ກິດຈະການຂອງອັກຄະສາວົກ 14:1-28
14 ໃນເມືອງອີໂກນີອົນ ໂປໂລກັບບາຣະນາບາໄດ້ເຂົ້າໄປໃນບ່ອນປະຊຸມຂອງຄົນຢິວແລະບັນລະຍາຍດີຫຼາຍຈົນເຮັດໃຫ້ຄົນຢິວກັບຄົນກຣີກບັກຫຼາຍໆເຂົ້າມາເປັນລູກສິດຂອງພະເຢຊູ.
2 ແຕ່ຄົນຢິວທີ່ບໍ່ເຊື່ອໄດ້ຍົວະຄົນຕ່າງຊາດໃຫ້ຊັງເຂົາເຈົ້າ.+
3 ໂປໂລກັບບາຣະນາບາຢູ່ຫັ້ນດົນເຕີບ. ທັງສອງຄົນໄດ້ຮັບອຳນາດຈາກພະເຢໂຫວາ*ໃຫ້ປະກາດຢ່າງກ້າຫານ. ເພິ່ນໃຫ້ເຂົາເຈົ້າເຮັດການອັດສະຈັນແລະສະແດງປາຕິຫານຫຼາຍຢ່າງເພື່ອຢືນຢັນເລື່ອງຄວາມກະລຸນາທີ່ຍິ່ງໃຫຍ່ຂອງເພິ່ນ.+
4 ຄົນໃນເມືອງນີ້ແຕກແຍກເປັນ 2 ພວກ. ພວກໜຶ່ງຢູ່ຝ່າຍຄົນຢິວ ແລະອີກພວກໜຶ່ງຢູ່ຝ່າຍພວກອັກຄະສາວົກ.*
5 ຄົນຕ່າງຊາດແລະຄົນຢິວກັບພວກຜູ້ນຳຂອງເຂົາເຈົ້າໄດ້ວາງແຜນຈະເຮັດໃຫ້ 2 ຄົນນີ້ອັບອາຍຂາຍໜ້າແລະຈະດຶກກ້ອນຫີນໃສ່ເຂົາເຈົ້າ.+
6 ເມື່ອໂປໂລກັບບາຣະນາບາຮູ້ເລື່ອງນີ້ ເຂົາເຈົ້າກໍໜີໄປເມືອງລີຊະທາແລະເມືອງເດຣະເບໃນແຂວງລີກາໂອເນຍ ແລະໄປຕາມເຂດຕ່າງໆທີ່ຢູ່ແຖວນັ້ນ.+
7 ເຂົາເຈົ້າປະກາດຂ່າວດີຢູ່ຫັ້ນຕໍ່.
8 ໃນເມືອງລີຊະທາມີຜູ້ຊາຍຄົນໜຶ່ງຕີນເປັນລ່ອຍຕັ້ງແຕ່ເກີດແລະຍ່າງບໍ່ໄດ້.
9 ລາວກຳລັງນັ່ງຟັງໂປໂລເວົ້າ. ເມື່ອໂປໂລແນມເບິ່ງກໍເຫັນວ່າລາວມີຄວາມເຊື່ອ ແລະໂປໂລກໍເຊື່ອວ່າລາວຈະເຊົາພະຍາດໄດ້.+
10 ໂປໂລເວົ້າສຽງດັງວ່າ: “ຢືນຂຶ້ນ.” ຜູ້ຊາຍຄົນນັ້ນກໍຢືນຂຶ້ນແລ້ວເລີ່ມຍ່າງ.+
11 ເມື່ອຄົນເຫັນສິ່ງທີ່ໂປໂລເຮັດກໍພາກັນຮ້ອງເປັນພາສາລີກາໂອເນຍວ່າ: “ເທບພະເຈົ້າແປງກາຍເປັນມະນຸດລົງມາຫາພວກເຮົາແລ້ວ!”+
12 ເຂົາເຈົ້າເອີ້ນບາຣະນາບາວ່າເທບພະເຈົ້າຊູດ* ແຕ່ເອີ້ນໂປໂລວ່າເທບພະເຈົ້າເຮຣະເມ*ຍ້ອນສ່ວນຫຼາຍແລ້ວໂປໂລເປັນຄົນເວົ້າ.
