ໂຢຮັນ 12:1-50

  • ມາຣີ​ເທ​ນ້ຳມັນ​ຫອມ​ໃສ່​ຕີນ​ຂອງ​ພະ​ເຢຊູ (1-11)

  • ພະ​ເຢຊູ​ເຂົ້າ​ເມືອງ​ຢ່າງ​ຜູ້​ມີ​ໄຊ (12-19)

  • ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ຕ້ອງ​ຕາຍ (20-37)

  • ພວກ​ຢິວ​ບໍ່​ເຊື່ອ​ຄື​ກັບ​ທີ່​ພະຍາກອນ​ໄວ້ (38-43)

  • ພະ​ເຢຊູ​ມາ​ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດ (44-50)

12​  ຫົກ​ມື້​ກ່ອນ​ເຖິງ​ເທດສະການ​ປັດສະຄາ ພະ​ເຢຊູ​ກໍ​ມາ​ຮອດ​ບ້ານ​ເບັດທານີ ເຊິ່ງ​ເປັນ​ບ້ານ​ຂອງ​ລາຊະໂຣ​ຜູ້​ທີ່​ພະ​ເຢຊູ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.  ພວກ​ເຂົາ​ລ້ຽງ​ເຂົ້າ​ແລງ​ພະ​ເຢຊູ​ຢູ່​ຫັ້ນ ມາທາ​ເປັນ​ຜູ້​ເສີບ​ອາຫານ​ໃຫ້​ແຂກ ແລະ​ລາຊະໂຣ​ກໍ​ນັ່ງ​ກິນ​ເຂົ້າ​ນຳ​ເພິ່ນ​ຄື​ກັນ.  ແລ້ວ​ມາຣີ​ກໍ​ເອົາ​ນ້ຳມັນ​ຫອມ​ນາຣະດາ*ແທ້ໆທີ່​ມີ​ລາຄາ​ແພງ​ຫຼາຍ​ປະມານ​ເຄິ່ງ​ລິດ*ມາ​ເທ​ໃສ່​ຕີນ​ຂອງ​ພະ​ເຢຊູ ແລ້ວ​ເອົາ​ຜົມ​ຂອງ​ລາວ​ເຊັດ​ໃຫ້​ແຫ້ງ. ເຮືອນ​ກໍ​ຫອມ​ກຸ້ມ​ໄປ​ດ້ວຍ​ນ້ຳມັນ​ນັ້ນ.  ແຕ່​ຢູດາ​ອິດ​ສະ​ກາ​ຣີ​ອົດ​ເຊິ່ງ​ເປັນ​ລູກ​ສິດ​ທີ່​ກຳລັງ​ຈະ​ທໍລະຍົດ​ພະ​ເຢຊູ​ເວົ້າ​ວ່າ:  “ເປັນ​ຫຍັງ​ບໍ່​ເອົາ​ນ້ຳມັນ​ຫອມ​ນີ້​ໄປ​ຂາຍ? ຄື​ຊິ​ໄດ້ 300 ເດນາຣິອົນ* ແລ້ວ​ເອົາ​ເງິນ​ໄປ​ແຈກ​ຢາຍ​ໃຫ້​ຄົນ​ທຸກ​ຍາກ​ກໍ​ດີ​ກວ່າ.”  ລາວ​ເວົ້າ​ແບບ​ນີ້​ບໍ່​ແມ່ນ​ຍ້ອນ​ເປັນ​ຫ່ວງ​ຄົນ​ທຸກ​ຍາກ ແຕ່​ຍ້ອນ​ລາວ​ເປັນ​ຂີ້​ລັກ ລາວ​ເປັນ​ຄົນ​ຖື​ກ່ອງ​ໃສ່​ເງິນ ແລະ​ມັກ​ລັກ​ເງິນ​ຈາກ​ກ່ອງ​ນັ້ນ.  ແຕ່​ພະ​ເຢຊູ​ບອກ​ວ່າ: “ປ່ອຍ​ໃຫ້​ລາວ​ເຮັດ​ໂລດ ລາວ​ເຮັດ​ແບບ​ນີ້​ເພື່ອ​ກຽມ​ຂ້ອຍ​ໄວ້​ສຳລັບ​ການ​ຝັງ​ສົບ.  