ກິດຈະການຂອງອັກຄະສາວົກ 13:1-52
13 ຕອນນັ້ນ ຢູ່ປະຊາຄົມໃນເມືອງອັນຕີໂອເຂຍມີບາງຄົນເປັນຜູ້ພະຍາກອນແລະຜູ້ສອນ.+ ໃນນັ້ນມີບາຣະນາບາ ຊີເມໂອນທີ່ມີອີກຊື່ໜຶ່ງວ່ານີເຄັນ ລູກີໂອຄົນກີເຣເນ ມານາເອນທີ່ເປັນໝູ່ຮຽນໜັງສືກັບເຮໂຣດຜູ້ປົກຄອງແຂວງ ແລະໂຊໂລ.
2 ຕອນທີ່ເຂົາເຈົ້າຮັບໃຊ້ພະເຢໂຫວາ*ແລະອົດເຂົ້າຢູ່ ພະລັງບໍລິສຸດກໍມາບອກເຂົາເຈົ້າວ່າ: “ໃຫ້ແຕ່ງຕັ້ງບາຣະນາບາແລະໂຊໂລ+ເພື່ອເຮັດວຽກທີ່ເຮົາໄດ້ເລືອກເຂົາເຈົ້າໃຫ້ເຮັດ.”+
3 ຫຼັງຈາກເຂົາເຈົ້າອົດເຂົ້າແລະອະທິດຖານແລ້ວໆ ເຂົາເຈົ້າກໍວາງມືເທິງບາຣະນາບາແລະໂຊໂລ ແລ້ວສົ່ງທັງສອງຄົນອອກໄປ.
4 ເມື່ອໄດ້ຮັບການຊີ້ນຳຈາກພະລັງບໍລິສຸດແລ້ວ ບາຣະນາບາແລະໂຊໂລກໍໄປເມືອງແຊລູເກຍ ແລ້ວຂຶ້ນເຮືອຈາກບ່ອນນັ້ນໄປເກາະໄຊປຣັດ.
5 ຕອນທີ່ມາຮອດເມືອງຊາລາມີ ເຂົາເຈົ້າກໍປະກາດຄຳສອນຂອງພະເຈົ້າຕາມບ່ອນປະຊຸມຂອງຄົນຢິວ ແລະໂຢຮັນກໍເປັນຜູ້ຊ່ວຍ*ເຂົາເຈົ້າ.+
6 ເມື່ອເດີນທາງໄປທົ່ວເກາະຈົນມາຮອດເມືອງປາໂຟ ເຂົາເຈົ້າກໍເຫັນຄົນຢິວຄົນໜຶ່ງທີ່ເປັນພໍ່ມົດແລະເປັນຜູ້ພະຍາກອນປອມຊື່ບາຣະເຢຊູ.
7 ລາວຢູ່ນຳເຈົ້າແຂວງຊື່ເຊຄີໂອໂປໂລທີ່ເປັນຄົນສະຫຼາດ. ເຈົ້າແຂວງຜູ້ນີ້ຢາກຟັງຄຳສອນຂອງພະເຈົ້າຫຼາຍ ລາວຈຶ່ງເອີ້ນບາຣະນາບາກັບໂຊໂລໃຫ້ມາຫາ.
8 ແຕ່ພໍ່ມົດເອລີມາ*ເລີ່ມຂັດຂວາງແລະພະຍາຍາມບໍ່ໃຫ້ເຈົ້າແຂວງເຊື່ອຄຳສອນນັ້ນ. (ເອລີມາແປວ່າພໍ່ມົດ.)
