ກິດຈະການຂອງອັກຄະສາວົກ 22:1-30

  • ໂປໂລ​ອະທິບາຍ​ໃຫ້​ປະຊາຊົນ​ຟັງ (1-21)

  • ໂປໂລ​ໃຊ້​ສິດ​ພົນລະເມືອງ​ໂຣມ (22-29)

  • ສານ​ຊັນເຮດຣິນ​ປະຊຸມ​ກັນ (30)

22  “ພີ່ນ້ອງ​ເອີ້ຍ ຂໍ​ໃຫ້​ຟັງ​ຂ້ອຍ​ອະທິບາຍ​ແດ່.”+  ເມື່ອ​ຄົນ​ໄດ້​ຍິນ​ໂປໂລ​ເວົ້າ​ເປັນ​ພາສາ​ເຮັບເຣີ ເຂົາເຈົ້າ​ກໍ​ມິດ​ກວ່າ​ເກົ່າ​ອີກ. ໂປໂລ​ເວົ້າ​ວ່າ:  “ຂ້ອຍ​ເປັນ​ຄົນ​ຢິວ+ ເກີດ​ຢູ່​ເມືອງ​ຕາ​ໂຊ​ໃນ​ແຂວງ​ກີລີເກຍ+ ແຕ່​ຂ້ອຍ​ມາ​ຮຽນ​ກັບ​ຄາມາລີ​ເອັນ​ໃນ​ເມືອງ​ນີ້.+ ຂ້ອຍ​ຖືກ​ສອນ​ຢ່າງ​ເຄັ່ງຄັດ​ຕາມ​ກົດໝາຍ​ທີ່​ປູ່ຍ່າ​ຕານາຍ​ໄດ້​ເຮັດ​ມາ+ ແລະ​ຂ້ອຍ​ເອງ​ກໍ​ກະຕືລືລົ້ນໃນ​ການ​ຮັບໃຊ້​ພະເຈົ້າ​ຄື​ກັບ​ພວກເຈົ້າ​ທຸກ​ຄົນ​ທີ່​ຢູ່​ນີ້.+  ຂ້ອຍ​ເຄີຍ​ຂົ່ມເຫງ​ຄົນ​ທີ່ຖື​ທາງ​ນັ້ນ*​ຈົນ​ເຖິງ​ຕາຍ. ຂ້ອຍ​ຈັບ​ເຂົາເຈົ້າ​ທັງ​ຜູ້​ຊາຍ​ແລະ​ຜູ້ຍິງ​ມັດ​ໄວ້​ແລ້ວ​ເອົາ​ໄປ​ຂັງ​ຄຸກ.+  ປະໂລຫິດ​ໃຫຍ່​ແລະ​ພວກ​ຜູ້​ນຳ​ໝົດ​ຄະນະ​ເປັນ​ພະຍານ​ໃຫ້​ຂ້ອຍ​ໄດ້​ໃນ​ເລື່ອງ​ນີ້. ຂ້ອຍ​ຍັງ​ເອົາ​ຈົດໝາຍ​ຈາກ​ເຂົາເຈົ້າ​ທີ່​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ດາມາເຊ ແລ້ວ​ເດີນທາງ​ໄປ​ຫັ້ນ​ເພື່ອ​ຈະ​ຈັບ​ຄົນ​ທີ່​ຖື​ທາງ​ນັ້ນ​ມັດ​ໄວ້ ແລະ​ເອົາ​ເຂົາເຈົ້າ​ມາ​ລົງໂທດ​ຢູ່​ເມືອງ​ເຢຣູຊາເລັມ.  ຕອນ​ທີ່​ຂ້ອຍ​ເດີນທາງ​ໃກ້​ຊິ​ຮອດ​ເມືອງ​ດາມາເຊ​ເຊິ່ງ​ເປັນ​ປະມານ​ຕອນ​ທ່ຽງ ທັນໃດ​ນັ້ນ​ກໍ​ມີ​ແສງ​ເຈີດຈ້າ​ຈາກ​ຟ້າ​ສ່ອງ​ມາ​ໃສ່​ຂ້ອຍ.+  ຂ້ອຍ​ລົ້ມ​ລົງພື້ນ​ແລະ​ໄດ້​ຍິນ​ສຽງ​ເວົ້າ​ວ່າ ‘ໂຊໂລ ໂຊໂລ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫງ​ຂ້ອຍ?’  ຂ້ອຍ​ຖາມ​ວ່າ ‘ທ່ານ​ເອີ້ຍ ທ່ານ​ແມ່ນ​ໃຜ?’ ເພິ່ນ​ຕອບ​ວ່າ ‘ຂ້ອຍ​ແມ່ນ​ເຢຊູ​ຄົນ​ນາຊາເຣັດ​ຜູ້​ທີ່​ເຈົ້າ​ຂົ່ມເຫງ.’  ຄົນ​ທີ່​ໄປ​ນຳ​ຂ້ອຍ​ກໍ​ເຫັນ​ແສງ​ນັ້ນ​ຄື​ກັນ ແຕ່​ບໍ່​ໄດ້​ຍິນ​ສຽງ​ທີ່​ເວົ້າ​ນຳ​ຂ້ອຍ.* 10  ຂ້ອຍ​ຖາມ​ວ່າ ‘ທ່ານ​ເອີ້ຍ ຂ້ອຍ​ຕ້ອງ​ເຮັດ​ຫຍັງ?’ ຜູ້​ເປັນ​ນາຍ​ບອກ​ຂ້ອຍ​ວ່າ ‘ລຸກ​ຂຶ້ນ ແລ້ວ​ເຂົ້າ​ໄປ​ໃນ​ເມືອງ​ດາມາເຊ. ຢູ່​ຫັ້ນ​ຈະ​ມີ​ຄົນ​ບອກ​ເຈົ້າ​ວ່າ​ເຈົ້າ​ຕ້ອງ​ເຮັດ​ຫຍັງ.’+ 11  ແສງ​ເຈີດຈ້າ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ບໍ່​ເຫັນ​ຮຸ່ງ. ຄົນ​ທີ່​ໄປ​ນຳ​ຈຶ່ງ​ຈູງ​ມື​ຂ້ອຍ​ພາ​ໄປ​ເມືອງ​ດາມາເຊ. 12  ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ ລາວ​ເປັນ​ຄົນ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ຢ່າງ​ເຄັ່ງຄັດ. ຄົນ​ຢິວ​ທຸກ​ຄົນ​ທີ່​ຢູ່​ຫັ້ນ​ໄດ້​ເວົ້າເຖິງ​ລາວ​ໃນ​ແງ່​ດີ. 13  ລາວ​ມາ​ຫາ​ຂ້ອຍ​ແລະ​ຢືນ​ເວົ້າ​ຢູ່​ທາງ​ຂ້າງ​ຂ້ອຍ​ວ່າ ‘ໂຊໂລ ພີ່ນ້ອງ​ຂອງ​ຂ້ອຍ ຂໍ​ໃຫ້​ເຈົ້າ​ເຫັນ​ຮຸ່ງ​ອີກ!’ ແລ້ວ​ໃນ​ຕອນ​ນັ້ນ ຂ້ອຍ​ກໍ​ເຫັນ​ຮຸ່ງ​ແລະ​ແນມ​ເຫັນ​ລາວ.+ 14  ອານາເນຍ​ບອກ​ວ່າ ‘ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ເລືອກ​ເຈົ້າ​ໃຫ້​ມາ​ຮູ້ຈັກ​ຄວາມ​ຕ້ອງການ​ຂອງ​ເພິ່ນ ແລະ​ໃຫ້​ເຈົ້າ​ໄດ້​ເຫັນ​ຜູ້​ນັ້ນ​ທີ່​ເຊື່ອຟັງ​ພະເຈົ້າ*+ ແລະ​ໃຫ້​ໄດ້​ຍິນ​ສຽງ​ຈາກ​ປາກ​ຂອງ​ຜູ້​ນັ້ນ. 15  ຍ້ອນ​ເຈົ້າ​ຈະ​ຕ້ອງ​ເປັນ​ພະຍານ​ຂອງ​ລາວ​ເພື່ອ​ໄປ​ບອກ​ທຸກ​ຄົນ​ໃຫ້​ຮູ້​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ​ແລະ​ໄດ້​ຍິນ.+ 16  ຕອນ​ນີ້ ເຈົ້າ​ຍັງ​ຖ້າ​ຫຍັງ​ອີກ? ໃຫ້​ເຈົ້າ​ຟ້າວ​ຮັບ​ບັບເຕມາ​ແລະ​ຮ້ອງ​ອອກ​ຊື່​ພະ​ເຢຊູ+​ເພື່ອ​ຄວາມ​ຜິດ​ຂອງ​ເຈົ້າ​ຈະ​ຖືກ​ລົບລ້າງ.’