ກິດຈະການຂອງອັກຄະສາວົກ 16:1-40

  • ໂປໂລ​ເລືອກ​ຕີໂມທຽວ (1-5)

  • ນິມິດ​ເລື່ອງ​ຜູ້​ຊາຍ​ຄົນ​ມາເກໂດເນຍ (6-10)

  • ລີເດຍ​ເຂົ້າ​ມາ​ເປັນ​ລູກສິດ​ຢູ່​ເມືອງ​ຟີລິບປອຍ (11-15)

  • ໂປໂລ​ກັບ​ຊີລາ​ຖືກ​ຂັງ​ຄຸກ (16-24)

  • ຜູ້​ຄຸມ​ກັບ​ຄອບຄົວ​ຮັບ​ບັບເຕມາ (25-34)

  • ໂປໂລ​ໃຫ້​ເຈົ້າ​ໜ້າທີ່​ມາ​ຂໍ​ໂທດ (35-40)

16  ໂປໂລ​ເດີນທາງ​ໄປ​ຮອດ​ເມືອງ​ເດຣະເບ​ແລະ​ເມືອງ​ລີຊະທາ.+ ຢູ່​ຫັ້ນ​ມີ​ລູກສິດ​ຜູ້​ໜຶ່ງ​ຊື່​ຕີໂມທຽວ.+ ແມ່​ຂອງ​ລາວເປັນ​ຄົນ​ຢິວ​ທີ່​ມີ​ຄວາມ​ເຊື່ອ ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນ​ກຣີກ.  ພີ່ນ້ອງ​ໃນ​ເມືອງ​ລີຊະທາ​ແລະ​ເມືອງ​ອີໂກນີອົນ​ເວົ້າ​ເຖິງ​ຕີໂມທຽວ​ໃນ​ແງ່​ດີ.  ໂປໂລ​ບອກ​ວ່າ​ຢາກ​ພາ​ຕີໂມທຽວ​ໄປ​ນຳ ແລະ​ໂປໂລ​ກໍ​ໃຫ້​ລາວ​ຮັບ​ສິນຕັດ*​ເພື່ອເຫັນ​ແກ່​ຄົນ​ຢິວ​ຕາມ​ເມືອງ​ຕ່າງ​ໆ​ທີ່​ເຂົາເຈົ້າ​ຈະ​ໄປ+ ຍ້ອນ​ຄົນ​ຢິວ​ທຸກ​ຄົນ​ຮູ້​ວ່າ​ພໍ່​ຂອງ​ລາວ​ເປັນ​ຄົນ​ກຣີກ.  ໂປໂລ​ກັບ​ພວກ​ໝູ່​ເດີນທາງ​ໄປ​ເມືອງ​ຕ່າງ​ໆ​ເພື່ອ​ແຈ້ງຄຳ​ຕັດສິນ​ຂອງ​ພວກ​ອັກຄະ​ສາວົກ*​ແລະ​ພວກ​ຜູ້​ເບິ່ງແຍງ​ໃນ​ເມືອງ​ເຢຣູຊາເລັມ​ໃຫ້​ພີ່ນ້ອງ​ທີ່​ຢູ່​ຫັ້ນ​ຮູ້​ເພື່ອ​ເຂົາເຈົ້າ​ຈະ​ເຮັດ​ຕາມ.+  ປະຊາຄົມ​ຕ່າງ​ໆ​ຈຶ່ງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ຄົນ​ເຂົ້າ​ມາ​ເຊື່ອ​ຫຼາຍ​ຂຶ້ນ​ທຸກ​ມື້.  ໂປໂລ​ກັບ​ພວກ​ໝູ່​ໄປ​ທາງ​ທີ່​ຜ່ານ​ແຂວງ​ຟີເຄຍ​ແລະ​ແຂວງ​ຄາລາເຕຍ+ ຍ້ອນ​ພະລັງ​ບໍລິສຸດ​ຫ້າມ​ເຂົາເຈົ້າ​ບໍ່​ໃຫ້​ໄປ​ປະກາດ​ຄຳສອນ​ຂອງ​ພະເຈົ້າ​ໃນ​ແຂວງ​ອາຊີ.