ກິດຈະການຂອງອັກຄະສາວົກ 4:1-37
4 ຕອນທີ່ເປໂຕກັບໂຢຮັນກຳລັງເວົ້າກັບປະຊາຊົນ ພວກປະໂລຫິດກັບຫົວໜ້າເຈົ້າໜ້າທີ່ເບິ່ງແຍງວິຫານແລະພວກຊາດູກາຍ+ກໍເຂົ້າມາ.
2 ເຂົາເຈົ້າໃຈຮ້າຍຍ້ອນອັກຄະສາວົກ* 2 ຄົນນັ້ນສອນປະຊາຊົນແລະປະກາດເລື່ອງການຄືນມາຈາກຕາຍຂອງພະເຢຊູໃຫ້ຄົນຮູ້.+
3 ເຂົາເຈົ້າຈຶ່ງຂັງ 2 ຄົນນັ້ນໄວ້+ຈົນຮອດມື້ຕໍ່ມາເພາະຕອນນັ້ນຄ່ຳແລ້ວ.
4 ເຖິງຈະເປັນແນວນັ້ນ ຫຼາຍຄົນທີ່ຟັງເຂົາເຈົ້າປະກາດກໍໄດ້ເຊື່ອ ແລະຈຳນວນຜູ້ຊາຍທີ່ເປັນລູກສິດກໍເພີ່ມເປັນປະມານ 5.000 ຄົນ.+
5 ໃນມື້ຕໍ່ມາ ພວກຫົວໜ້າປະຊາຊົນກັບພວກຜູ້ນຳຄົນຢິວແລະພວກຄູສອນສາສະໜາກໍມາປະຊຸມກັນໃນເມືອງເຢຣູຊາເລັມ
6 ລວມທັງອັນນາ+ທີ່ເປັນຫົວໜ້າປະໂລຫິດ ກາຢະຟາ+ ໂຢຮັນ ອາເລັກຊັນເດີ ແລະຍາດຕິພີ່ນ້ອງທຸກຄົນຂອງຫົວໜ້າປະໂລຫິດ.
7 ເຂົາເຈົ້າໃຫ້ເປໂຕກັບໂຢຮັນຢືນຢູ່ຕໍ່ໜ້າເຂົາເຈົ້າແລ້ວຖາມວ່າ: “ພວກເຈົ້າເຮັດແບບນີ້ດ້ວຍອຳນາດຫຼືໃນນາມຂອງຜູ້ໃດ?”
8 ແລ້ວເປໂຕກໍໄດ້ຮັບພະລັງບໍລິສຸດ+ແລະເວົ້າກັບເຂົາເຈົ້າວ່າ:
“ຫົວໜ້າປະຊາຊົນແລະຜູ້ນຳຄົນຢິວທັງຫຼາຍ
9 ຖ້າມື້ນີ້ພວກເຈົ້າຈະສອບສວນພວກເຮົາໃນເລື່ອງດີໆທີ່ເກີດຂຶ້ນກັບຄົນທີ່ເປັນລ່ອຍຜູ້ນີ້+ວ່າລາວເຊົາໄດ້ແນວໃດ
10 ໃຫ້ພວກເຈົ້າແລະຄົນອິດສະຣາເອນທຸກຄົນຮູ້ໄວ້ວ່າ ພວກເຮົາປົວຜູ້ຊາຍຄົນນີ້ໃນນາມຂອງພະເຢຊູຄລິດຄົນນາຊາເຣັດ.+ ໂດຍທາງເພິ່ນ ຜູ້ຊາຍຄົນນີ້ທີ່ກຳລັງຢືນຢູ່ຕໍ່ໜ້າພວກເຈົ້າຈຶ່ງດີເປັນປົກກະຕິ. ພະເຢຊູຜູ້ນີ້ແມ່ນຜູ້ທີ່ພວກເຈົ້າໄດ້ປະຫານເທິງເສົາ+ ແຕ່ພະເຈົ້າໄດ້ປຸກເພິ່ນໃຫ້ຄືນມາຈາກຕາຍແລ້ວ.+