+ 17  ເມື່ອ​ກັບ​ມາ​ເມືອງ​ເຢຣູຊາເລັມ+ ຕອນ​ທີ່​ກຳລັງ​ອະທິດຖານ​ຢູ່​ວິຫານ ຂ້ອຍ​ກໍ​ເຫັນ​ນິມິດ 18  ແລະ​ເຫັນ​ຜູ້​ເປັນ​ນາຍ​ບອກ​ຂ້ອຍ​ວ່າ ‘ໃຫ້​ຟ້າວ​ອອກ​ຈາກ​ເມືອງ​ເຢຣູຊາເລັມ​ໄວ​ໆ​ ຍ້ອນ​ຄົນ​ຈະ​ບໍ່​ຍອມຮັບ​ເລື່ອງ​ທີ່​ເຈົ້າ​ປະກາດ​ກ່ຽວກັບ​ຂ້ອຍ.’+ 19  ຂ້ອຍ​ບອກ​ວ່າ ‘ນາຍ​ເອີ້ຍ ຄົນ​ເຫຼົ່ານີ້​ຮູ້​ດີ​ວ່າ​ຂ້ອຍ​ເຄີຍ​ໄປ​ຕາມ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ເພື່ອ​ຈັບ​ຄົນ​ທີ່​ເຊື່ອ​ທ່ານ​ໄປ​ຂັງ​ຄຸກ​ແລະ​ເອົາ​ແສ້​ຟາດ​ເຂົາເຈົ້າ.+ 20  ຕອນ​ທີ່​ຊະເຕຟາໂນ​ພະຍານ​ຂອງ​ທ່ານ​ຖືກ​ຂ້າ ຂ້ອຍກໍ​ຢືນ​ຢູ່​ໃກ້​ໆ​ແລະ​ເຫັນດີ​ກັບ​ການ​ເຮັດ​ແບບນັ້ນ ແລະ​ຂ້ອຍ​ຍັງ​ເຝົ້າ​ເສື້ອ​ຄຸມ​ໃຫ້​ພວກ​ທີ່​ຂ້າ​ລາວ​ນຳ​ອີກ.’+ 21  ແຕ່​ເພິ່ນ​ບອກ​ຂ້ອຍ​ວ່າ ‘ໄປ​ໂລດ ຂ້ອຍ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ຄົນ​ໃນ​ຊາດ​ຕ່າງ​ໆ​ທີ່​ຢູ່​ໄກ​ໆ​.’”+ 22  ເມື່ອ​ຄົນ​ທີ່​ຢູ່​ຫັ້ນ​ຟັງ​ໂປໂລ​ມາ​ຮອດ​ຕອນ​ນີ້ ເຂົາເຈົ້າ​ກໍ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ: “ກຳຈັດ​ຄົນ​ແບບ​ນີ້​ໄປ​ຈາກ​ໂລກ​ນີ້​ສະ. ລາວ​ສົມຄວນ​ຕາຍ!” 23  ເຂົາເຈົ້າ​ຮ້ອງ​ໂວຍວາຍ ໂຍນ​ເສື້ອ​ຄຸມ​ຂອງ​ໂຕເອງ ແລະກຳ​ຂີ້​ດິນ​ຊັດ​ຂຶ້ນ​ໄປ​ເທິງ​ຟ້າ.+ 24  ນາຍພັນ​ສັ່ງ​ໃຫ້​ພາ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ ແລະ​ບອກ​ໃຫ້​ສອບສວນ​ລາວ​ໂດຍ​ເອົາ​ແສ້​ຟາດເພື່ອ​ຈະ​ຮູ້​ວ່າ​ເປັນຫຍັງ​ຄົນ​ພວກ​ນີ້​ຈຶ່ງ​ຮ້ອງ​ໃສ່​ໂປໂລ​ແບບ​ນັ້ນ. 25  ແຕ່​ເມື່ອ​ເຂົາເຈົ້າ​ມັດ​ມື​ມັດ​ຕີນ​ໂປໂລ​ຄຶງ​ໄວ້​ເພື່ອ​ຈະ​ເອົາ​ແສ້​ຟາດ ໂປໂລ​ກໍ​ຖາມ​ນາຍຮ້ອຍ​ທີ່​ຢືນ​ຢູ່​ຫັ້ນ​ວ່າ: “ພວກ​ເຈົ້າ​ເຮັດ​ຖືກ​ຕາມ​ກົດໝາຍ​ແລ້ວ​ບໍ​ທີ່​ຈະ​ເອົາ​ແສ້​ຟາດ​ພົນລະເມືອງ​ໂຣມ​ທີ່​ຍັງ​ບໍ່​ທັນ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ?”+ 26  ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ແບບ​ນັ້ນ​ກໍ​ໄປ​ລາຍງານ​ນາຍພັນ​ວ່າ: “ທ່ານ​ເອີ້ຍ ຊິ​ເຮັດ​ແນວ​ໃດ​ດີ? ຜູ້​ນີ້​ເປັນ​ພົນລະເມືອງ​ໂຣມ.” 27  ນາຍພັນ​ຈຶ່ງ​ມາ​ເວົ້າ​ກັບ​ໂປໂລ​ວ່າ: “ບອກ​ຂ້ອຍ​ດຸ ເຈົ້າ​ເປັນ​ພົນລະເມືອງ​ໂຣມ​ບໍ?” ໂປໂລ​ຕອບ​ວ່າ: “ແມ່ນ​ແລ້ວ.” 28  ນາຍພັນ​ເວົ້າ​ວ່າ: “ຂ້ອຍ​ຕ້ອງ​ຈ່າຍ​ເງິນ​ຫຼາຍ​ເພື່ອ​ຊື້​ສິດ​ເປັນ​ພົນລະເມືອງ​ໂຣມ.” ໂປໂລ​ເວົ້າ​ວ່າ: “ແຕ່​ຂ້ອຍ​ໄດ້​ສິດ​ນີ້​ມາ​ຕັ້ງແຕ່​ເກີດ.”+ 29  ເມື່ອ​ໄດ້​ຍິນ​ແບບ​ນັ້ນ ຄົນ​ທີ່​ກຳລັງ​ຈະ​ສອບສວນ​ໂປໂລ​ດ້ວຍ​ການ​ທໍລະມານ​ກໍ​ຖອຍ​ອອກ​ຈາກ​ໂປໂລ​ທັນທີ. ສ່ວນ​ນາຍພັນ​ກໍ​ຢ້ານ​ເມື່ອ​ຮູ້​ວ່າ​ໂປໂລ​ເປັນ​ພົນລະເມືອງ​ໂຣມ​ຍ້ອນ​ລາວ​ເປັນ​ຄົນ​ສັ່ງ​ໃຫ້​ລ່າມ​ໂສ້​ໂປໂລ.+ 30  ໃນ​ມື້​ຕໍ່​ມາ ນາຍພັນ​ຢາກ​ຮູ້​ວ່າ​ເປັນຫຍັງ​ພວກ​ຢິວ​ຈຶ່ງ​ກ່າວຫາ​ໂປໂລ ລາວ​ຈຶ່ງ​ສັ່ງ​ໃຫ້​ແກ້​ໂສ້​ທີ່​ລ່າມ​ໂປໂລ​ແລະ​ເອີ້ນ​ພວກ​ຫົວໜ້າ​ປະໂລຫິດ​ກັບ​ສະມາຊິກ​ສານ​ຊັນເຮດຣິນ​ທຸກ​ຄົນ​ໃຫ້​ມາ​ປະຊຸມ​ກັນ ແລ້ວ​ເອົາ​ໂປໂລ​ລົງ​ມາ​ແລະ​ໃຫ້​ຢືນ​ຢູ່​ກາງບ່ອນ​ປະຊຸມ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ແນວ​ທາງ​ຊີວິດ​ແລະ​ຄຳສອນ​ຂອງ​ຄລິດສະຕຽນ
ຫຼື “ໄດ້​ຍິນ​ສຽງ​ແຕ່​ບໍ່​ເຂົ້າ​ໃຈ”
ຫຼື “ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ”