ກິດຈະການຂອງອັກຄະສາວົກ 27:1-44

  • ໂປໂລ​ຂີ່​ເຮືອ​ໄປ​ເມືອງ​ໂຣມ (1-12)

  • ພາຍຸ​ພັດ​ໃສ່​ເຮືອ​ຢ່າງ​ໜັກ (13-38)

  • ເຮືອ​ແຕກ (39-44)

27  ເມື່ອ​ພວກ​ເຮົາ​ຖືກ​ຕັດສິນ​ວ່າ​ຈະ​ໃຫ້​ຂີ່​ເຮືອ​ໄປ​ປະເທດ​ອີຕາລີ+ ໂປໂລ​ກັບ​ນັກໂທດ​ບາງ​ຄົນ​ຖືກ​ສົ່ງ​ໄປ​ໃຫ້​ນາຍ​ຮ້ອຍ​ທີ່​ຊື່​ຢູລີໂອ​ທີ່​ເປັນ​ທະຫານ​ໃນ​ກອງທັບ​ໂອຄຸດໂຕ.  ພວກ​ເຮົາ​ຂຶ້ນ​ເຮືອ​ທີ່​ມາ​ຈາກ​ອາຣະມິດ​ເຊິ່ງ​ຈະ​ແລ່ນ​ໄປ​ຕາມ​ທ່າ​ເຮືອ​ຕ່າງ​ໆ​ທີ່​ລຽບ​ຕາມ​ຕາ​ຝັ່ງ​ຂອງ​ແຂວງ​ອາຊີ.* ອາຣິດຕາໂຂ+​ຄົນ​ມາເກໂດເນຍ​ເຊິ່ງ​ມາ​ຈາກ​ເມືອງ​ເທຊະໂລນິກ​ກໍ​ໄປ​ນຳ​ພວກ​ເຮົາ​ຄື​ກັນ.  ມື້​ຕໍ່​ມາ ພວກ​ເຮົາ​ຂຶ້ນ​ເຮືອ​ຢູ່​ເມືອງ​ຊີໂດນ. ຢູລີໂອ​ໃຈ​ດີ​ກັບ​ໂປໂລ​ຫຼາຍ. ລາວ​ອະນຸຍາດ​ໃຫ້​ໂປໂລ​ໄປ​ຫາ​ໝູ່​ເພື່ອ​ເຂົາເຈົ້າ​ຈະ​ເບິ່ງແຍງ​ລາວ.  ເມື່ອ​ອອກ​ເຮືອ​ຈາກ​ບ່ອນ​ນັ້ນ​ແລ້ວ ກະແສ​ລົມ​ກໍ​ຕ້ານ​ພວກ​ເຮົາ​ຫຼາຍ. ພວກ​ເຮົາ​ຈຶ່ງ​ແລ່ນ​ເຮືອ​ໄປ​ໃກ້​ໆ​ເກາະ​ໄຊປຣັດ​ໂດຍ​ໃຊ້​ເກາະ​ເປັນ​ບ່ອນ​ບັງ​ລົມ.  ຈາກນັ້ນ​ກໍ​ແລ່ນ​ເຮືອ​ຜ່ານ​ທະເລ​ໃກ້​ກັບ​ແຂວງ​ກີລີເກຍ​ແລະ​ແຂວງ​ປຳຟີເລຍ ແລ້ວ​ເຂົ້າ​ຈອດ​ຢູ່​ທ່າ​ເຮືອ​ເມືອງ​ມີຣາ​ໃນ​ແຂວງ​ລີເກຍ.  ຢູ່​ຫັ້ນ​ນາຍ​ຮ້ອຍ​ເຫັນ​ເຮືອ​ທີ່​ມາ​ຈາກ​ເມືອງ​ອາເລັກຊັນເດຍ​ກຳລັງ​ແລ່ນ​ໄປ​ປະເທດ​ອີຕາລີ ລາວ​ຈຶ່ງ​ໃຫ້​ພວກ​ເຮົາ​ຂຶ້ນ​ເຮືອ​ລຳ​ນັ້ນ.  