ກິດຈະການຂອງອັກຄະສາວົກ 26:1-32

  • ໂປໂລ​ເວົ້າ​ແກ້​ຄະດີ​ຕໍ່​ໜ້າ​ອັກກິບປາ (1-11)

  • ໂປໂລ​ເລົ່າ​ເລື່ອງ​ທີ່​ລາວ​ປ່ຽນ​ສາສະໜາ (12-23)

  • ທ່າທີ​ຂອງ​ເຟຊະໂຕ​ແລະ​ອັກກິບປາ (24-32)

26  ກະສັດ​ອັກກິບປາ+​ບອກ​ໂປໂລ​ວ່າ: “ເຈົ້າ​ເວົ້າ​ແກ້​ຄະດີ​ໃຫ້​ໂຕເອງ​ໄດ້​ແລ້ວ.” ໂປໂລ​ຈຶ່ງ​ເດ່​ມື​ອອກ​ແລະ​ເວົ້າ​ແກ້​ຄະດີ​ວ່າ:  “ກະສັດ​ອັກກິບປາ ຂ້ອຍ​ດີໃຈ​ຫຼາຍ​ທີ່​ໄດ້​ມາ​ຢູ່​ຕໍ່​ໜ້າ​ທ່ານ​ໃນ​ມື້​ນີ້ ເພື່ອ​ແກ້​ຂໍ້​ກ່າວ​ຫາ​ທຸກ​ເລື່ອງ​ທີ່​ຄົນ​ຢິວ​ກ່າວ​ຫາ​ຂ້ອຍ.+  ທ່ານ​ຊ່ຽວຊານ​ເລື່ອງ​ທຳນຽມ​ທັງໝົດ​ຂອງ​ຄົນ​ຢິວ​ແລະ​ຮູ້​ເລື່ອງຂໍ້​ຂັດແຍ່ງຂອງ​ຄົນ​ຢິວ​ເປັນ​ຢ່າງ​ດີ ແຕ່​ຂ້ອຍ​ຂໍ​ໃຫ້​ທ່ານ​ອົດທົນ​ຟັງ​ຂ້ອຍ.  ທີ່ຈິງ​ແລ້ວ ຄົນ​ຢິວ​ທຸກ​ຄົນ​ຮູ້​ຈັກ​ຂ້ອຍ​ດີ​ຕັ້ງແຕ່​ຂ້ອຍ​ຍັງ​ນ້ອຍ​ຈົນ​ຮອດ​ຕອນ​ທີ່​ຂ້ອຍ​ມາ​ຢູ່​ເມືອງ​ເຢຣູຊາເລັມ.+  ຄົນ​ທີ່​ຮູ້​ຈັກ​ຂ້ອຍ ຖ້າ​ເຂົາເຈົ້າ​ຢາກ​ຈະ​ຢືນຢັນ​ກໍ​ຢືນຢັນ​ໄດ້​ວ່າ ຂ້ອຍ​ເຄີຍ​ເປັນ​ຟາຣີຊາຍ+​ເຊິ່ງ​ເປັນ​ນິກາຍ​ທີ່​ເຄັ່ງ​ທີ່​ສຸດ​ໃນ​ສາສະໜາ​ຂອງ​ຊາດ​ນີ້.+  ແຕ່​ຕອນນີ້ ຂ້ອຍ​ຖືກ​ພິຈາລະນາ​ຄະດີ​ຍ້ອນ​ຂ້ອຍ​ມີ​ຄວາມ​ຫວັງ​ໃນ​ເລື່ອງ​ທີ່​ພະເຈົ້າ​ສັນຍາ​ໄວ້​ກັບ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ.+  ຄຳ​ສັນຍາ​ດຽວ​ກັນ​ນີ້​ແຫຼະ​ທີ່​ພວກ​ເຮົາ​ຄົນ​ຢິວ​ທັງ 12 ຕະກູນ​ຫວັງ​ໄວ້​ວ່າ​ຈະ​ເກີດຂຶ້ນ​ແທ້. ພວກ​ເຮົາ​ຈຶ່ງ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ທັງ​ເວັນ​ທັງ​ຄືນ​ຢ່າງ​ກະຕືລືລົ້ນ. ກະສັດ​ທີ່​ນັບຖື ຍ້ອນ​ຄວາມ​ຫວັງ​ນີ້​ພວກ​ຢິວ​ຈຶ່ງ​ກ່າວ​ຫາ​ຂ້ອຍ.+  ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຄິດ​ວ່າ​ເລື່ອງ​ທີ່​ພະເຈົ້າ​ປຸກ​ຄົນ​ຕາຍ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ​ເປັນ​ເລື່ອງ​ເຫຼືອ​ເຊື່ອ?  