ກິດຈະການຂອງອັກຄະສາວົກ 19:1-41
19 ຕອນທີ່ອາໂປໂລ+ຢູ່ເມືອງໂກຣິນໂທ ໂປໂລໃຊ້ທາງທີ່ຜ່ານເຂດພູເພື່ອໄປເມືອງເອເຟໂຊ+ ແລະລາວເຈິກັບລູກສິດບາງຄົນຢູ່ຫັ້ນ.
2 ໂປໂລຖາມເຂົາເຈົ້າວ່າ: “ຕອນທີ່ພວກເຈົ້າເຂົ້າມາເຊື່ອ ພວກເຈົ້າໄດ້ຮັບພະລັງບໍລິສຸດບໍ?”+ ເຂົາເຈົ້າຕອບວ່າ: “ພວກເຮົາບໍ່ເຄີຍໄດ້ຍິນເລື່ອງພະລັງບໍລິສຸດເລີຍ.”
3 ໂປໂລຖາມອີກວ່າ: “ຄັນຊັ້ນ ພວກເຈົ້າຮັບບັບເຕມາແບບໃດ?” ເຂົາເຈົ້າຕອບວ່າ: “ບັບເຕມາຂອງໂຢຮັນ.”+
4 ໂປໂລຈຶ່ງບອກວ່າ: “ໂຢຮັນໃຫ້ບັບເຕມາທີ່ສະແດງເຖິງການກັບໃຈ+ ແລະບອກປະຊາຊົນໃຫ້ເຊື່ອໃນຜູ້ທີ່ຈະມາພາຍຫຼັງລາວ.+ ຜູ້ນັ້ນແມ່ນພະເຢຊູ.”
5 ເມື່ອໄດ້ຍິນແບບນັ້ນ ເຂົາເຈົ້າກໍຮັບບັບເຕມາໃນນາມຂອງພະເຢຊູຜູ້ເປັນນາຍ.
6 ເມື່ອໂປໂລວາງມືເທິງເຂົາເຈົ້າ ເຂົາເຈົ້າກໍໄດ້ຮັບພະລັງບໍລິສຸດ+ ແລ້ວກໍເລີ່ມເວົ້າພາສາຕ່າງໆແລະພະຍາກອນ.+
7 ຜູ້ຊາຍເຫຼົ່ານີ້ມີທັງໝົດ 12 ຄົນ.
8 ໂປໂລເຂົ້າໄປເວົ້າໃນບ່ອນປະຊຸມຂອງຄົນຢິວ+ຢ່າງກ້າຫານເປັນເວລາ 3 ເດືອນ. ລາວບັນລະຍາຍແລະເວົ້າໂນ້ມນ້າວຢ່າງມີເຫດຜົນເລື່ອງການປົກຄອງຂອງພະເຈົ້າ.+
9 ແຕ່ມີບາງຄົນທີ່ຫົວແຂງບໍ່ຍອມເຊື່ອ. ພວກນັ້ນເວົ້າຫຍາບຄາຍກ່ຽວກັບທາງນັ້ນ*+ຕໍ່ໜ້າຄົນບັກຫຼາຍໆ. ໂປໂລຈຶ່ງໄປຈາກເຂົາເຈົ້າ+ແລະພາພວກລູກສິດໄປນຳ ແລ້ວໄປບັນລະຍາຍຢູ່ຫ້ອງປະຊຸມໃນໂຮງຮຽນຂອງຕີຣາໂນທຸກມື້.
10 ໂປໂລເຮັດແບບນັ້ນ 2 ປີຈົນທຸກຄົນໃນແຂວງອາຊີ* ທັງຄົນຢິວແລະຄົນກຣີກໄດ້ຍິນຄຳສອນຂອງຜູ້ເປັນນາຍ.
