ກິດຈະການຂອງອັກຄະສາວົກ 21:1-40

  • ຕອນ​ທີ່​ເດີນ​ທາງ​ໄປ​ເມືອງ​ເຢຣູຊາເລັມ (1-14)

  • ໄປ​ຮອດ​ເມືອງ​ເຢຣູຊາເລັມ (15-19)

  • ໂປໂລ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພວກ​ຜູ້​ເບິ່ງແຍງ (20-26)

  • ຄວາມ​ວຸ່ນວາຍ​ໃນ​ວິຫານ; ໂປໂລ​ຖືກ​ຈັບ (27-36)

  • ໂປໂລ​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ​ກັບ​ປະຊາຊົນ (37-40)

21  ເມື່ອ​ພວກ​ເຮົາ​ຈຳໃຈ​ລາ​ເຂົາເຈົ້າ​ແລ້ວ ພວກ​ເຮົາ​ກໍ​ຂີ່​ເຮືອ​ໄປ​ເກາະ​ໂກດ. ໃນ​ມື້​ຕໍ່​ມາ​ກໍ​ໄປ​ເກາະ​ໂຣໂດ ແລ້ວ​ກໍ​ໄປ​ຮອດ​ເມືອງ​ປາຕາຣາ.  ເມື່ອ​ເຫັນ​ເຮືອ​ລຳ​ໜຶ່ງ​ກຳລັງ​ໄປ​ຟອຍນີເກ ພວກ​ເຮົາກໍ​ຂຶ້ນ​ເຮືອ​ລຳ​ນັ້ນ.  ເມື່ອ​ເຫັນ​ເກາະ​ໄຊປຣັດ ພວກ​ເຮົາກໍ​ແລ່ນ​ເຮືອ​ຜ່ານ​ເກາະ​ໄປ​ໂດຍ​ໃຫ້​ເກາະ​ຢູ່​ເບື້ອງ​ຊ້າຍ​ມື​ແລະ​ມຸ່ງ​ໜ້າ​ໄປ​ແຂວງ​ຊີເຣຍ ແລ້ວ​ຈອດ​ຢູ່​ເມືອງ​ຕີເຣ​ຍ້ອນ​ເຮືອ​ຕ້ອງ​ເອົາ​ສິນ​ຄ້າ​ລົງ​ຢູ່​ຫັ້ນ.  ພວກ​ເຮົາ​ຊອກຫາ​ພວກ​ລູກສິດ​ຈົນ​ເຈິ​ແລ້ວ​ພັກຢູ່​ຫັ້ນ 7 ມື້. ເຂົາເຈົ້າ​ພະຍາຍາມ​ຫ້າມ​ໂປໂລ​ບໍ່​ໃຫ້​ໄປ​ເມືອງ​ເຢຣູຊາເລັມ​ຍ້ອນ​ສິ່ງ​ທີ່​ພະລັງ​ຂອງ​ພະເຈົ້າ​ບອກ​ໃຫ້​ເຂົາເຈົ້າ​ຮູ້.+  ເມື່ອ​ຮອດ​ເວລາ​ທີ່​ພວກ​ເຮົາ​ຕ້ອງ​ເດີນທາງ​ຕໍ່ ເຂົາເຈົ້າ​ທຸກ​ຄົນ​ທັງ​ຜູ້​ຍິງ​ແລະ​ເດັກນ້ອຍ​ກໍ​ພາກັນ​ມາ​ສົ່ງ​ພວກ​ເຮົາຮອດ​ນອກ​ເມືອງ. ພວກ​ເຮົາ​ຄູ້ເຂົ່າ​ລົງ​ອະທິດຖານ​ຢູ່​ຫາດຊາຍ​ນຳ​ກັນ.  ເມື່ອ​ລາ​ກັນ​ແລ້ວ ພວກ​ເຮົາ​ກໍ​ຂຶ້ນ​ເຮືອ ສ່ວນ​ເຂົາເຈົ້າ​ກໍ​ເມືອ​ເຮືອນ.  ຈາກ​ເມືອງ​ຕີເຣ ພວກ​ເຮົາ​ຂີ່​ເຮືອ​ມາ​ຮອດ​ເມືອງ​ປະໂຕເລມາຍ. ເມື່ອ​ທັກທາຍ​ພີ່ນ້ອງ​ແລ້ວ ພວກ​ເຮົາ​ກໍ​ພັກ​ຢູ່​ນຳ​ເຂົາເຈົ້າ 1 ມື້.  ມື້​ຕໍ່​ມາ ພວກ​ເຮົາ​ເດີນທາງ​ມາ​ຮອດ​ເມືອງ​ກາຍຊາເຣຍ ແລ້ວ​ເຂົ້າ​ໄປ​ພັກ​ຢູ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວ​ດີ. ລາວ​ເປັນ 1 ໃນ 7 ຄົນ​ທີ່​ຖືກ​ເລືອກ​ກ່ອນ​ໜ້າ​ນີ້.+  ຟີລິບ​ມີ​ລູກ​ສາວ 4 ຄົນ​ທີ່​ຍັງ​ເປັນ​ໂສດ*​ແລະ​ເປັນ​ຜູ້​ພະຍາກອນ.+ 10  ຫຼັງ​ຈາກ​ທີ່​ພວກ​ເຮົາ​ຢູ່​ຫັ້ນ​ຫຼາຍ​ມື້ ຜູ້ພະຍາກອນ​ຊື່​ອາຄະໂບ+​ກໍ​ມາ​ຈາກ​ແຂວງ​ຢູດາຍ. 11  ລາວ​ມາ​ຫາ​ພວກ​ເຮົາ ເອົາ​ຜ້າ​ມັດ​ແອວ​ຂອງ​ໂປໂລ​ມັດ​ມື​ມັດ​ຕີນ​ໂຕເອງ​ແລ້ວ​ເວົ້າ​ວ່າ: “ພະລັງ​ບໍລິສຸດ​ບອກ​ວ່າ ‘ເຈົ້າ​ຂອງ​ຜ້າ​ມັດ​ແອວ​ຜືນ​ນີ້​ຈະ​ຖືກ​ຄົນ​ຢິວ​ໃນ​ເມືອງ​ເຢຣູຊາເລັມ​ມັດ​ໄວ້​ແບບ​ນີ້.+ ແລ້ວ​ເຂົາເຈົ້າ​ຈະ​ມອບ​ຜູ້​ນັ້ນ​ໃຫ້​ຄົນ​ຕ່າງຊາດ.’”+ 12  ເມື່ອ​ໄດ້​ຍິນ​ແບບ​ນັ້ນ ພວກ​ເຮົາ​ກັບ​ຄົນ​ທີ່​ຢູ່​ຫັ້ນ​ຈຶ່ງ​ອ້ອນວອນ​ໂປໂລ​ບໍ່​ໃຫ້​ໄປ​ເມືອງ​ເຢຣູຊາເລັມ. 13  ໂປໂລ​ເວົ້າ​ວ່າ: “ເປັນຫຍັງ​ພວກ​ເຈົ້າ​ຈຶ່ງ​ຮ້ອງໄຫ້​ແລະ​ພະຍາຍາມ​ເຮັດ​ໃຫ້​ຂ້ອຍ​ປ່ຽນ​ຄວາມ​ຕັ້ງໃຈ.* ຂ້ອຍ​ພ້ອມ​ຈະ​ຖືກ​ມັດ ແລະ​ພ້ອມ​ຈະ​ຕາຍຢູ່​ເມືອງເຢຣູຊາເລັມ​ເພື່ອ​ຊື່​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ.”+ 14  ເມື່ອ​ໂປໂລ​ບໍ່​ຍອມ​ປ່ຽນ​ໃຈ ພວກ​ເຮົາ​ກໍ​ເຊົາ​ອ້ອນວອນ​ລາວ ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ*​ຕ້ອງການ.” 