ອງເອົາໃຈໃສ່ສິ່ງທີ່ໄດ້ຍິນໃຫ້ຫຼາຍກວ່າປົກກະຕິ ເພື່ອພວກເຮົາຈະບໍ່ລອຍຫ່າງອອກໄປ.
2 ຖ້າຂ່າວສານທີ່ເຄີຍເວົ້າຜ່ານທາງພວກທູດສະຫວັນເປັນເລື່ອງແນ່ນອນ ແລະເຮັດໃຫ້ທຸກຄົນທີ່ເຮັດຜິດແລະບໍ່ເຊື່ອຟັງຕ້ອງຖືກລົງໂທດຕາມຄວາມຍຸຕິທຳ
3 ແລ້ວພວກເຮົາຈະພົ້ນໂທດໄດ້ແນວໃດຖ້າພວກເຮົາລະເລີຍຂ່າວສານກ່ຽວກັບຄວາມລອດທີ່ຍິ່ງໃຫຍ່? ເພາະຜູ້ເປັນນາຍຂອງພວກເຮົາໄດ້ເວົ້າເລື່ອງນີ້ເປັນຄົນທຳອິດ ແລະຄົນທີ່ໄດ້ຍິນກໍຢືນຢັນເລື່ອງນີ້ກັບພວກເຮົາ
4 ພະເຈົ້າກໍຮ່ວມຢືນຢັນເລື່ອງນີ້ນຳໂດຍເຮັດການອັດສະຈັນ ສະແດງປາຕິຫານ ແລະເຮັດສິ່ງທີ່ໜ້າງຶດງໍ້ຫຼາຍຢ່າງ ລວມທັງໃຫ້ພະລັງບໍລິສຸດແກ່ພວກຜູ້ຮັບໃຊ້ຕາມທີ່ພະອົງຕ້ອງການ.
5 ພະເຈົ້າບໍ່ໄດ້ໃຫ້ພວກທູດສະຫວັນປົກຄອງໂລກທີ່ຈະມີມາໃນອະນາຄົດ ເຊິ່ງເປັນໂລກທີ່ພວກເຮົາກຳລັງເວົ້າເຖິງຢູ່.
6 ແຕ່ມີຄົນໜຶ່ງຢືນຢັນເລື່ອງນີ້ໄວ້ວ່າ: “ມະນຸດແມ່ນໃຜ ພະອົງຈຶ່ງຄິດເຖິງລາວ ແລະລູກຂອງມະນຸດແມ່ນໃຜທີ່ພະອົງຕ້ອງເບິ່ງແຍງລາວ?
7 ພະອົງສ້າງລາວໃຫ້ຕ່ຳກວ່າພວກທູດສະຫວັນໜ້ອຍໜຶ່ງ ພະອົງໃຫ້ລາວມີກຽດແລະຄວາມສະຫງ່າງາມແລະຕັ້ງລາວໃຫ້ມີອຳນາດເໜືອທຸກສິ່ງທີ່ພະອົງສ້າງໄວ້.
8 ພະອົງເຮັດໃຫ້ທຸກສິ່ງຢູ່ໃຕ້ຕີນຂອງລາວ.” ນີ້ໝາຍຄວາມວ່າ ເມື່ອພະເຈົ້າເຮັດໃຫ້ທຸກສິ່ງຢູ່ໃຕ້ພະເຢຊູກໍບໍ່ມີຫຍັງເລີຍທີ່ບໍ່ຢູ່ໃຕ້ອຳນາດເພິ່ນ. ເຖິງວ່າພວກເຮົາຍັງບໍ່ໄດ້ເຫັນທຸກສິ່ງຢູ່ໃຕ້ອຳນາດເພິ່ນກໍຕາມ.
9 ແຕ່ພວກເຮົາເຫັນວ່າຕອນນີ້ພະເຢຊູໄດ້ຮັບກຽດແລະຄວາມສະຫງ່າງາມແລ້ວເພາະເພິ່ນຍອມສະລະຊີວິດ ເພິ່ນຖືກເຮັດໃຫ້ຕ່ຳກວ່າທູດສະຫວັນໜ້ອຍໜຶ່ງເພື່ອມາຕາຍແທນທຸກຄົນ ເຊິ່ງເປັນການສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ.