9 ໂຊໂລທີ່ມີອີກຊື່ໜຶ່ງວ່າໂປໂລກໍໄດ້ຮັບພະລັງບໍລິສຸດ. ລາວແນມເບິ່ງເອລີມາ
10 ແລະເວົ້າວ່າ: “ເຈົ້າເປັນຄົນມີເລ່ລ່ຽມແລະຊົ່ວແທ້ໆ. ເຈົ້າເປັນລູກມານຮ້າຍ+ ແລະເປັນສັດຕູຂອງທຸກສິ່ງທີ່ຖືກຕ້ອງ. ເຈົ້າຍັງບໍ່ເຊົາຂັດຂວາງແນວທາງທີ່ຖືກຕ້ອງຂອງພະເຢໂຫວາ*ອີກຫວະ?
11 ພະເຢໂຫວາ*ຈະລົງໂທດເຈົ້າໃຫ້ຕາບອດ. ເຈົ້າຈະບໍ່ເຫັນແສງຕາເວັນໄລຍະໜຶ່ງ.” ທັນໃດນັ້ນ ເອລີມາຮູ້ສຶກຄືກັບຢູ່ໃນໝອກທີ່ຕຶບໜາ ແລ້ວຕາຂອງລາວກໍມືດ. ລາວຈຶ່ງງົມໆທາວໆໃຫ້ຄົນມາຊ່ວຍຈູງລາວ.
12 ເມື່ອເຈົ້າແຂວງເຫັນສິ່ງທີ່ເກີດຂຶ້ນກໍເຂົ້າມາເປັນລູກສິດ ຍ້ອນຮູ້ສຶກປະທັບໃຈໃນຄຳສອນຂອງພະເຢໂຫວາ.*
13 ໂປໂລກັບຄົນທີ່ມານຳລາວໄດ້ຂຶ້ນເຮືອຈາກເມືອງປາໂຟໄປເມືອງເປເຄໃນແຂວງປຳຟີເລຍ ແຕ່ໂຢຮັນ+ໄດ້ໜີປະເຂົາເຈົ້າແລ້ວກັບໄປເມືອງເຢຣູຊາເລັມ.+
14 ສ່ວນໂປໂລກັບບາຣະນາບາກໍເດີນທາງຕໍ່ໄປຈາກເມືອງເປເຄໄປເມືອງອັນຕີໂອເຂຍໃນແຂວງປິຊິເດຍ. ເມື່ອຮອດວັນຊະບາໂຕ ເຂົາເຈົ້າກໍເຂົ້າໄປໃນບ່ອນປະຊຸມຂອງຄົນຢິວ.+
15 ຫຼັງຈາກທີ່ອ່ານກົດໝາຍຂອງໂມເຊແລະຄຳສອນຂອງພວກຜູ້ພະຍາກອນໃຫ້ປະຊາຊົນຟັງແລ້ວ+ ພວກຫົວໜ້າບ່ອນປະຊຸມຂອງຄົນຢິວກໍຖາມໂປໂລກັບບາຣະນາບາວ່າ: “ພີ່ນ້ອງ ພວກເຈົ້າມີຫຍັງຢາກຈະເວົ້າໃຫ້ກຳລັງໃຈປະຊາຊົນບໍ?”
16 ໂປໂລຈຶ່ງລຸກຂຶ້ນແລະຍົກມືບອກໃຫ້ທຸກຄົນມິດ ແລ້ວເວົ້າວ່າ:
“ພວກເຈົ້າທີ່ເປັນຄົນອິດສະຣາເອນແລະຄົນຕ່າງຊາດທີ່ຢ້ານຢຳພະເຈົ້າ ຂໍໃຫ້ຟັງຂ້ອຍເວົ້າ.