*  ເມື່ອ​ມາ​ຮອດ​ແຂວງ​ມີ​ເຊຍ​ແລ້ວ ເຂົາເຈົ້າ​ພະຍາຍາມ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ+ ແຕ່​ພະ​ເຢຊູ​ກໍ​ໃຊ້​ພະລັງ​ຂອງ​ພະເຈົ້າ​ຫ້າມ​ເຂົາເຈົ້າ​ໄວ້​ອີກ.  ເຂົາເຈົ້າ​ຈຶ່ງ​ໄປ​ທາງ​ທີ່​ຜ່ານ​ແຂວງ​ມີ​ເຊຍ​ຈົນ​ມາ​ຮອດ​ເມືອງ​ໂທອາດ.  ໃນ​ຄືນ​ນັ້ນ​ໂປໂລເຫັນ​ນິມິດ. ໃນ​ນິມິດ​ນັ້ນມີ​ຜູ້​ຊາຍ​ຄົນ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ອ້ອນວອນ​ໂປໂລ​ວ່າ: “ຂໍ​ມາ​ຊ່ວຍ​ພວກ​ເຮົາ​ຢູ່​ແຂວງ​ມາເກໂດເນຍ​ແດ່.” 10  ຫຼັງ​ຈາກ​ທີ່​ໂປໂລ​ເຫັນ​ນິມິດ ພວກ​ເຮົາກໍ​ພະຍາຍາມ​ຈະ​ໄປ​ແຂວງ​ມາເກໂດເນຍ​ທັນທີ ຍ້ອນ​ເຫັນ​ວ່າ​ພະເຈົ້າ​ເອີ້ນ​ພວກ​ເຮົາ​ໃຫ້​ໄປ​ປະກາດ​ຂ່າວ​ດີ​ກັບ​ຄົນ​ທີ່​ຢູ່​ຫັ້ນ. 11  ພວກ​ເຮົາ​ຈຶ່ງ​ຂີ່​ເຮືອ​ຈາກ​ເມືອງ​ໂທອາດ​ໄປ​ເກາະ​ຊາໂມທາເກ. ແລ້ວ​ໃນ​ມື້​ຕໍ່​ມາ​ກໍ​ເດີນທາງ​ໄປ​ເມືອງ​ເນອາໂປລີ. 12  ເມື່ອ​ອອກ​ຈາກ​ຫັ້ນກໍ​ໄປ​ຟີລິບປອຍ+ ເຊິ່ງ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ໂຣມ​ແລະ​ເປັນ​ເມືອງ​ສຳຄັນ​ທີ່ສຸດ​ໃນ​ເຂດ​ນັ້ນ​ຂອງ​ແຂວງ​ມາເກໂດເນຍ. ພວກ​ເຮົາ​ຢູ່​ໃນ​ເມືອງ​ນັ້ນ​ຫຼາຍ​ມື້. 13  ເມື່ອ​ຮອດ​ວັນ​ຊະບາໂຕ ພວກ​ເຮົາ​ອອກ​ນອກ​ປະຕູ​ເມືອງ​ໄປ​ແຄມ​ແມ່​ນ້ຳ​ທີ່​ພວກ​ເຮົາ​ຄິດ​ວ່າ​ມີ​ບ່ອນ​ສຳລັບ​ອະທິດຖານ. ແລ້ວ​ພວກ​ເຮົາ​ກໍ​ນັ່ງ​ລົງ​ແລະ​ເລີ່ມ​ປະກາດ​ກັບ​ພວກ​ຜູ້ຍິງ​ທີ່​ມາ​ລວມ​ກັນ​ຢູ່​ຫັ້ນ. 14  ຜູ້ຍິງ​ຄົນ​ໜຶ່ງ​ຊື່​ລີເດຍ​ກໍ​ມາ​ຟັງ​ພວກເຮົາ​ຄື​ກັນ. ລາວ​ເປັນ​ຄົນ​ຈາກ​ເມືອງ​ທົວຕີຣາ+ ເປັນ​ແມ່​ຄ້າຂາຍ​ຜ້າສີ​ມ່ວງ ແລະ​ເປັນ​ຜູ້​ນະມັດສະການ​ພະເຈົ້າ. ພະ​ເຢໂຫວາ*​ເປີດ​ໃຈ​ລາວ​ໃຫ້​ສົນໃຈ​ຟັງ​ເລື່ອງ​ທີ່​ໂປໂລ​ເວົ້າ. 15  ເມື່ອ​ລີເດຍ​ກັບ​ຄົນ​ໃນ​ເຮືອນ​ຮັບ​ບັບເຕມາ​ແລ້ວ+ ລາວ​ກໍ​ອ້ອນວອນ​ພວກ​ເຮົາ​ວ່າ: “ຖ້າ​ພວກ​ເຈົ້າ​ເຫັນ​ວ່າ​ຂ້ອຍ​ເປັນ​ຄົນ​ສັດຊື່​ຕໍ່​ພະ​ເຢໂຫວາ* ຂໍ​ໃຫ້​ມາ​ພັກ​ຢູ່​ເຮືອນ​ຂອງ​ຂ້ອຍ​ແດ່.” ລາວ​ອ້ອນວອນ​ຈົນ​ພວກ​ເຮົາ​ປະຕິເສດ​ບໍ່​ໄດ້. 