ເຮືອ​ຂອງ​ພວກ​ເຮົາ​ແລ່ນ​ໄປ​ຊ້າ​ໆ​ເປັນ​ເວລາ​ຫຼາຍ​ມື້ ແຕ່​ໃນ​ທີ່​ສຸດ​ກໍ​ມາ​ຮອດ​ເມືອງ​ກະນີໂດ​ດ້ວຍ​ຄວາມ​ຍາກ​ລຳບາກ. ຍ້ອນ​ກະແສ​ລົມ​ຕ້ານ​ແຮງ​ຫຼາຍ ພວກ​ເຮົາ​ຈຶ່ງ​ຕ້ອງ​ແລ່ນ​ຜ່ານ​ຊັນໂມເນ* ຈາກນັ້ນ​ກໍ​ແລ່ນ​ໃກ້​ກັບ​ເກາະ​ກະເຣເຕ​ເພື່ອຫຼີກ​ກະແສ​ລົມ.  ເຮືອ​ແລ່ນ​ລຽບ​ຕາມ​ແຄມ​ຝັ່ງ​ດ້ວຍ​ຄວາມ​ຍາກ​ລຳບາກ​ຈົນ​ມາ​ຮອດ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ທ່າງາມ​ທີ່​ຢູ່​ໃກ້​ເມືອງ​ລາເຊອາ.  ພວກ​ເຮົາ​ເສຍ​ເວລາ​ໄປ​ຫຼາຍ​ແລະ​ຕອນ​ນີ້​ກໍ​ບໍ່​ປອດໄພ​ຖ້າ​ຈະ​ແລ່ນ​ເຮືອ ຍ້ອນ​ກາຍ​ເວລາ​ອົດເຂົ້າ​ໃນ​ມື້​ໄຖ່​ຄວາມ​ຜິດ*+​ແລ້ວ ໂປໂລ​ຈຶ່ງ​ແນະນຳ​ເຂົາເຈົ້າ​ວ່າ: 10  “ທ່ານ​ທັງ​ຫຼາຍ ຂ້ອຍ​ເຫັນ​ວ່າ​ຖ້າ​ເດີນ​ທາງ​ຕໍ່​ໄປ​ຈະ​ເກີດ​ຄວາມ​ເສຍຫາຍ​ຫຼາຍ​ແທ້​ໆ​ ບໍ່​ແມ່ນ​ແຕ່​ສິນຄ້າ​ກັບ​ເຮືອ​ເທົ່າ​ນັ້ນ ແຕ່​ຈະ​ເປັນ​ອັນຕະລາຍ​ຕໍ່​ຊີວິດ​ຂອງ​ພວກ​ເຮົາ​ນຳ.” 11  ແຕ່​ນາຍ​ຮ້ອຍ​ເຊື່ອ​ກັບ​ຕັນແລະ​ເຈົ້າ​ຂອງ​ເຮືອຫຼາຍ​ກວ່າ​ໂປໂລ. 12  ຍ້ອນ​ວ່າ​ບໍ່​ເໝາະ​ທີ່​ຈະ​ຈອດ​ເຮືອ​ຢູ່​ທ່າງາມ​ໃນ​ຍາມ​ໜາວ ຄົນ​ສ່ວນ​ຫຼາຍ​ຈຶ່ງ​ແນະນຳ​ໃຫ້​ອອກ​ເຮືອ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ຄິດ​ວ່າ​ຄວນ​ຈະ​ໄປ​ຈອດ​ຢູ່​ເມືອງ​ໂຟນິກ​ດີ​ກວ່າ ຍ້ອນ​ບ່ອນ​ນັ້ນ​ເປັນ​ທ່າ​ເຮືອ​ຂອງ​ເກາະ​ກະເຣເຕ​ທີ່​ປິ່ນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ອອກ​ສ່ຽງ​ເໜືອ​ແລະ​ທິດ​ຕາເວັນ​ອອກ​ສ່ຽງ​ໃຕ້. 