ໂຢຮັນ 20:1-31

  • ອຸໂມງ​ທີ່​ຫວ່າງ​ເປົ່າ (1-10)

  • ພະ​ເຢຊູ​ປາກົດ​ຕົວ​ຕໍ່​ມາຣີ​ຊາວ​ມັກດາລາ (11-18)

  • ພະ​ເຢຊູ​ປາກົດ​ຕົວ​ຕໍ່​ພວກ​ລູກ​ສິດ (19-23)

  • ໂທມາ​ສົງໄສ​ແຕ່​ພາຍ​ຫຼັງ​ກໍ​ເຊື່ອ (24-29)

  • ຈຸດ​ປະສົງ​ທີ່​ຂຽນ​ມ້ວນ​ໜັງສື​ນີ້ (30, 31)

20​  ໃນ​ຕອນ​ເຊົ້າໆຂອງ​ມື້​ທຳອິດ​ໃນ​ອາທິດ ມາຣີ​ຊາວ​ມັກດາລາ​ກໍ​ໄປ​ທີ່​ອຸ​ໂມງ​ຝັງ​ສົບ​ພະ​ເຢຊູ ແລະ​ເຫັນ​ວ່າ​ຫີນ​ທີ່​ອັດ​ປາກ​ອຸ​ໂມງ​ຖືກ​ກິ້ງ​ອອກ​ໄປ​ແລ້ວ.  ມາຣີ​ຈຶ່ງ​ແລ່ນ​ໄປ​ຫາ​ຊີໂມນ​ເປໂຕ​ກັບ​ລູກ​ສິດ​ຄົນ​ນັ້ນ​ທີ່​ພະ​ເຢຊູ​ຮັກ ແລະ​ບອກ​ວ່າ: “ມີ​ຄົນ​ເອົາ​ສົບ​ນາຍ​ຂອງ​ພວກ​ເຮົາ​ໄປ​ຈາກ​ອຸ​ໂມງ​ຝັງ​ສົບ​ແລ້ວ ບໍ່​ຮູ້​ວ່າ​ພວກ​ເຂົາ​ເອົາ​ເພິ່ນ​ໄປ​ໄວ້​ຢູ່​ໃສ.”  ເປໂຕ​ກັບ​ລູກ​ສິດ​ຄົນ​ນັ້ນ​ຈຶ່ງ​ໄປ​ທີ່​ອຸ​ໂມງ​ຝັງ​ສົບ.  ທັງ​ສອງ​ຄົນ​ແລ່ນ​ໄປ ແຕ່​ລູກ​ສິດ​ຄົນ​ນັ້ນ​ແລ່ນ​ໄວ​ກວ່າ​ເປໂຕ ລາວ​ຈຶ່ງ​ໄປ​ຮອດ​ອຸ​ໂມງ​ກ່ອນ.  ແຕ່​ຍັງ​ບໍ່​ໄດ້​ເຂົ້າ​ໄປ​ທາງ​ໃນ ເມື່ອ​ລາວ​ກົ້ມ​ລົງ​ແລະ​ແນມ​ເຂົ້າ​ໄປ​ກໍ​ເຫັນ​ຜ້າ​ລິ​ນິນ​ທີ່​ໃຊ້​ພັນ​ສົບ​ວາງ​ຢູ່.  ເມື່ອ​ຊີໂມນ​ເປໂຕ​ແລ່ນ​ມາ​ຮອດ​ກໍ​ເຂົ້າ​ໄປ​ໃນ​ອຸ​ໂມງ ແລະ​ເຫັນ​ຜ້າ​ລິ​ນິນ​ວາງ​ຢູ່​ຄື​ກັນ.  ແຕ່​ຜ້າ​ທີ່​ໃຊ້​ປົກ​ຫົວ​ຖືກ​ມ້ວນ​ວາງ​ໄວ້​ຕ່າງ​ຫາກ ບໍ່​ໄດ້​ວາງ​ຢູ່​ກັບ​ຜ້າ​ພັນ​ສົບ​ສ່ວນ​ອື່ນໆ.  ແລ້ວ​ລູກ​ສິດ​ຜູ້​ທີ່​ມາ​ຮອດ​ອຸ​ໂມງ​ກ່ອນ​ກໍ​ນຳ​ຫຼັງ​ເຂົ້າ​ໄປ ລາວ​ຈຶ່ງ​ເຫັນ​ແລະ​ເຊື່ອ.  ແຕ່​ພວກ​ເຂົາ​ຍັງ​ບໍ່​ເຂົ້າ​ໃຈ​ຂໍ້​ພະ​ຄຳພີ​ທີ່​ບອກ​ວ່າ ພະ​ເຢຊູ​ຈະ​ຕ້ອງ​ຄືນ​ມາ​ຈາກ​ຕາຍ. 10  ລູກ​ສິດ​ທັງ​ສອງ​ຄົນ​ຈຶ່ງ​ພາ​ກັນ​ກັບ​ເມືອ​ເຮືອນ. 11  ແຕ່​ມາຣີ​ຍັງ​ຢືນ​ຮ້ອງໄຫ້​ຢູ່​ທາງ​ນອກ​ໃກ້ໆກັບ​ອຸ​ໂມງ​ຝັງ​ສົບ. ຕອນ​ທີ່​ຮ້ອງໄຫ້​ຢູ່ນັ້ນ ລາວ​ກໍ​ກົ້ມ​ລົງ​ແລະ​ແນມ​ເຂົ້າ​ໄປ​ໃນ​ອຸໂມງ 12  ແລະ​ເຫັນ​ທູດ​ສະຫວັນ 2 ອົງ​ໃສ່​ຊຸດ​ຂາວ​ນັ່ງ​ຢູ່​ບ່ອນ​ທີ່​ສົບ​ຂອງ​ພະ​ເຢຊູ​ເຄີຍ​ວາງ​ໄວ້ ອົງ​ໜຶ່ງ​ນັ່ງ​ຢູ່​ທາງ​ຫົວ ອີກ​ອົງ​ໜຶ່ງ​ນັ່ງ​ຢູ່​ທາງ​ຕີນ. 13  ທູດ​ສະຫວັນ​ເວົ້າ​ກັບ​ມາຣີ​ວ່າ: “ເປັນ​ຫຍັງເຈົ້າ​ຈຶ່ງ​ຮ້ອງໄຫ້?” ລາວ​ຕອບ​ວ່າ: “ມີ​ຄົນ​ເອົາ​ສົບ​ນາຍ​ຂອງ​ຂ້ອຍ​ໄປ ຂ້ອຍ​ບໍ່​ຮູ້​ວ່າ​ພວກ​ເຂົາ​ເອົາ​ເພິ່ນ​ໄປ​ໄວ້​ຢູ່​ໃສ.” 14  ເມື່ອ​ເວົ້າ​ຈົບ ມາຣີ​ກໍ​ຫຼຽວ​ຫຼັງ​ມາ​ແລະ​ເຫັນ​ພະ​ເຢຊູ​ຢືນ​ຢູ່ ແຕ່​ບໍ່​ຮູ້​ວ່າ​ແມ່ນ​ເພິ່ນ. 15  ພະ​ເຢຊູ​ຖາມ​ມາຣີ​ວ່າ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ກຳລັງ​ຊອກ​ຫາ​ໃຜ?” ມາຣີ​ຄິດ​ວ່າ​ພະ​ເຢຊູ​ເປັນ​ຄົນ​ເຝົ້າ​ສວນ ຈຶ່ງ​ບອກ​ລາວ​ວ່າ: “ທ່ານ​ເອີຍ ຖ້າ​ທ່ານ​ເອົາ​ສົບ​ເພິ່ນ​ໄປ ບອກ​ຂ້ອຍ​ແດ່​ວ່າ​ທ່ານ​ເອົາ​ເພິ່ນ​ໄປ​ໄວ້​ຢູ່​ໃສ. ຂ້ອຍ​ຈະ​ໄປ​ເອົາ​ສົບ​ມາ.” 16  ພະ​ເຢຊູ​ເວົ້າ​ກັບ​ລາວ​ວ່າ: “ມາຣີ​ເອີຍ!” ລາວ​ກໍ​ປິ່ນ​ມາ​ຫາ​ພະ​ເຢຊູ​ແລະ​ອຸທານ​ເປັນ​ພາສາ​ເຮັບເຣີ​ວ່າ: “ຣັບໂບນີ!” (ເຊິ່ງ​ແປ​ວ່າ “ອາຈານ!”) 17  ພະ​ເຢຊູ​ບອກ​ມາຣີ​ວ່າ: “ຢ່າ​ຖ່ວງ​ຂ້ອຍໄວ້ ຂ້ອຍຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພໍ່​ຂອງ​ຂ້ອຍ. ໄປ​ບອກ​ພວກ​ພີ່​ນ້ອງ​ຂອງ​ຂ້ອຍ​ວ່າ ‘ຂ້ອຍ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພໍ່​ຂອງ​ຂ້ອຍ​ເຊິ່ງ​ເປັນ​ພໍ່​ຂອງ​ພວກ​ເຈົ້າ ແລະ​ໄປ​ຫາ​ພະເຈົ້າ​ຂອງ​ຂ້ອຍ​ເຊິ່ງ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ.’” 