11 ພະເຢຊູຜູ້ນີ້ເປັນ ‘ຫີນທີ່ພວກເຈົ້າທີ່ເປັນຊ່າງກໍ່ສ້າງໄດ້ຖິ້ມແລ້ວໄດ້ກາຍມາເປັນຫີນຫົວແຈຫຼັກ.’*+
12 ໃຫ້ພວກເຈົ້າຮູ້ໄວ້ວ່າ ບໍ່ມີໃຜຈະຊ່ວຍມະນຸດໃຫ້ລອດໄດ້ນອກຈາກພະເຢຊູຜູ້ດຽວ ຍ້ອນພະເຈົ້າບໍ່ໃຫ້ມີຜູ້ອື່ນ*+ໃນໂລກນີ້ທີ່ຈະຊ່ວຍພວກເຮົາໃຫ້ລອດໄດ້.”+
13 ເມື່ອເຂົາເຈົ້າເຫັນເປໂຕກັບໂຢຮັນເວົ້າຢ່າງກ້າຫານແລະຮູ້ວ່າທັງສອງເປັນຄົນທຳມະດາແລະບໍ່ມີການສຶກສາ*+ ເຂົາເຈົ້າກໍແປກໃຈຫຼາຍ ແຕ່ກໍຄິດພໍ້ວ່າ 2 ຄົນນີ້ເຄີຍຢູ່ກັບພະເຢຊູ.+
14 ເມື່ອເຂົາເຈົ້າເຫັນຄົນທີ່ເປັນລ່ອຍທີ່ດີເປັນປົກກະຕິຢືນຢູ່ກັບ 2 ຄົນນີ້+ ເຂົາເຈົ້າກໍແຮ່ງເວົ້າຫຍັງບໍ່ອອກ.+
15 ເຂົາເຈົ້າສັ່ງ 3 ຄົນນີ້ໃຫ້ອອກໄປນອກຫ້ອງປະຊຸມຂອງສານຊັນເຮດຣິນ ແລ້ວເຂົາເຈົ້າກໍປຶກສາກັນວ່າ:
16 “ພວກເຮົາຈະເຮັດແນວໃດກັບ 2 ຄົນນີ້?+ ຍ້ອນຄົນທີ່ຢູ່ໃນເມືອງເຢຣູຊາເລັມຮູ້ເລື່ອງທີ່ໜ້າອັດສະຈັນທີ່ເຂົາເຈົ້າໄດ້ເຮັດ+ ແລະພວກເຮົາກໍປະຕິເສດບໍ່ໄດ້.
17 ແຕ່ເພື່ອບໍ່ໃຫ້ເລື່ອງແພ່ອອກໄປໃນພວກປະຊາຊົນຫຼາຍກວ່ານີ້ ໃຫ້ພວກເຮົາຂູ່ 2 ຄົນນີ້ບໍ່ໃຫ້ເວົ້າເຖິງຊື່ນັ້ນກັບຜູ້ໃດອີກ.”+
18 ເຂົາເຈົ້າເອີ້ນເປໂຕກັບໂຢຮັນເຂົ້າມາ ແລະສັ່ງໃຫ້ທັງສອງຄົນເຊົາເວົ້າກ່ຽວກັບພະເຢຊູຫຼືເຊົາສອນໃນນາມຂອງເພິ່ນ.
19 ແຕ່ເປໂຕກັບໂຢຮັນບອກເຂົາເຈົ້າວ່າ: “ພະເຈົ້າຈະຖືວ່າຖືກຕ້ອງບໍຖ້າພວກເຮົາເຊື່ອຟັງພວກເຈົ້າແທນທີ່ຈະເຊື່ອຟັງພະເຈົ້າ ໃຫ້ພວກເຈົ້າຕັດສິນເອົາເອງ.
20 ແຕ່ພວກເຮົາເຊົາເວົ້າເລື່ອງທີ່ໄດ້ເຫັນແລະໄດ້ຍິນນັ້ນບໍ່ໄດ້.”+
21 ເຂົາເຈົ້າຂູ່ເປໂຕກັບໂຢຮັນອີກເທື່ອໜຶ່ງແລ້ວກໍປ່ອຍໄປ ຍ້ອນບໍ່ມີສາເຫດທີ່ຈະລົງໂທດແລະທັງຢ້ານປະຊາຊົນນຳ+ ເພາະທຸກຄົນໄດ້ສັນລະເສີນພະເຈົ້າຍ້ອນເຫດການນັ້ນ.
22 ຄົນເປັນລ່ອຍທີ່ເຊົາຈາກພະຍາດຢ່າງອັດສະຈັນນັ້ນອາຍຸຫຼາຍກວ່າ 40 ປີແລ້ວ.
23 ເມື່ອ 2 ຄົນຖືກປ່ອຍແລ້ວ ເຂົາເຈົ້າກໍໄປຫາລູກສິດຄົນອື່ນໆ ແລະເລົ່າວ່າພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວໄດ້ເວົ້າຫຍັງກັບເຂົາເຈົ້າແດ່.
24 ເມື່ອໄດ້ຍິນແບບນັ້ນ ທຸກຄົນທີ່ຢູ່ຫັ້ນພ້ອມໃຈກັນອະທິດຖານເຖິງພະເຈົ້າວ່າ:
“ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ ພະອົງເປັນຜູ້ສ້າງຟ້າ ໂລກ ທະເລ ແລະທຸກສິ່ງທີ່ຢູ່ໃນບ່ອນເຫຼົ່ານັ້ນ.+
25 ພະອົງໃຊ້ພະລັງບໍລິສຸດເວົ້າຜ່ານທາງດາວິດຜູ້ຮັບໃຊ້ຂອງພະອົງທີ່ເປັນປູ່ຍ່າຕານາຍຂອງພວກເຮົາ+ວ່າ ‘ເປັນຫຍັງປະເທດຕ່າງໆຈຶ່ງຮູ້ສຶກບໍ່ພໍໃຈ? ເປັນຫຍັງຄົນຈຶ່ງຄິດວາງແຜນແຕ່ເລື່ອງທີ່ບໍ່ມີປະໂຫຍດ?
26 ພວກກະສັດໃນໂລກຕັ້ງໂຕເປັນສັດຕູ ແລະພວກຜູ້ປົກຄອງກໍລວມໂຕກັນ*ເພື່ອຕໍ່ຕ້ານພະເຢໂຫວາ*ແລະຜູ້ທີ່ເພິ່ນແຕ່ງຕັ້ງ.’*+
27 ແລ້ວກໍເປັນແບບນັ້ນແທ້ໆ ທັງເຮໂຣດກັບປົນຕີໂອປີລາດ+ ແລະຄົນຕ່າງຊາດກັບຄົນອິດສະຣາເອນໄດ້ມາລວມກັນໃນເມືອງນີ້ ເພື່ອຕໍ່ຕ້ານຜູ້ຮັບໃຊ້ທີ່ບໍລິສຸດຂອງພະອົງ ເຊິ່ງແມ່ນພະເຢຊູຜູ້ທີ່ພະອົງເລືອກໄວ້.+
28 ເຂົາເຈົ້າເຮັດແບບທີ່ພະອົງໄດ້ບອກໄວ້ລ່ວງໜ້າ. ສິ່ງນີ້ເກີດຂຶ້ນຍ້ອນພະອົງມີອຳນາດແລະຍ້ອນເປັນຄວາມຕັ້ງໃຈຂອງພະອົງ.+
29 ພະເຢໂຫວາ* ເບິ່ງແມ້ ເຂົາເຈົ້າກຳລັງຂູ່ພວກເຮົາ. ຂໍຊ່ວຍພວກເຮົາທີ່ເປັນທາດຂອງພະອົງໃຫ້ກ້າປະກາດຄຳສອນຂອງພະອົງຕໍ່ໆໄປ