13 ປະໂລຫິດຂອງເທບພະເຈົ້າຊູດທີ່ມີວິຫານຕັ້ງຢູ່ໜ້າເມືອງໄດ້ເອົາງົວໂຕຜູ້ຫຼາຍໂຕກັບພວງດອກໄມ້ມາປະຕູເມືອງແລະຕັ້ງໃຈຈະເອົາເຄື່ອງບູຊາເຫຼົ່ານີ້ໃຫ້ບາຣະນາບາກັບໂປໂລນຳກັນກັບປະຊາຊົນ.
14 ແຕ່ເມື່ອອັກຄະສາວົກບາຣະນາບາກັບໂປໂລໄດ້ຍິນແບບນັ້ນ ເຂົາເຈົ້າກໍຈີກເສື້ອຂອງໂຕເອງ ແລ້ວແລ່ນເຂົ້າໄປທາງກາງຄົນກຸ່ມນັ້ນແລະຮ້ອງວ່າ:
15 “ເປັນຫຍັງພວກເຈົ້າເຮັດແບບນີ້? ພວກເຮົາກໍເປັນຄົນທຳມະດາແລະເຈັບປວດເປັນຄືກັບພວກເຈົ້າ.+ ພວກເຮົາມາປະກາດຂ່າວດີໃຫ້ພວກເຈົ້າ ເພື່ອພວກເຈົ້າຈະເຊົາເຮັດສິ່ງທີ່ບໍ່ມີປະໂຫຍດເຫຼົ່ານີ້ ແລ້ວມາຫາພະເຈົ້າຜູ້ມີຊີວິດຢູ່. ເພິ່ນເປັນຜູ້ສ້າງຟ້າ ໂລກ ທະເລ ແລະທຸກສິ່ງໃນບ່ອນເຫຼົ່ານັ້ນ.+
16 ແຕ່ກີ້ພະເຈົ້າປ່ອຍໃຫ້ຄົນທຸກຊາດເຮັດຕາມໃຈໂຕເອງ.+
17 ແຕ່ເພິ່ນກໍຍັງໃຫ້ຫຼັກຖານຈະແຈ້ງກ່ຽວກັບເພິ່ນເອງ+ໂດຍການເຮັດດີ ໃຫ້ມີຝົນຕົກລົງມາຈາກຟ້າ ໃຫ້ມີຜົນລະປູກອຸດົມສົມບູນຕາມລະດູ+ ໃຫ້ມີອາຫານກິນຈົນອີ່ມ ແລະເຮັດໃຫ້ພວກເຈົ້າມີຄວາມສຸກ.”+
18 ເຖິງວ່າເວົ້າແບບນີ້ແລ້ວ ຄົນທີ່ຢູ່ຫັ້ນກໍຍັງພະຍາຍາມຈະຂາບໄຫວ້ໂປໂລກັບບາຣະນາບາ ແລະທັງສອງຄົນເກືອບຈະຫ້າມເຂົາເຈົ້າໄວ້ບໍ່ໄດ້.
19 ແຕ່ຄົນຢິວຈາກເມືອງອັນຕີໂອເຂຍກັບເມືອງອີໂກນີອົນໄດ້ຍົວະຄົນກຸ່ມນັ້ນໃຫ້ຕໍ່ຕ້ານໂປໂລ.+ ເຂົາເຈົ້າເອົາກ້ອນຫີນດຶກໃສ່ໂປໂລແລ້ວລາກອອກໄປນອກເມືອງຍ້ອນຄິດວ່າລາວຕາຍແລ້ວ.+
20 ແຕ່ເມື່ອພວກລູກສິດມາຢືນອ້ອມໂປໂລ ລາວກໍລຸກຂຶ້ນແລ້ວຍ່າງເຂົ້າໄປໃນເມືອງ. ໃນມື້ຕໍ່ມາ ໂປໂລກັບບາຣະນາບາກໍໄປເມືອງເດຣະເບ.+
21 ເມື່ອປະກາດຂ່າວດີແລະຊ່ວຍຫຼາຍຄົນໃນເມືອງນັ້ນໃຫ້ເຂົ້າມາເປັນລູກສິດແລ້ວ ທັງສອງຄົນກໍກັບໄປເມືອງລີຊະທາ ເມືອງອີໂກນີອົນ ແລະເມືອງອັນຕີໂອເຂຍ.