16  ມື້​ໜຶ່ງ​ຕອນ​ທີ່​ພວກ​ເຮົາ​ກຳລັງ​ໄປ​ບ່ອນ​ສຳລັບ​ອະທິດຖານ ພວກ​ເຮົາ​ເຈິ​ສາວໃຊ້​ຄົນ​ໜຶ່ງ​ທີ່​ມີ​ປີສາດ​ສິງ​ຢູ່. ມັນ​ເຮັດ​ໃຫ້​ລາວ​ທຳ​ນາຍ​ອະນາຄົດ​ໄດ້.+ ລາວ​ຫາ​ເງິນ​ໃຫ້​ພວກ​ເຈົ້າ​ນາຍ​ຂອງ​ລາວ​ໄດ້​ຫຼາຍ​ຈາກ​ການ​ທຳ​ນາຍ​ໂຊກ​ຊະຕາ. 17  ຜູ້​ຍິງ​ຄົນ​ນີ້​ຍ່າງ​ນຳ​ຫຼັງ​ໂປໂລ​ກັບ​ພວກ​ເຮົາ​ໄປ​ທຸກ​ບ່ອນ​ແລະ​ຮ້ອງ​ວ່າ: “ພວກ​ນີ້​ເປັນ​ທາດ​ຂອງ​ພະເຈົ້າ​ສູງ​ສຸດ.+ ເຂົາເຈົ້າ​ມາ​ປະກາດ​ວິທີ​ທີ່​ຈະ​ລອດ​ໃຫ້​ພວກ​ເຈົ້າ​ຮູ້.” 18  ລາວ​ເຮັດ​ແບບ​ນີ້​ຫຼາຍ​ມື້​ຈົນ​ໂປໂລ​ລຳຄານ ໂປໂລ​ຈຶ່ງ​ປິ່ນ​ໄປ​ເວົ້າ​ກັບ​ປີສາດ​ໂຕ​ນັ້ນ​ວ່າ: “ໃນ​ນາມ​ຂອງ​ພະ​ເຢຊູ​ຄລິດ ອອກ​ມາ​ຈາກ​ລາວ​ດຽວ​ນີ້.” ມັນ​ກໍ​ອອກ​ມາ​ທັນທີ.+ 19  ເມື່ອ​ພວກເຈົ້າ​ນາຍ​ຂອງ​ລາວ​ເຫັນ​ວ່າໝົດ​ໂອກາດ​ທີ່​ຈະ​ຫາ​ເງິນ​ແລ້ວ+ ເຂົາເຈົ້າ​ກໍ​ຈັບ​ໂປໂລ​ກັບ​ຊີລາແລ້ວ​ລາກ​ໄປ​ຕະຫຼາດ*​ເພື່ອ​ໄປ​ຫາ​ພວກ​ເຈົ້າໜ້າທີ່.+ 20  ເຂົາເຈົ້າ​ພາ​ທັງ​ສອງ​ຄົນ​ມາ​ຫາ​ພວກ​ຜູ້​ປົກຄອງ​ເມືອງ​ແລະ​ເວົ້າ​ວ່າ: “ພວກ​ນີ້ກໍ່​ຄວາມບໍ່​ສະຫງົບ​ໃນ​ບ້ານ​ເມືອງ​ຂອງ​ພວກ​ເຮົາ.+ ເຂົາເຈົ້າ​ເປັນ​ຄົນ​ຢິວ 21  ແລະ​ມາ​ເຜີຍແຜ່​ທຳນຽມ​ທີ່​ກົດໝາຍ​ຂອງ​ພວກ​ເຮົາ​ເຊິ່ງ​ເປັນ​ພົນລະເມືອງ​ໂຣມ​ຫ້າມ​ບໍ່​ໃຫ້​ຮັບ​ເອົາ​ຫຼື​ເຮັດ​ຕາມ.” 22  ຄົນ​ທີ່​ຢູ່​ຫັ້ນ​ກໍ​ລຸກ​ຂຶ້ນ​ແລະ​ຮ້ອງ​ດ່າ​ໂປໂລ​ກັບ​ຊີລາ​ດ້ວຍ​ຄວາມ​ໃຈຮ້າຍ. ສ່ວນ​ພວກ​ຜູ້​ປົກຄອງ​ເມືອງ​ກໍ​ແກ້​ເສື້ອ​ຂອງ​ທັງ​ສອງ​ຄົນ​ອອກ​ແລ້ວ​ສັ່ງ​ໃຫ້​ເອົາ​ໄມ້​ຕີ​ເຂົາເຈົ້າ.