30 ແລະຂໍພະອົງເດ່ມືອອກປົວພະຍາດແລະໃຫ້ມີການອັດສະຈັນແລະປາຕິຫານຕໍ່ໆໄປ+ໃນນາມຂອງພະເຢຊູຜູ້ຮັບໃຊ້ທີ່ບໍລິສຸດຂອງພະອົງ.”+
31 ເມື່ອເຂົາເຈົ້າອ້ອນວອນເຖິງພະເຈົ້າ*ແລ້ວ ບ່ອນທີ່ເຂົາເຈົ້າປະຊຸມກັນກໍສັ່ນສະເທືອນ ແລະເຂົາເຈົ້າທຸກຄົນກໍໄດ້ຮັບພະລັງບໍລິສຸດ+ແລະປະກາດຄຳສອນຂອງພະເຈົ້າຕໍ່ໆໄປຢ່າງກ້າຫານ.+
32 ແລ້ວລູກສິດກຸ່ມໃຫຍ່ກໍເປັນນ້ຳໜຶ່ງໃຈດຽວກັນ. ບໍ່ມີໃຜຖືວ່າສິ່ງທີ່ເຂົາເຈົ້າມີເປັນຂອງໂຕເອງ ແຕ່ເຂົາເຈົ້າເອົາສິ່ງຂອງທີ່ມີມາລວມກັນເປັນກອງກາງ.+
33 ພວກອັກຄະສາວົກກໍປະກາດເລື່ອງການຄືນມາຈາກຕາຍຂອງພະເຢຊູຜູ້ເປັນນາຍຕໍ່ໆໄປຢ່າງມີພະລັງ+ ແລະເຂົາເຈົ້າທຸກຄົນໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າ.
34 ໃນເຂົາເຈົ້າບໍ່ມີຜູ້ໃດຂາດເຂີນ+ ຍ້ອນຄົນທີ່ມີດິນຫຼືມີເຮືອນກໍເອົາໄປຂາຍ ແລ້ວເອົາເງິນນັ້ນ
35 ມາໃຫ້ພວກອັກຄະສາວົກ+ ເພື່ອເອົາໄປໃຫ້ແຕ່ລະຄົນທີ່ຂາດເຂີນ.+
36 ມີຜູ້ໜຶ່ງຊື່ໂຢເຊັບທີ່ພວກອັກຄະສາວົກເອີ້ນວ່າບາຣະນາບາ+ (ແປວ່າ “ຜູ້ໃຫ້ກຳລັງໃຈ”). ລາວເປັນຄົນໃນຕະກູນເລວີແລະເກີດຢູ່ເກາະໄຊປຣັດ.
37 ລາວເອົາດິນຕອນໜຶ່ງຂອງໂຕເອງໄປຂາຍ ແລ້ວເອົາເງິນມາໃຫ້ພວກອັກຄະສາວົກ.+
ຂໍ ຄວາມ ໄຂ ເງື່ອນ
^ ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
^ ເບິ່ງຄຳວ່າ “ຫີນຫົວແຈ” ໃນສ່ວນອະທິບາຍຄຳສັບ
^ ແປຕາມໂຕວ່າ “ຊື່ອື່ນ”
^ ໝາຍເຖິງບໍ່ໄດ້ຮຽນໃນໂຮງຮຽນສອນສາສະໜາຂອງຄົນຢິວ ແຕ່ບໍ່ໄດ້ໝາຍຄວາມວ່າເຂົາເຈົ້າບໍ່ຮູ້ໜັງສື
^ ຫຼື “ວາງແຜນຮ້າຍນຳກັນ”
^ ເບິ່ງພາກຜະໜວກ ກ5
^ ຫຼື “ພະຄລິດຂອງເພິ່ນ; ເມຊີອາຂອງເພິ່ນ”
^ ເບິ່ງພາກຜະໜວກ ກ5
^ ຫຼື “ເມື່ອເຂົາເຈົ້າອະທິດຖານເຖິງພະເຈົ້າຢ່າງຈິງຈັງ”