11 ພະເຈົ້າໃຊ້ໂປໂລໃຫ້ເຮັດການອັດສະຈັນທີ່ຍິ່ງໃຫຍ່ຕໍ່ໄປ+
12 ເຖິງຂັ້ນວ່າຖ້າຜູ້ໃດເອົາເຄື່ອງນຸ່ງຫຼືຜ້າກັນເປື້ອນທີ່ຖືກໂຕໂປໂລໄປໃຫ້ຄົນເຈັບປ່ວຍ+ ຄົນເຫຼົ່ານັ້ນກໍຈະເຊົາພະຍາດ ແລະພວກປີສາດຊົ່ວກໍຈະອອກມາຈາກຄົນທີ່ຖືກສິງ.+
13 ແຕ່ຄົນຢິວບາງຄົນທີ່ໄປຕາມບ່ອນຕ່າງໆເພື່ອໄລ່ປີສາດກໍພະຍາຍາມໃຊ້ຊື່ພະເຢຊູຜູ້ເປັນນາຍຄືກັນ. ເຂົາເຈົ້າເວົ້າກັບຄົນທີ່ຖືກປີສາດຊົ່ວສິງຢູ່ວ່າ: “ດ້ວຍອຳນາດຂອງພະເຢຊູຜູ້ທີ່ໂປໂລປະກາດນັ້ນ ຂ້ອຍສັ່ງໃຫ້ພວກເຈົ້າອອກມາ.”+
14 ລູກຊາຍ 7 ຄົນຂອງຊະເກວາທີ່ເປັນຫົວໜ້າປະໂລຫິດຂອງຄົນຢິວກໍເຮັດແບບນັ້ນຄືກັນ.
15 ແຕ່ປີສາດຊົ່ວເວົ້າກັບເຂົາເຈົ້າວ່າ: “ຂ້ອຍຮູ້ຈັກພະເຢຊູ+ ແລະກໍຮູ້ຈັກໂປໂລ+ ແຕ່ພວກເຈົ້າແມ່ນໃຜ?”
16 ແລ້ວຄົນທີ່ຖືກປີສາດຊົ່ວສິງຢູ່ກໍໂດດໃສ່ເຂົາເຈົ້າ ທຳຮ້າຍເທື່ອລະຄົນ ແລະຊະນະເຂົາເຈົ້າ. ເຂົາເຈົ້າຈຶ່ງແລ່ນປະເປືອຍ*ໜີອອກຈາກເຮືອນແລະມີບາດຕາມຕົນໂຕທຸກຄົນ.
17 ຄົນທີ່ຢູ່ເມືອງເອເຟໂຊທັງຄົນຢິວແລະກຣີກກໍຮູ້ເລື່ອງນີ້ເຊິ່ງເຮັດໃຫ້ທຸກຄົນຢ້ານຫຼາຍ ແລະຊື່ຂອງພະເຢຊູຜູ້ເປັນນາຍກໍໄດ້ຮັບການຍົກຍ້ອງ.
18 ຫຼາຍຄົນທີ່ເຂົ້າມາເປັນລູກສິດກໍມາສາລະພາບແລະເປີດເຜີຍຄວາມຜິດຂອງເຂົາເຈົ້າ.
19 ຫຼາຍຄົນທີ່ເຄີຍໃຊ້ຄາຖາອາຄົມກໍເອົາມ້ວນໜັງສືຂອງເຂົາເຈົ້າມາກອງລວມກັນແລ້ວຈູດຕໍ່ໜ້າທຸກຄົນ.+ ເຂົາເຈົ້າຄິດໄລ່ມ້ວນໜັງສືທັງໝົດນັ້ນມີມູນຄ່າເປັນເງິນ 50.000 ຫຼຽນ.
20 ເຫດການທັງໝົດນີ້ເຮັດໃຫ້ຄຳສອນຂອງພະເຢໂຫວາ*ແພ່ອອກໄປຢ່າງໜ້າງຶດງໍ້ແລະບໍ່ມີຫຍັງຂັດຂວາງໄດ້.+
21 ເມື່ອເຫດການທັງໝົດນີ້ຜ່ານໄປແລ້ວ ໂປໂລຕັ້ງໃຈວ່າຈະໄປແຂວງມາເກໂດເນຍ+ແລະແຂວງອະຂາຢາ ແລ້ວຈະໄປເມືອງເຢຣູຊາເລັມ.+ ໂປໂລເວົ້າວ່າ: “ຫຼັງຈາກໄປບ່ອນນັ້ນແລ້ວ ຂ້ອຍຕ້ອງໄປເມືອງໂຣມນຳອີກ.”+
22 ໂປໂລສົ່ງຜູ້ຊ່ວຍ 2 ຄົນໄປແຂວງມາເກໂດເນຍ. ສອງຄົນນີ້ແມ່ນຕີໂມທຽວ+ກັບເອຣາຊະໂຕ+ ສ່ວນໂປໂລຍັງຢູ່ໃນແຂວງອາຊີຕໍ່ອີກໄລຍະໜຶ່ງ.
