1 ເປໂຕ 2:1-25
2 ດັ່ງນັ້ນ ໃຫ້ພວກເຈົ້າເຊົາເຮັດຊົ່ວທຸກຮູບແບບ ລວມທັງການຫຼອກລວງ ການທຳທ່າເຮັດດີ ການອິດສາ ແລະການໃສ່ຮ້າຍປ້າຍສີທຸກຢ່າງ.
2 ແຕ່ໃຫ້ປູກຝັງຄວາມຮູ້ສຶກຢາກຮັບຖ້ອຍຄຳບໍລິສຸດຂອງພະເຈົ້າຄືກັບແອນ້ອຍເກີດໃໝ່ທີ່ຫິວນົມ ຖ້ອຍຄຳນັ້ນຈະເຮັດໃຫ້ພວກເຈົ້າເຕີບໂຕເປັນຜູ້ໃຫຍ່ແລະໄດ້ຮັບຄວາມລອດ
3 ພວກເຈົ້າກໍໄດ້ຊີມແລະຮູ້ແລ້ວວ່າຜູ້ເປັນນາຍກະລຸນາສ່ຳໃດ.
4 ເພິ່ນເປັນຫີນທີ່ມີຊີວິດຢູ່ ຜູ້ຄົນບໍ່ຍອມຮັບຫີນກ້ອນນີ້ ແຕ່ພະເຈົ້າພັດເລືອກໄວ້ແລະຖືວ່າມີຄ່າຫຼາຍ. ເມື່ອພວກເຈົ້າມາຫາເພິ່ນ
5 ພວກເຈົ້າເຊິ່ງເປັນຫີນທີ່ມີຊີວິດຢູ່ກໍກຳລັງຖືກສ້າງຂຶ້ນໃຫ້ເປັນວິຫານໂດຍພະລັງບໍລິສຸດຂອງພະເຈົ້າ ແລະເປັນຄະນະປະໂລຫິດທີ່ບໍລິສຸດເຊິ່ງເຮັດໜ້າທີ່ຖວາຍເຄື່ອງບູຊາຕາມການຊີ້ນຳຈາກພະລັງຂອງພະອົງ ເຊິ່ງພະອົງພໍໃຈຮັບໄວ້ຜ່ານທາງພະເຢຊູຄລິດ.
6 ຄືກັບທີ່ພະຄຳພີບອກວ່າ: “ເຮົາວາງຫີນກ້ອນໜຶ່ງໄວ້ທີ່ຊີໂອນ ເປັນຫີນທີ່ມີຄ່າຫຼາຍເຊິ່ງເຮົາເລືອກໄວ້ໃຫ້ເປັນຫີນຫົວມຸມຂອງຮາກຖານ ແລະທຸກຄົນທີ່ສະແດງຄວາມເຊື່ອໃນຫີນກ້ອນນີ້ຈະບໍ່ຜິດຫວັງເລີຍ.”*
7 ພະຄລິດຈຶ່ງມີຄ່າຫຼາຍສຳລັບພວກເຈົ້າເພາະພວກເຈົ້າເປັນຜູ້ເຊື່ອຖື ແຕ່ສຳລັບຄົນທີ່ບໍ່ເຊື່ອ “ຫີນທີ່ຊ່າງກໍ່ສ້າງໄດ້ຖິ້ມໄປແລ້ວ ຫີນກ້ອນນີ້ກາຍມາເປັນຫີນຫົວມຸມຫຼັກ.”*
8 ແລະເປັນ “ຫີນທີ່ເຮັດໃຫ້ສະດຸດແລະເປັນຫີນທີ່ເຮັດໃຫ້ລົ້ມ.” ຄົນເຫຼົ່ານັ້ນສະດຸດລົ້ມເພາະພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງພະເຈົ້າ ພວກເຂົາຈະຕ້ອງພົບຈຸດຈົບແບບນີ້ແຫຼະ.
9 ແຕ່ພວກເຈົ້າເປັນ “ເຊື້ອຊາດທີ່ຖືກເລືອກ ເປັນປະໂລຫິດແລະເປັນກະສັດ ເປັນຊາດບໍລິສຸດ ເປັນຊົນຊາດທີ່ເປັນຊັບສົມບັດພິເສດຂອງພະເຈົ້າ ເພື່ອພວກເຈົ້າຈະປ່າວປະກາດຄຸນຄວາມດີ” ຂອງພະອົງທີ່ເອີ້ນພວກເຈົ້າອອກຈາກຄວາມມືດມາຫາຄວາມສະຫວ່າງທີ່ມະຫັດສະຈັນຂອງພະອົງ.
10 ແຕ່ກ່ອນພວກເຈົ້າບໍ່ໄດ້ເປັນຊົນຊາດ ແຕ່ດຽວນີ້ພວກເຈົ້າເປັນຊົນຊາດຂອງພະເຈົ້າແລ້ວ. ແຕ່ກ່ອນພະເຈົ້າບໍ່ໄດ້ສະແດງຄວາມເມດຕາຕໍ່ພວກເຈົ້າ ແຕ່ດຽວນີ້ພະອົງສະແດງຄວາມເມດຕາແລ້ວ.
11 ພີ່ນ້ອງທີ່ຮັກ ຂ້ອຍຂໍເຕືອນພວກເຈົ້າທີ່ເປັນຄົນຕ່າງດ້າວແລະຄົນອາໄສຢູ່ຊົ່ວຄາວໃນໂລກນີ້ໃຫ້ຕ້ານທານຄວາມຕ້ອງການຂອງຮ່າງກາຍທີ່ມີບາບ ເຊິ່ງກຳລັງຕໍ່ສູ້ກັບພວກເຈົ້າຢູ່.
12 ໃຫ້ປະພຶດຕົວດີຢູ່ສະເໝີເມື່ອຢູ່ກັບຜູ້ຄົນໃນໂລກ ເພາະຖ້າພວກເຂົາກ່າວຫາພວກເຈົ້າວ່າເຮັດຊົ່ວແຕ່ເຫັນການກະທຳທີ່ດີຂອງພວກເຈົ້າ ພວກເຂົາກໍຈະຍ້ອງຍໍສັນລະເສີນພະເຈົ້າໃນວັນທີ່ພະອົງມາກວດສອບ.
13 ເພື່ອເຫັນແກ່ຜູ້ເປັນນາຍ ໃຫ້ພວກເຈົ້າຍອມຢູ່ໃຕ້ອຳນາດ*ທຸກຢ່າງທີ່ມະນຸດຕັ້ງຂຶ້ນ ບໍ່ວ່າຈະເປັນກະສັດທີ່ມີອຳນາດສູງກວ່າ
14 ຫຼືເຈົ້າແຂວງເຊິ່ງກະສັດສົ່ງມາລົງໂທດຄົນເຮັດຜິດແຕ່ຍົກຍ້ອງຄົນເຮັດດີ.
15 ເພາະພະເຈົ້າຢາກໃຫ້ພວກເຈົ້າເຮັດດີ ເພື່ອເຮັດໃຫ້ຄົນທີ່ບໍ່ມີເຫດຜົນເຊິ່ງເວົ້າເລື່ອງທີ່ຕົວເອງບໍ່ຮູ້ຕ້ອງມິດຢູ່.
16 ໃຫ້ໃຊ້ຊີວິດແບບຄົນທີ່ມີອິດສະຫຼະ ແຕ່ໃຊ້ອິດສະຫຼະນັ້ນເພື່ອຮັບໃຊ້ພະເຈົ້າຄືກັບທາດ ບໍ່ແມ່ນເປັນຂໍ້ອ້າງໃນການເຮັດຊົ່ວ.
17 ໃຫ້ກຽດຄົນທຸກຊະນິດ ໃຫ້ຮັກພີ່ນ້ອງຄລິດສະຕຽນທຸກຄົນ ໃຫ້ຢຳເກງພະເຈົ້າ ແລະນັບຖືກະສັດ.
