ກິດຈະການຂອງອັກຄະສາວົກ 12:1-25

  • ຢາໂກໂບ​ຖືກ​ຂ້າ; ເປໂຕ​ຖືກ​ຂັງ​ຢູ່​ຄຸກ (1-5)

  • ເປໂຕ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ຢ່າງ​ອັດສະຈັນ (6-19)

  • ທູດສະຫວັນ​ລົງໂທດ​ເຮໂຣດ (20-25)

12  ຕອນ​ນັ້ນ ກະສັດ​ເຮໂຣດ​ເລີ່ມ​ທຳຮ້າຍ​ບາງຄົນ​ໃນ​ປະຊາຄົມ.+  ລາວ​ສັ່ງ​ທະຫານ​ໃຫ້​ເອົາ​ດາບ​ຂ້າ​ຢາໂກໂບ​ທີ່​ເປັນອ້າຍນ້ອງ​ກັບ​ໂຢຮັນ.+  ເມື່ອ​ເຫັນ​ວ່າ​ພວກ​ຢິວ​ພໍໃຈ ລາວ​ຈຶ່ງ​ຈັບ​ເປໂຕ​ນຳ. (ຕອນ​ນັ້ນ​ເປັນ​ຍາມ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ.)+  ເມື່ອ​ລາວ​ຈັບ​ເປໂຕ​ໄດ້​ແລ້ວ​ກໍ​ຂັງ​ໄວ້​ໃນ​ຄຸກ+ ແລະ​ໃຫ້​ມີ​ທະຫານ​ຄຸມ​ມື້​ລະ 4 ກະ ກະ​ລະ 4 ຄົນ ແລະ​ຕັ້ງໃຈ​ວ່າ​ຫຼັງ​ຈາກ​ເທດສະການ​ປັດສະຄາ​ຈະ​ເອົາ​ເປໂຕ​ອອກ​ມາ​ຕັດສິນ​ຕໍ່​ໜ້າ​ປະຊາຊົນ.  ເປໂຕ​ຈຶ່ງ​ຕ້ອງ​ຢູ່​ໃນ​ຄຸກ ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ອະທິດຖານ​ເຖິງ​ພະເຈົ້າ​ເພື່ອ​ເປໂຕ​ຢ່າງ​ຈິງຈັງ.+  ໃນ​ຄືນ​ກ່ອນ​ທີ່​ເຮໂຣດ​ຈະ​ເອົາ​ເປໂຕ​ອອກ​ມາ​ຕັດສິນ​ຕໍ່​ໜ້າ​ປະຊາຊົນ ເປໂຕ​ກຳລັງ​ນອນ​ຫຼັບ​ຢູ່. ມີ​ໂສ້ 2 ເສັ້ນ​ລ່າມ​ລາວ​ໄວ້​ກັບ​ທະຫານ​ເບື້ອງ​ລະ​ຄົນ ແລະ​ມີ​ຄົນຍາມ​ເຝົ້າ​ຢູ່​ໜ້າ​ປະຕູ​ຄຸກ.  ທັນໃດ​ນັ້ນ​ກໍ​ມີ​ທູດສະຫວັນ​ຂອງ​ພະ​ເຢໂຫວາ*​ມາ​ຢືນ​ຢູ່​ຫັ້ນ+ ແລະ​ມີແສງ​ສະຫວ່າງ​ເຈີດຈ້າ​ສ່ອງ​ໄປ​ທົ່ວ​ຄຸກ. ທູດສະຫວັນ​ອົງ​ນັ້ນ​ຕົບ​ຂ້າງ​ເປໂຕ​ໃຫ້​ຕື່ນ​ແລະ​ບອກ​ວ່າ: “ຟ້າວ​ລຸກ​ຂຶ້ນ​ໄວ​ໆ​!” ແລ້ວ​ໂສ້​ກໍຫຼຸດ​ອອກຈາກ​ມື​ເປໂຕ.+  ທູດສະຫວັນ​ບອກ​ເປໂຕ​ວ່າ: “ນຸ່ງ​ເຄື່ອງ*​ແລະ​ໃສ່​ເກີບ” ເປໂຕ​ກໍ​ເຮັດ​ຕາມ ແລ້ວ​ທູດສະຫວັນ​ບອກ​ວ່າ: “ໃສ່​ເສື້ອ​ຄຸມ​ແລ້ວ​ນຳ​ຫຼັງ​ຂ້ອຍ​ມາ​ໄວ​ໆ​.”  