23 ຕອນນັ້ນ ເກີດຄວາມວຸ່ນວາຍຫຼາຍ+ຍ້ອນທາງນັ້ນ.+
24 ຜູ້ຊາຍຄົນໜຶ່ງຊື່ເດເມທິໂອທີ່ເປັນຊ່າງຕີເງິນໄດ້ເອົາເງິນມາຕີເປັນວິຫານຈຳລອງຂອງເທບທິດາອາເຕມິດທີ່ເຮັດໃຫ້ພວກຊ່າງສີໄມ້ລາຍມືໄດ້ກຳໄລຫຼາຍ.+
25 ລາວເອີ້ນພວກຊ່າງສີໄມ້ລາຍມືທີ່ເຮັດວຽກກັບລາວແລະຄົນອື່ນໆທີ່ເຮັດອາຊີບດຽວກັນໃຫ້ມາລວມກັນແລະເວົ້າວ່າ: “ສ່ຽວເອີ້ຍ ພວກເຈົ້າກໍຮູ້ວ່າພວກເຮົາຮັ່ງຍ້ອນອາຊີບນີ້.
26 ແຕ່ຕອນນີ້ ພວກເຈົ້າກໍເຫັນແລະໄດ້ຍິນວ່າໂປໂລຄົນນີ້ໄດ້ຊັກຈູງຄົນບັກຫຼາຍໆແລະລ້າງສະໝອງເຂົາເຈົ້າ ບໍ່ແມ່ນແຕ່ຢູ່ເມືອງເອເຟໂຊເທົ່ານັ້ນ+ ແຕ່ເກືອບທົ່ວແຂວງອາຊີ. ລາວບອກວ່າພະເຈົ້າທີ່ມະນຸດເຮັດຂຶ້ນມາບໍ່ແມ່ນພະເຈົ້າແທ້ໆ.+
27 ຖ້າເປັນແບບນີ້ຕໍ່ໄປ ມັນຈະກະທົບໃສ່ບໍ່ແມ່ນແຕ່ອາຊີບຂອງພວກເຮົາເທົ່ານັ້ນ ແຕ່ວິຫານຂອງເທບທິດາອາເຕມິດຜູ້ຍິ່ງໃຫຍ່ກໍຈະຖືວ່າບໍ່ສັກສິດ. ແລ້ວເທບທິດາອາເຕມິດທີ່ຄົນຂາບໄຫວ້ທົ່ວແຂວງອາຊີແລະຢູ່ທົ່ວໂລກກໍຈະບໍ່ມີໃຜຍົກຍ້ອງອີກຕໍ່ໄປ.”
28 ເມື່ອເຂົາເຈົ້າໄດ້ຍິນແບບນັ້ນກໍໃຈຮ້າຍຫຼາຍແລະພາກັນຮ້ອງສຽງດັງວ່າ: “ເທບທິດາອາເຕມິດຂອງຄົນເອເຟໂຊເປັນຜູ້ທີ່ຍິ່ງໃຫຍ່!”
29 ແລ້ວກໍເກີດຄວາມວຸ່ນວາຍທົ່ວເມືອງ ຄົນແລ່ນຫຸ້ມເຂົ້າໄປໃນໂຮງລະຄອນ ແລະລາກຄາໂຢກັບອາຣິດຕາໂຂ+ທີ່ເປັນຄົນມາເກໂດເນຍເຂົ້າໄປນຳ. ສອງຄົນນີ້ເປັນໝູ່ຮ່ວມເດີນທາງກັບໂປໂລ.
30 ໂປໂລຢາກເຂົ້າໄປເວົ້າກັບຄົນທີ່ຢູ່ທາງໃນ ແຕ່ພວກລູກສິດຫ້າມໄວ້.
31 ແມ່ນແຕ່ບາງຄົນທີ່ເບິ່ງແຍງການສະຫຼອງແລະການແຂ່ງຂັນທີ່ເປັນໝູ່ຂອງໂປໂລກໍໃຊ້ຄົນໄປຂໍຮ້ອງໂປໂລບໍ່ໃຫ້ສ່ຽງເຂົ້າໄປໃນໂຮງລະຄອນ.
32 ຢູ່ຫັ້ນຄົນພາກັນຮ້ອງສຽງດັງ ບາງພວກຮ້ອງແນວໜຶ່ງແລະອີກບາງພວກກໍຮ້ອງອີກແນວໜຶ່ງຈົນສັບສົນວຸ່ນວາຍ. ຄົນສ່ວນຫຼາຍບໍ່ຮູ້ຊ້ຳວ່າເຂົາເຈົ້າມາຊຸມນຸມກັນເຮັດຫຍັງ.