18 ໃຫ້ຄົນຮັບໃຊ້ຍອມເຊື່ອຟັງນາຍດ້ວຍຄວາມເຄົາລົບຢຳເກງຢ່າງເໝາະສົມ ບໍ່ແມ່ນສະເພາະນາຍທີ່ດີແລະມີເຫດຜົນເທົ່ານັ້ນ ແຕ່ລວມເຖິງນາຍທີ່ເອົາໃຈຍາກນຳ.
19 ຖ້າຜູ້ໃດຍອມອົດທົນຄວາມລຳບາກແລະທົນທຸກຢ່າງບໍ່ຍຸຕິທຳເພາະຕ້ອງການເຊື່ອຟັງພະເຈົ້າ* ລາວກໍເຮັດໃຫ້ພະອົງພໍໃຈ.
20 ຖ້າພວກເຈົ້າຖືກລົງໂທດຍ້ອນເຮັດຜິດ ຈະເປັນຕາຍົກຍ້ອງຢູ່ບ່ອນໃດ? ແຕ່ຖ້າທົນທຸກຍ້ອນເຮັດດີ ພວກເຈົ້າກໍເຮັດໃຫ້ພະເຈົ້າພໍໃຈ.
21 ທີ່ຈິງ ພວກເຈົ້າຖືກເອີ້ນມາໃຫ້ໃຊ້ຊີວິດໃນທາງນີ້ທີ່ຕ້ອງເຈິຄວາມທຸກ ແມ່ນແຕ່ພະຄລິດເອງກໍຍັງທົນທຸກເພື່ອພວກເຈົ້າ ເພິ່ນເປັນຕົວຢ່າງເພື່ອໃຫ້ພວກເຈົ້າຍ່າງຕາມຮອຍຕີນເພິ່ນຢ່າງໃກ້ຊິດ.
22 ເພິ່ນບໍ່ເຄີຍເຮັດບາບແລະບໍ່ເຄີຍເວົ້າຫຼອກລວງເລີຍ.
23 ເມື່ອຖືກດ່າເພິ່ນກໍບໍ່ໄດ້ດ່າຕອບ ເມື່ອທົນທຸກທໍລະມານ ເພິ່ນກໍບໍ່ໄດ້ຂົ່ມຂູ່ຜູ້ໃດ ແຕ່ຝາກຕົວເພິ່ນເອງໄວ້ກັບພະເຈົ້າທີ່ຕັດສິນຢ່າງຍຸຕິທຳ.
24 ເພິ່ນແບກຮັບບາບຂອງພວກເຮົາໄວ້ດ້ວຍຮ່າງກາຍຂອງເພິ່ນເມື່ອຖືກຄຶງເທິງເສົາ* ເພື່ອພວກເຮົາຈະພົ້ນຈາກບາບແລະໄດ້ຊີວິດຢ່າງຖືກຕ້ອງຊອບທຳ ແລະ “ເພິ່ນຍອມທົນທຸກກັບບາດແຜເພື່ອພວກເຈົ້າຈະໄດ້ຮັບການປິ່ນປົວໃຫ້ດີເປັນປົກກະຕິ.”
25 ແຕ່ກ່ອນພວກເຈົ້າເຄີຍເປັນຄືກັບແກະທີ່ຫຼົງຫາຍ ແຕ່ດຽວນີ້ພວກເຈົ້າໄດ້ກັບມາຫາຜູ້ລ້ຽງແລະຜູ້ດູແລທີ່ຮັກສາຊີວິດຂອງພວກເຈົ້າແລ້ວ.
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ບໍ່ຕ້ອງອັບອາຍຂາຍໜ້າເລີຍ”
^ ອາດໝາຍເຖິງຫີນກ້ອນເທິງສຸດທີ່ຢູ່ແຈ ບ່ອນທີ່ຝາສອງເບື້ອງມາຈຸກັນ
^ ຫຼື “ສະຖາບັນ”
^ ແປຕາມໂຕວ່າ “ເພາະໃຈຮູ້ຜິດຮູ້ຖືກຕໍ່ພະເຈົ້າ”
^ ຫຼື “ຕົ້ນໄມ້”