ທີ່ຈິງ ຂ້ອຍ​ເຄີຍ​ເຊື່ອ​ວ່າ​ຂ້ອຍ​ຕ້ອງ​ເຮັດ​ທຸກ​ຢ່າງ​ເພື່ອ​ຕໍ່ຕ້ານ​ພະ​ເຢຊູ*​ຄົນ​ນາຊາເຣັດ. 10  ຂ້ອຍ​ໄດ້​ເຮັດ​ແບບ​ນັ້ນ​ແທ້​ໆ​ໃນ​ເມືອງ​ເຢຣູຊາເລັມ. ຂ້ອຍ​ຈັບ​ຄົນ​ບໍລິສຸດ​ຫຼາຍ​ຄົນ​ໄປ​ຂັງ​ຄຸກ+​ຕາມ​ທີ່​ຂ້ອຍ​ໄດ້​ຮັບ​ອຳນາດ​ຈາກ​ພວກ​ຫົວໜ້າ​ປະໂລຫິດ+ ແລະ​ຕອນ​ທີ່​ເຂົາເຈົ້າ​ຈະ​ຖືກ​ຂ້າ ຂ້ອຍ​ກໍ​ສະໜັບສະໜູນ. 11  ຂ້ອຍ​ໄປ​ຕາມ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ທຸກ​ບ່ອນ. ຂ້ອຍ​ທຳຮ້າຍ​ແລະ​ພະຍາຍາມ​ບັງຄັບ​ເຂົາເຈົ້າ​ໃຫ້​ຖິ້ມ​ຄວາມ​ເຊື່ອ. ຂ້ອຍ​ໃຈ​ຮ້າຍ​ຫຼາຍ​ຈົນ​ນຳ​ໄປ​ຂົ່ມເຫງ​ເຂົາເຈົ້າ​ໃນ​ເມືອງ​ອື່ນ​ໆ​ທີ່​ຢູ່​ໄກ​ໆ​. 12  ຕອນ​ທີ່​ຂ້ອຍ​ເດີນ​ທາງ​ໄປ​ເມືອງ​ດາມາເຊ​ເພື່ອ​ເຮັດ​ເລື່ອງ​ນີ້​ຕາມ​ທີ່​ໄດ້​ຮັບ​ອຳນາດ​ແລະ​ຕາມ​ຄຳສັ່ງ​ຈາກ​ພວກ​ຫົວໜ້າ​ປະໂລຫິດ 13  ຕອນ​ນັ້ນ​ເປັນ​ຕອນ​ທ່ຽງ ຂ້ອຍ​ເຫັນ​ແສງ​ເຈີດຈ້າ​ກວ່າ​ແສງ​ຕາເວັນ​ສ່ອງ​ມາ​ໃສ່​ຂ້ອຍ​ກັບ​ຄົນ​ທີ່​ໄປ​ນຳ​ກັນ.+ 14  ເມື່ອ​ພວກ​ເຮົາລົ້ມ​ລົງ​ພື້ນ ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ເວົ້າ​ເປັນ​ພາສາ​ເຮັບເຣີ​ວ່າ ‘ໂຊໂລ ໂຊໂລ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫງ​ຂ້ອຍ? ເຈົ້າ​ເຕະ​ກະຕັກ* ເຈົ້າ​ກໍ​ເຈັບ​ເອງ.’ 15  ຂ້ອຍ​ຈຶ່ງ​ຖາມ​ວ່າ ‘ທ່ານ​ເອີ້ຍ ທ່ານ​ແມ່ນ​ໃຜ?’ ເພິ່ນ​ຕອບ​ວ່າ ‘ຂ້ອຍ​ແມ່ນ​ເຢຊູ​ຜູ້​ທີ່​ເຈົ້າ​ຂົ່ມເຫງ. 16  ລຸກ​ຂຶ້ນ​ແມ້ ຂ້ອຍ​ມາ​ຫາ​ເຈົ້າ​ກໍ​ເພື່ອ​ເລືອກ​ເຈົ້າ​ໃຫ້​ເປັນ​ຜູ້​ຮັບໃຊ້​ແລະ​ເປັນ​ພະຍານ​ຂອງ​ຂ້ອຍ ເພື່ອ​ປະກາດ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ແລະ​ສິ່ງ​ທີ່​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ກ່ຽວກັບ​ຂ້ອຍ.