17 ພະເຈົ້າຂອງຄົນອິດສະຣາເອນໄດ້ເລືອກປູ່ຍ່າຕານາຍຂອງພວກເຮົາໄວ້ຕອນທີ່ເຂົາເຈົ້າຍັງເປັນຄົນຕ່າງຊາດຢູ່ເອຢິບ ເພິ່ນຊ່ວຍເຂົາເຈົ້າໃຫ້ອອກຈາກປະເທດນັ້ນດ້ວຍລິດເດດທີ່ຍິ່ງໃຫຍ່.+
18 ເພິ່ນອົດທົນກັບເຂົາເຈົ້າໃນບ່ອນກັນດານປະມານ 40 ປີ.+
19 ຫຼັງຈາກທີ່ເພິ່ນທຳລາຍ 7 ຊາດໃນແຜ່ນດິນການາອານແລ້ວ ເພິ່ນກໍໃຫ້ຄົນອິດສະຣາເອນຄອບຄອງແຜ່ນດິນຂອງພວກນັ້ນ.*+
20 ເຫດການທັງໝົດນີ້ເກີດຂຶ້ນໃນໄລຍະປະມານ 450 ປີ.
ຫຼັງຈາກນັ້ນ ເພິ່ນກໍໃຫ້ເຂົາເຈົ້າມີພວກຜູ້ຕັດສິນຈົນຮອດສະໄໝຂອງຜູ້ພະຍາກອນຊາມູເອນ.+
21 ແຕ່ເຂົາເຈົ້າຂໍໃຫ້ມີກະສັດ+ ພະເຈົ້າຈຶ່ງໃຫ້ຊາອູນລູກຊາຍຂອງກີເຊຈາກຕະກູນເບັນຢາມິນ+ເປັນກະສັດປົກຄອງເຂົາເຈົ້າ 40 ປີ.
22 ຫຼັງຈາກພະເຈົ້າປົດຊາອູນແລ້ວ ເພິ່ນກໍຕັ້ງດາວິດໃຫ້ເປັນກະສັດ.+ ເພິ່ນຢືນຢັນກ່ຽວກັບດາວິດວ່າ ‘ເຮົາເຫັນວ່າດາວິດລູກຊາຍຂອງເຢຊີ+ເປັນຄົນທີ່ເຮົາພໍໃຈ.+ ລາວຈະເຮັດທຸກຢ່າງຕາມທີ່ເຮົາຕ້ອງການ.’
23 ຈາກລູກຫຼານຂອງດາວິດນິແຫຼະ ພະເຈົ້າໃຫ້ຊາດອິດສະຣາເອນມີຜູ້ຊ່ວຍໃຫ້ລອດຕາມທີ່ເພິ່ນສັນຍາໄວ້ ແລະຜູ້ນັ້ນແມ່ນພະເຢຊູ.+
24 ກ່ອນພະເຢຊູຈະມາ ໂຢຮັນໄດ້ປະກາດໃຫ້ຄົນອິດສະຣາເອນທັງໝົດຮູ້ວ່າເຂົາເຈົ້າຕ້ອງຮັບບັບເຕມາເພື່ອສະແດງການກັບໃຈ.+
25 ຕອນທີ່ໂຢຮັນເຮັດວຽກໃກ້ຈະສຳເລັດ ລາວບອກວ່າ ‘ພວກເຈົ້າຄິດວ່າຂ້ອຍແມ່ນໃຜ? ຂ້ອຍບໍ່ແມ່ນຜູ້ນັ້ນດອກ. ແຕ່ຜູ້ທີ່ຈະມາພາຍຫຼັງຂ້ອຍ ຂ້ອຍບໍ່ເໝາະສົມທີ່ຈະແກ້ສາຍມັດເກີບຂອງເພິ່ນຊ້ຳ.’+
26 ພີ່ນ້ອງເອີ້ຍ ພວກເຈົ້າທີ່ເປັນລູກຫຼານຂອງອັບຣາຮາມແລະຄົນຊາດອື່ນທີ່ຢ້ານຢຳພະເຈົ້າ ເພິ່ນສົ່ງຂ່າວເລື່ອງຄວາມລອດນີ້ມາຮອດພວກເຮົາແລ້ວ.+
27 ຄົນໃນເມືອງເຢຣູຊາເລັມກັບຜູ້ທີ່ປົກຄອງເຂົາເຈົ້າບໍ່ຍອມຮັບພະເຢຊູຜູ້ນັ້ນ ແຕ່ເມື່ອເຂົາເຈົ້າຕັດສິນລົງໂທດເພິ່ນ ເຂົາເຈົ້າກໍເຮັດສິ່ງທີ່ພວກຜູ້ພະຍາກອນບອກໄວ້ແລ້ວ+ ແລະມີການອ່ານເລື່ອງນັ້ນທຸກໆວັນຊະບາໂຕ.