+ 23  ເຂົາເຈົ້າ​ຕີ 2 ຄົນ​ນັ້ນ​ຫຼາຍ​ບາດ ແລ້ວ​ຂັງ​ໄວ້​ໃນ​ຄຸກ​ແລະ​ສັ່ງ​ຜູ້​ຄຸມ​ໃຫ້​ເຝົ້າ​ເຂົາເຈົ້າ​ໄວ້​ດີ​ໆ​.+ 24  ຜູ້​ຄຸມ​ຮັບ​ຄຳສັ່ງ ແລ້ວ​ໂຍນ​ໂປໂລ​ກັບ​ຊີລາ​ເຂົ້າ​ໄປ​ໃນ​ຄຸກ​ຊັ້ນ​ໃນ​ແລະ​ເອົາ​ຂື່​ໃສ່​ຕີນ​ເຂົາເຈົ້າ. 25  ຕອນ​ປະມານ​ທ່ຽງ​ຄືນ ໂປໂລ​ກັບ​ຊີລາ​ອະທິດຖານ​ແລະ​ຮ້ອງເພງ​ສັນລະເສີນ​ພະເຈົ້າ+ ແລະ​ພວກ​ນັກໂທດ​ກຳລັງ​ຟັງ​ຢູ່ 26  ທັນໃດ​ນັ້ນ​ກໍ​ມີ​ແຜ່ນດິນ​ໄຫວ​ໃຫຍ່​ຈົນ​ຮາກຖານ​ຂອງ​ຄຸກສັ່ນ​ສະເທືອນ. ປະຕູ​ທຸກ​ບານ​ເປີດ​ອອກ ແລະ​ໂສ້​ກັບຂື່​ຂອງ​ນັກໂທດ​ທຸກ​ຄົນ​ກໍຫຼຸດ​ອອກ.+ 27  ເມື່ອ​ຜູ້​ຄຸມ​ຕື່ນ​ຂຶ້ນ​ມາ​ແລະ​ເຫັນ​ປະຕູ​ຄຸກ​ເປີດ​ຢູ່ກໍ​ຄິດ​ວ່າ​ພວກ​ນັກໂທດ​ໜີ​ໄປ​ໝົດ​ແລ້ວ+ ລາວ​ຈຶ່ງ​ຖອດ​ດາບ​ອອກ​ມາ​ເພື່ອ​ຈະ​ຂ້າ​ໂຕ​ຕາຍ. 28  ແຕ່​ໂປໂລ​ຮ້ອງ​ສຽງ​ດັງ​ວ່າ: “ຢ່າ​ທຳຮ້າຍ​ໂຕເອງ. ພວກ​ເຮົາ​ທຸກ​ຄົນ​ຍັງ​ຢູ່​ນີ້!” 29  ຜູ້​ຄຸມ​ບອກ​ໃຫ້​ຄົນ​ເອົາ​ໂຄມ​ໄຟ​ມາ ແລ້ວ​ລາວ​ກໍ​ຟ້າວ​ແລ່ນ​ເຂົ້າ​ໄປ​ໝູບ​ລົງ​ຕໍ່​ໜ້າ​ໂປໂລ​ກັບ​ຊີລາ​ດ້ວຍ​ຄວາມ​ຢ້ານ​ຈົນ​ໂຕ​ສັ່ນ. 30  ຈາກ​ນັ້ນ ຜູ້​ຄຸມ​ພາ​ທັງ​ສອງ​ຄົນ​ອອກ​ມາ​ທາງ​ນອກ​ແລະ​ຖາມ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ລອດ?” 31  ໂປໂລ​ກັບ​ຊີລາ​ບອກ​ວ່າ: “ໃຫ້​ເຊື່ອ​ໃນ​ພະ​ເຢຊູ​ຜູ້​ເປັນ​ນາຍ ແລ້ວ​ເຈົ້າ​ກັບ​ຄອບຄົວຈະ​ລອດ.”+ 32  ແລ້ວ​ທັງ​ສອງ​ຄົນ​ກໍ​ປະກາດ​ຄຳສອນ​ຂອງ​ພະ​ເຢໂຫວາ*​ໃຫ້​ຜູ້​ຄຸມ​ແລະ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ລາວ​ຟັງ. 33  ໃນ​ຄືນ​ນັ້ນ ຜູ້​ຄຸມ​ພາ​ໂປໂລ​ກັບ​ຊີລາ​ໄປ​ລ້າງ​ບາດ ແລ້ວ​ລາວ​ກັບ​ທຸກ​ຄົນ​ໃນ​ເຮືອນ​ກໍ​ຮັບ​ບັບເຕມາ​ທັນທີ.