ກິດຈະການຂອງອັກຄະສາວົກ 20:1-38
20 ຫຼັງຈາກຄວາມວຸ່ນວາຍສະຫງົບລົງແລ້ວ ໂປໂລກໍໃຫ້ຄົນໄປເອີ້ນພວກລູກສິດມາ. ເມື່ອໃຫ້ກຳລັງໃຈແລະລາເຂົາເຈົ້າແລ້ວ ໂປໂລກໍໄປແຂວງມາເກໂດເນຍ.
2 ໂປໂລເດີນທາງໄປຕາມເຂດຕ່າງໆໃນແຂວງນັ້ນແລະເວົ້າຫຼາຍເລື່ອງເພື່ອໃຫ້ກຳລັງໃຈພວກລູກສິດທີ່ຢູ່ຫັ້ນ. ແລ້ວລາວກໍເດີນທາງໄປຮອດປະເທດກຣີກ.
3 ໂປໂລຢູ່ຫັ້ນ 3 ເດືອນ ແຕ່ຕອນທີ່ກຳລັງຈະຂີ່ເຮືອໄປແຂວງຊີເຣຍ ລາວຮູ້ວ່າຄົນຢິວວາງແຜນທຳຮ້າຍລາວ+ ລາວຈຶ່ງປ່ຽນໃຈກັບໄປທາງແຂວງມາເກໂດເນຍແທນ.
4 ຄົນທີ່ເດີນທາງໄປກັບໂປໂລມີ: ໂສປາໂທລູກຊາຍຂອງປີໂຣຈາກເມືອງເບເຣຍ ອາຣິດຕາໂຂ+ກັບເສກູນໂດຈາກເມືອງເທຊະໂລນິກ ຄາໂຢຈາກເມືອງເດຣະເບ ຕີຂີໂກ+ກັບໂທຟີໂມ+ຈາກແຂວງອາຊີ* ແລະຕີໂມທຽວ.+
5 ຄົນເຫຼົ່ານີ້ເດີນທາງໄປກ່ອນແລະຖ້າພວກເຮົາຢູ່ເມືອງໂທອາດ.
6 ແຕ່ພວກເຮົາໄດ້ຂຶ້ນເຮືອຈາກເມືອງຟີລິບປອຍຫຼັງຈາກເທດສະການກິນເຂົ້າຈີ່ບໍ່ມີເຊື້ອ.+ ແລ້ວ 5 ມື້ຕໍ່ມາພວກເຮົາກໍໄປຫາເຂົາເຈົ້າຢູ່ເມືອງໂທອາດ ແລະໄດ້ຢູ່ຫັ້ນ 7 ມື້.
7 ໃນມື້ທຳອິດຂອງອາທິດ ພວກເຮົາມາຢູ່ລວມກັນເພື່ອກິນເຂົ້າ. ຍ້ອນໂປໂລຈະເດີນທາງໃນມື້ຕໍ່ໄປ ລາວຈຶ່ງບັນລະຍາຍໃຫ້ທຸກຄົນຟັງຈົນຮອດທ່ຽງຄືນ.
8 ໃນຫ້ອງຊັ້ນເທິງທີ່ພວກເຮົາຢູ່ນຳກັນມີຕະກຽງຫຼາຍໜ່ວຍ.
9 ຕອນທີ່ໂປໂລກຳລັງບັນລະຍາຍ ຊາຍໜຸ່ມຄົນໜຶ່ງຊື່ຢູຕີໂຂໄດ້ນັ່ງຫຼັບແຈບຢູ່ຂອບປ່ອງຢ້ຽມ ແລ້ວລາວກໍຕົກລົງມາຈາກຊັ້ນ 3. ເມື່ອຄົນໄປຮອດກໍເຫັນວ່າລາວຕາຍແລ້ວ.