28 ເຖິງວ່າເຂົາເຈົ້າບໍ່ມີສາເຫດທີ່ຈະຂ້າເພິ່ນ+ ແຕ່ເຂົາເຈົ້າກໍກົດດັນປີລາດໃຫ້ປະຫານເພິ່ນຈົນໄດ້.+
29 ເມື່ອເຂົາເຈົ້າເຮັດທຸກຢ່າງຕໍ່ພະເຢຊູຄືກັບທີ່ບອກໄວ້ແລ້ວ ເຂົາເຈົ້າກໍເອົາສົບຂອງເພິ່ນລົງມາຈາກເສົາ*ແລະເອົາໄປວາງໄວ້ໃນບ່ອນຝັງສົບ.+
30 ແຕ່ພະເຈົ້າປຸກພະເຢຊູໃຫ້ຄືນມາຈາກຕາຍ+
31 ແລະເປັນເວລາຫຼາຍມື້ຫຼັງຈາກນັ້ນ ພະເຢຊູກໍມາໃຫ້ພວກລູກສິດເຫັນ. ເຂົາເຈົ້າເຄີຍເດີນທາງນຳເພິ່ນຈາກແຂວງຄາລີເລໄປເມືອງເຢຣູຊາເລັມ. ຕອນນີ້ ເຂົາເຈົ້າກໍເປັນພະຍານຢືນຢັນເລື່ອງຂອງເພິ່ນໃຫ້ຄົນອື່ນຮູ້.+
32 ພວກເຮົາຈຶ່ງບອກໃຫ້ພວກເຈົ້າຮູ້ຂ່າວດີເລື່ອງຄຳສັນຍາທີ່ພະເຈົ້າໄດ້ເຮັດກັບປູ່ຍ່າຕານາຍຂອງພວກເຮົາ.
33 ເພິ່ນເຮັດຕາມທີ່ສັນຍາໄວ້ເພື່ອປະໂຫຍດຂອງພວກເຮົາທີ່ເປັນລູກຫຼານຂອງເຂົາເຈົ້າໂດຍປຸກພະເຢຊູໃຫ້ຄືນມາຈາກຕາຍ+ ຄືກັບທີ່ຂຽນໄວ້ໃນເພງສັນລະເສີນບົດທີ 2 ວ່າ ‘ເຈົ້າແມ່ນລູກຂອງເຮົາ. ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າ.’+
34 ພະເຈົ້າປຸກພະເຢຊູໃຫ້ຄືນມາຈາກຕາຍແລະບໍ່ໃຫ້ເພິ່ນກັບໄປມີຮ່າງກາຍທີ່ຕາຍແລະເນົ່າເປື່ອຍໄດ້. ພະເຈົ້າເຄີຍເວົ້າໄວ້ແລ້ວວ່າ ‘ເຮົາຈະຮັກເຈົ້າຢ່າງໝັ້ນຄົງຄືກັບທີ່ເຮົາເຄີຍສັນຍາໄວ້ກັບດາວິດ. ຄຳສັນຍານີ້ເຊື່ອຖືໄດ້ແນ່ນອນ.’+
35 ນອກຈາກນັ້ນ ໃນເພງສັນລະເສີນອີກບົດໜຶ່ງຍັງບອກວ່າ ‘ພະອົງຈະບໍ່ຍອມໃຫ້ຄົນທີ່ສັດຊື່ຕໍ່ພະອົງເຫັນຄວາມເນົ່າເປື່ອຍ.’+
36 ດາວິດໄດ້ຮັບໃຊ້ພະເຈົ້າ*ຕອນທີ່ລາວມີຊີວິດຢູ່ ແຕ່ເມື່ອລາວຕາຍ ລາວຖືກຝັງໄວ້ກັບປູ່ຍ່າຕານາຍຂອງລາວແລ້ວກໍເນົ່າເປື່ອຍໄປ.+