ຄົນ​ທຸກ​ຍາກ​ຈະ​ຢູ່​ກັບ​ພວກ​ເຈົ້າ​ໄປ​ຕະຫຼອດ ແຕ່​ຂ້ອຍ​ຈະ​ບໍ່​ໄດ້​ຢູ່​ກັບ​ພວກ​ເຈົ້າ​ໄປ​ຕະຫຼອດ.”  ເມື່ອ​ຄົນ​ຢິວ​ຈຳນວນ​ຫຼາຍ​ຮູ້​ວ່າ​ພະ​ເຢຊູ​ຢູ່​ບ້ານ​ເບັດທານີ ພວກ​ເຂົາ​ກໍ​ພາ​ກັນ​ມາ​ຫັ້ນ ບໍ່​ແມ່ນ​ມາ​ຫາ​ພະ​ເຢຊູ​ເທົ່າ​ນັ້ນ ແຕ່​ມາ​ເພື່ອ​ເບິ່ງ​ລາຊະໂຣ​ຜູ້​ທີ່​ເພິ່ນ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ນຳ. 10  ຕອນ​ນີ້​ພວກ​ປະໂລຫິດ​ໃຫຍ່​ຈຶ່ງ​ຫາ​ທາງ​ທີ່​ຈະ​ຂ້າ​ລາຊະໂຣ​ຄື​ກັນ 11  ຍ້ອນ​ລາວ​ເປັນ​ຕົ້ນ​ເຫດ​ໃຫ້​ຄົນ​ຢິວ​ຫຼາຍ​ຄົນ​ໄປ​ບ່ອນ​ນັ້ນ​ແລະ​ເຊື່ອ​ໃນ​ພະ​ເຢຊູ. 12  ມື້​ຕໍ່​ມາ ເມື່ອ​ຄົນ​ຈຳນວນ​ຫຼາຍ​ທີ່​ມາ​ສະຫຼອງ​ເທດສະການ​ໄດ້​ຍິນ​ວ່າ​ພະ​ເຢຊູ​ກຳລັງ​ມາ​ເມືອງ​ເຢຣູຊາເລັມ 13  ພວກ​ເຂົາ​ກໍ​ຖື​ໃບ​ປາມ​ອອກ​ໄປ​ຕ້ອນຮັບ​ເພິ່ນ​ແລະ​ໂຫ່​ຮ້ອງ​ວ່າ: “ຂໍ​ໃຫ້​ທ່ານ​ໝັ້ນ​ຍືນ! ຂໍ​ໃຫ້​ທ່ານ​ຜູ້​ມາ​ໃນ​ນາມ​ພະ​ເຢໂຫວາ​ໄດ້​ຮັບ​ພອນ ທ່ານ​ເປັນ​ກະສັດ​ຂອງ​ອິດສະຣາເອນ!” 14  ເມື່ອ​ພະ​ເຢຊູ​ເຫັນ​ລູກ​ລາ ເພິ່ນ​ກໍ​ຂຶ້ນ​ນັ່ງ​ເທິງ​ຫຼັງ​ມັນ ຕາມ​ທີ່​ຂຽນ​ໄວ້​ໃນ​ພະ​ຄຳພີ​ວ່າ: 15  “ຊາວ​ຊີໂອນ ບໍ່​ຕ້ອງ​ຢ້ານ. ເບິ່ງ​ແມ້! ກະສັດ​ຂອງ​ພວກ​ເຈົ້າ​ກຳລັງ​ມາ ທ່ານ​ນັ່ງ​ເທິງ​ຫຼັງ​ລູກ​ລາ.” 16  ຕອນ​ທຳອິດ​ພວກ​ລູກ​ສິດ​ບໍ່​ເຂົ້າ​ໃຈ​ເຫດການ​ນີ້ ແຕ່​ເມື່ອ​ພະ​ເຢຊູ​ໄດ້​ຮັບ​ຖານະ​ທີ່​ສູງ​ສົ່ງ​ແລ້ວ ພວກ​ເຂົາ​ກໍ​ຄິດ​ພໍ້​ວ່າ​ເລື່ອງ​ນີ້​ກົງ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ກ່ຽວ​ກັບ​ເພິ່ນ​ແລະ​ຜູ້​ຄົນ​ກໍ​ເຮັດແບບ​ນັ້ນ​ກັບ​ເພິ່ນ​ແທ້ໆ. 17  ຕອນ​ທີ່​ພະ​ເຢຊູ​ເອີ້ນ​ລາຊະໂຣ​ອອກ​ມາ​ຈາກ​ອຸ​ໂມງ​ຝັງ​ສົບ ແລະ​ປຸກ​ລາວ​ໃຫ້​ຄືນ​ມາ​ຈາກ​ຕາຍ ມີ​ຫຼາຍ​ຄົນ​ຢູ່​ນຳ​ເພິ່ນ ພວກ​ເຂົາ​ບອກ​ເລື່ອງ​ນີ້​ຕໍ່ໆກັນ​ໄປ. 18  ດັ່ງ​ນັ້ນ ຈຶ່ງ​ມີ​ຄົນ​ຈຳນວນ​ຫຼາຍ​ອອກ​ມາ​ຕ້ອນຮັບ​ເພິ່ນ ຍ້ອນ​ພວກ​ເຂົາ​ໄດ້​ຍິນ​ເລື່ອງ​ການ​ອັດສະຈັນ​ຄັ້ງ​ນັ້ນ. 19  ພວກ​ຟາຣິຊາຍ​ຈຶ່ງ​ເວົ້າ​ວ່າ: “ເບິ່ງ​ແມ້! ແຜນ​ຂອງ​ເຮົາ​ບໍ່​ສຳເລັດ​ແລ້ວ. ຄົນ​ທົ່ວ​ໂລກ​ຕິດ​ຕາມ​ລາວ​ໄປ​ໝົດ​ແລ້ວ.” 20  ຄົນ​ທີ່​ມາ​ນະມັດສະການ​ໃນ​ເທດສະການ​ນັ້ນ ມີ​ບາງ​ຄົນ​ເປັນ​ຊາວ​ກຣີກ. 21  ພວກ​ເຂົາ​ມາ​ຫາ​ຟີລິບ​ເຊິ່ງ​ມາ​ຈາກ​ເມືອງ​ເບັດ​ຊາ​ອີ​ດາ​ໃນ​ແຂວງ​ຄາລີເລ ແລ້ວ​ຂໍຮ້ອງ​ວ່າ: “ທ່ານ​ເອີຍ ພວກ​ເຮົາ​ຢາກ​ພົບ​ພະ​ເຢຊູ.” 22  ຟີລິບ​ຈຶ່ງ​ໄປ​ບອກ​ອັນ​ເດ​ອາ ແລ້ວ​ທັງ​ສອງ​ກໍ​ໄປ​ບອກ​ພະ​ເຢຊູ. 23  ພະ​ເຢຊູ​ເວົ້າ​ກັບ​ພວກ​ເຂົາ​ວ່າ: “ຮອດ​ເວລາ​ແລ້ວ​ທີ່ ‘ລູກ​ມະນຸດ’ ຈະ​ໄດ້​ຮັບ​ຖານະທີ່​ສູງ​ສົ່ງ. 24  ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ເມັດ​ເຂົ້າ​ບໍ່​ຕົກ​ລົງ​ດິນ​ແລະ​ບໍ່​ຕາຍ ມັນ​ກໍຈະ​ເປັນ​ເມັດ​ດຽວ​ຢູ່​ແບບ​ນັ້ນ ແຕ່​ຖ້າ​ມັນ​ຕາຍ​ມັນ​ຈະ​ເກີດ​ເປັນ​ເມັດ​ເຂົ້າ​ອີກ​ຫຼາຍ​ເມັດ. 25  ຄົນ​ທີ່​ຮັກ​ຊີວິດ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເສຍ​ຊີວິດ ແຕ່​ຄົນ​ທີ່​ຍອມ​ເສຍ​ຊີວິດ*​ໃນ​ໂລກ​ນີ້​ຈະ​ຮັກສາ​ຊີວິດ​ໄວ້​ແລະ​ມີ​ຊີວິດ​ຕະຫຼອດ​ໄປ. 26  ຖ້າ​ຜູ້​ໃດ​ຢາກ​ຮັບໃຊ້​ຂ້ອຍ ກໍ​ໃຫ້​ຜູ້​ນັ້ນ​ຕິດ​ຕາມ​ຂ້ອຍ​ມາ ແລະ​ຂ້ອຍ​ຢູ່​ບ່ອນ​ໃດ ຜູ້​ຮັບໃຊ້​ຂອງ​ຂ້ອຍ​ກໍ​ຈະ​ຢູ່​ບ່ອນ​ນັ້ນ​ຄື​ກັນ. ຖ້າ​ຜູ້​ໃດ​ຮັບໃຊ້​ຂ້ອຍ ພະເຈົ້າ​ຜູ້​ເປັນ​ພໍ່​ກໍ​ຈະ​ໃຫ້​ກຽດ​ຜູ້​ນັ້ນ. 27  ຕອນ​ນີ້ ຂ້ອຍ​ທຸກ​ໃຈ​ຫຼາຍ ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ແນວ​ໃດ​ດີ. ພໍ່​ເອີຍ ຂໍ​ຊ່ວຍ​ລູກ​ໃຫ້​ຜ່ານ​ເວລາ​ນີ້​ໄປ​ໃຫ້​ໄດ້. ແນວ​ໃດ​ກໍ​ຕາມ ລູກ​ຕ້ອງ​ພົບ​ກັບ​ຄວາມ​ທຸກ​ຄັ້ງ​ນີ້ ເພາະ​ລູກ​ມາ​ດ້ວຍ​ເຫດຜົນ​ນີ້. 