2 ໂກຣິນໂທ 2:1-17
2 ຂ້ອຍຕັ້ງໃຈໄວ້ວ່າເມື່ອໄປຫາພວກເຈົ້າອີກ ຂ້ອຍຈະບໍ່ເຮັດໃຫ້ພວກເຈົ້າເສົ້າໃຈ.
2 ຖ້າຂ້ອຍເຮັດໃຫ້ພວກເຈົ້າທຸກຄົນເສົ້າໃຈ ແລ້ວຈະມີຜູ້ໃດທີ່ຈະໃຫ້ກຳລັງໃຈຂ້ອຍ.
3 ຂ້ອຍໄດ້ຂຽນຈົດໝາຍສະບັບກ່ອນນີ້ ເພື່ອວ່າເມື່ອຂ້ອຍໄປຫາ ພວກເຈົ້າທີ່ຄວນເຮັດໃຫ້ຂ້ອຍດີໃຈຈະບໍ່ເຮັດໃຫ້ຂ້ອຍເສົ້າໃຈ ເພາະຂ້ອຍແນ່ໃຈວ່າສິ່ງໃດທີ່ເຮັດໃຫ້ຂ້ອຍດີໃຈ ກໍຈະເຮັດໃຫ້ພວກເຈົ້າທຸກຄົນດີໃຈຄືກັນ.
4 ຕອນນັ້ນ ຂ້ອຍຂຽນເຖິງພວກເຈົ້າພ້ອມທັງນ້ຳຕາໄຫຼດ້ວຍຄວາມທຸກໃຈ ຂ້ອຍບໍ່ໄດ້ຢາກໃຫ້ພວກເຈົ້າເສົ້າໃຈ ແຕ່ຢາກໃຫ້ຮູ້ວ່າຂ້ອຍຮັກພວກເຈົ້າຫຼາຍສ່ຳໃດ.
5 ຄົນທີ່ເຮັດໃຫ້ເກີດຄວາມເສົ້າໃຈນັ້ນ ເຮັດໃຫ້ພວກເຈົ້າທຸກຄົນເສົ້າໃຈບໍ່ຫຼາຍກໍໜ້ອຍ ລວມທັງຂ້ອຍນຳ ແຕ່ຂ້ອຍບໍ່ຢາກເວົ້າຫຼາຍເກີນໄປກ່ຽວກັບສິ່ງທີ່ລາວເຮັດ.
6 ລາວຖືກພີ່ນ້ອງສ່ວນຫຼາຍຕຳໜິຫຼາຍພໍແລ້ວ
7 ພວກເຈົ້າຄວນຈະໃຫ້ອະໄພແລະປອບໃຈລາວຫຼາຍກວ່າ ເພື່ອລາວຈະບໍ່ຈົມຢູ່ກັບຄວາມໂສກເສົ້າຫຼາຍເກີນໄປ.
8 ດັ່ງນັ້ນ ຂ້ອຍຂໍແນະນຳໃຫ້ພວກເຈົ້າເຮັດໃຫ້ລາວໝັ້ນໃຈວ່າພວກເຈົ້າຮັກລາວແທ້ໆ.
9 ການທີ່ຂ້ອຍຂຽນເຖິງພວກເຈົ້າເທື່ອກ່ອນກໍເພື່ອຈະຮູ້ວ່າພວກເຈົ້າເຊື່ອຟັງທຸກຢ່າງຫຼືບໍ່.
10 ຜູ້ໃດທີ່ພວກເຈົ້າໃຫ້ອະໄພ ຂ້ອຍກໍໃຫ້ອະໄພຄືກັນ ແລະເລື່ອງໃດທີ່ຂ້ອຍໃຫ້ອະໄພໄປແລ້ວ ພະຄລິດເປັນພະຍານໄດ້ວ່າຂ້ອຍໃຫ້ອະໄພເພື່ອປະໂຫຍດຂອງພວກເຈົ້າ
11 ທັງໝົດນີ້ກໍເພື່ອຊາຕານຈະບໍ່ຊະນະພວກເຮົາ* ເພາະພວກເຮົາຮູ້ກົນອຸບາຍຂອງມັນ.*
12 ຕອນທີ່ຂ້ອຍໄປເມືອງໂທອາດເພື່ອປະກາດຂ່າວດີເລື່ອງພະຄລິດ ໂອກາດ*ກໍເປີດໃຫ້ຂ້ອຍໄດ້ເຮັດວຽກຂອງຜູ້ເປັນນາຍ
13 ແຕ່ຂ້ອຍກັງວົນໃຈທີ່ບໍ່ໄດ້ພົບຕີໂຕພີ່ນ້ອງຂອງຂ້ອຍ. ຂ້ອຍຈຶ່ງລາພີ່ນ້ອງຢູ່ຫັ້ນແລ້ວເດີນທາງໄປແຂວງມາເກໂດເນຍ.
14 ຂອບໃຈພະເຈົ້າທີ່ພາພວກເຮົາໄປໃນຂະບວນແຫ່ສະຫຼອງໄຊຊະນະຮ່ວມກັບພະຄລິດ ແລະໃຊ້ພວກເຮົາເປັນຜູ້ກະຈາຍກິ່ນຫອມກ່ຽວກັບຄວາມຮູ້ເລື່ອງພະອົງໄປທົ່ວທຸກແຫ່ງ!
15 ພວກເຮົາທີ່ປະກາດຂ່າວເລື່ອງພະຄລິດນັ້ນເປັນຄືກັບກິ່ນຫອມຫວານສຳລັບພະເຈົ້າ ທັງຄົນທີ່ລອດແລະຄົນທີ່ຈະຖືກທຳລາຍກໍໄດ້ກິ່ນນັ້ນຄືກັນ
16 ພວກເຮົາເປັນກິ່ນຂອງຄວາມຕາຍສຳລັບຄົນທີ່ຈະຖືກທຳລາຍ ແລະເປັນກິ່ນຫອມທີ່ເຮັດໃຫ້ໄດ້ຊີວິດສຳລັບຄົນທີ່ຈະລອດ. ຜູ້ໃດຈະມີຄຸນສົມບັດເໝາະສົມກັບວຽກນີ້?
17 ພວກເຮົານີ້ແຫຼະ ເພາະພວກເຮົາບໍ່ແມ່ນຄົນເລາະຂາຍ*ຄຳສອນຂອງພະເຈົ້າແບບທີ່ຫຼາຍຄົນເຮັດ ແຕ່ພວກເຮົາເວົ້າດ້ວຍຄວາມຈິງໃຈໃນຖານະລູກສິດຂອງພະຄລິດ ພວກເຮົາເປັນຄົນທີ່ພະເຈົ້າໃຊ້ມາ ແລະພວກເຮົາຢູ່ໃນສາຍຕາຂອງພະອົງສະເໝີ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ຈະຫຼອກລວງພວກເຮົາບໍ່ໄດ້”
^ ຫຼື “ເຈຕະນາຂອງມັນ”
^ ແປຕາມໂຕວ່າ “ປະຕູ”
^ ຫຼື “ຫາຜົນປະໂຫຍດຈາກ; ຫາຜົນກຳໄລຈາກ”