+ 17  ຂ້ອຍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ​ຈາກ​ຄົນ​ຊາດ​ນີ້​ແລະ​ຈາກ​ຄົນ​ຕ່າງ​ຊາດ​ທີ່​ຂ້ອຍ​ຈະ​ໃຊ້​ໃຫ້​ເຈົ້າ​ໄປ​ຫາ+ 18  ເພື່ອ​ເຈົ້າ​ຈະ​ເປີດ​ຕາ​ເຂົາເຈົ້າ+ ເຮັດ​ໃຫ້​ເຂົາເຈົ້າ​ອອກ​ຈາກ​ຄວາມ​ມືດ+​ມາ​ສູ່​ຄວາມ​ສະຫວ່າງ+ ແລະ​ພົ້ນ​ຈາກ​ອຳນາດ​ຂອງ​ຊາຕານ+​ແລ້ວ​ມາ​ຫາ​ພະເຈົ້າ. ເຂົາເຈົ້າ​ຈະ​ໄດ້​ຮັບ​ການ​ຍົກໂທດ​ຄວາມ​ຜິດ+​ແລະ​ໄດ້​ຮັບ​ມໍລະດົກ​ສຳລັບ​ຄົນ​ທີ່​ຖືກ​ເຮັດ​ໃຫ້​ບໍລິສຸດ* ຍ້ອນ​ເຂົາເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ຂ້ອຍ.’ 19  ກະສັດ​ອັກກິບປາ ຍ້ອນ​ແນວ​ນີ້​ຂ້ອຍ​ຈຶ່ງ​ເຮັດ​ຕາມ​ນິມິດ​ທີ່​ຂ້ອຍ​ໄດ້​ຮັບ​ຈາກ​ສະຫວັນ. 20  ຂ້ອຍ​ໄປ​ປະກາດ​ກັບ​ຄົນ​ໃນ​ເມືອງ​ດາມາເຊ+​ກ່ອນ ແລ້ວ​ກໍ​ປະກາດ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ+​ແລະ​ຄົນ​ທົ່ວ​ແຂວງ​ຢູດາຍ. ຈາກນັ້ນ​ກໍ​ປະກາດ​ກັບ​ຄົນ​ຕ່າງ​ຊາດ​ນຳ​ອີກ. ຂ້ອຍ​ບອກ​ໃຫ້​ເຂົາເຈົ້າ​ກັບໃຈ​ແລະ​ນະມັດສະການ​ພະເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ສະແດງ​ວ່າ​ເຂົາເຈົ້າ​ກັບໃຈ​ແທ້​ໆ​.+ 21  ຍ້ອນ​ເຫດຜົນ​ນີ້ ພວກ​ຢິວ​ຈຶ່ງ​ຈັບ​ຂ້ອຍ​ຢູ່​ວິຫານ​ແລະ​ພະຍາຍາມ​ຂ້າ​ຂ້ອຍ.+ 22  ແຕ່​ພະເຈົ້າ​ຊ່ວຍ​ຂ້ອຍ​ໄວ້ ຂ້ອຍ​ຈຶ່ງ​ໄດ້​ປະກາດ​ໃຫ້​ທັງ​ຄົນ​ທຳມະດາ​ແລະ​ຄົນ​ທີ່​ມີ​ອຳນາດ​ຟັງ​ຈົນ​ຮອດ​ມື້​ນີ້. ຂ້ອຍ​ບໍ່​ໄດ້​ເວົ້າ​ເລື່ອງ​ອື່ນ​ເລີຍ​ນອກ​ຈາກ​ເລື່ອງ​ທີ່​ພວກ​ຜູ້​ພະຍາກອນ​ແລະ​ໂມເຊ​ບອກ​ວ່າ​ຈະ​ເກີດຂຶ້ນ.+ 23  ເລື່ອງ​ນັ້ນ​ແມ່ນ​ເລື່ອງ​ທີ່​ພະຄລິດ​ຈະ​ຕ້ອງ​ທົນທຸກ​ທໍລະມານ+​ແລະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເປັນ​ຄົນ​ທຳອິດ.+ ແລ້ວ​ເພິ່ນ​ຈະ​ປະກາດ​ເລື່ອງຄວາມ​ສະຫວ່າງ​ກັບ​ຄົນ​ຊາດ​ນີ້​ແລະ​ຄົນ​ຕ່າງ​ຊາດ​ນຳ​ອີກ.”