ກິດຈະການຂອງອັກຄະສາວົກ 24:1-27

  • ຂໍ້​ກ່າວ​ຫາ​ໂປໂລ (1-9)

  • ໂປໂລ​ແກ້​ຄະດີ​ຕໍ່​ໜ້າ​ເຟລິກ (10-21)

  • ການ​ພິຈາລະນາ​ຄະດີ​ຂອງ​ໂປໂລ​ຖືກ​ເລື່ອນ​ອອກ​ໄປ 2 ປີ (22-27)

24  ຫ້າ​ມື້​ຕໍ່ມາ ປະໂລຫິດ​ໃຫຍ່​ອານາເນຍ+​ກັບ​ຜູ້​ນຳ​ຄົນ​ຢິວ​ບາງຄົນ​ແລະ​ທະນາຍ​ຄວາມ​ຊື່​ເຕຕູໂລ​ກໍ​ເດີນທາງ​ໄປ​ແຈ້ງ​ຂໍ້​ກ່າວຫາ​ໂປໂລ​ຕໍ່​ເຈົ້າແຂວງ.+  ເມື່ອ​ເຕຕູໂລ​ຖືກ​ເອີ້ນ ລາວ​ກໍ​ເລີ່ມ​ກ່າວຫາ​ໂປໂລ​ວ່າ: “ທ່ານ​ເຟລິກ​ທີ່​ນັບຖື ພວກ​ເຮົາ​ມີ​ຄວາມ​ສະຫງົບສຸກ​ຫຼາຍ​ກໍ​ຍ້ອນ​ທ່ານ ແລະ​ປະເທດ​ຊາດ​ຂອງ​ພວກ​ເຮົາ​ພັດທະນາ​ຂຶ້ນ​ກໍ​ຍ້ອນ​ທ່ານ​ເບິ່ງ​ການ​ໄກ.  ພວກ​ເຮົາ​ທຸກ​ຄົນ​ບໍ່​ວ່າ​ຢູ່​ໃສ​ກໍ​ຮູ້ສຶກ​ຂອບໃຈ​ຫຼາຍ​ສຳລັບ​ສິ່ງ​ຕ່າງ​ໆ​ທີ່​ທ່ານ​ໄດ້​ເຮັດ​ເພື່ອ​ພວກ​ເຮົາ​ມາ​ຕະຫຼອດ.  ຂ້ອຍ​ບໍ່​ຢາກ​ລົບກວນ​ເວລາ​ທ່ານ​ຫຼາຍ​ກວ່າ​ນີ້ ຂ້ອຍ​ຂໍ​ເວົ້າ​ສັ້ນ​ໆ​. ຂໍ​ໃຫ້​ທ່ານ​ອົດທົນ​ຟັງ​ຂ້ອຍ.  ພວກ​ເຮົາ​ເຫັນ​ວ່າ​ຜູ້​ຊາຍ​ຄົນ​ນີ້​ເປັນ​ຄົນ​ສ້າງ​ບັນຫາ+​ທີ່​ປຸກລະດົມ+​ຄົນ​ຢິວ​ຢູ່​ທຸກບ່ອນ.* ລາວ​ເປັນ​ຫົວໜ້າ​ຂອງ​ນິກາຍ​ທີ່​ຊື່ ‘ຄົນ​ນາຊາເຣັດ’+  ແລະ​ເຮັດ​ສິ່ງ​ທີ່​ລົບລູ່​ວິຫານ​ນຳ​ອີກ ພວກ​ເຮົາ​ຈຶ່ງ​ຈັບ​ລາວ​ໄວ້.+ 7 *​——  ຂໍ​ໃຫ້​ທ່ານ​ສອບສວນ​ລາວ​ເອງ ແລ້ວ​ທ່ານ​ຈະ​ໄດ້​ຮູ້​ວ່າ​ເລື່ອງ​ທັງ​ໝົດ​ທີ່​ພວກ​ເຮົາ​ຟ້ອງ​ລາວ​ນັ້ນ​ເປັນ​ຄວາມຈິງ.”  