13  ເມື່ອ​ມີ​ລົມ​ຈາກ​ທິດໃຕ້​ພັດ​ມາ​ຄ່ອຍ​ໆ​ ເຂົາເຈົ້າ​ກໍ​ຄິດ​ວ່າ​ຈະ​ໄປ​ເມືອງ​ໂຟນິກ​ໄດ້​ຕາມ​ທີ່​ຕັ້ງໃຈ​ໄວ້. ເຂົາເຈົ້າ​ດຶງ​ສະໝໍ​ຂຶ້ນ​ແລ້ວ​ແລ່ນ​ລຽບ​ຕາມ​ແຄມ​ຝັ່ງ​ຂອງ​ເກາະ​ກະເຣເຕ 14  ແຕ່​ແລ່ນ​ໄປ​ໄດ້​ບໍ່​ດົນ​ກໍ​ເຈິ​ພາຍຸ​ໃຫຍ່​ທີ່​ເອີ້ນ​ວ່າ​ຢູຣາກີໂລ.* 15  ເມື່ອ​ເຮືອ​ຖືກ​ພາຍຸ​ພັດ​ໃສ່​ບັກ​ແຮງ​ໆ​ແລະ​ແລ່ນ​ຜ່າ​ລົມ​ຕໍ່​ໄປ​ບໍ່​ໄຫວ ພວກ​ເຮົາ​ຈຶ່ງ​ປ່ອຍ​ໃຫ້​ເຮືອ​ລອຍ​ໄປ​ຕາມ​ລົມ. 16  ແລ້ວ​ພວກ​ເຮົາ​ກໍ​ມາ​ໃກ້​ເກາະ​ນ້ອຍ​ໆ​ທີ່​ຊື່​ກາວດາ ແລະ​ເກາະ​ນັ້ນ​ເປັນ​ບ່ອນ​ບັງ​ລົມ​ໃຫ້​ພວກ​ເຮົາ ແຕ່​ເຖິງ​ປານ​ນັ້ນ​ເຮືອ​ນ້ອຍ*​ທີ່​ພ່ວງ​ມາ​ນຳ​ກໍ​ເກືອບ​ຫຼຸດ. 17  ເຂົາເຈົ້າ​ຍົກ​ເຮືອ​ນ້ອຍ​ຂຶ້ນ​ມາ ແລ້ວ​ກໍ​ເອົາ​ເຊືອກ​ສອດ​ກ້ອງ​ເຮືອ​ໃຫຍ່​ມັດ​ອ້ອມ​ລຳ​ໄວ້​ເພື່ອ​ບໍ່​ໃຫ້​ມັນ​ແຕກ ຈາກນັ້ນ​ໄດ້​ດຶງ​ເຊືອກ​ເພື່ອໃຫ້​ໃບ​ເຮືອ​ຕ່ຳ​ລົງແລະ​ປ່ອຍ​ໃຫ້​ເຮືອ​ຖືກ​ພັດ​ໄປ​ຕາມ​ລົມ ເພາະ​ຢ້ານ​ວ່າ​ເຮືອ​ຈະ​ຄາ​ຢູ່​ອ່າວ​ຊີຣະຕີ.* 18  ເຮືອ​ຖືກ​ພາຍຸ​ໃຫຍ່​ພັດ​ໃສ່​ບັກ​ແຮງ​ໆ​. ມື້​ຕໍ່​ມາ ເຂົາເຈົ້າ​ຈຶ່ງ​ເອົາ​ເຄື່ອງ​ຖິ້ມ​ລົງ​ທະເລ​ເພື່ອ​ໃຫ້​ເຮືອ​ເບົາ​ລົງ. 19  ເມື່ອ​ຮອດ​ມື້​ທີ 3 ເຂົາເຈົ້າ​ກໍ​ເອົາ​ອຸປະກອນ​ເດີນ​ເຮືອ​ບາງ​ສ່ວນ​ຖິ້ມນຳ. 20  ພວກ​ເຮົາ​ຍັງ​ຖືກ​ພາຍຸ​ໃຫຍ່​ພັດ​ໃສ່​ບັກ​ແຮງ​ໆ​ແລະ​ບໍ່​ເຫັນ​ຕາເວັນ​ບໍ່​ເຫັນ​ດາວ​ຫຼາຍ​ມື້. ພວກ​ເຮົາ​ເລີ່ມ​ຄິດ​ວ່າ​ຄື​ຊິ​ບໍ່​ລອດ​ແລ້ວ. 