10 ໂປໂລລົງໄປຊັ້ນລຸ່ມແລ້ວກົ້ມລົງກອດລາວ+ແລະເວົ້າວ່າ: “ບໍ່ຕ້ອງຫ່ວງ ລາວມີຊີວິດແລ້ວ.”+
11 ຈາກນັ້ນ ໂປໂລກໍຂຶ້ນໄປຊັ້ນເທິງແລະກິນເຂົ້າກັບພວກພີ່ນ້ອງ. ຫຼັງຈາກລົມກັນຮອດແຈ້ງ ໂປໂລກໍອອກເດີນທາງ.
12 ເຂົາເຈົ້າໄດ້ພາຊາຍໜຸ່ມທີ່ຄືນມາຈາກຕາຍກັບເມືອ. ເລື່ອງນີ້ເຮັດໃຫ້ເຂົາເຈົ້າມີກຳລັງໃຈຫຼາຍຂຶ້ນ.
13 ພວກເຮົາໄດ້ໄປເມືອງອາໂຊກ່ອນ ແລະຈະຮັບໂປໂລຂຶ້ນເຮືອຢູ່ຫັ້ນ ໂປໂລໄດ້ສັ່ງພວກເຮົາແບບນີ້ຍ້ອນລາວຕັ້ງໃຈຈະຍ່າງໄປບ່ອນນັ້ນ.
14 ເມື່ອໂປໂລມາເຈິພວກເຮົາຢູ່ເມືອງອາໂຊ ພວກເຮົາກໍຮັບລາວຂຶ້ນເຮືອແລ້ວໄປເມືອງມີເຕເລເນ.
15 ມື້ຕໍ່ມາ ພວກເຮົາຂີ່ເຮືອຈາກຫັ້ນແລະໄປຢຸດຢູ່ໃກ້ແຄມຝັ່ງຂອງເກາະຂີໂອ. ໃນມື້ຕໍ່ໄປພວກເຮົາກໍແວ່ເກາະຊາໂມ ແລະມາຮອດເມືອງມີເລໂຕໃນມື້ຕໍ່ມາ.
16 ໂປໂລຕັ້ງໃຈຈະຂີ່ເຮືອກາຍເມືອງເອເຟໂຊໄປ+ ເພື່ອຈະບໍ່ຕ້ອງເສຍເວລາຢູ່ແຂວງອາຊີ ຍ້ອນລາວຟ້າວຢາກໄປຮອດເມືອງເຢຣູຊາເລັມ+ເພື່ອໃຫ້ທັນມື້ເທດສະການເພັນເຕກອດຖ້າເປັນໄປໄດ້.
17 ຕອນທີ່ຢູ່ເມືອງມີເລໂຕ ໂປໂລໃຊ້ຄົນໄປເອີ້ນຜູ້ເບິ່ງແຍງປະຊາຄົມຢູ່ເມືອງເອເຟໂຊໃຫ້ມາຫາລາວ.
18 ເມື່ອເຂົາເຈົ້າມາແລ້ວ ໂປໂລກໍເວົ້າວ່າ: “ພວກເຈົ້າກໍຮູ້ດີວ່າຕັ້ງແຕ່ມື້ທຳອິດທີ່ຂ້ອຍເຂົ້າມາແຂວງອາຊີ ຂ້ອຍໃຊ້ຊີວິດແນວໃດຕະຫຼອດເວລາທີ່ຢູ່ກັບພວກເຈົ້າ.+
19 ຂ້ອຍເຮັດວຽກໜັກຮັບໃຊ້ຜູ້ເປັນນາຍດ້ວຍຄວາມຖ່ອມໂຕ+ ພ້ອມທັງນ້ຳຕາໄຫຼ ແລະຍັງຕ້ອງເຈິຄວາມຍາກລຳບາກຍ້ອນແຜນຮ້າຍຕ່າງໆຂອງຄົນຢິວ
20 ແລະພວກເຈົ້າກໍຮູ້ວ່າຂ້ອຍບໍ່ເຄີຍລັງເລທີ່ຈະບອກສິ່ງທີ່ເປັນປະໂຫຍດກັບພວກເຈົ້າ ແລະຍັງສອນພວກເຈົ້າຕາມບ່ອນສາທາລະນະ+ແລະຕາມບ້ານເຮືອນນຳອີກ.+