33 ພວກຢິວຊຸກອາເລັກຊັນເດີອອກມາທາງໜ້າແລະບາງຄົນກໍໃຫ້ລາວເວົ້າກັບຄົນທີ່ຢູ່ຫັ້ນ. ອາເລັກຊັນເດີຈຶ່ງຍົກມືຂຶ້ນບອກໃຫ້ຄົນມິດແລະພະຍາຍາມອະທິບາຍໃຫ້ເຂົາເຈົ້າຟັງ.
34 ແຕ່ເມື່ອຄົນຈື່ໄດ້ວ່າລາວເປັນຄົນຢິວກໍຮ້ອງເປັນສຽງດຽວກັນຢູ່ປະມານ 2 ຊົ່ວໂມງວ່າ: “ເທບທິດາອາເຕມິດຂອງຄົນເອເຟໂຊເປັນຜູ້ທີ່ຍິ່ງໃຫຍ່!”
35 ເມື່ອເຈົ້າເມືອງເຮັດໃຫ້ຄົນມິດແລ້ວ ລາວກໍເວົ້າວ່າ: “ພີ່ນ້ອງຄົນເອເຟໂຊເອີ້ຍ ມີໃຜແດ່ທີ່ບໍ່ຮູ້ວ່າຄົນໃນເມືອງເອເຟໂຊເປັນຜູ້ເບິ່ງແຍງວິຫານເທບທິດາອາເຕມິດຜູ້ຍິ່ງໃຫຍ່ແລະຮູບບູຊາຂອງເພິ່ນທີ່ຕົກລົງມາຈາກຟ້າ?
36 ໃນເມື່ອບໍ່ມີໃຜຖຽງເຮົາໄດ້ໃນເລື່ອງນີ້ ໃຫ້ພວກເຈົ້າໃຈເຢັນໆກ່ອນແລະຢ່າຟ້າວເຮັດຫຍັງແບບບໍ່ຄິດ.
37 ຄົນທີ່ພວກເຈົ້າເອົາມາ ເຂົາເຈົ້າບໍ່ໄດ້ເປັນໂຈນປຸ້ນວິຫານແລະບໍ່ໄດ້ໝິ່ນປະໝາດເທບທິດາຂອງພວກເຮົາ.
38 ຖ້າເດເມທິໂອ+ກັບພວກຊ່າງສີໄມ້ລາຍມືທີ່ມານຳກັນມີບັນຫາກັບຜູ້ໃດ ສານກໍມີ ເຈົ້າແຂວງກໍມີ ໃຫ້ເຂົາເຈົ້າໄປຟ້ອງຮ້ອງກັນເອງສະ.
39 ແຕ່ຖ້າພວກເຈົ້າຍັງມີບັນຫາກັນເລື່ອງອື່ນອີກ ກໍຕ້ອງໄປຕັດສິນຢູ່ການປະຊຸມຕາມກົດໝາຍ.
40 ສິ່ງທີ່ກຳລັງເຮັດຢູ່ຕອນນີ້ ຂ້ອຍຢ້ານວ່າພວກເຮົາຈະຖືກຟ້ອງດ້ວຍຂໍ້ຫາສ້າງຄວາມປັ່ນປ່ວນ ຍ້ອນພວກເຮົາບໍ່ມີເຫດຜົນສຳລັບການກໍ່ຄວາມວຸ່ນວາຍໃນມື້ນີ້.”
41 ເມື່ອເວົ້າຈົບແລ້ວ ລາວກໍສັ່ງໃຫ້ເລີກການຊຸມນຸມ.
ຂໍ ຄວາມ ໄຂ ເງື່ອນ
^ ໝາຍເຖິງແນວທາງຊີວິດແລະຄຳສອນຂອງຄລິດສະຕຽນ
^ ແຂວງໜຶ່ງຂອງຈັກກະວັດໂຣມ
^ ຄຳພາສາກຣີກທີ່ແປວ່າ “ເປືອຍ” ຍັງມີຄວາມໝາຍອີກວ່າບໍ່ໃສ່ເຄື່ອງນຸ່ງຫຼາຍໂຕຫຼືໃສ່ແຕ່ໂຕທາງໃນ
^ ເບິ່ງພາກຜະໜວກ ກ5