ພວກ​ຢິວ​ກໍ​ຮ່ວມກ່າວຫາໂປໂລ​ຄື​ກັນ​ໂດຍ​ຢືນຢັນ​ວ່າ​ເລື່ອງ​ທີ່​ຟ້ອງ​ໂປໂລ​ເປັນ​ຄວາມຈິງ. 10  ເມື່ອ​ເຈົ້າແຂວງ​ງຶກຫົວ​ໃສ່​ໂປໂລ ໂປໂລ​ກໍ​ເວົ້າ​ວ່າ: “ເນື່ອງ​ຈາກ​ຂ້ອຍ​ຮູ້​ດີ​ວ່າ​ທ່ານ​ເປັນ​ຜູ້​ພິພາກສາ​ໃຫ້​ຊາດ​ນີ້​ມາ​ຫຼາຍ​ປີ​ແລ້ວ ຂ້ອຍ​ຈຶ່ງ​ດີ​ໃຈ​ທີ່​ໄດ້​ເວົ້າ​ແກ້​ຄະດີ​ຂອງ​ຂ້ອຍ​ຕໍ່​ໜ້າ​ທ່ານ.+ 11  ຕັ້ງແຕ່​ຂ້ອຍ​ໄປ​ນະມັດສະການ​ຢູ່​ເມືອງ​ເຢຣູຊາເລັມ​ຈົນ​ຮອດ​ຕອນນີ້​ກໍ​ຍັງ​ບໍ່​ກາຍ 12 ມື້.+ ຖ້າ​ທ່ານ​ຢາກ​ຮູ້​ຄວາມຈິງ ທ່ານ​ກໍ​ຖາມ​ເບິ່ງ​ໄດ້. 12  ເຂົາເຈົ້າ​ບໍ່​ເຄີຍ​ເຫັນ​ຂ້ອຍ​ຖຽງ​ກັບ​ຜູ້​ໃດ​ຢູ່​ວິຫານ ຫຼື​ປຸກລະດົມ​ຜູ້​ໃດ​ໃຫ້ກໍ່​ຄວາມ​ວຸ່ນວາຍ ບໍ່​ວ່າ​ຢູ່​ໃນ​ບ່ອນ​ປະຊຸມ​ຂອງ​ເຂົາເຈົ້າ​ຫຼື​ຢູ່​ບ່ອນ​ອື່ນ​ໆ​ໃນ​ເມືອງ. 13  ຈົນ​ຮອດ​ຕອນ​ນີ້ ເຂົາເຈົ້າ​ກໍ​ບໍ່​ມີ​ຫຼັກຖານ​ທີ່​ພິສູດ​ໃຫ້​ທ່ານ​ເຫັນ​ວ່າ​ຂ້ອຍ​ເຮັດ​ຜິດ​ຕາມ​ທີ່​ເຂົາເຈົ້າ​ກ່າວຫາ. 14  ແຕ່​ຂ້ອຍ​ຍອມຮັບ​ເລື່ອງ​ໜຶ່ງ. ຂ້ອຍ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ພະເຈົ້າ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ຂ້ອຍ+​ຕາມ​ແນວ​ທາງ​ທີ່​ເຂົາເຈົ້າ​ເອີ້ນ​ວ່າ​ນິກາຍ​ໜຶ່ງ ຍ້ອນ​ຂ້ອຍ​ເຊື່ອ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ກົດໝາຍ​ຂອງ​ໂມເຊ​ແລະ​ໃນ​ຄຳສອນ​ຂອງ​ພວກ​ຜູ້​ພະຍາກອນ.*+ 15  ຂ້ອຍ​ມີ​ຄວາມຫວັງ​ໃນ​ພະເຈົ້າ​ຄື​ກັບ​ທີ່​ເຂົາເຈົ້າ​ມີ. ຄວາມຫວັງ​ຂອງ​ຂ້ອຍ​ແມ່ນ​ທັງ​ຄົນ​ດີແລະ​ຄົນ​ຊົ່ວ+​ຈະ​ຄືນ​ມາ​ຈາກ​ຕາຍ.