22 ເຂົາເຈົ້າໃຫ້ກຳລັງໃຈພວກລູກສິດ+ໃຫ້ມີຄວາມເຊື່ອເຂັ້ມແຂງແລະບອກວ່າ: “ພວກເຮົາຈະມີສ່ວນໃນການປົກຄອງຂອງພະເຈົ້າໂດຍຜ່ານຄວາມທຸກລຳບາກຫຼາຍຢ່າງ.”+
23 ແລ້ວໂປໂລກັບບາຣະນາບາກໍແຕ່ງຕັ້ງຜູ້ເບິ່ງແຍງໄວ້ໃນແຕ່ລະປະຊາຄົມ.+ ທັງສອງຄົນອະທິດຖານພ້ອມກັບອົດເຂົ້າ+ ແລະໄດ້ຝາກເຂົາເຈົ້າໄວ້ກັບພະເຢໂຫວາ*ຜູ້ເປັນພະເຈົ້າທີ່ເຂົາເຈົ້າເຊື່ອ.
24 ຈາກນັ້ນ ໂປໂລກັບບາຣະນາບາກໍເດີນທາງຜ່ານປິຊິເດຍໄປແຂວງປຳຟີເລຍ.+
25 ເມື່ອປະກາດຄຳສອນຂອງພະເຈົ້າໃນເມືອງເປເຄແລ້ວ ເຂົາເຈົ້າກໍໄປເມືອງອັດຕາເລຍ.
26 ແລ້ວເຂົາເຈົ້າກໍຂີ່ເຮືອຈາກຫັ້ນໄປເມືອງອັນຕີໂອເຂຍ. ໃນເມືອງນີ້ພວກພີ່ນ້ອງເຄີຍຂໍພະເຈົ້າໃຫ້ອວຍພອນໂປໂລກັບບາຣະນາບາໃນວຽກທີ່ທັງສອງຄົນຈະເຮັດ ເຊິ່ງຕອນນີ້ວຽກນັ້ນກໍສຳເລັດແລ້ວ.+
27 ເມື່ອໄປຮອດ ໂປໂລກັບບາຣະນາບາກໍໃຫ້ພີ່ນ້ອງໃນປະຊາຄົມມາລວມກັນ. ເຂົາເຈົ້າໄດ້ເລົ່າຫຼາຍສິ່ງທີ່ພະເຈົ້າໃຊ້ເຂົາເຈົ້າໃຫ້ເຮັດ ແລະບອກວ່າເພິ່ນໄດ້ເປີດໂອກາດໃຫ້ຄົນຕ່າງຊາດເຂົ້າມາເຊື່ອ.*+
28 ໂປໂລກັບບາຣະນາບາຢູ່ຫັ້ນກັບພວກລູກສິດດົນເຕີບ.
ຂໍ ຄວາມ ໄຂ ເງື່ອນ
^ ເບິ່ງພາກຜະໜວກ ກ5
^ ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
^ ຊື່ເທບພະເຈົ້າອົງໜຶ່ງຂອງກຣີກ. ເບິ່ງສ່ວນອະທິບາຍຄຳສັບ.
^ ຊື່ເທບພະເຈົ້າອົງໜຶ່ງຂອງກຣີກ. ເບິ່ງສ່ວນອະທິບາຍຄຳສັບ.
^ ເບິ່ງພາກຜະໜວກ ກ5
^ ແປຕາມໂຕວ່າ “ເປີດປະຕູແຫ່ງຄວາມເຊື່ອໃຫ້ຄົນຕ່າງຊາດ”