21  ຫຼັງ​ຈາກ​ທຸກ​ຄົນ​ບໍ່​ໄດ້​ກິນ​ເຂົ້າ​ຫຼາຍ​ມື້ ໂປໂລ​ຢືນ​ຂຶ້ນ​ແລະ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຄວນ​ຈະ​ຟັງ​ຄຳ​ແນະນຳ​ຂອງ​ຂ້ອຍ​ທີ່​ບອກ​ວ່າ ຢ່າ​ເອົາ​ເຮືອ​ອອກ​ຈາກ​ເກາະ​ກະເຣເຕ​ຈຶ່ງ​ບໍ່​ຕ້ອງ​ມາ​ເຈິ​ຄວາມ​ເສຍຫາຍ​ແບບ​ນີ້.+ 22  ຕອນນີ້ ພວກ​ເຈົ້າ​ບໍ່​ຕ້ອງ​ຢ້ານ. ພວກ​ເຈົ້າ​ຈະ​ບໍ່​ຕາຍ​ຈັກ​ຄົນ ມີ​ແຕ່​ຈະ​ເສຍ​ເຮືອ​ເທົ່າ​ນັ້ນ. 23  ມື້​ຄືນ​ນີ້​ທູດສະຫວັນ+​ຂອງ​ພະເຈົ້າ​ທີ່​ຂ້ອຍ​ຮັບໃຊ້​ແລະ​ນະມັດສະການ​ໄດ້​ມາ​ຢືນ​ຢູ່​ໃກ້​ໆ​ຂ້ອຍ 24  ແລ້ວ​ເວົ້າ​ວ່າ ‘ໂປໂລ ບໍ່​ຕ້ອງ​ຢ້ານ. ເຈົ້າ​ຈະ​ຕ້ອງ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ກາຍຊາ.*+ ພະເຈົ້າ​ຈະ​ໃຫ້​ທຸກ​ຄົນ​ທີ່​ມາ​ກັບ​ເຈົ້າ​ໃນ​ເຮືອ​ລອດ​ຊີວິດ​ຄື​ກັນ.’ 25  ດັ່ງນັ້ນ ພວກ​ເຈົ້າ​ບໍ່​ຕ້ອງ​ຢ້ານ. ຂ້ອຍ​ເຊື່ອ​ວ່າ​ທຸກ​ຢ່າງ​ຈະ​ເປັນ​ໄປ​ຕາມ​ທີ່​ພະເຈົ້າ​ບອກ​ຂ້ອຍ​ແທ້​ໆ​. 26  ແຕ່​ພວກ​ເຮົາ​ຈະ​ຕ້ອງ​ຖືກ​ຊັດ​ຂຶ້ນ​ຝັ່ງ​ຢູ່​ເກາະ​ໜຶ່ງ.”+ 27  ເມື່ອ​ຮອດ​ຄືນ​ທີ 14 ພວກ​ເຮົາ​ຖືກ​ຄື້ນ​ຊັດ​ໄປ​ຊັດ​ມາຢູ່​ໃນ​ທະເລ​ອະດີອາ. ເມື່ອ​ຮອດ​ທ່ຽງ​ຄືນ ພວກ​ລູກ​ເຮືອ​ກໍ​ເລີ່ມ​ຮູ້ສຶກ​ວ່າ​ມີ​ແຜ່ນດິນ​ຢູ່​ໃກ້​ໆ​. 28  ເຂົາເຈົ້າຢັ່ງ​ເບິ່ງຄວາມ​ເລິກ​ແລະ​ແທກ​ໄດ້​ປະມານ 36 ແມັດ* ເມື່ອ​ຫຍັບ​ໄປ​ອີກ​ໜ້ອຍ​ໜຶ່ງ​ກໍ​ແທກ​ໄດ້​ປະມານ 27 ແມັດ.