ກິດຈະການຂອງອັກຄະສາວົກ 6:1-15

  • ເລືອກ​ຜູ້​ຊາຍ 7 ຄົນ​ໃຫ້​ເບິ່ງແຍງ​ວຽກ (1-7)

  • ຊະເຕຟາໂນ​ຖືກ​ກ່າວ​ຫາ​ວ່າ​ໝິ່ນ​ປະໝາດ​ພະເຈົ້າ (8-15)

6  ໃນ​ໄລຍະ​ນັ້ນ​ພວກ​ລູກສິດມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. ມີ​ເທື່ອໜຶ່ງ ລູກສິດ​ຄົນ​ຢິວ​ທີ່​ເວົ້າ​ພາສາ​ກຣີກ​ໄດ້​ຈົ່ມ​ໃຫ້​ລູກສິດ​ຄົນ​ຢິວ​ທີ່​ເວົ້າ​ພາສາ​ເຮັບເຣີ ຍ້ອນ​ພວກ​ແມ່ໝ້າຍ​ທີ່​ເວົ້າ​ພາສາ​ກຣີກ​ບໍ່​ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ການ​ແຈກຢາຍ​ຂອງກິນ​ແຕ່​ລະ​ມື້.+  ອັກຄະ​ສາວົກ* 12 ຄົນ​ຈຶ່ງ​ເອີ້ນ​ພວກ​ລູກສິດ​ທັງໝົດ​ມາ​ປະຊຸມ​ກັນ​ແລ້ວ​ເວົ້າ​ວ່າ: “ພວກ​ເຮົາຊິ​ປະ​ການ​ສອນ​ຄຳສອນ​ຂອງ​ພະເຈົ້າ ແລ້ວ​ໄປ​ແຈກຢາຍ​ຂອງກິນ ມັນ​ກະ​ບໍ່​ແມ່ນ​ແນວ​ເຮັດ​ຕີ້.+  ດັ່ງນັ້ນ ພີ່ນ້ອງ​ເອີ້ຍ ໃຫ້​ເລືອກ​ຜູ້​ຊາຍ 7 ຄົນ​ໃນ​ພວກ​ເຈົ້າ​ທີ່​ມີ​ຊື່ສຽງ​ດີ+​ທີ່​ໄດ້​ຮັບພະລັງ​ຂອງ​ພະເຈົ້າ​ແລະມີ​ສະຕິປັນຍາ+ ແລ້ວ​ພວກ​ເຮົາ​ຈະ​ແຕ່ງຕັ້ງ​ເຂົາເຈົ້າ​ໃຫ້​ເບິ່ງແຍງ​ວຽກ​ທີ່​ຈຳເປັນ​ນີ້.+  ພວກ​ເຮົາ​ຈະ​ໄດ້​ທຸ່ມເທ​ໂຕ​ໃນ​ການ​ອະທິດຖານ​ແລະ​ສອນ​ຄຳສອນ​ຂອງ​ພະເຈົ້າ.”  ໝົດ​ທຸກ​ຄົນ​ກໍ​ເຫັນດີ​ກັບ​ຂໍ້​ສະເໜີ​ນີ້ ເຂົາເຈົ້າ​ຈຶ່ງ​ເລືອກ​ຊະເຕຟາໂນ​ເຊິ່ງ​ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ໄດ້​ຮັບ​ພະລັງ​ບໍລິສຸດ ແລະ​ເລືອກ​ຟີລິບ+ ໂປຣໂຄໂຣ ນີກາໂນ ຕີໂມນ ປາເມນາ ແລະ​ນີໂກລາໂອ​ຄົນ​ເມືອງ​ອັນຕີໂອເຂຍ​ທີ່​ເຄີຍ​ເຂົ້າ​ສາສະໜາ​ຢິວ.  ແລ້ວ​ເຂົາເຈົ້າ​ໃຫ້ 7 ຄົນ​ນັ້ນ​ມາ​ຢູ່​ຕໍ່​ໜ້າ​ພວກ​ອັກຄະ​ສາວົກ. ເມື່ອ​ພວກ​ອັກຄະ​ສາວົກ​ອະທິດຖານ​ແລ້ວ​ກໍ​ວາງ​ມື​ເທິງ​ເຂົາເຈົ້າ.