+ 16  ຂ້ອຍ​ພະຍາຍາມ​ຕະຫຼອດ​ທີ່​ຈະ​ບໍ່​ເຮັດ​ຜິດ​ຕໍ່​ພະເຈົ້າ​ຫຼື​ຕໍ່​ມະນຸດ ເພື່ອ​ຈະ​ບໍ່​ມີ​ຫຍັງ​ລົບກວນ​ໃຈ​ຮູ້ຜິດ​ຮູ້ຖືກ​ຂອງ​ຂ້ອຍ.+ 17  ຫຼັງ​ຈາກ​ທີ່​ຂ້ອຍ​ບໍ່​ຢູ່​ເມືອງ​ເຢຣູຊາເລັມ​ຫຼາຍ​ປີ ຂ້ອຍ​ກໍ​ກັບ​ໄປຫັ້ນ​ເພື່ອ​ເອົາ​ເງິນ​ໄປ​ຊ່ວຍ+​ຄົນ​ໃນ​ຊາດ​ຂອງ​ຂ້ອຍ​ແລະ​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ພະເຈົ້າ. 18  ຕອນ​ທີ່​ກຳລັງ​ເຮັດ​ແບບນັ້​ນ ພວກ​ຢິວ​ກໍ​ເຫັນ​ຂ້ອຍ​ຢູ່​ວິຫານ​ຫຼັງ​ຈາກ​ທີ່​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ.+ ຂ້ອຍ​ບໍ່​ໄດ້​ຢູ່​ກັບ​ຄົນ​ກຸ່ມ​ໃຫຍ່​ຫຼືກໍ່​ຄວາມວຸ່ນວາຍ​ຫຍັງ​ເລີຍ. ຕອນ​ນັ້ນ ຄົນ​ຢິວ​ບາງຄົນ​ຈາກ​ແຂວງ​ອາຊີ*​ກໍ​ຢູ່​ຫັ້ນ​ຄື​ກັນ. 19  ຖ້າ​ພວກ​ນັ້ນ​ມີ​ຫຍັງ​ຈະ​ກ່າວຫາ​ຂ້ອຍ ເຂົາເຈົ້າ​ກໍ​ຄວນ​ຈະ​ມາ​ຟ້ອງ​ຂ້ອຍ​ຕໍ່​ໜ້າ​ທ່ານ​ມື້​ນີ້.+ 20  ຄັນ​ບໍ່​ຊັ້ນ​ກໍ​ໃຫ້​ຄົນ​ທີ່​ຢູ່​ນີ້​ບອກ​ມາ​ວ່າ​ຂ້ອຍ​ເຮັດ​ຫຍັງ​ຜິດ​ຕອນ​ທີ່​ຂ້ອຍ​ຢືນ​ຢູ່​ຕໍ່​ໜ້າ​ສານ​ຊັນເຮດຣິນ. 21  ມີ​ແຕ່​ເລື່ອງ​ດຽວ​ທີ່​ເຂົາເຈົ້າ​ຈະ​ກ່າວຫາ​ຂ້ອຍ​ໄດ້​ກໍ​ແມ່ນ​ຕອນ​ທີ່​ຢືນ​ຢູ່​ກາງ​ສານ ຂ້ອຍ​ຮ້ອງ​ຂຶ້ນ​ວ່າ ‘ຂ້ອຍ​ຖືກ​ຕັດສິນ​ຄະດີ​ຕໍ່​ໜ້າ​ພວກ​ເຈົ້າ​ໃນ​ມື້​ນີ້​ກໍ​ຍ້ອນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.’”