10 ພະເຈົ້າສ້າງທຸກສິ່ງແລະທຸກສິ່ງມີຂຶ້ນເພື່ອພະອົງ ພະອົງຢາກໃຫ້ພວກລູກທັງຫຼາຍໄດ້ຮັບກຽດ ຈຶ່ງເໝາະສົມແລ້ວທີ່ພະອົງຈະຍອມໃຫ້ຜູ້ນຳຄົນສຳຄັນຕ້ອງທົນທຸກ ເພື່ອເພິ່ນຈະມີຄຸນສົມບັດຄົບຖ້ວນທີ່ຈະຊ່ວຍພວກເຂົາໃຫ້ລອດໄດ້.
11 ທັງພະເຢຊູແລະຄົນເຫຼົ່ານັ້ນທີ່ເພິ່ນເຮັດໃຫ້ບໍລິສຸດ*ມີພໍ່ອົງດຽວກັນ ເພິ່ນຈຶ່ງບໍ່ອາຍທີ່ຈະເອີ້ນພວກເຂົາວ່າ “ພີ່ນ້ອງ”
12 ຄືກັບທີ່ເພິ່ນເວົ້າວ່າ: “ຂ້ອຍຈະບອກພວກພີ່ນ້ອງຂອງຂ້ອຍໃຫ້ຮູ້ຈັກຊື່ພະອົງ ຂ້ອຍຈະຮ້ອງເພງສັນລະເສີນພະອົງໃນບ່ອນປະຊຸມ.”
13 ເພິ່ນເວົ້າອີກວ່າ: “ຂ້ອຍຈະໄວ້ວາງໃຈພະອົງ” ແລະຍັງເວົ້າອີກວ່າ: “ເບິ່ງແມ້! ຂ້ອຍກັບພວກລູກນ້ອຍໆທີ່ພະເຢໂຫວາມອບໃຫ້ຂ້ອຍ.”
14 ດັ່ງນັ້ນ ໃນເມື່ອ “ພວກລູກນ້ອຍໆ” ເຫຼົ່ານີ້ເປັນມະນຸດທີ່ມີເລືອດແລະເນື້ອໜັງ ພະເຢຊູຈຶ່ງມາເປັນມະນຸດທີ່ມີເລືອດແລະເນື້ອໜັງຄືກັນ ເພື່ອເພິ່ນຈະໄດ້ຕາຍແລ້ວມີອຳນາດທີ່ຈະທຳລາຍມານຮ້າຍທີ່ສາມາດເຮັດໃຫ້ຄົນຕາຍໄດ້
15 ແລະເພື່ອເພິ່ນຈະປົດປ່ອຍທຸກຄົນທີ່ຕົກເປັນທາດມາຕະຫຼອດຊີວິດຍ້ອນຢ້ານຄວາມຕາຍ.
16 ທີ່ຈິງ ພະເຢຊູບໍ່ໄດ້ຊ່ວຍພວກທູດສະຫວັນ ແຕ່ເພິ່ນຊ່ວຍລູກຫຼານຂອງອັບຣາຮາມ.
17 ຍ້ອນແນວນີ້ ເພິ່ນຈຶ່ງຕ້ອງມາເປັນຄືກັບ “ພວກພີ່ນ້ອງ” ຂອງເພິ່ນໃນທຸກດ້ານ ເພື່ອເພິ່ນຈະໄດ້ເປັນມະຫາປະໂລຫິດທີ່ເມດຕາແລະສັດຊື່ໃນການຮັບໃຊ້ພະເຈົ້າ ແລະເພື່ອຖວາຍເຄື່ອງບູຊາໄຖ່ບາບຂອງປະຊາຊົນໃນການຄືນດີກັບພະເຈົ້າ.
18 ເພິ່ນສາມາດຊ່ວຍຄົນທີ່ຖືກທົດສອບໄດ້ ເພາະເພິ່ນເຄີຍທົນທຸກມາແລ້ວຕອນທີ່ຖືກທົດສອບ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ເພິ່ນແຍກໄວ້ໃຫ້ເປັນຄົນຂອງພະເຈົ້າ”