37 ສ່ວນພະເຢຊູຜູ້ທີ່ພະເຈົ້າປຸກໃຫ້ຄືນມາຈາກຕາຍນັ້ນບໍ່ເນົ່າເປື່ອຍເລີຍ.+
38 ພີ່ນ້ອງເອີ້ຍ ຂ້ອຍຂໍບອກໃຫ້ພວກເຈົ້າຮູ້ວ່າ ໂດຍທາງຄວາມຕາຍຂອງພະເຢຊູ ພະເຈົ້າຍົກໂທດຄວາມຜິດໃຫ້ພວກເຈົ້າໄດ້+
39 ແລະໂດຍທາງຜູ້ນີ້ ພະເຈົ້າຈຶ່ງຖືວ່າທຸກຄົນທີ່ມີຄວາມເຊື່ອບໍ່ມີຄວາມຜິດ+ ເຊິ່ງກົດໝາຍຂອງໂມເຊເຮັດແບບນີ້ບໍ່ໄດ້.+
40 ດັ່ງນັ້ນ ລະວັງໃຫ້ດີ ຢ່າໃຫ້ສິ່ງທີ່ພວກຜູ້ພະຍາກອນຂຽນໄວ້ເກີດຂຶ້ນກັບພວກເຈົ້າທີ່ວ່າ
41 ‘ເບິ່ງແມ້ ຄົນໝິ່ນປະໝາດ ພວກເຈົ້າຈະງຶດງໍ້ແລະຕາຍໄປ ຍ້ອນເຮົາກຳລັງເຮັດບາງສິ່ງໃນສະໄໝຂອງພວກເຈົ້າທີ່ພວກເຈົ້າຈະບໍ່ເຊື່ອ ເຖິງວ່າຈະມີຄົນມາບອກຢ່າງລະອຽດແລ້ວກໍຕາມ.’”+
42 ເມື່ອໂປໂລກັບບາຣະນາບາຈະອອກຈາກບ່ອນປະຊຸມຂອງຄົນຢິວ ຄົນທີ່ຢູ່ຫັ້ນກໍຂໍໃຫ້ທັງສອງຄົນມາເວົ້າເລື່ອງນີ້ໃຫ້ເຂົາເຈົ້າຟັງອີກໃນວັນຊະບາໂຕຕໍ່ໄປ.
43 ເມື່ອຈົບການປະຊຸມແລ້ວ ຄົນຢິວກັບຄົນທີ່ປ່ຽນມາຖືສາສະໜາຢິວຫຼາຍຄົນກໍໄປນຳໂປໂລກັບບາຣະນາບາ ທັງສອງຄົນຈຶ່ງກະຕຸ້ນເຂົາເຈົ້າໃຫ້ສັດຊື່ເພື່ອພະເຈົ້າຈະຮັກເຂົາເຈົ້າຕໍ່ໆໄປ.*+
44 ເມື່ອຮອດວັນຊະບາໂຕຕໍ່ມາ ຄົນເກືອບໝົດເມືອງກໍມາຢູ່ລວມກັນເພື່ອຟັງຄຳສອນຂອງພະເຢໂຫວາ.*
45 ເມື່ອພວກຢິວບາງຄົນເຫັນຄົນມາຫຼາຍແບບນີ້ ເຂົາເຈົ້າກໍອິດສາຫຼາຍແລະຖຽງກັບໂປໂລໂດຍໃຊ້ຄຳເວົ້າທີ່ໝິ່ນປະໝາດ.+
46 ໂປໂລກັບບາຣະນາບາຈຶ່ງເວົ້າຢ່າງກ້າຫານວ່າ: “ພວກເຈົ້າເປັນກຸ່ມທຳອິດທີ່ໄດ້ຍິນຄຳສອນຂອງພະເຈົ້າ+ ແຕ່ພວກເຈົ້າບໍ່ຍອມຟັງແລະບໍ່ໄດ້ເຮັດໂຕສົມກັບຊີວິດຕະຫຼອດໄປ. ດັ່ງນັ້ນ ພວກເຮົາຈະໄປປະກາດກັບຄົນຕ່າງຊາດ.+