ເປໂຕ​ກໍ​ນຳ​ຫຼັງ​ທູດສະຫວັນ​ອອກ​ໄປ ແຕ່​ລາວ​ບໍ່​ຮູ້​ວ່າ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ນັ້ນ​ເປັນ​ເລື່ອງ​ຈິງ. ລາວຄິດ​ວ່າ​ກຳລັງ​ເຫັນ​ນິມິດ. 10  ເມື່ອ​ຜ່ານ​ທະຫານ​ຍາມ​ຊັ້ນ​ທີ 1 ແລະ​ຊັ້ນ​ທີ 2 ເຂົາເຈົ້າ​ກໍ​ມາ​ຮອດ​ປະຕູ​ເຫຼັກ​ທີ່​ເປັນ​ທາງເຂົ້າ​ໄປ​ໃນ​ເມືອງ ແລ້ວ​ປະຕູ​ນັ້ນ​ກໍເປີດ​ເອງ. ເມື່ອ​ອອກ​ໄປ​ແລ້ວ​ທັງ​ສອງ​ຄົນ​ກໍ​ໄປຫົນ​ທາງເສັ້ນ​ໜຶ່ງ ແລະ​ທັນໃດ​ນັ້ນ​ທູດສະຫວັນ​ກໍ​ຫາຍ​ໂຕໄປ. 11  ເມື່ອ​ເປໂຕ​ຮູ້​ເມື່ອ​ກໍ​ເວົ້າ​ວ່າ: “ຕອນ​ນີ້ ຂ້ອຍ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ*​ໃຊ້​ທູດສະຫວັນ​ຂອງ​ເພິ່ນ​ມາ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ຈາກ​ເຮໂຣດ​ແລະ​ຈາກ​ທຸກ​ສິ່ງ​ທີ່​ພວກ​ຢິວ​ຢາກ​ໃຫ້​ເກີດ​ຂຶ້ນ​ກັບ​ຂ້ອຍ.”+ 12  ເມື່ອ​ເປໂຕ​ຄິດ​ກ່ຽວກັບ​ເລື່ອງ​ທີ່​ເກີດ​ຂຶ້ນ ລາວ​ກໍ​ໄປ​ເຮືອນ​ຂອງ​ມາຣິອາ​ທີ່​ເປັນ​ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ.+ ຢູ່​ຫັ້ນ​ມີ​ຫຼາຍ​ຄົນ​ມາ​ລວມ​ກັນ​ແລະ​ອະທິດຖານ. 13  ເປໂຕ​ເຄາະ​ປະຕູ​ຮົ້ວ ແລ້ວ​ສາວໃຊ້​ຊື່​ໂຣເດ​ກໍ​ມາ​ເບິ່ງ​ວ່າ​ແມ່ນ​ໃຜ​ເຄາະ. 14  ເມື່ອ​ຈື່​ໄດ້​ວ່າ​ເປັນ​ສຽງ​ເປໂຕ ລາວ​ກໍ​ດີໃຈ​ຫຼາຍ​ຈົນ​ລືມ​ເປີດ​ປະຕູໃຫ້ ແຕ່​ພັດ​ແລ່ນ​ເຂົ້າ​ໄປ​ບອກ​ຄົນ​ໃນ​ເຮືອນ​ວ່າ​ເປໂຕ​ຢືນ​ຢູ່​ໜ້າ​ປະຕູ​ຮົ້ວ. 15  ຄົນ​ໃນ​ເຮືອນ​ເວົ້າ​ກັບ​ໂຣເດ​ວ່າ: “ເຈົ້າ​ເປັນ​ບ້າ​ລະ​ຕີ້” ແຕ່​ລາວ​ຢືນຢັນ​ວ່າ​ແມ່ນ​ເປໂຕ​ແທ້​ໆ​. ເຂົາເຈົ້າ​ຈຶ່ງ​ບອກ​ວ່າ: “ຄື​ຊິ​ແມ່ນ​ທູດສະຫວັນ​ປະຈຳ​ໂຕ​ເປໂຕ​ຕີ້.” 16  ເປໂຕ​ຍັງ​ຢືນ​ເຄາະ​ປະຕູ​ຢູ່​ຫັ້ນ​ຈົນ​ເຂົາເຈົ້າ​ມາ​ເປີດ​ປະຕູ​ແລະ​ເຫັນ​ລາວ. ເມື່ອ​ເຂົາເຈົ້າ​ເຫັນ​ລາວ​ກໍ​ພາກັນ​ແປກໃຈ​ຫຼາຍ. 17  ເປໂຕ​ຍົກ​ມື​ຂຶ້ນ​ບອກ​ໃຫ້​ເຂົາເຈົ້າ​ມິດ ແລ້ວ​ເລົ່າ​ໃຫ້​ເຂົາເຈົ້າ​ຟັງ​ຢ່າງ​ລະອຽດ​ວ່າ​ພະ​ເຢໂຫວາ*​ຊ່ວຍ​ລາວ​ອອກ​ມາ​ຈາກ​ຄຸກ​ໄດ້​ແນວໃດ ແລະ​ເວົ້າ​ວ່າ: “ໄປ​ບອກ​ເລື່ອງ​ນີ້​ໃຫ້​ຢາໂກໂບ+​ແລະ​ພວກ​ພີ່ນ້ອງ​ຮູ້​ເດີ້.” ແລ້ວ​ເປໂຕ​ກໍ​ເດີນທາງ​ໄປ​ບ່ອນ​ອື່ນ. 18  ເມື່ອ​ຮອດ​ຕອນ​ເຊົ້າ​ກໍ​ມີ​ຄວາມ​ສັບສົນ​ວຸ່ນວາຍ​ຫຼາຍ​ໃນ​ພວກ​ທະຫານ. ເຂົາເຈົ້າ​ພາກັນ​ສົງໄສ​ວ່າ​ເປໂຕ​ໄປ​ໃສ. 19  ເຮໂຣດ​ພະຍາຍາມ​ຊອກຫາ​ເປໂຕ​ຢູ່​ທຸກ​ບ່ອນ ແຕ່​ກໍບໍ່​ເຫັນ. ລາວ​ຈຶ່ງ​ສອບສວນ​ພວກ​ທະຫານ​ຍາມ​ແລະ​ສັ່ງ​ໃຫ້​ລົງໂທດ​ເຂົາເຈົ້າ.+ ແລ້ວ​ເຮໂຣດ​ກໍ​ອອກ​ຈາກ​ແຂວງ​ຢູດາຍ​ໄປ​ຢູ່​ເມືອງ​ກາຍຊາເຣຍ​ໄລຍະ​ໜຶ່ງ. 20  ຕອນ​ນັ້ນ ເຮໂຣດ​ກຳລັງ​ໃຈຮ້າຍ​ໃຫ້​ຄົນ​ໃນ​ເມືອງ​ຕີເຣ​ແລະ​ຊີໂດນ. ຄົນ​ຈາກ 2 ເມືອງ​ນັ້ນ​ຈຶ່ງ​ພາກັນ​ມາ​ຫາ​ເຮໂຣດ. ເຂົາເຈົ້າ​ໂນ້ມນ້າວ​ລາຊະໂຕ​ທີ່​ເປັນ​ຜູ້​ເບິ່ງແຍງ​ວັງ​ໃຫ້ຊ່ວຍ ແລະ​ເຂົາເຈົ້າ​ໄດ້​ໄປ​ຂໍ​ຄືນດີ​ກັບ​ເຮໂຣດ ຍ້ອນ​ເມືອງ​ຂອງ​ເຂົາເຈົ້າ​ຕ້ອງ​ເພິ່ງ​ຂອງຢູ່​ຂອງກິນ​ຈາກ​ແຜ່ນດິນ​ຂອງ​ກະສັດ​ເຮໂຣດ. 21  ເມື່ອ​ຮອດ​ມື້​ສຳຄັນ ເຮໂຣດ​ແຕ່ງ​ຊຸດ​ກະສັດ​ເຕັມ​ຍົດ​ແລະ​ນັ່ງ​ເທິງ​ບັນລັງ​ຕັດສິນ​ແລ້ວ​ເວົ້າ​ຕໍ່​ໜ້າ​ປະຊາຊົນ. 22  ຄົນ​ທີ່​ມາ​ລວມ​ກັນ​ກໍ​ຮ້ອງ​ຂຶ້ນ​ວ່າ: “ນີ້​ແມ່ນ​ສຽງ​ພະເຈົ້າ ບໍ່​ແມ່ນ​ສຽງ​ມະນຸດ!” 23  ທັນໃດ​ນັ້ນ ທູດສະຫວັນ​ຂອງ​ພະ​ເຢໂຫວາ*​ກໍ​ລົງໂທດ​ເຮໂຣດ​ຍ້ອນ​ລາວ​ບໍ່​ໄດ້​ໃຫ້​ກຽດ​ພະເຈົ້າ ລາວ​ຈຶ່ງ​ເຈັບ​ປ່ວຍ​ແລະ​ຖືກ​ໜອນ​ກັດ​ກິນ​ຈົນ​ຕາຍ. 24  ຄຳສອນ​ຂອງ​ພະ​ເຢໂຫວາ*​ກໍແພ່​ອອກ​ໄປແລະ​ຄົນ​ກໍ​ເຂົ້າ​ມາ​ເຊື່ອ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.+ 25  ເມື່ອ​ບາຣະນາບາ+​ກັບ​ໂຊໂລ​ເຮັດ​ວຽກ​ຊ່ວຍເຫຼືອ​ພີ່ນ້ອງ​ໃນ​ເມືອງ​ເຢຣູຊາເລັມ​ແລ້ວ​ໆ​+ ເຂົາເຈົ້າ​ກໍ​ກັບ​ໄປ​ແລະ​ພາ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ​ໄປ​ນຳ.+

ຂໍຄວາມໄຂເງື່ອນ

ຫຼື “ເອົາ​ຜ້າ​ມັດ​ແອວ”