21 ຂ້ອຍປະກາດຢ່າງທົ່ວເຖິງໃຫ້ທັງຄົນຢິວແລະຄົນກຣີກເຂົ້າໃຈວ່າເຂົາເຈົ້າຕ້ອງກັບໃຈ+ແລ້ວມານະມັດສະການພະເຈົ້າ ແລະເຊື່ອໃນພະເຢຊູຜູ້ເປັນນາຍຂອງພວກເຮົາ.+
22 ຕອນນີ້ ພະລັງຂອງພະເຈົ້າກະຕຸ້ນຂ້ອຍໃຫ້ໄປເມືອງເຢຣູຊາເລັມ. ຂ້ອຍກໍບໍ່ຮູ້ວ່າຈະເກີດຫຍັງເກີດຂຶ້ນກັບຂ້ອຍຢູ່ຫັ້ນ
23 ແຕ່ໃນທຸກເມືອງທີ່ຂ້ອຍໄປ ພະລັງບໍລິສຸດຢືນຢັນກັບຂ້ອຍຫຼາຍເທື່ອແລ້ວວ່າ ຂ້ອຍຈະຕ້ອງຕິດຄຸກແລະເຈິຄວາມຍາກລຳບາກຫຼາຍຢ່າງ.+
24 ແຕ່ຂ້ອຍບໍ່ໄດ້ຖືວ່າຊີວິດຂ້ອຍສຳຄັນ* ຂໍພຽງແຕ່ຂ້ອຍໄດ້ແລ່ນຮອດເສັ້ນໄຊ+ແລະເຮັດວຽກຮັບໃຊ້ທີ່ໄດ້ຮັບມອບໝາຍຈາກພະເຢຊູຜູ້ເປັນນາຍໃຫ້ສຳເລັດ. ວຽກນັ້ນແມ່ນການປະກາດຂ່າວດີເລື່ອງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າໃຫ້ທົ່ວເຖິງ.
25 ຕອນນີ້ ຂ້ອຍຮູ້ແລ້ວວ່າພວກເຈົ້າທີ່ຂ້ອຍເຄີຍປະກາດເລື່ອງການປົກຄອງຂອງພະເຈົ້າໃຫ້ຟັງຈະບໍ່ມີຜູ້ໃດໄດ້ເຫັນໜ້າຂ້ອຍອີກ.
26 ມື້ນີ້ ພວກເຈົ້າເປັນພະຍານຢືນຢັນໃຫ້ຂ້ອຍໄດ້ວ່າຖ້າບໍ່ມີຜູ້ໃດລອດຊີວິດ ຊິໂທດຂ້ອຍບໍ່ໄດ້ເດີ້+
27 ຍ້ອນຂ້ອຍໄດ້ທຸ່ມເທໂຕບອກພວກເຈົ້າທຸກສິ່ງທີ່ພະເຈົ້າຢາກໃຫ້ເຮັດ.+
28 ໃຫ້ພວກເຈົ້າເອົາໃຈໃສ່ໂຕເອງ+ແລະຝູງແກະທີ່ພະລັງບໍລິສຸດແຕ່ງຕັ້ງພວກເຈົ້າໃຫ້ເປັນຜູ້ເບິ່ງແຍງ+ ແລະໃຫ້ເບິ່ງແຍງ*ປະຊາຄົມຂອງພະເຈົ້າ+ທີ່ເພິ່ນຊື້ໄວ້ດ້ວຍເລືອດຂອງລູກຊາຍເພິ່ນ.+
29 ຂ້ອຍຮູ້ວ່າເມື່ອຂ້ອຍໄປແລ້ວ ຈະມີບາງຄົນເປັນຄືກັບໝາປ່າທີ່ໂຫດຮ້າຍເຂົ້າມາຢູ່ໃນກຸ່ມພວກເຈົ້າ+ແລະຈະບໍ່ອີ່ຕົນຝູງແກະເລີຍ.