15  ຫຼັງ​ຈາກ​ນັ້ນ ພວກ​ເຮົາ​ກໍ​ກຽມ​ໂຕ​ແລະ​ເດີນທາງ​ໄປ​ເມືອງ​ເຢຣູຊາເລັມ. 16  ລູກສິດ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ກໍ​ໄປ​ກັບ​ພວກ​ເຮົາ​ເພື່ອ​ຈະ​ພາ​ພວກ​ເຮົາ​ໄປ​ຫາ​ຄົນ​ຊື່​ມະນາໂຊນ​ທີ່​ຈະ​ໃຫ້​ພວກ​ເຮົາ​ພັກ​ຢູ່​ເຮືອນ​ຂອງ​ລາວ. ລາວ​ເປັນ​ຄົນ​ຢູ່​ເກາະ​ໄຊປຣັດ​ແລະ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ລູກສິດ​ກຸ່ມ​ທຳອິດ. 17  ເມື່ອ​ພວກ​ເຮົາ​ມາ​ຮອດ​ເມືອງ​ເຢຣູຊາເລັມ ພວກ​ພີ່ນ້ອງ​ກໍ​ມາ​ຕ້ອນຮັບ​ພວກ​ເຮົາ​ດ້ວຍ​ຄວາມ​ດີໃຈ. 18  ມື້​ຕໍ່​ມາ ໂປໂລ​ກັບ​ພວກ​ເຮົາ​ໄດ້​ໄປ​ຫາ​ຢາໂກໂບ+ ແລະ​ຜູ້​ເບິ່ງແຍງ​ທຸກ​ຄົນ​ກໍ​ຢູ່​ຫັ້ນ. 19  ໂປໂລ​ທັກທາຍ​ເຂົາເຈົ້າ ແລ້ວ​ເລົ່າ​ຢ່າງ​ລະອຽດ​ວ່າ​ພະເຈົ້າ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ຄົນ​ຕ່າງຊາດ​ຕອນ​ທີ່​ລາວ​ໄປ​ປະກາດ. 20  ເມື່ອ​ໄດ້​ຍິນ​ເລື່ອງ​ນັ້ນ ເຂົາເຈົ້າ​ກໍ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ ແລ້ວ​ເວົ້າ​ກັບ​ໂປໂລ​ວ່າ: “ໂປໂລ ພີ່ນ້ອງ​ຂອງ​ພວກ​ເຮົາ. ເຈົ້າ​ກໍ​ຮູ້​ວ່າ​ມີ​ຄົນ​ຢິວ​ຫຼາຍ​ພັນ​ຄົນ​ເຂົ້າ​ມາ​ເຊື່ອ ແລະ​ເຂົາເຈົ້າ​ທຸກ​ຄົນ​ກະຕືລືລົ້ນ​ໃນ​ການ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ.+ 21  ແຕ່​ເຂົາເຈົ້າ​ໄດ້​ຍິນ​ຂ່າວ​ລື​ວ່າ​ເຈົ້າ​ສອນ​ຄົນ​ຢິວ​ທີ່​ຢູ່​ໃນ​ດິນແດນ​ຂອງ​ຄົນ​ຕ່າງຊາດ​ໃຫ້​ຖິ້ມ*​ກົດໝາຍ​ຂອງ​ໂມເຊ ແລະ​ຫ້າມ​ເຂົາເຈົ້າ​ບໍ່​ໃຫ້​ເຮັດ​ສິນຕັດ*​ໃຫ້​ລູກ ແລະ​ບໍ່​ໃຫ້​ເຮັດ​ຕາມ​ທຳນຽມ​ທີ່​ເຄີຍ​ຍຶດ​ຖື​ມາ.+ 22  ພວກ​ເຮົາ​ຊິ​ເຮັດ​ແນວ​ໃດ​ດີ? ເຂົາເຈົ້າ​ຄື​ຊິ​ຮູ້​ແລ້ວ​ວ່າ​ເຈົ້າ​ມາ​ຮອດ​ນີ້. 