ໂຢຮັນ 2:1-25

  • ງານ​ແຕ່ງ​ດອງ​ທີ່​ເມືອງ​ການາ; ປ່ຽນ​ນ້ຳ​ເປັນ​ເຫຼົ້າ​ແວງ (1-12)

  • ພະ​ເຢຊູ​ກຳຈັດ​ຄວາມ​ຊົ່ວ​ຈາກ​ວິຫານ (13-22)

  • ພະ​ເຢຊູ​ຮູ້​ວ່າ​ຄົນ​ຄິດ​ຫຍັງ​ຢູ່​ໃນ​ໃຈ (23-25)

2​  ສອງ​ມື້​ຕໍ່​ມາ ມີ​ງານ​ແຕ່ງ​ດອງ​ທີ່​ເມືອງ​ການາ​ໃນ​ແຂວງ​ຄາລີເລ ແມ່​ຂອງ​ພະ​ເຢຊູ​ກໍ​ຢູ່​ໃນ​ງານ​ລ້ຽງ​ນັ້ນ.  ພະ​ເຢຊູ​ກັບ​ພວກ​ລູກ​ສິດ​ກໍ​ຖືກ​ເຊີນ​ໄປ​ງານ​ລ້ຽງ​ຄື​ກັນ.  ເມື່ອ​ເຫຼົ້າ​ແວງ​ໃກ້​ຈະ​ໝົດ ແມ່​ຂອງ​ພະ​ເຢຊູ​ກໍ​ມາ​ບອກ​ເພິ່ນ​ວ່າ: “ເຫຼົ້າ​ແວງ​ຂອງ​ພວກ​ເຂົາ​ໝົດ​ແລ້ວ.”  ແຕ່​ພະ​ເຢຊູ​ຕອບ​ແມ່​ວ່າ: “ພວກ​ເຮົາ​ຢ່າ​ກັງວົນ​ເລີຍ​ແມ່* ຕອນ​ນີ້​ຍັງ​ບໍ່​ເຖິງ​ເວລາ​ຂອງ​ລູກ.”  ແມ່​ຂອງ​ເພິ່ນ​ຈຶ່ງ​ບອກ​ພວກ​ຄົນ​ຮັບໃຊ້​ວ່າ: “ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ເພິ່ນ​ສັ່ງ​ເດີ້.”  ຢູ່​ບ່ອນ​ນັ້ນ​ມີ​ໂອ່ງ​ຫີນ​ຕັ້ງ​ຢູ່ 6 ໜ່ວຍ​ເພື່ອ​ໃຊ້​ໃນ​ພິທີ​ຊຳລະ​ລ້າງ​ຕາມ​ກົດ​ຂອງ​ຊາວ​ຢິວ ແຕ່​ລະ​ໜ່ວຍ​ໃສ່​ນ້ຳ​ໄດ້​ປະມານ 2 ຫຼື 3 ຖັງ.*  ພະ​ເຢຊູ​ບອກ​ຄົນ​ຮັບໃຊ້​ວ່າ: “ເອົາ​ນ້ຳ​ໃສ່​ໂອ່ງ​ໃຫ້​ເຕັມ.” ພວກ​ເຂົາ​ກໍ​ເອົາ​ນ້ຳ​ໃສ່​ໂອ່ງ​ຈົນ​ເຕັມ.  ແລ້ວ​ເພິ່ນ​ບອກ​ພວກ​ເຂົາ​ວ່າ: “ຕັກ​ໄປ​ໃຫ້​ຜູ້​ເບິ່ງ​ແຍງ​ງານ​ລ້ຽງ​ແມ້.” ພວກ​ເຂົາ​ກໍ​ເຮັດ​ຕາມ.  ຕອນ​ທີ່​ຜູ້​ເບິ່ງ​ແຍງ​ງານ​ລ້ຽງ​ຊີມ​ນ້ຳ​ທີ່​ກາຍ​ເປັນ​ເຫຼົ້າ​ແວງ​ແລ້ວ ລາວ​ບໍ່​ຮູ້​ວ່າ​ມັນ​ມາ​ຈາກ​ໃສ (ແຕ່​ພວກ​ຄົນ​ຮັບໃຊ້​ທີ່​ຕັກ​ນ້ຳ​ກໍ​ຮູ້) ດັ່ງ​ນັ້ນ ລາວ​ຈຶ່ງ​ເອີ້ນ​ເຈົ້າ​ບ່າວ​ມາ 10  ແລະ​ເວົ້າ​ວ່າ: “ຄົນ​ອື່ນ​ເອົາ​ເຫຼົ້າ​ແວງ​ດີໆມາ​ໃຫ້​ດື່ມ​ກ່ອນ ເມື່ອ​ແຂກ​ເມົາ​ແລ້ວ​ຈຶ່ງ​ເອົາ​ເຫຼົ້າ​ແວງ​ທີ່​ບໍ່​ດີ​ປານ​ໃດ​ມາ​ໃຫ້​ດື່ມ ແຕ່​ເຈົ້າ​ພັດ​ເອົາ​ເຫຼົ້າ​ແວງ​ດີໆໄວ້​ຈົນ​ຮອດ​ຕອນ​ນີ້.” 