* 29  ເຂົາເຈົ້າ​ຢ້ານ​ວ່າ​ເຮືອ​ຈະ​ຕຳ​ໂງ່ນ​ຫີນ ເຂົາເຈົ້າ​ຈຶ່ງ​ໂຍນ​ສະໝໍ 4 ອັນ​ທີ່​ຢູ່​ທ້າຍ​ເຮືອ​ລົງ ແລ້ວ​ຂໍ​ໃຫ້​ແຈ້ງ​ໄວ​ໆ​. 30  ແຕ່​ພວກ​ລູກ​ເຮືອ​ພະຍາຍາມ​ຫາ​ທາງ​ໜີ​ຈາກ​ເຮືອ ເຂົາເຈົ້າ​ກໍ​ເລີຍ​ຢ່ອນ​ເຮືອ​ນ້ອຍ​ລົງ​ທະເລ​ເຮັດ​ຄື​ກັບ​ວ່າ​ຈະ​ໂຍນ​ສະໝໍ​ທີ່​ຢູ່​ຫົວ​ເຮືອ​ລົງ. 31  ໂປໂລ​ຈຶ່ງ​ເວົ້າ​ກັບ​ພວກ​ນາຍ​ຮ້ອຍ​ແລະ​ພວກ​ທະຫານ​ວ່າ: “ຖ້າ​ພວກ​ນັ້ນ​ບໍ່​ຢູ່​ໃນ​ເຮືອ ພວກ​ເຈົ້າ​ກໍ​ຈະ​ບໍ່​ລອດ.”+ 32  ພວກ​ທະຫານ​ຈຶ່ງ​ຕັດ​ເຊືອກ​ທີ່​ມັດ​ເຮືອ​ນ້ອຍ​ແລະ​ປ່ອຍ​ໃຫ້​ມັນ​ລອຍ​ໄປ. 33  ຕອນ​ໃກ້​ຊິ​ແຈ້ງ ໂປໂລ​ແນະນຳ​ທຸກ​ຄົນ​ໃຫ້ກິນ​ເຂົ້າ​ໂດຍ​ເວົ້າ​ວ່າ: “ພວກ​ເຈົ້າ​ຖ້າ​ຢ່າງ​ກະວົນ​ກະວາຍ​ແລະ​ບໍ່​ກິນ​ຫຍັງມາ​ໄດ້ 14 ມື້​ແລ້ວ. 34  ກິນ​ຫຍັງ​ແດ່​ແມ້​ເພື່ອ​ໂຕ​ຂອງ​ພວກ​ເຈົ້າ​ເອງ. ຊິ​ບໍ່​ມີ​ໃຜ​ເປັນ​ຫຍັງ​ດອກ.” 35  ເມື່ອ​ເວົ້າ​ຈົບ​ແລ້ວ ໂປໂລ​ກໍ​ຈັບ​ເອົາ​ເຂົ້າຈີ່​ແລະ​ອະທິດຖານ​ຂອບໃຈ​ພະເຈົ້າ​ຕໍ່​ໜ້າ​ທຸກ​ຄົນ ແລ້ວ​ຫັກ​ເຂົ້າຈີ່​ມາ​ກິນ. 36  ທຸກ​ຄົນ​ຈຶ່ງ​ມີ​ກຳລັງ​ໃຈ​ແລ້ວ​ກໍ​ກິນເຂົ້າ. 37  ພວກ​ເຮົາ​ທີ່​ຢູ່​ໃນ​ເຮືອ​ມີ​ທັງ​ໝົດ 276 ຄົນ. 38  ເມື່ອ​ກິນ​ເຂົ້າ​ອີ່ມ​ແລ້ວ ເຂົາເຈົ້າ​ກໍ​ເອົາ​ເຂົ້າ​ທີ່​ຂົນ​ໃສ່​ເຮືອ​ມາ​ນັ້ນ​ຖິ້ມ​ລົງ​ທະເລ​ເພື່ອ​ໃຫ້​ເຮືອ​ເບົາ​ລົງ.+ 39  ເມື່ອ​ແຈ້ງ​ແລ້ວ ເຂົາເຈົ້າ​ກໍ​ເຫັນ​ແຜ່ນດິນ​ແຕ່​ບໍ່​ຮູ້​ວ່າ​ຢູ່​ໃສ.