+  ຜົນ​ກໍ​ຄື​ຄຳສອນ​ຂອງ​ພະເຈົ້າແພ່​ອອກ​ໄປ+ ພວກ​ລູກສິດ​ມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​+​ໃນ​ເມືອງ​ເຢຣູຊາເລັມ ແລະ​ມີ​ປະໂລຫິດ​ກຸ່ມ​ໃຫຍ່ເຂົ້າ​ມາ​ເຊື່ອຖື​ຄື​ກັນ.+  ມີ​ລູກສິດ​ຜູ້​ໜຶ່ງ​ຊື່​ຊະເຕຟາໂນ​ທີ່​ພະເຈົ້າ​ພໍໃຈ​ຫຼາຍ​ແລະ​ລາວ​ໄດ້​ຮັບ​ພະລັງ​ຈາກ​ເພິ່ນ. ລາວ​ເຮັດ​ການ​ອັດສະຈັນ​ແລະ​ສະແດງ​ປາຕິຫານ​ຫຼາຍ​ຢ່າງ​ຕໍ່​ໜ້າ​ປະຊາຊົນ.  ມີ​ບາງຄົນ​ມາ​ຖຽງ​ກັບ​ຊະເຕຟາໂນ. ບາງຄົນ​ໃນ​ພວກ​ນີ້​ມາ​ຈາກ​ກຸ່ມ​ທີ່​ຄົນ​ເອີ້ນ​ວ່າ “ທາດ​ທີ່​ໄດ້​ຮັບ​ອິດ​ສະຫຼະ” ບາງຄົນ​ມາ​ຈາກ​ກີເຣເນ​ແລະ​ອາເລັກຊັນເດຍ ບາງຄົນ​ມາ​ຈາກ​ກີລີເກຍ​ແລະ​ແຂວງ​ອາຊີ.* 10  ແຕ່​ພວກ​ນີ້​ບໍ່​ສາມາດ​ຫັກ​ລ້າງ​ຄຳເວົ້າ​ຂອງ​ຊະເຕຟາໂນ​ໄດ້ ຍ້ອນ​ລາວ​ເວົ້າ​ດ້ວຍ​ສະຕິປັນຍາ​ແລະ​ພະລັງ​ຈາກ​ພະເຈົ້າ.+ 11  ພວກ​ນີ້​ກໍ​ເລີຍ​ໄປ​ຍົວະ​ບາງຄົນ​ແບບ​ລັບ​ໆ​ໃຫ້​ເວົ້າ​ວ່າ: “ພວກ​ເຮົາ​ໄດ້​ຍິນ​ຜູ້​ນີ້​ເວົ້າ​ໝິ່ນ​ປະໝາດ​ໂມເຊ​ແລະ​ພະເຈົ້າ.” 12  ເຂົາເຈົ້າ​ໄດ້​ຍົວະ​ປະຊາຊົນ ພວກ​ຜູ້​ນຳ ແລະ​ພວກ​ຄູ​ສອນ​ສາສະໜາ​ໃຫ້​ມາ​ຈັບ​ຊະເຕຟາໂນ​ໄປ​ຂຶ້ນ​ສານ​ຊັນເຮດຣິນ. 13  ເຂົາເຈົ້າ​ເອົາ​ພະຍານ​ຕົວະ​ມາ​ໃຫ້​ການ​ວ່າ: “ຜູ້​ນີ້​ເວົ້າ​ໝິ່ນ​ປະໝາດ​ບ່ອນ​ບໍລິສຸດ​ນີ້​ແລະ​ໝິ່ນ​ປະໝາດ​ກົດໝາຍ​ຂອງ​ໂມເຊ​ນຳ. 14  ພວກ​ເຮົາ​ໄດ້​ຍິນ​ລາວ​ເວົ້າ​ວ່າ ເຢຊູ​ຄົນ​ນາຊາເຣັດ​ຜູ້​ນັ້ນ​ຈະ​ທຳລາຍ​ບ່ອນ​ທີ່​ສັກສິດ​ນີ້ ແລະ​ຈະ​ປ່ຽນ​ທຳນຽມ​ທີ່​ພວກເຮົາ​ໄດ້​ຮັບ​ສືບ​ທອດ​ມາ​ຈາກ​ໂມເຊ.” 15  ທຸກ​ຄົນ​ທີ່​ຢູ່​ໃນ​ສານ​ຊັນເຮດຣິນ​ກໍ​ແນມ​ໄປ​ເບິ່ງ​ຊະເຕຟາໂນ ແລະ​ເຫັນ​ວ່າ​ໜ້າ​ຂອງ​ລາວ​ສະຫງົບ​ຄື​ກັບ​ໜ້າ​ທູດສະຫວັນ.

ຂໍຄວາມໄຂເງື່ອນ

ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”
ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