11  ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ການາ​ໃນ​ແຂວງ​ຄາລີເລ​ເປັນ​ການ​ອັດສະຈັນ​ເທື່ອ​ທຳອິດ​ທີ່​ພະ​ເຢຊູ​ເຮັດ ແລະ​ນັ້ນ​ເປັນ​ຫຼັກ​ຖານ​ບອກ​ຖານະ​ແລະ​ອຳນາດ​ຂອງ​ເພິ່ນ. ດັ່ງ​ນັ້ນ ພວກ​ລູກ​ສິດ​ຈຶ່ງ​ມີ​ຄວາມ​ເຊື່ອ​ໃນ​ຕົວ​ເພິ່ນ. 12  ຫຼັງ​ຈາກ​ນັ້ນ ພະ​ເຢຊູ​ກັບ​ແມ່ ພວກ​ນ້ອງ​ຊາຍ ແລະ​ພວກ​ລູກ​ສິດ​ໄດ້​ລົງ​ໄປ​ເມືອງ​ກາເປນາອູມ ແຕ່​ພວກ​ເຂົາ​ບໍ່​ໄດ້​ພັກ​ຢູ່​ຫັ້ນ​ຫຼາຍ​ມື້. 13  ຕອນ​ໃກ້​ຈະ​ຮອດ​ເທດສະການ​ປັດສະຄາ​ຂອງ​ຊາວ​ຢິວ ພະ​ເຢຊູ​ກໍ​ໄປ​ເມືອງ​ເຢຣູຊາເລັມ. 14  ເມື່ອ​ເຂົ້າ​ໄປ​ໃນ​ບໍລິເວນ​ວິຫານ ເພິ່ນ​ກໍ​ເຫັນ​ຄົນ​ຂາຍ​ງົວ ແກະ ແລະ​ນົກເຂົາ ແລະ​ເຫັນ​ພວກ​ຄົນ​ຮັບ​ແລກ​ປ່ຽນ​ເງິນ​ນັ່ງ​ຢູ່. 15  ເພິ່ນ​ຈຶ່ງ​ເອົາ​ເຊືອກ​ມາ​ເຮັດ​ເປັນ​ແສ້ ແລ້ວ​ໄລ່​ແກະ​ກັບ​ງົວ​ອອກ​ຈາກ​ບໍລິເວນ​ວິຫານ​ລວມ​ທັງ​ຄົນ​ທີ່​ຂາຍ​ສັດ​ເຫຼົ່າ​ນັ້ນ ເພິ່ນ​ຍັງ​ເທ​ເງິນ​ຫຼຽນ​ແລະ​ຂວ້ຳ​ໂຕະ​ຂອງ​ພວກ​ຄົນ​ຮັບ​ແລກ​ປ່ຽນ​ເງິນ​ນຳ​ອີກ. 16  ພະ​ເຢຊູ​ບອກຄົນ​ຂາຍ​ນົກ​ເຂົາ​ວ່າ: “ເອົາ​ເຄື່ອງ​ເຫຼົ່າ​ນີ້​ອອກ​ໄປ​ໃຫ້​ໝົດ! ເຊົາ​ເຮັດ​ໃຫ້​ເຮືອນ​ຂອງ​ພໍ່​ຂ້ອຍ​ເປັນ​ຕະຫຼາດ!” 17  ພວກ​ລູກ​ສິດ​ກໍ​ຄິດ​ພໍ້​ຂໍ້​ຄວາມ​ທີ່​ພະ​ຄຳພີ​ບອກ​ໄວ້​ວ່າ: “ຄວາມ​ຮັກ​ແຮງ​ກ້າ​ທີ່​ຂ້ອຍ​ມີ​ຕໍ່​ວິຫານ​ຂອງ​ພະອົງ​ເປັນ​ຄື​ກັບ​ໄຟ​ທີ່​ລຸກ​ໄໝ້.” 