23  ໃຫ້​ເຮັດ​ແບບ​ນີ້ ພວກ​ເຮົາ​ມີ​ຜູ້​ຊາຍ 4 ຄົນ​ທີ່​ປະຕິຍານ​ໂຕ​ໄວ້​ແລ້ວ. 24  ໃຫ້​ເຈົ້າ​ພາ 4 ຄົນ​ນີ້​ໄປ​ນຳ ແລະ​ໃຫ້​ເຈົ້າ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ​ຄື​ກັບ 4 ຄົນ​ນີ້. ໃຫ້​ເຈົ້າ​ອອກ​ຄ່າ​ໃຊ້​ຈ່າຍ​ທັງໝົດ​ໃຫ້​ເຂົາເຈົ້າ​ເພື່ອ​ເຂົາເຈົ້າ​ຊິ​ໄດ້​ແຖ​ຫົວ.* ທຸກ​ຄົນ​ຈະ​ໄດ້​ຮູ້​ວ່າ​ຂ່າວ​ລື​ກ່ຽວກັບ​ເຈົ້າ​ນັ້ນ​ບໍ່​ເປັນ​ຄວາມຈິງ ແຕ່​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ສະເໝີ.+ 25  ສ່ວນ​ລູກສິດ​ທີ່​ເປັນ​ຄົນ​ຕ່າງຊາດ ພວກ​ເຮົາ​ໄດ້​ສົ່ງ​ຈົດໝາຍ​ແຈ້ງ​ຄຳ​ຕັດສິນ​ໃຫ້​ເຂົາເຈົ້າ​ແລ້ວ​ວ່າ ໃຫ້​ງົດ​ເວັ້ນ​ຈາກ​ການ​ກິນ​ເຄື່ອງ​ບູຊາ​ທີ່​ເອົາ​ໃຫ້​ຮູບ​ບູຊາ+ ຈາກ​ເລືອດ+ ຈາກ​ການ​ກິນ​ສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ*+ ແລະ​ຈາກ​ການ​ເຮັດ​ຜິດສິນລະທຳ​ທາງ​ເພດ.”*+ 26  ມື້​ຕໍ່​ມາ ໂປໂລ​ກໍ​ພາ 4 ຄົນ​ນັ້ນ​ໄປ​ນຳ​ແລະ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ​ພ້ອມ​ກັບ​ເຂົາເຈົ້າ.+ ເຂົາເຈົ້າ​ເຂົ້າ​ໄປ​ໃນ​ວິຫານ​ເພື່ອ​ບອກ​ໃຫ້​ຮູ້​ວ່າ​ການ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ​ຈະ​ຄົບ​ກຳນົດ​ຕອນ​ໃດ ແລະ​ເມື່ອ​ຮອດ​ມື້​ນັ້ນ​ແຕ່​ລະ​ຄົນ​ຈະ​ໄດ້​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້. 