+ 22  ເຟລິກ​ຮູ້​ດີ​ກ່ຽວກັບ​ເລື່ອງທາງ​ນັ້ນ*+ ລາວ​ຈຶ່ງ​ໃຫ້​ເລື່ອນ​ການ​ພິຈາລະນາ​ອອກ​ໄປ​ກ່ອນ​ແລະ​ເວົ້າ​ວ່າ: “ຂ້ອຍ​ຈະ​ຕັດສິນ​ຄະດີ​ຂອງ​ພວກ​ເຈົ້າ​ຕອນ​ທີ່​ນາຍພັນ​ລີເຊຍ​ມາ​ຮອດ.” 23  ແລ້ວ​ເຟລິກ​ກໍ​ສັ່ງ​ນາຍ​ຮ້ອຍ​ໃຫ້​ຂັງ​ໂປໂລ​ໄວ້ ແຕ່​ໃຫ້​ມີ​ອິດສະຫຼະ​ຢູ່​ແດ່ ແລະ​ສັ່ງ​ວ່າ​ບໍ່​ຕ້ອງ​ຫ້າມ​ຖ້າ​ມີ​ພວກ​ຂອງ​ໂປໂລ​ມາ​ເບິ່ງແຍງ​ລາວ. 24  ບໍ່​ເທົ່າ​ໃດ​ມື້​ຕໍ່ມາ ເຟລິກ​ມາ​ກັບ​ເມຍ​ທີ່​ຊື່​ດູຊີນລາ​ທີ່​ເປັນ​ຄົນ​ຢິວ. ເຟລິກ​ໃຫ້​ຄົນ​ໄປ​ເອີ້ນໂປໂລ​ມາ​ເພື່ອ​ຈະ​ໄດ້​ຟັງ​ໂປໂລເວົ້າ​ເຖິງ​ຄວາມ​ເຊື່ອ​ເລື່ອງ​ພະຄລິດ​ເຢຊູ.+ 25  ແຕ່​ເມື່ອ​ໂປໂລ​ເວົ້າ​ເຖິງ​ເລື່ອງ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ການ​ຮູ້ຈັກ​ຄວບຄຸມ​ໂຕເອງ ແລະ​ການ​ຕັດສິນ​ທີ່​ຈະ​ເກີດ​ຂຶ້ນ+ ເຟລິກ​ກໍ​ຢ້ານ​ແລະ​ບອກ​ວ່າ: “ຕອນ​ນີ້ ເຈົ້າ​ໄປ​ໄດ້​ແລ້ວ. ຖ້າ​ມີ​ໂອກາດ​ຂ້ອຍ​ຈະ​ເອີ້ນ​ເຈົ້າ​ມາ​ອີກ.” 26  ທີ່​ຈິງ ເຟລິກ​ຫວັງ​ວ່າ​ຈະ​ໄດ້​ເງິນ​ຈາກ​ໂປໂລ ລາວ​ຈຶ່ງ​ເອີ້ນ​ໂປໂລ​ມາ​ລົມ​ນຳ​ເລື້ອຍ​ໆ​. 27  ແຕ່​ເຟລິກ​ຍັງ​ໃຫ້​ໂປໂລ​ຢູ່​ໃນ​ຄຸກ​ຕໍ່​ໄປ​ຍ້ອນ​ຢາກ​ເອົາ​ໃຈ​ຄົນ​ຢິວ.+ ສອງ​ປີ​ຜ່ານ​ໄປ ໂປກີໂອເຟຊະໂຕ​ກໍ​ມາ​ຮັບ​ຕຳແໜ່ງ​ຕໍ່​ຈາກ​ເຟລິກ.

ຂໍຄວາມໄຂເງື່ອນ

ຫຼື “ທົ່ວ​ໂລກ”
“ກົດໝາຍ​ຂອງ​ໂມເຊ​ແລະ​ໃນ​ຄຳສອນ​ຂອງ​ພວກ​ຜູ້​ພະຍາກອນ” ໃນ​ນີ້​ໝາຍເຖິງ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ທັງໝົດ
ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ
ໝາຍເຖິງ​ແນວ​ທາງ​ຊີວິດ​ແລະ​ຄຳສອນ​ຂອງ​ຄລິດສະຕຽນ