ກິດຈະການຂອງອັກຄະສາວົກ 10:1-48
10 ໃນເມືອງກາຍຊາເຣຍມີຜູ້ຊາຍຄົນໜຶ່ງຊື່ໂກເນລີໂອ. ລາວເປັນນາຍຮ້ອຍໃນກອງທະຫານທີ່ເອີ້ນວ່າໜ່ວຍອີຕາລີ.*
2 ລາວກັບທຸກຄົນໃນເຮືອນນະມັດສະການແລະຢ້ານຢຳພະເຈົ້າ. ລາວຊ່ວຍເຫຼືອຄົນທຸກ*ຫຼາຍຢ່າງແລະອະທິດຖານອ້ອນວອນເຖິງພະເຈົ້າສະເໝີ.
3 ມື້ໜຶ່ງ ຕອນປະມານບ່າຍ 3 ໂມງ*+ ລາວໄດ້ເຫັນນິມິດ. ໃນນິມິດນັ້ນ ລາວເຫັນແຈ້ງວ່າມີທູດສະຫວັນຂອງພະເຈົ້າມາຫາລາວແລະເວົ້າກັບລາວວ່າ: “ໂກເນລີໂອ!”
4 ເມື່ອໂກເນລີໂອແນມເບິ່ງທູດສະຫວັນ ລາວກໍຢ້ານແລະເວົ້າວ່າ: “ທ່ານເອີ້ຍ ມີຫຍັງບໍ?” ທູດສະຫວັນຕອບວ່າ: “ພະເຈົ້າໄດ້ຍິນຄຳອະທິດຖານຂອງເຈົ້າແລ້ວ ແລະເພິ່ນພໍໃຈທີ່ເຫັນເຈົ້າຊ່ວຍເຫຼືອຄົນທຸກ.+
5 ຕອນນີ້ ໃຫ້ເຈົ້າໃຊ້ຄົນໄປເມືອງຢົບປາແລ້ວເຊີນຄົນທີ່ຊື່ຊີໂມນມານີ້. ລາວມີອີກຊື່ໜຶ່ງວ່າເປໂຕ.
6 ລາວພັກຢູ່ກັບຄົນຊື່ຊີໂມນທີ່ເປັນຊ່າງຟອກໜັງທີ່ມີເຮືອນຢູ່ແຄມທະເລ.”
7 ເມື່ອທູດສະຫວັນໄປແລ້ວ ໂກເນລີໂອກໍເອີ້ນຄົນຮັບໃຊ້ 2 ຄົນກັບທະຫານຜູ້ໜຶ່ງທີ່ສະໜິດກັບລາວທີ່ຢ້ານຢຳພະເຈົ້າໃຫ້ມາຫາ.
8 ລາວເລົ່າເລື່ອງທັງໝົດໃຫ້ເຂົາເຈົ້າຟັງ ແລ້ວໃຊ້ເຂົາເຈົ້າໄປເມືອງຢົບປາ.
9 ມື້ຕໍ່ມາ ຕອນທີ່ເຂົາເຈົ້າເດີນທາງໃກ້ຊິຮອດເມືອງຢົບປາ ເປໂຕໄດ້ຂຶ້ນໄປອະທິດຖານຢູ່ເທິງດາດຟ້າປະມານຕອນທ່ຽງ.*
10 ລາວຫິວເຂົ້າແຮງ ແລະຕອນທີ່ຄົນໃນເຮືອນກຳລັງແຕ່ງກິນ ເປໂຕກໍເຫັນນິມິດ.+
11 ລາວເຫັນທ້ອງຟ້າເປີດອອກ ແລະມີບາງຢ່າງ*ທີ່ຄືກັບຜ້າລີນິນຜືນໃຫຍ່ທີ່ພືອອກທັງສີ່ແຈຄ່ອຍໆລອຍລົງມາໃນໂລກ.
12 ໃນຜ້າຜືນນັ້ນມີສັດທຸກຊະນິດໃນໂລກ ທັງສັດສີ່ຕີນ ສັດເລືອຄານ ແລະນົກ.
13 ແລ້ວມີສຽງເວົ້າວ່າ: “ເປໂຕ ລຸກຂຶ້ນມາຂ້າສັດເຫຼົ່ານີ້ກິນແມ້!”
14 ແຕ່ເປໂຕບອກວ່າ: “ທ່ານເອີ້ຍ ຂ້ອຍເຮັດບໍ່ໄດ້ດອກ. ຂ້ອຍບໍ່ເຄີຍກິນສິ່ງທີ່ບໍ່ສະອາດຕາມກົດໝາຍຂອງພະເຈົ້າ.”+
15 ສຽງນັ້ນບອກລາວອີກເທື່ອທີ 2 ວ່າ: “ສິ່ງທີ່ພະເຈົ້າເຮັດໃຫ້ສະອາດແລ້ວ ຢ່າຖືວ່າບໍ່ສະອາດອີກເລີຍ.”
16 ສຽງນັ້ນບອກອີກເປັນເທື່ອທີ 3 ແລ້ວຜ້າຜືນນັ້ນ*ກໍຖືກດຶງຂຶ້ນໄປເທິງຟ້າທັນທີ.
17 ຕອນທີ່ເປໂຕຍັງງົງແລະສົງໄສຢູ່ວ່ານິມິດທີ່ລາວເຫັນນັ້ນໝາຍຄວາມວ່າແນວໃດ ຄົນທີ່ໂກເນລີໂອໃຊ້ມາໄດ້ຖາມຫາເຮືອນຂອງຊີໂມນ ແລະເຂົາເຈົ້າກໍຢືນຢູ່ຕໍ່ໜ້າປະຕູເຮືອນພໍດີ.+
18 ເຂົາເຈົ້າຮ້ອງຖາມວ່າຊີໂມນທີ່ມີອີກຊື່ໜຶ່ງວ່າເປໂຕພັກຢູ່ນີ້ບໍ?
19 ຕອນທີ່ເປໂຕຍັງຄິດເຖິງເລື່ອງນິມິດນັ້ນຢູ່ ພະລັງຂອງພະເຈົ້າ+ກໍເວົ້າກັບລາວວ່າ: “ເປໂຕ ມີຜູ້ຊາຍ 3 ຄົນມາຖາມຫາເຈົ້າ.
20 ລຸກຂຶ້ນ ແລ້ວລົງໄປທາງລຸ່ມແລະໄປກັບເຂົາເຈົ້າ. ບໍ່ຕ້ອງສົງໄສ ຍ້ອນເຮົາໃຊ້ເຂົາເຈົ້າມາ.”
21 ເປໂຕຈຶ່ງລົງໄປຫາເຂົາເຈົ້າແລະເວົ້າວ່າ: “ຂ້ອຍແມ່ນຄົນທີ່ພວກເຈົ້າຊອກຫາ. ມີວຽກຫຍັງບໍ?”
22 ເຂົາເຈົ້າຕອບວ່າ: “ນາຍຮ້ອຍໂກເນລີໂອ+ໃຊ້ພວກເຮົາມາຫາເຈົ້າ. ລາວເປັນຄົນດີແລະຢ້ານຢຳພະເຈົ້າ. ຄົນຢິວທຸກຄົນກໍເວົ້າເຖິງລາວໃນທາງທີ່ດີ. ລາວໄດ້ຮັບຄຳສັ່ງຈາກພະເຈົ້າຜ່ານທາງທູດສະຫວັນບໍລິສຸດໃຫ້ມາເຊີນເຈົ້າໄປເຮືອນຂອງລາວເພື່ອລາວຈະໄດ້ຟັງເລື່ອງທີ່ເຈົ້າເວົ້າ.”
23 ເປໂຕຈຶ່ງເຊີນເຂົາເຈົ້າເຂົ້າມາແລະໃຫ້ພັກຢູ່ຫັ້ນ.
ມື້ຕໍ່ມາ ເປໂຕໄດ້ເດີນທາງໄປກັບເຂົາເຈົ້າ. ພີ່ນ້ອງບາງຄົນຈາກເມືອງຢົບປາກໍໄປນຳ.
24 ເປໂຕໄປຮອດເມືອງກາຍຊາເຣຍໃນມື້ຕໍ່ໄປ. ສ່ວນໂກເນລີໂອກຳລັງຖ້າເຂົາເຈົ້າຢູ່. ລາວຍັງໄດ້ເອີ້ນຍາດຕິພີ່ນ້ອງແລະໝູ່ສະໜິດໃຫ້ມາຢູ່ພ້ອມໜ້າກັນ.
25 ເມື່ອໂກເນລີໂອເຫັນເປໂຕເຂົ້າມາ ລາວກໍໝູບລົງຢູ່ຕີນເປໂຕເພື່ອສະແດງຄວາມນັບຖື.
26 ແຕ່ເປໂຕດຶງລາວລຸກຂຶ້ນແລະເວົ້າວ່າ: “ລຸກຂຶ້ນແມ້ ຂ້ອຍກໍເປັນຄົນທຳມະດາຄືກັນ.”+
27 ເຂົາເຈົ້າລົມກັນແລະຍ່າງເຂົ້າໄປທາງໃນ ແລ້ວເປໂຕກໍເຫັນຫຼາຍຄົນຢູ່ຫັ້ນ.
28 ເປໂຕເວົ້າກັບຄົນເຫຼົ່ານັ້ນວ່າ: “ພວກເຈົ້າກໍຮູ້ວ່າມັນຜິດກົດທີ່ຄົນຢິວຈະຕິດຕໍ່ພົວພັນກັບຄົນຕ່າງຊາດ+ ແຕ່ພະເຈົ້າເຮັດໃຫ້ຂ້ອຍຮູ້ແລ້ວວ່າບໍ່ຄວນຖືວ່າຄົນອື່ນບໍ່ສະອາດ ບໍ່ວ່າເຂົາເຈົ້າຈະແມ່ນໃຜກໍຕາມ.+
29 ຍ້ອນແນວນີ້ ເມື່ອມີຄົນໄປເຊີນຂ້ອຍ ຂ້ອຍຈຶ່ງບໍ່ຂັດຂ້ອງທີ່ຈະມານີ້ ແຕ່ຂໍຖາມແດ່ວ່າພວກເຈົ້າເຊີນຂ້ອຍມາເຮັດຫຍັງ?”
30 ໂກເນລີໂອບອກວ່າ: “ສີ່ມື້ກ່ອນ ປະມານບ່າຍ 3 ໂມງ ຕອນເວລາສ່ຳນີ້ ຂ້ອຍກຳລັງອະທິດຖານຢູ່ໃນເຮືອນ. ຢູ່ດີໆກໍມີຜູ້ໜຶ່ງໃສ່ເຄື່ອງນຸ່ງທີ່ມີແສງເຈີດຈ້າມາຢືນຢູ່ຕໍ່ໜ້າຂ້ອຍ
31 ແລະເວົ້າວ່າ ‘ໂກເນລີໂອ ພະເຈົ້າໄດ້ຍິນຄຳອະທິດຖານຂອງເຈົ້າແລະຄິດເຖິງສິ່ງທີ່ເຈົ້າເຮັດເພື່ອຊ່ວຍເຫຼືອຄົນທຸກ.
32 ໃຫ້ເຈົ້າໃຊ້ຄົນໄປເມືອງຢົບປາ ແລ້ວເຊີນຄົນທີ່ຊື່ຊີໂມນມານີ້. ລາວມີອີກຊື່ໜຶ່ງວ່າເປໂຕ. ລາວພັກຢູ່ນຳຊີໂມນທີ່ເປັນຊ່າງຟອກໜັງທີ່ມີເຮືອນຢູ່ແຄມທະເລ.’+
33 ຂ້ອຍຈຶ່ງໃຊ້ຄົນໄປເຊີນເຈົ້າທັນທີ. ຂອບໃຈຫຼາຍໆທີ່ເຈົ້າມາ. ຕອນນີ້ ພວກເຮົາຢູ່ພ້ອມໜ້າກັນຕໍ່ໜ້າພະເຈົ້າແລ້ວເພື່ອຈະຟັງສິ່ງທີ່ພະເຢໂຫວາ*ສັ່ງໃຫ້ເຈົ້າເວົ້າ.”
34 ເປໂຕເລີ່ມເວົ້າວ່າ: “ຕອນນີ້ຂ້ອຍເຂົ້າໃຈແທ້ໆແລ້ວວ່າພະເຈົ້າບໍ່ລຳອຽງ.+
35 ເພິ່ນຍອມຮັບທຸກຄົນທີ່ຢ້ານຢຳເພິ່ນແລະເຮັດສິ່ງທີ່ຖືກຕ້ອງ ບໍ່ວ່າລາວຈະເປັນຄົນຊາດໃດກໍຕາມ.+
36 ເພິ່ນສົ່ງຂ່າວໄປຫາຄົນອິດສະຣາເອນ ເຊິ່ງເປັນຂ່າວດີທີ່ວ່າຄົນເຮົາຈະມີສັນຕິສຸກກັບພະເຈົ້າໄດ້+ໂດຍທາງພະເຢຊູຄລິດ. ຜູ້ນີ້ແຫຼະເປັນນາຍຂອງທຸກຄົນ.+
37 ພວກເຈົ້າກໍຮູ້ເລື່ອງທີ່ຄົນຊ່າລືກັນທົ່ວແຂວງຢູດາຍເຊິ່ງເລີ່ມຕັ້ງແຕ່ແຂວງຄາລີເລ+ ຫຼັງຈາກທີ່ໂຢຮັນໄດ້ປະກາດເລື່ອງບັບເຕມາ.
38 ຂ້ອຍກຳລັງເວົ້າເຖິງເລື່ອງພະເຢຊູຄົນນາຊາເຣັດທີ່ພະເຈົ້າໄດ້ແຕ່ງຕັ້ງດ້ວຍພະລັງບໍລິສຸດ+ແລະໃຫ້ລິດເດດເພິ່ນ. ພະເຢຊູເດີນທາງໄປທຸກບ່ອນເພື່ອເຮັດສິ່ງດີໆແລະປົວຄົນທີ່ຕ້ອງທົນທຸກທໍລະມານຍ້ອນຖືກມານຮ້າຍຄອບງຳ.+ ພະເຢຊູເຮັດແບບນີ້ໄດ້ກໍຍ້ອນພະເຈົ້າຢູ່ກັບເພິ່ນ.+
39 ພວກເຮົາເປັນພະຍານຮູ້ເຫັນທຸກຢ່າງທີ່ພະເຢຊູເຮັດໃນເມືອງຕ່າງໆທີ່ຄົນຢິວຢູ່ແລະໃນເມືອງເຢຣູຊາເລັມ ແຕ່ເຂົາເຈົ້າໄດ້ຂ້າເພິ່ນໂດຍຄຶງໄວ້ເທິງເສົາ.*
40 ພະເຈົ້າປຸກພະເຢຊູຜູ້ນີ້ໃຫ້ຄືນມາຈາກຕາຍໃນມື້ທີ 3+ ແລະໃຫ້ຄົນເຫັນເພິ່ນ