47 ພະເຢໂຫວາ*ສັ່ງພວກເຮົາໄວ້ວ່າ ‘ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນແສງສະຫວ່າງຂອງຊາດຕ່າງໆ ເພື່ອເຈົ້າຈະປະກາດເລື່ອງການຊ່ວຍໃຫ້ລອດໄປຈົນຮອດສຸດຂອບໂລກ.’”+
48 ເມື່ອຄົນຕ່າງຊາດໄດ້ຍິນແບບນັ້ນກໍດີໃຈຫຼາຍແລະຍົກຍ້ອງຄຳສອນຂອງພະເຢໂຫວາ* ແລະທຸກຄົນທີ່ເຕັມໃຈຕອບຮັບຄວາມຈິງທີ່ເຮັດໃຫ້ໄດ້ຊີວິດຕະຫຼອດໄປກໍເຂົ້າມາເປັນລູກສິດ.
49 ແລ້ວຄຳສອນຂອງພະເຢໂຫວາ*ກໍແພ່ໄປທົ່ວເຂດນັ້ນ.
50 ແຕ່ພວກຢິວໄດ້ຍົວະພວກຜູ້ຍິງທີ່ເປັນຄົນຊັ້ນສູງທີ່ເຄັ່ງສາສະໜາກັບພວກຜູ້ຊາຍທີ່ເປັນຄົນສຳຄັນໃນເມືອງ ແລ້ວປຸກລະດົມໃຫ້ມີການຂົ່ມເຫງ+ແລະໄລ່ໂປໂລກັບບາຣະນາບາໃຫ້ອອກຈາກເຂດນັ້ນ.
51 ໂປໂລກັບບາຣະນາບາຈຶ່ງສັ່ນຂີ້ຝຸ່ນອອກຈາກຕີນເພື່ອໃຫ້ຮູ້ວ່າໄດ້ເຕືອນເຂົາເຈົ້າແລ້ວ. ຈາກນັ້ນ ທັງສອງຄົນກໍໄປເມືອງອີໂກນີອົນ.+
52 ສ່ວນພວກລູກສິດກໍມີຄວາມສຸກຫຼາຍ+ແລະໄດ້ຮັບພະລັງບໍລິສຸດ.
ຂໍ ຄວາມ ໄຂ ເງື່ອນ
^ ເບິ່ງພາກຜະໜວກ ກ5
^ ຫຼື “ຜູ້ຮັບໃຊ້”
^ ເປັນຄົນດຽວກັບບາຣະເຢຊູໃນຂໍ້ທີ 6
^ ເບິ່ງພາກຜະໜວກ ກ5
^ ເບິ່ງພາກຜະໜວກ ກ5
^ ເບິ່ງພາກຜະໜວກ ກ5
^ ແປຕາມໂຕວ່າ “ໃຫ້ແຜ່ນດິນຂອງພວກນັ້ນເປັນມໍລະດົກ”
^ ຫຼື “ຕົ້ນໄມ້”
^ ຫຼື “ເຮັດສິ່ງທີ່ພະເຈົ້າຕ້ອງການ”
^ ຫຼື “ເພື່ອຈະໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າຕໍ່ໆໄປ”
^ ເບິ່ງພາກຜະໜວກ ກ5
^ ເບິ່ງພາກຜະໜວກ ກ5
^ ເບິ່ງພາກຜະໜວກ ກ5
^ ເບິ່ງພາກຜະໜວກ ກ5