+ 24  ຕອນ​ທີ່​ໂປໂລ​ກຳລັງ​ເວົ້າ​ແກ້​ຄະດີ ເຟຊະໂຕ​ກໍ​ເວົ້າ​ສຽງ​ດັງ​ວ່າ: “ໂປໂລ ເຈົ້າ​ເປັນ​ບ້າ​ແລ້ວ! ເຈົ້າ​ຮຽນ​ຫຼາຍ​ຈົນ​ເສຍເສັ້ນ!” 25  ໂປໂລ​ເວົ້າ​ວ່າ: “ທ່ານ​ເຟຊະໂຕ​ທີ່​ນັບຖື ຂ້ອຍ​ບໍ່​ໄດ້​ເປັນ​ບ້າ. ຂ້ອຍ​ເວົ້າ​ຄວາມ​ຈິງ​ແລະ​ຍັງ​ມີ​ສະຕິ​ດີ​ຢູ່. 26  ທີ່ຈິງ ກະສັດ​ອັກກິບປາ​ຮູ້​ດີ​ເລື່ອງ​ທີ່​ຂ້ອຍ​ເວົ້າ ແລະ​ຂ້ອຍ​ກໍ​ເວົ້າ​ກັບ​ກະສັດ​ແບບ​ກົງໄປ​ກົງມາ. ຂ້ອຍ​ເຊື່ອ​ວ່າ​ບໍ່​ມີ​ຫຍັງ​ລອດ​ສາຍ​ຕາ​ຂອງ​ທ່ານ​ໄປ​ໄດ້ ຍ້ອນ​ເລື່ອງ​ນີ້​ບໍ່​ມີ​ຫຍັງ​ເປັນ​ຄວາມ​ລັບ.+ 27  ກະສັດ​ອັກກິບປາ ທ່ານ​ເຊື່ອ​ພວກ​ຜູ້​ພະຍາກອນ​ບໍ? ຂ້ອຍ​ຮູ້​ວ່າ​ທ່ານ​ເຊື່ອ.” 28  ກະສັດ​ອັກກິບປາ​ຕອບ​ໂປໂລ​ວ່າ: “ຖ້າ​ຂ້ອຍ​ຟັງ​ເຈົ້າ​ເວົ້າ​ຕໍ່​ອີກ​ໜ້ອຍ​ໜຶ່ງ ເຈົ້າ​ຄື​ຊິ​ໂນ້ມນ້າວ​ຂ້ອຍໃຫ້​ເປັນ​ຄລິດສະຕຽນ.” 29  ໂປໂລ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ອະທິດຖານ​ເຖິງ​ພະເຈົ້າ​ວ່າ ບໍ່​ຊ້າ​ກໍ​ໄວ ຂໍ​ໃຫ້​ທ່ານ​ແລະ​ທຸກ​ຄົນ​ທີ່​ຟັງ​ຂ້ອຍ​ໃນ​ມື້​ນີ້​ປ່ຽນ​ມາ​ເປັນ​ຄື​ກັບ​ຂ້ອຍ ແຕ່​ບໍ່​ແມ່ນ​ຖືກ​ລ່າມ​ໂສ້​ແບບ​ນີ້.” 30  ຈາກນັ້ນ ກະສັດ​ກັບ​ເຈົ້າແຂວງ​ແລະ​ເບນີເກ ລວມ​ທັງ​ຄົນ​ທີ່​ນັ່ງ​ຢູ່​ນຳ​ກັນ​ກໍ​ລຸກ​ຂຶ້ນ. 31  ຕອນ​ທີ່​ອອກ​ໄປ ເຂົາເຈົ້າ​ພາກັນ​ເວົ້າ​ວ່າ: “ຜູ້​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ທີ່​ສົມຄວນ​ຕາຍ​ຫຼື​ຖືກ​ຂັງ​ຄຸກ.”+ 32  ກະສັດ​ອັກກິບປາ​ເວົ້າ​ກັບ​ເຟຊະໂຕ​ວ່າ: “ຖ້າ​ຜູ້​ນີ້​ບໍ່​ໄດ້​ອຸທອນ​ຕໍ່​ກາຍຊາ ລາວ​ກໍ​ຄື​ຊິ​ຖືກ​ປ່ອຍ​ແລ້ວ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຊື່​ພະ​ເຢຊູ”
ໄມ້​ທີ່​ມີ​ເຫຼັກ​ປາຍ​ແຫຼມ​ໆ​ຢູ່​ສົ້ນ​ໜຶ່ງ​ທີ່​ໃຊ້​ແທງ​ເພື່ອ​ບັງຄັບ​ສັດ
ຫຼື “ຖືກ​ແຍກ​ໄວ້​ໃຫ້​ເປັນ​ຄົນ​ຂອງ​ພະເຈົ້າ”