28  ພໍ່​ເອີຍ ຂໍ​ໃຫ້​ຊື່​ຂອງ​ພໍ່​ໄດ້​ຮັບ​ການ​ຍົກຍ້ອງ.” ທັນໃດ​ນັ້ນ ກໍ​ມີ​ສຽງ​ເວົ້າ​ຈາກ​ຟ້າ​ວ່າ: “ເຮົາ​ເຮັດ​ໃຫ້​ຊື່​ຂອງ​ເຮົາ​ໄດ້​ຮັບ​ການ​ຍົກຍ້ອງ​ແລ້ວ ແລະ​ເຮົາ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ການ​ຍົກຍ້ອງ​ອີກ.” 29  ເມື່ອ​ຜູ້​ຄົນ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ຍິນ​ສຽງ​ນັ້ນ ບາງ​ຄົນ​ບອກ​ວ່າ​ເປັນ​ສຽງ​ຟ້າ​ຮ້ອງ ສ່ວນ​ບາງ​ຄົນ​ບອກ​ວ່າ: “ທູດ​ສະຫວັນ​ເວົ້າ​ກັບ​ລາວ.” 30  ພະ​ເຢຊູ​ບອກ​ວ່າ: “ສຽງ​ທີ່​ໄດ້​ຍິນ​ນີ້​ບໍ່​ແມ່ນ​ເພື່ອ​ຂ້ອຍ ແຕ່​ເພື່ອ​ພວກ​ເຈົ້າ. 31  ຕອນ​ນີ້ ເຖິງ​ເວລາ​ພິພາກສາ​ໂລກ​ນີ້​ແລ້ວ ແລະ​ຜູ້​ປົກຄອງ​ໂລກ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ. 32  ແຕ່​ເມື່ອ​ຂ້ອຍ​ຖືກ​ຍົກ​ຂຶ້ນ​ແຂວນ​ໄວ້ ຂ້ອຍ​ຈະ​ຊັກ​ນຳ​ຄົນ​ທຸກ​ຊະນິດ​ໃຫ້​ມາ​ຫາ​ຂ້ອຍ.” 33  ເພິ່ນ​ເວົ້າ​ແບບ​ນີ້​ກໍ​ເພື່ອ​ບອກ​ໃຫ້​ຮູ້​ວ່າ​ເພິ່ນ​ຈະ​ຕາຍ​ແບບ​ໃດ. 34  ປະຊາຊົນ​ຈຶ່ງ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ແຕ່​ກົດ​ໝາຍ​ຂອງ​ໂມເຊ​ບອກ​ວ່າ ພະ​ຄລິດ​ຈະ​ຢູ່​ຕະຫຼອດ​ໄປ. ແລ້ວ​ເປັນ​ຫຍັງ​ທ່ານ​ຈຶ່ງ​ບອກ​ວ່າ ‘ລູກ​ມະນຸດ’ ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນ​ແຂວນ​ໄວ້? ‘ລູກ​ມະນຸດ’ ທີ່​ທ່ານ​ກຳລັງ​ເວົ້າ​ເຖິງ​ນີ້​ແມ່ນ​ໃຜ?” 35  ພະ​ເຢຊູ​ບອກ​ພວກ​ເຂົາ​ວ່າ: “ຄວາມ​ສະຫວ່າງ​ຈະ​ຢູ່​ກັບ​ພວກ​ເຈົ້າ​ອີກ​ບໍ່​ດົນ. ໃຫ້​ພວກ​ເຈົ້າ​ຍ່າງ​ຕອນ​ທີ່​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່ ຢ່າ​ໃຫ້​ຄວາມ​ມືດ​ມາ​ປົກ​ຄຸມ​ພວກ​ເຈົ້າ ຄົນ​ທີ່​ຍ່າງ​ຢູ່​ໃນ​ຄວາມ​ມືດ​ບໍ່​ຮູ້​ວ່າ​ລາວ​ກຳລັງ​ຈະ​ໄປ​ໃສ. 36  ຕອນ​ທີ່​ພວກ​ເຈົ້າ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່ ໃຫ້​ເຊື່ອ​ໃນ​ຄວາມ​ສະຫວ່າງ​ນັ້ນ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ຄວາມ​ສະຫວ່າງ.” ເມື່ອ​ເວົ້າ​ຈົບ​ແລ້ວ ພະ​ເຢຊູ​ກໍ​ໄປ​ລີ້​ຕົວ​ຈາກ​ຜູ້​ຄົນ. 37  ເຖິງ​ວ່າ​ເພິ່ນ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ໃຫ້​ພວກ​ເຂົາ​ເຫັນ ແຕ່​ພວກ​ເຂົາ​ກໍ​ຍັງ​ບໍ່​ເຊື່ອ​ໃນ​ຕົວ​ເພິ່ນ 38  ສິ່ງ​ທີ່​ຜູ້​ພະຍາກອນ​ເອຊາຢາ​ບອກ​ໄວ້​ຈຶ່ງ​ເປັນ​ຈິງ​ທີ່​ວ່າ: “ພະ​ເຢໂຫວາ ໃຜ​ຈະ​ເຊື່ອ​ໃນ​ສິ່ງ​ທີ່​ພວກ​ເຮົາ​ເວົ້າ?* ແລະ​ໃຜ​ຈະ​ໄດ້​ເຫັນ​ພະ​ເຢໂຫວາ​ສະແດງ​ລິດເດດ*​ຂອງ​ພະອົງ?” 39  ພວກ​ເຂົາ​ບໍ່​ເຊື່ອ​ກໍ​ຍ້ອນ​ເອຊາຢາ​ບອກ​ໄວ້​ອີກ​ວ່າ: 40  “ພະອົງ​ໃຫ້​ຕາ​ພວກ​ເຂົາ​ບອດ​ແລະ​ໃຫ້​ໃຈ​ພວກ​ເຂົາ​ແຂງ​ກະດ້າງ ເພື່ອ​ພວກ​ເຂົາ​ຈະ​ບໍ່​ເຫັນ​ຫຍັງ​ແລະ​ບໍ່​ເຂົ້າ​ໃຈ​ຫຍັງ ແລະ​ຈຶ່ງ​ບໍ່​ກັບ​ມາ​ຫາ​ເຮົາ​ເພື່ອ​ໃຫ້​ເຮົາ​ປິ່ນປົວ​ພວກ​ເຂົາ​ໃຫ້​ເຊົາ.” 41  ເອຊາຢາ​ບອກ​ກ່ຽວ​ກັບ​ພະ​ຄລິດ​ໄວ້​ແບບ​ນີ້​ຍ້ອນ​ລາວ​ໄດ້​ເຫັນ​ຖານະ​ທີ່​ສູງ​ສົ່ງ​ຂອງ​ເພິ່ນ. 42  ມີ​ພວກ​ຜູ້​ນຳ​ຫຼາຍ​ຄົນ​ເຊື່ອ​ໃນ​ຕົວ​ເພິ່ນ ແຕ່​ບໍ່​ກ້າ​ຍອມ​ຮັບ​ເພິ່ນ​ຢ່າງ​ເປີດ​ເຜີຍ ຍ້ອນຢ້ານ​ຈະ​ຖືກ​ພວກ​ຟາຣິຊາຍ​ໄລ່​ອອກ​ຈາກ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ* 43  ເພາະ​ພວກ​ເຂົາ​ມັກ​ຄຳ​ຍົກຍ້ອງ​ຈາກ​ມະນຸດ​ຫຼາຍ​ກວ່າ​ຄຳຍົກຍ້ອງ​ຈາກ​ພະເຈົ້າ. 44  