27  ເມື່ອ​ໃກ້​ຈະ​ຄົບ 7 ມື້ ພວກ​ຢິວ​ທີ່​ມາ​ຈາກ​ແຂວງ​ອາຊີ*​ເຫັນ​ໂປໂລ​ຢູ່​ວິຫານ ເຂົາເຈົ້າ​ຈຶ່ງ​ຍົວະ​ຄົນ​ໃຫ້​ມາ​ລວມ​ກັນ​ແລ້ວ​ໄປ​ຈັບ​ໂປໂລ. 28  ເຂົາເຈົ້າ​ຮ້ອງ​ສຽງ​ດັງ​ວ່າ: “ພວກ​ເຮົາ​ຄົນ​ອິດສະຣາເອນ​ມາ​ຊ່ວຍ​ກັນ​ແມ້! ຜູ້​ນີ້​ແຫຼະ​ທີ່​ສອນ​ຄົນ​ຢູ່​ທຸກ​ບ່ອນ​ໃຫ້​ດູຖູກ​ຄົນ​ໃນ​ຊາດ​ເຮົາ ກົດໝາຍ​ຂອງ​ເຮົາ ແລະ​ສະຖານ​ທີ່​ນີ້. ລາວ​ຍັງ​ພາ​ຄົນ​ກຣີກ​ເຂົ້າ​ມາ​ໃນ​ວິຫານ ແລະ​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ນີ້​ເສື່ອມ​ເສຍ.”+ 29  ເຂົາເຈົ້າ​ເວົ້າ​ແບບ​ນີ້​ຍ້ອນ​ເຫັນ​ໂທຟີໂມ+​ທີ່​ເປັນ​ຄົນ​ເມືອງ​ເອເຟໂຊ​ຢູ່​ກັບ​ໂປໂລ​ໃນ​ເມືອງ​ນັ້ນ. ເຂົາເຈົ້າ​ຈຶ່ງ​ຄິດ​ວ່າ​ໂປໂລ​ພາ​ລາວ​ເຂົ້າ​ໄປ​ໃນ​ວິຫານ. 30  ແລ້ວ​ກໍ​ເກີດ​ຄວາມ​ວຸ່ນວາຍ​ໄປ​ທົ່ວ​ເມືອງ. ມີ​ຄົນ​ແລ່ນ​ຫຸ້ມ​ເຂົ້າ​ໄປ​ຈັບ​ໂປໂລ​ແລ້ວ​ລາກ​ລາວ​ອອກ​ໄປ​ນອກ​ວິຫານ​ແລະ​ອັດ​ປະຕູ​ທັນທີ. 31  ຕອນ​ທີ່​ຄົນ​ພະຍາຍາມ​ຈະ​ຂ້າ​ໂປໂລ ມີ​ຄົນ​ສົ່ງ​ຂ່າວ​ໄປ​ຫາ​ນາຍພັນ​ວ່າ​ມີ​ຄວາມ​ວຸ່ນວາຍ​ທົ່ວ​ເມືອງ​ເຢຣູຊາເລັມ. 32  ນາຍພັນ​ຈຶ່ງ​ພາ​ທະຫານ​ກັບ​ພວກ​ນາຍ​ຮ້ອຍ​ແລ່ນ​ໄປ​ຫາ​ພວກ​ນັ້ນ​ທັນທີ. ເມື່ອ​ເຫັນ​ນາຍພັນ​ກັບ​ກອງ​ທະຫານ ເຂົາເຈົ້າ​ກໍ​ເຊົາ​ຕີ​ໂປໂລ. 33  ນາຍພັນ​ເຂົ້າ​ໄປ​ຈັບ​ໂປໂລ​ແລ້ວ​ສັ່ງ​ໃຫ້​ເອົາ​ໂສ້ 2 ເສັ້ນ​ລ່າມ​ລາວ​ໄວ້+ ແລະ​ຖາມ​ພວກ​ຢິວ​ວ່າ​ໂປໂລ​ແມ່ນ​ໃຜ​ແລະ​ເຮັດ​ຜິດ​ຫຍັງ? 34  ຄົນ​ພາກັນ​ຮ້ອງ​ສຽງ​ດັງ ບາງ​ພວກ​ຮ້ອງ​ແນວ​ໜຶ່ງ​ແລະ​ບາງ​ພວກ​ກໍ​ຮ້ອງ​ອີກ​ແນວ​ໜຶ່ງ. ນາຍພັນ​ບໍ່​ຮູ້​ວ່າ​ແມ່ນ​ເລື່ອງ​ຫຍັງ​ແທ້​ໆ​ຍ້ອນ​ວຸ່ນວາຍ​ຫຼາຍ. ລາວ​ຈຶ່ງ​ສັ່ງ​ໃຫ້​ພາ​ໂປໂລ​ໄປ​ຄ້າຍ​ທະຫານ. 