18  ແລ້ວ​ມາຣີ​ຊາວ​ມັກດາລາ​ກໍ​ໄປ​ຫາ​ພວກ​ລູກ​ສິດ​ແລະ​ບອກ​ວ່າ: “ຂ້ອຍ​ໄດ້​ພົບ​ນາຍ​ຂອງ​ພວກ​ເຮົາ​ແລ້ວ!” ແລະ​ເລົ່າ​ວ່າ​ພະ​ເຢຊູ​ສັ່ງ​ຫຍັງ​ລາວ​ແດ່. 19  ຕອນ​ແລງ​ມື້​ນັ້ນ​ເຊິ່ງ​ເປັນ​ມື້​ທຳອິດ​ຂອງ​ອາທິດ ພວກ​ລູກ​ສິດ​ມາ​ຢູ່​ລວມ​ກັນ​ໃນ​ເຮືອນ​ຫຼັງ​ໜຶ່ງ​ແລະ​ລ໋ອກ​ປະຕູ​ໄວ້​ຢ່າງ​ດີ​ເພາະ​ຢ້ານ​ພວກ​ຢິວ ແລ້ວ​ພະ​ເຢຊູ​ກໍ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກ​ເຂົາ​ແລະ​ເວົ້າ​ວ່າ: “ສະບາຍ​ດີ​ທຸກ​ຄົນ.”* 20  ເມື່ອ​ເວົ້າ​ຈົບ ພະ​ເຢຊູ​ກໍ​ໃຫ້​ພວກ​ເຂົາ​ເບິ່ງ​ມື​ແລະ​ທາງ​ຂ້າງ​ຂອງ​ເພິ່ນ. ພວກ​ລູກ​ສິດ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ຜູ້​ເປັນ​ນາຍ. 21  ພະ​ເຢຊູ​ເວົ້າ​ກັບ​ພວກ​ເຂົາ​ອີກ​ວ່າ: “ຂໍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສະຫງົບ​ສຸກ. ຂ້ອຍ​ຈະ​ໃຊ້​ພວກ​ເຈົ້າໄປ​ຄື​ກັບ​ທີ່​ພໍ່​ຂອງ​ຂ້ອຍ​ໄດ້​ໃຊ້​ຂ້ອຍ​ມາ.” 22  ເມື່ອ​ເວົ້າ​ຈົບ ພະ​ເຢຊູ​ກໍ​ເປົ່າ​ລົມ​ໃສ່​ພວກ​ເຂົາ​ແລະ​ບອກ​ວ່າ: “ຮັບ​ເອົາ​ພະລັງ​ບໍລິສຸດ. 23  ຖ້າ​ພວກ​ເຈົ້າ​ອະໄພ​ບາບ​ໃຫ້​ຜູ້​ໃດ ບາບ​ຂອງ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ອະໄພ​ບາບ​ໃຫ້​ຜູ້​ໃດ ບາບ​ຂອງ​ຜູ້​ນັ້ນ​ກໍ​ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະໄພ.” 24  ແຕ່​ໂທມາ​ເຊິ່ງ​ເອີ້ນ​ກັນ​ວ່າ​ຝາແຝດ​ທີ່​ເປັນ​ຜູ້​ໜຶ່ງ​ໃນ​ອັກຄະສາວົກ 12 ຄົນ ລາວ​ບໍ່​ໄດ້​ຢູ່​ນຳ​ຕອນ​ທີ່​ພະ​ເຢຊູ​ມາ​ຫາ. 25  ລູກ​ສິດ​ຄົນ​ອື່ນໆຈຶ່ງ​ບອກ​ລາວ​ວ່າ: “ພວກ​ເຮົາ​ໄດ້​ເຫັນ​ນາຍ​ຂອງ​ເຮົາ​ແລ້ວ!” ແຕ່​ໂທມາ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຊື່ອ​ເດັດ​ຂາດ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ແລະ​ເອົາ​ນິ້ວ​ມື​ແຍ່​ເຂົ້າ​ຮູ​ຕະປູ​ທີ່​ຢູ່​ມື​ຂອງ​ເພິ່ນ ແລະ​ເອົາ​ມື​ແຍ່​ທາງ​ຂ້າງ​ຂອງ​ເພິ່ນ.” 26  ແປດ​ມື້​ຕໍ່​ມາ ລູກ​ສິດ​ຂອງ​ພະ​ເຢຊູ​ຢູ່​ໃນ​ເຮືອນ​ນຳ​ກັນ​ອີກ​ເທື່ອ​ໜຶ່ງ ແລະ​ໂທມາ​ກໍ​ຢູ່​ນຳ. ທັງໆທີ່​ລ໋ອກ​ປະຕູ​ໄວ້​ຢ່າງ​ດີ ພະ​ເຢຊູ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກ​ເຂົາ ແລະ​ເວົ້າ​ວ່າ: “ສະບາຍ​ດີ​ທຸກ​ຄົນ.”* 27  ແລ້ວ​ເພິ່ນ​ກໍ​ເວົ້າ​ກັບ​ໂທມາ​ວ່າ: “ເອົາ​ນິ້ວ​ມື​ມາ​ແຍ່​ໃສ່​ມື​ຂ້ອຍ​ແມ້ ແລະ​ເອົາ​ມື​ມາ​ແຍ່​ໃສ່​ທາງ​ຂ້າງ​ຂອງ​ຂ້ອຍ​ເບິ່ງ. ຂໍ​ໃຫ້​ເຊື່ອ​ແລະ​ເຊົາ​ສົງໄສ.” 28  ໂທມາ​ອຸທານ​ວ່າ: “ນາຍ​ຂອງ​ຂ້ອຍ​ແລະ​ພະເຈົ້າ​ຂອງ​ຂ້ອຍ!” 29  ພະ​ເຢຊູ​ຖາມ​ລາວ​ວ່າ: “ເຈົ້າ​ເຊື່ອ​ຍ້ອນ​ໄດ້​ເຫັນ​ຂ້ອຍ​ຫວາ? ຄົນ​ທີ່​ເຊື່ອ​ທັງໆທີ່​ບໍ່​ໄດ້​ເຫັນ​ກໍ​ມີ​ຄວາມ​ສຸກ.” 30  ທີ່​ຈິງ​ແລ້ວ ພະ​ເຢຊູ​ເຮັດ​ການ​ອັດສະຈັນ​ອີກ​ຫຼາຍ​ຢ່າງ​ໃຫ້​ພວກ​ລູກ​ສິດ​ເຫັນ ແຕ່​ບໍ່​ໄດ້​ຂຽນ​ໄວ້​ໃນ​ມ້ວນ​ໜັງສື​ນີ້. 31  ສ່ວນ​ເລື່ອງ​ທີ່​ຂຽນ​ໄວ້​ນີ້​ກໍ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເຊື່ອ​ວ່າ​ພະ​ເຢຊູ​ເປັນ​ພະ​ຄລິດ ລູກ​ຂອງ​ພະເຈົ້າ ແລະ​ຖ້າ​ພວກ​ເຈົ້າ​ເຊື່ອ ພວກ​ເຈົ້າ​ຈະ​ໄດ້​ຊີວິດ​ຍ້ອນ​ຊື່​ຂອງ​ພະ​ເຢຊູ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຂໍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສະຫງົບ​ສຸກ.” ນີ້​ເປັນ​ຄຳ​ທັກທາຍ​ທົ່ວໄປ​ຂອງ​ຊາວ​ຢິວ
ແປ​ຕາມ​ໂຕ​ວ່າ “ຂໍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສະຫງົບ​ສຸກ.” ນີ້​ເປັນ​ຄຳ​ທັກທາຍ​ທົ່ວໄປ​ຂອງ​ຊາວ​ຢິວ