+ ເຂົາເຈົ້າ​ແນມ​ໄປ​ເຫັນ​ອ່າວ​ໜຶ່ງ​ທີ່​ມີ​ຫາດ​ຈຶ່ງ​ຕັ້ງໃຈ​ຈະ​ເອົາ​ເຮືອ​ໄປ​ຄາ​ຢູ່​ຫັ້ນ. 40  ເຂົາເຈົ້າ​ຕັດ​ສະໝໍ​ຖິ້ມ​ລົງ​ທະເລ​ແລະ​ແກ້​ເຊືອກ​ມັດ​ຫາງ​ເສືອ ແລ້ວ​ຊັກ​ໃບ​ເຮືອ​ທີ່​ຢູ່​ຫົວ​ເຮືອ​ໃຫ້ພື​ອອກເພື່ອ​ໃຫ້​ລົມ​ພັດ​ເຮືອ​ເຂົ້າ​ໄປ​ຫາດ​ນັ້ນ. 41  ເມື່ອ​ເຮືອ​ມາ​ຈຸ​ກັບ​ໂນນ​ຊາຍ​ຢູ່​ພື້ນ​ນ້ຳ ມັນ​ກໍ​ຄາ​ຢູ່​ຫັ້ນ​ແລະ​ຫົວ​ເຮືອ​ກໍ​ເໜັງ​ບໍ່​ໄດ້ ສ່ວນ​ທ້າຍ​ເຮືອ​ກໍ​ຖືກ​ຄື້ນ​ຊັດ​ຈົນ​ເລີ່ມ​ແຕກ​ເປັນ​ປ່ຽງ​ໆ​.+ 42  ພວກ​ທະຫານ​ຄິດ​ຈະ​ຂ້າ​ພວກ​ນັກໂທດ​ເພື່ອ​ບໍ່​ໃຫ້​ຜູ້​ໃດ​ລອຍ​ນ້ຳ​ໜີ. 43  ແຕ່​ນາຍ​ຮ້ອຍ​ຕັ້ງໃຈ​ຈະ​ຊ່ວຍ​ຊີວິດ​ໂປໂລ​ຈຶ່ງ​ຫ້າມ​ເຂົາເຈົ້າ​ບໍ່​ໃຫ້​ເຮັດ​ແບບ​ນັ້ນ. ລາວ​ສັ່ງ​ຄົນ​ທີ່​ລອຍ​ນ້ຳ​ໄດ້​ໃຫ້​ໂດດ​ລົງ​ທະເລ​ແລ້ວ​ລອຍ​ເຂົ້າ​ແຄມ​ຝັ່ງ​ກ່ອນ 44  ແລະ​ບອກ​ຄົນ​ທີ່​ເຫຼືອ​ໃຫ້​ນຳ​ໄປ. ບາງ​ຄົນ​ກອດ​ໄມ້​ແປ້ນ​ໄປ​ແລະ​ບາງ​ຄົນ​ກອດ​ສ່ວນ​ຕ່າງ​ໆ​ຂອງ​ເຮືອ​ໄປ ແລ້ວ​ທຸກ​ຄົນ​ກໍເຂົ້າ​ຝັ່ງ​ໄດ້​ຢ່າງ​ປອດໄພ.+

ຂໍຄວາມໄຂເງື່ອນ

ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ
ໝາຍເຖິງ​ແຫຼມ​ໜຶ່ງ​ຂອງ​ເກາະ​ກະເຣເຕ
ຢູ່​ໃນ​ເດືອນ​ທິຊີ​ເຊິ່ງ​ກົງ​ກັບ​ເດືອນ​ກັນຍາ​ຫຼື​ເດືອນ​ຕຸລາ ເປັນ​ໄລຍະ​ທີ່​ເລີ່ມ​ມີ​ຝົນ​ແລະ​ຄື້ນ​ລົມ​ແຮງ
ໝາຍເຖິງ​ລົມ​ຕາເວັນ​ອອກ​ສ່ຽງ​ເໜືອ
ໃຊ້​ເປັນ​ເຮືອ​ຊູ​ຊີບ​ໄດ້
ຫຼື “ຈັກກະພັດ​ໂຣມ”
ຫຼື “20 ຟາທອມ.” ເບິ່ງ​ພາກ​ຜະໜວກ ຂ14.
ຫຼື “15 ຟາທອມ”