+ 34  ຈາກ​ນັ້ນ ຜູ້​ຄຸມ​ກໍ​ພາ​ໂປໂລ​ກັບ​ຊີລາ​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ລ້ຽງ​ເຂົ້າ​ເຂົາເຈົ້າ. ລາວ​ກັບ​ທຸກ​ຄົນ​ໃນ​ເຮືອນ​ດີໃຈ​ຫຼາຍ​ທີ່​ໄດ້​ເຂົ້າ​ມາ​ເຊື່ອ​ພະເຈົ້າ. 35  ເມື່ອ​ຮອດ​ຕອນ​ເຊົ້າ ພວກ​ຜູ້​ປົກຄອງ​ເມືອງ​ກໍ​ໃຊ້​ເຈົ້າໜ້າທີ່​ໃຫ້​ໄປ​ບອກ​ຜູ້​ຄຸມ​ຄຸກ​ວ່າ: “ປ່ອຍ​ພວກ​ນັ້ນ​ໄປ.” 36  ຜູ້​ຄຸມ​ຈຶ່ງ​ບອກ​ໂປໂລ​ວ່າ: “ພວກ​ຜູ້​ປົກຄອງ​ເມືອງ​ໃຊ້​ຄົນ​ມາ​ບອກ​ໃຫ້​ປ່ອຍ​ພວກເຈົ້າ. ພວກ​ເຈົ້າ​ເປັນ​ອິດສະຫຼະ​ແລ້ວ ອອກ​ໄປ​ໂລດ.” 37  ແຕ່​ໂປໂລ​ບອກ​ວ່າ: “ເຂົາເຈົ້າ​ຕີ​ພວກ​ເຮົາ​ທີ່​ເປັນ​ພົນລະເມືອງ​ໂຣມ​ໃນ​ບ່ອນ​ສາທາລະນະ+​ແລະ​ຂັງ​ພວກ​ເຮົາ​ໄວ້​ໃນ​ຄຸກ ທັງ​ໆ​ທີ່​ຍັງ​ບໍ່​ໄດ້​ຕັດສິນ​ວ່າ​ມີ​ຄວາມ​ຜິດ. ຕອນນີ້​ຊິ​ໃຫ້​ພວກ​ເຮົາ​ໄປ​ມິດ​ໆ​ແບບ​ນີ້​ຫວະ? ບໍ່​ໄດ້​ດອກ! ໃຫ້​ເຂົາເຈົ້າ​ມາ​ພາ​ພວກ​ເຮົາ​ອອກ​ໄປ​ແມະ.” 38  ພວກ​ເຈົ້າ​ໜ້າ​ທີ່​ກໍ​ໄປ​ບອກ​ພວກ​ຜູ້​ປົກຄອງ​ເມືອງ​ຕາມ​ທີ່​ໂປໂລ​ເວົ້າ. ເມື່ອ​ຮູ້​ວ່າ 2 ຄົນ​ນັ້ນ​ເປັນ​ພົນລະເມືອງ​ໂຣມ ເຂົາເຈົ້າ​ກໍ​ຢ້ານ.+ 39  ເຂົາເຈົ້າ​ຈຶ່ງ​ມາ​ຂໍ​ໂທດ​ໂປໂລ​ກັບ​ຊີລາ. ເຂົາເຈົ້າ​ພາ​ທັງ​ສອງ​ຄົນ​ອອກ​ມາ​ຈາກ​ຄຸກ​ແລະ​ຂໍ​ໃຫ້​ອອກ​ໄປ​ຈາກ​ເມືອງ. 40  ຫຼັງ​ຈາກ​ອອກ​ຈາກ​ຄຸກ​ແລ້ວ ໂປໂລ​ກັບ​ຊີລາ​ກໍ​ໄປ​ເຮືອນ​ຂອງ​ລີເດຍ. ເມື່ອ​ເຈິ​ພວກ​ພີ່ນ້ອງ ເຂົາເຈົ້າ​ກໍ​ໃຫ້​ກຳລັງໃຈ​ພີ່ນ້ອງ+ ແລ້ວ​ທັງ​ສອງ​ຄົນ​ກໍ​ອອກ​ເດີນທາງ.

ຂໍຄວາມໄຂເງື່ອນ

ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”
ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ
ເດີ່ນ​ສຳລັບ​ຄ້າ​ຂາຍ​ແລະ​ຊຸມນຸມ​ກັນ