35  ແຕ່​ເມື່ອ​ໂປໂລ​ໄປ​ຮອດ​ຂັ້ນໄດ​ທີ່​ຈະ​ຂຶ້ນ​ໄປ​ຄ້າຍ​ທະຫານ ພວກ​ນັ້ນ​ກໍ​ບ້າ​ແຮງ​ຈົນ​ພວກ​ທະຫານ​ຕ້ອງ​ຫິ້ວ​ໂປໂລ​ຂຶ້ນ​ໄປ 36  ຍ້ອນ​ວ່າ​ມີ​ຫຼາຍ​ຄົນ​ຍັງ​ນຳ​ໄປ​ແລະ​ຮ້ອງ​ສຽງ​ດັງ​ວ່າ: “ຂ້າ​ມັນ​ສະ!” 37  ຕອນ​ທີ່​ທະຫານ​ກຳລັງ​ຈະ​ພາ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ ໂປໂລ​ກໍ​ເວົ້າ​ກັບ​ນາຍພັນ​ວ່າ: “ຂ້ອຍ​ຂໍ​ເວົ້າ​ບາງ​ຢ່າງ​ກັບ​ທ່ານ​ໄດ້​ບໍ?” ລາວ​ເວົ້າ​ວ່າ: “ເຈົ້າ​ເວົ້າ​ພາສາ​ກຣີກ​ໄດ້​ບໍ? 38  ເຈົ້າ​ບໍ່​ແມ່ນ​ຄົນ​ເອຢິບ​ທີ່​ບໍ່​ດົນ​ມາ​ນີ້​ໄດ້​ກໍ່​ກະບົດ​ແລະ​ພາ​ນັກ​ລອບ​ສັງຫານ 4.000 ຄົນ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ​ແມ່ນ​ບໍ?” 39  ໂປໂລ​ຕອບ​ວ່າ: “ທີ່​ຈິງ ຂ້ອຍ​ເປັນ​ຄົນ​ຢິວ+​ຈາກ​ເມືອງ​ຕາໂຊ+​ໃນ​ແຂວງ​ກີລີເກຍ. ຂ້ອຍ​ເປັນ​ພົນລະເມືອງ​ຂອງ​ເມືອງ​ໜຶ່ງ​ທີ່​ສຳຄັນ. ຂໍ​ໃຫ້​ຂ້ອຍ​ເວົ້າ​ກັບ​ປະຊາຊົນ​ແດ່​ໄດ້​ບໍ?” 40  ເມື່ອ​ໄດ້​ຮັບ​ອະນຸຍາດ​ແລ້ວ ໂປໂລ​ກໍ​ໄປ​ຢືນ​ຢູ່​ຂັ້ນໄດ​ແລະ​ຍົກ​ມື​ຂຶ້ນ​ບອກ​ໃຫ້​ປະຊາຊົນ​ມິດ. ເມື່ອ​ທຸກ​ຄົນ​ມິດ​ແລ້ວ ໂປໂລ​ກໍ​ເວົ້າ​ກັບ​ເຂົາເຈົ້າ​ເປັນ​ພາສາ​ເຮັບເຣີ+​ວ່າ:

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເປັນ​ສາວ​ບໍລິສຸດ”
ຫຼື “ເຮັດ​ໃຫ້​ຂ້ອຍ​ທໍ້ໃຈ”
ຫຼື “ທໍລະຍົດ”
ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ໝາຍເຖິງ​ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ກັບ​ພະເຈົ້າ
ຫຼື “ຖືກ​ຂ້າ​ໂດຍ​ບໍ່​ເອົາ​ເລືອດ​ອອກ”
ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