18  ພວກ​ຢິວ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ເຈົ້າ​ມີ​ສິດ​ຫຍັງ​ມາ​ເຮັດ​ແບບ​ນີ້? ສະແດງ​ຫຼັກ​ຖານ​ໃຫ້​ພວກ​ເຮົາ​ເບິ່ງ​ດຸ.” 19  ພະ​ເຢຊູ​ຕອບ​ວ່າ: “ຮື້​ວິຫານ​ຫຼັງ​ນີ້​ລົງ​ມາ​ແມະ ແລ້ວ​ຂ້ອຍ​ຈະ​ສ້າງ​ຂຶ້ນ​ໃໝ່​ພາຍ​ໃນ 3 ມື້.” 20  ພວກ​ຢິວ​ຈຶ່ງ​ເວົ້າ​ວ່າ: “ວິຫານ​ຫຼັງ​ນີ້​ໃຊ້​ເວລາ​ສ້າງ​ຕັ້ງ 46 ປີ ແລ້ວ​ເຈົ້າ​ຈະ​ສ້າງ​ຂຶ້ນ​ໃໝ່​ພາຍ​ໃນ 3 ມື້​ໄດ້​ແນວ​ໃດ?” 21  ແຕ່​ທີ່​ຈິງ ພະ​ເຢຊູ​ກຳລັງ​ເວົ້າ​ເຖິງ​ວິຫານ​ທີ່​ໝາຍ​ເຖິງ​ຮ່າງກາຍ​ຂອງ​ເພິ່ນ. 22  ຫຼັງ​ຈາກ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພວກ​ລູກ​ສິດ​ຈຶ່ງ​ຄິດ​ພໍ້​ວ່າ​ເພິ່ນ​ເຄີຍ​ເວົ້າ​ແບບ​ນີ້ ແລະ​ພວກ​ເຂົາ​ກໍ​ເຊື່ອ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະ​ຄຳພີ​ແລະ​ສິ່ງ​ທີ່​ພະ​ເຢຊູ​ເຄີຍ​ບອກ​ໄວ້. 23  ເມື່ອ​ພະ​ເຢຊູ​ຢູ່​ທີ່​ເມືອງ​ເຢຣູຊາເລັມ​ໃນ​ເທດສະການ​ປັດສະຄາ ເພິ່ນ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ ເຮັດ​ໃຫ້​ຄົນ​ຈຳນວນ​ຫຼາຍ​ເຊື່ອ​ໃນ​ຊື່​ຂອງ​ເພິ່ນ. 24  ແຕ່​ພະ​ເຢຊູ​ບໍ່​ໄວ້​ວາງໃຈ​ພວກ​ເຂົາ ຍ້ອນ​ເພິ່ນ​ຮູ້​ດີ​ວ່າ​ມະນຸດ​ເປັນ​ແນວ​ໃດ 25  ເພິ່ນ​ບໍ່​ຕ້ອງ​ໃຫ້​ໃຜ​ມາ​ບອກ​ວ່າ​ມະນຸດ​ເປັນ​ແນວ​ໃດ ຍ້ອນ​ເພິ່ນ​ຮູ້​ວ່າ​ພວກ​ເຂົາ​ຄິດ​ຫຍັງ​ຢູ່​ໃນ​ໃຈ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຜູ້​ຍິງ ກ່ຽວ​ຫຍັງ​ກັບ​ຂ້ອຍ​ແລະ​ເຈົ້າ?” ນີ້​ເປັນ​ສຳນວນ​ທີ່​ສະແດງ​ວ່າ​ບໍ່​ເຫັນ​ດີ​ນຳ. ສ່ວນ​ການ​ໃຊ້​ຄຳ​ວ່າ “ຜູ້​ຍິງ” ບໍ່​ໄດ້​ສະແດງ​ວ່າ​ຜູ້​ເວົ້າ​ຂາດ​ຄວາມ​ນັບຖື
ອາດ​ໝາຍ​ເຖິງ “ບັດ.” 1 ບັດ​ເທົ່າ​ກັບ 22 ລິດ