30 ໃນພວກເຈົ້າຈະມີບາງຄົນເວົ້າບິດເບືອນຄວາມຈິງເພື່ອຊັກຈູງພວກລູກສິດໃຫ້ຕິດຕາມເຂົາເຈົ້າໄປ.+
31 ດັ່ງນັ້ນ ພວກເຈົ້າຕ້ອງຕື່ນໂຕຢູ່ສະເໝີ ແລະຢ່າລືມວ່າຕະຫຼອດເວລາ 3 ປີ+ ຂ້ອຍໄດ້ເຕືອນສະຕິພວກເຈົ້າແຕ່ລະຄົນບໍ່ຢຸດບໍ່ເຊົາທັງເວັນທັງຄືນພ້ອມທັງນ້ຳຕາໄຫຼ.
32 ແຕ່ຕອນນີ້ ຂ້ອຍຂໍຝາກພວກເຈົ້າໄວ້ກັບພະເຈົ້າ. ເພິ່ນຈະເບິ່ງແຍງພວກເຈົ້າໂດຍທາງຄຳສອນກ່ຽວກັບຄວາມກະລຸນາທີ່ຍິ່ງໃຫຍ່ຂອງເພິ່ນ. ຄຳສອນນັ້ນຈະເຮັດໃຫ້ພວກເຈົ້າເຂັ້ມແຂງ ແລະຈະຊ່ວຍພວກເຈົ້າໃຫ້ໄດ້ຮັບມໍລະດົກສຳລັບຄົນທີ່ຖືກເຮັດໃຫ້ບໍລິສຸດ.*+
33 ຂ້ອຍບໍ່ເຄີຍຢາກໄດ້ເງິນຄຳຫຼືເຄື່ອງນຸ່ງຂອງຜູ້ໃດ.+
34 ພວກເຈົ້າກໍຮູ້ວ່າຂ້ອຍເຮັດວຽກໜັກດ້ວຍ 2 ມືນີ້ເພື່ອລ້ຽງໂຕເອງ+ແລະຄົນທີ່ຢູ່ນຳຂ້ອຍ.
35 ຂ້ອຍເຮັດທັງໝົດນີ້ກໍເພື່ອໃຫ້ພວກເຈົ້າເຫັນວ່າ ພວກເຈົ້າຕ້ອງເຮັດວຽກໜັກແບບນີ້ແຫຼະ+ເພື່ອຊ່ວຍຄົນທີ່ອ່ອນແອ ແລະຢ່າລືມສິ່ງທີ່ພະເຢຊູຜູ້ເປັນນາຍເຄີຍເວົ້າໄວ້ວ່າ ‘ການໃຫ້ເຮັດໃຫ້ມີຄວາມສຸກ+ຫຼາຍກວ່າການຮັບ.’”
36 ເມື່ອເວົ້າຈົບແລ້ວ ໂປໂລກໍຄູ້ເຂົ່າລົງອະທິດຖານກັບເຂົາເຈົ້າ.
37 ທຸກຄົນພາກັນຮ້ອງໄຫ້ ແລ້ວເຂົາເຈົ້າກໍກອດແລະຈູບລາໂປໂລດ້ວຍຄວາມຮັກ.
38 ເຂົາເຈົ້າຮູ້ສຶກເສົ້າໃຈຫຼາຍທີ່ໂປໂລບອກວ່າເຂົາເຈົ້າຈະບໍ່ເຫັນໜ້າລາວອີກ.+ ຫຼັງຈາກນັ້ນ ເຂົາເຈົ້າກໍໄປສົ່ງໂປໂລຢູ່ເຮືອ.
ຂໍ ຄວາມ ໄຂ ເງື່ອນ
^ ແຂວງໜຶ່ງຂອງຈັກກະວັດໂຣມ
^ ຫຼື “ຂ້ອຍຖືວ່າຊີວິດຂ້ອຍບໍ່ມີຄ່າຫຍັງ”
^ ໝາຍເຖິງແບບທີ່ຄົນລ້ຽງແກະເບິ່ງແຍງແກະ
^ ຫຼື “ຖືກແຍກໄວ້ໃຫ້ເປັນຄົນຂອງພະເຈົ້າ”