ພະ​ເຢຊູ​ເວົ້າ​ສຽງ​ດັງ​ວ່າ: “ຜູ້​ທີ່​ເຊື່ອ​ໃນຕົວ​ຂ້ອຍ ບໍ່​ໄດ້​ເຊື່ອ​ສະເພາະ​ຂ້ອຍ​ເທົ່າ​ນັ້ນ ແຕ່ເຊື່ອ​ໃນ​ພະອົງ​ຜູ້​ທີ່​ໃຊ້​ຂ້ອຍ​ມາ​ຄື​ກັນ 45  ແລະ​ຜູ້​ທີ່​ເຫັນ​ຂ້ອຍ​ກໍ​ເຫັນ​ພະອົງ​ຜູ້​ທີ່​ໃຊ້​ຂ້ອຍ​ມາ​ຄື​ກັນ. 46  ຂ້ອຍ​ມາ​ເປັນ​ຄວາມ​ສະຫວ່າງ​ໃຫ້​ແກ່​ໂລກ ເພື່ອ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ຕົວ​ຂ້ອຍ​ຈະ​ບໍ່​ຢູ່​ໃນ​ຄວາມ​ມືດ​ອີກ​ຕໍ່ໄປ. 47  ແຕ່​ຖ້າ​ຜູ້​ໃດ​ໄດ້​ຍິນ​ຄຳ​ສອນ​ຂອງ​ຂ້ອຍ​ແລ້ວ​ບໍ່​ເຮັດ​ຕາມ ຂ້ອຍ​ບໍ່​ຕັດສິນ​ລາວ ເພາະ​ຂ້ອຍ​ບໍ່​ໄດ້​ມາ​ເພື່ອ​ຕັດສິນ​ໂລກ ແຕ່​ມາ​ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດ. 48  ຄົນ​ທີ່​ປະຕິເສດ​ຂ້ອຍ​ແລະ​ບໍ່​ຟັງ​ຄຳ​ສອນ​ຂອງ​ຂ້ອຍ​ກໍ​ມີ​ສິ່ງ​ທີ່​ຕັດສິນ​ລາວ​ແລ້ວ. ສິ່ງ​ທີ່​ຂ້ອຍ​ເວົ້າ​ນີ້​ແຫຼະ​ຈະ​ເປັນ​ສິ່ງ​ທີ່​ຕັດສິນ​ລາວ​ໃນ​ວັນ​ສຸດ​ທ້າຍ. 49  ຍ້ອນ​ຂ້ອຍ​ບໍ່​ໄດ້​ເວົ້າ​ຕາມ​ຄວາມ​ຄິດ​ຕົວ​ເອງ ແຕ່​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ໃຊ້​ຂ້ອຍ​ມາ​ໄດ້ສັ່ງຂ້ອຍ​ວ່າ​ຄວນ​ເວົ້າ​ຫຍັງ​ແລະ​ສອນ​ຫຍັງ. 50  ແລະ​ຂ້ອຍ​ຮູ້​ວ່າ​ການ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພໍ່​ເຮັດ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ເວົ້າ​ທຸກຢ່າງ​ຕາມ​ທີ່​ພໍ່​ສັ່ງ​ໄວ້.”

ຂໍຄວາມໄຂເງື່ອນ

ນາຣະດາ​ແມ່ນ​ພືດ​ທີ່​ມີ​ກິ່ນ​ຫອມ
ຫຼື 1 ປອນ​ໂຣມັນ​ເຊິ່ງ​ໜັກ​ປະມານ 327 ກຼາມ
1 ເດນາຣິອົນ​ເທົ່າ​ກັບ​ຄ່າ​ຈ້າງ​ມື້​ໜຶ່ງ​ຂອງ​ຄົນ​ທີ່​ໃຊ້​ແຮງ​ງານ
ແປ​ຕາມ​ໂຕ​ວ່າ “ຊັງ​ຊີວິດ”
ຫຼື “ລາຍງານ”
ແປ​ຕາມ​ໂຕ​ວ່າ “ແຂນ”
ນັ້ນ​ແມ່ນ ຖືກ​ຕັດ​ຄວາມ​ສຳພັນ​ຈາກ​ສັງຄົມ​ຢິວ