41 ແຕ່ບໍ່ແມ່ນທຸກຄົນໄດ້ເຫັນ. ຄົນທີ່ເຫັນແມ່ນພວກພະຍານທີ່ພະເຈົ້າແຕ່ງຕັ້ງໄວ້ກ່ອນແລ້ວ ເຊິ່ງກໍແມ່ນພວກເຮົານິແຫຼະທີ່ໄດ້ກິນໄດ້ດື່ມກັບເພິ່ນຕອນທີ່ເພິ່ນຄືນມາຈາກຕາຍແລ້ວ.+
42 ພະເຢຊູສັ່ງພວກເຮົາໃຫ້ປະກາດກັບຄົນໃນຊາດນີ້ ແລະເປັນພະຍານຢືນຢັນໃຫ້ຮູ້ທົ່ວກັນວ່າ+ເພິ່ນເປັນຜູ້ທີ່ພະເຈົ້າແຕ່ງຕັ້ງໃຫ້ຕັດສິນທັງຄົນທີ່ມີຊີວິດຢູ່ແລະຄົນຕາຍ.+
43 ຜູ້ພະຍາກອນທຸກຄົນເວົ້າເຖິງພະເຢຊູວ່າ+ຜູ້ທີ່ສະແດງຄວາມເຊື່ອໃນພະເຢຊູຈະໄດ້ຮັບການຍົກໂທດຄວາມຜິດໂດຍອາໄສຊື່ຂອງເພິ່ນ.”+
44 ຕອນທີ່ເປໂຕກຳລັງເວົ້າເລື່ອງນີ້ຢູ່ ທຸກຄົນທີ່ໄດ້ຟັງຄຳສອນຂອງພະເຈົ້າກໍໄດ້ຮັບພະລັງບໍລິສຸດ.+
45 ຄົນທີ່ມີຄວາມເຊື່ອທີ່ມາກັບເປໂຕເຊິ່ງເປັນຄົນທີ່ໄດ້ຮັບສິນຕັດ*ແລ້ວ ກໍຕົກຕະລຶງທີ່ເຫັນວ່າພະເຈົ້າໃຫ້*ພະລັງບໍລິສຸດ*ກັບຄົນຕ່າງຊາດຄືກັນ.
46 ເຂົາເຈົ້າໄດ້ຍິນຄົນເຫຼົ່ານັ້ນເວົ້າພາສາຕ່າງໆແລະຍົກຍ້ອງພະເຈົ້າ+ ແລ້ວເປໂຕກໍເວົ້າວ່າ:
47 “ໃຜຊິຫ້າມເຂົາເຈົ້າບໍ່ໃຫ້ຮັບບັບເຕມາໃນນ້ຳ+ ຍ້ອນເຂົາເຈົ້າກໍໄດ້ຮັບພະລັງບໍລິສຸດຄືກັບພວກເຮົາ?”
48 ເປໂຕບອກໃຫ້ເຂົາເຈົ້າຮັບບັບເຕມາໃນນາມພະເຢຊູຄລິດ+ ແລ້ວເຂົາເຈົ້າກໍຂໍໃຫ້ເປໂຕຢູ່ຫັ້ນອີກສອງສາມມື້.
ຂໍ ຄວາມ ໄຂ ເງື່ອນ
^ ເປັນໜ່ວຍທະຫານໃນກອງທັບໂຣມເຊິ່ງມີທະຫານ 600 ຄົນ
^ ເບິ່ງຄຳວ່າ “ຊ່ວຍເຫຼືອຄົນທຸກ” ໃນສ່ວນອະທິບາຍຄຳສັບ
^ ແປຕາມໂຕວ່າ “ຊົ່ວໂມງທີ 9”
^ ແປຕາມໂຕວ່າ “ຊົ່ວໂມງທີ 6”
^ ແປຕາມໂຕວ່າ “ເຄື່ອງໃຊ້ບາງຢ່າງ”
^ ແປຕາມໂຕວ່າ “ເຄື່ອງໃຊ້ນັ້ນ”
^ ເບິ່ງພາກຜະໜວກ ກ5
^ ຫຼື “ຕົ້ນໄມ້”
^ ຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ
^ ແປຕາມໂຕວ່າ “ເທ”
^ ຫຼື “ໃຫ້ພະລັງບໍລິສຸດເປັນຂອງຂວັນ”