ຈົດໝາຍເຖິງຄລິດສະຕຽນໃນແຂວງຄາລາເຕຍ 4:1-31
4 ຂ້ອຍຂໍບອກວ່າ ຕອນທີ່ຜູ້ຮັບມໍລະດົກຍັງນ້ອຍຢູ່ ເຖິງລາວຈະເປັນເຈົ້າຂອງທຸກສິ່ງ ແຕ່ລາວກໍບໍ່ຕ່າງຫຍັງກັບທາດ.
2 ລາວຕ້ອງຢູ່ໃນການປົກຄອງຂອງຜູ້ເບິ່ງແຍງແລະຜູ້ຈັດການຊັບສິນຈົນຮອດເວລາທີ່ພໍ່ກຳນົດໄວ້.
3 ຄ້າຍຄືກັນ ຕອນທີ່ພວກເຮົາຍັງເປັນຄືເດັກນ້ອຍ ພວກເຮົາຕົກເປັນທາດຂອງແນວຄິດຕ່າງໆຂອງໂລກ.+
4 ແຕ່ເມື່ອຮອດເວລາ ພະເຈົ້າກໍໃຊ້ລູກຂອງໂຕເອງມາ. ເພິ່ນເກີດຈາກຜູ້ຍິງ+ແລະຢູ່ໃຕ້ກົດໝາຍຂອງໂມເຊ+
5 ເພື່ອເພິ່ນຈະໄດ້ຊື້ຄົນທີ່ຢູ່ໃຕ້ກົດໝາຍນັ້ນແລະປົດປ່ອຍເຂົາເຈົ້າໃຫ້ເປັນອິດສະຫຼະ.+ ເມື່ອເພິ່ນເຮັດແນວນັ້ນ ພະເຈົ້າຈຶ່ງຮັບພວກເຮົາເປັນລູກໄດ້.+
6 ຕອນນີ້ ພວກເຈົ້າເປັນລູກຂອງພະເຈົ້າແລ້ວ ເພິ່ນຈຶ່ງໃສ່ພະລັງບໍລິສຸດ+ໄວ້ໃນໃຈພວກເຮົາເຊິ່ງເປັນພະລັງທີ່ຢູ່ໃນໂຕຜູ້ເປັນລູກຂອງເພິ່ນ.+ ພະລັງນັ້ນເຮັດໃຫ້ພວກເຮົາເອີ້ນພະເຈົ້າວ່າ: “ອັບບາ!”* ເຊິ່ງແປວ່າ “ພໍ່.”+
7 ຕອນນີ້ ພວກເຈົ້າຈຶ່ງບໍ່ເປັນທາດອີກຕໍ່ໄປ ແຕ່ເປັນລູກຂອງພະເຈົ້າ. ຖ້າພວກເຈົ້າເປັນລູກຂອງພະເຈົ້າ ເພິ່ນກໍໃຫ້ພວກເຈົ້າເປັນຜູ້ຮັບມໍລະດົກຄືກັນ.+
8 ຕອນທີ່ພວກເຈົ້າຍັງບໍ່ຮູ້ຈັກພະເຈົ້າ ພວກເຈົ້າກໍເປັນທາດຂອງພະເຈົ້າປອມ.
9 ແຕ່ຕອນນີ້ ພວກເຈົ້າຮູ້ຈັກພະເຈົ້າແລ້ວ ຫຼືຈະເວົ້າວ່າພະເຈົ້າຮູ້ຈັກພວກເຈົ້າແລ້ວກໍໄດ້. ຄັນຊັ້ນ ເປັນຫຍັງພວກເຈົ້າຈຶ່ງຢາກກັບໄປຫາສິ່ງຕ່າງໆຂອງໂລກນີ້+ທີ່ບໍ່ມີປະໂຫຍດຫຍັງແລະຢາກເປັນທາດສິ່ງເຫຼົ່ານັ້ນອີກ?+
10 ພວກເຈົ້າຖືມື້ ຖືເດືອນ+ ຖືຍາມ ແລະຖືປີຢ່າງເຄັ່ງຄັດ.
11 ຂ້ອຍເປັນຫ່ວງພວກເຈົ້າ ຢ້ານວ່າວຽກໜັກທີ່ຂ້ອຍທຸ່ມເທເຮັດເພື່ອພວກເຈົ້ານັ້ນອາດຈະເສຍໄປລ້າໆ.
12 ພີ່ນ້ອງເອີ້ຍ ຂ້ອຍເອງກໍເຄີຍເປັນຄືກັບພວກເຈົ້າ. ແຕ່ຕອນນີ້ຂ້ອຍປ່ຽນແລ້ວ ແລະຂ້ອຍຢາກໃຫ້ພວກເຈົ້າເປັນຄືກັບຂ້ອຍ.+ ກ່ອນໜ້ານີ້ ພວກເຈົ້າເຮັດດີຕໍ່ຂ້ອຍຫຼາຍ.
13 ຈື່ໄດ້ບໍ ເທື່ອທຳອິດທີ່ຂ້ອຍໄດ້ປະກາດຂ່າວດີກັບພວກເຈົ້າກໍຍ້ອນຂ້ອຍບໍ່ສະບາຍ?
14 ເຖິງວ່າຄວາມເຈັບປ່ວຍຂອງຂ້ອຍເປັນພາລະໜັກໃຫ້ພວກເຈົ້າ ແຕ່ພວກເຈົ້າກໍບໍ່ໄດ້ດູຖູກຫຼືລັງກຽດຂ້ອຍເລີຍ. ພວກເຈົ້າພັດຕ້ອນຮັບຂ້ອຍຄືກັບທູດສະຫວັນຂອງພະເຈົ້າຫຼືຄືກັບພະຄລິດເຢຊູ.
15 ຄວາມຮູ້ສຶກດີໆແບບນັ້ນໄປໃສໝົດແລ້ວ? ຂ້ອຍໝັ້ນໃຈວ່າຕອນນັ້ນ ຖ້າພວກເຈົ້າຈົກຕາໂຕເອງໃຫ້ຂ້ອຍໄດ້ ພວກເຈົ້າກໍຄືຊິເຮັດແລ້ວ.+
16 ຕອນນີ້ ຂ້ອຍກາຍເປັນສັດຕູຂອງພວກເຈົ້າຍ້ອນຂ້ອຍບອກຄວາມຈິງກັບພວກເຈົ້າບໍ?
17 ຄົນພວກນັ້ນທີ່ພະຍາຍາມຊັກຈູງພວກເຈົ້າ ທີ່ຈິງແລ້ວບໍ່ໄດ້ຫວັງດີຕໍ່ພວກເຈົ້າ. ເຂົາເຈົ້າຢາກຈະດຶງພວກເຈົ້າໄປຈາກຂ້ອຍເພື່ອໃຫ້ພວກເຈົ້າໄປເປັນພວກຂອງເຂົາເຈົ້າ.
18 ຄືຊິດີແທ້ໆຖ້າມີຄົນພະຍາຍາມຊັກຈູງພວກເຈົ້າໄປໃນທາງທີ່ດີຕະຫຼອດ ບໍ່ແມ່ນແຕ່ຕອນທີ່ຂ້ອຍຢູ່ນຳເທົ່ານັ້ນ.
19 ພວກລູກທີ່ຮັກເອີ້ຍ+ ຍ້ອນພວກເຈົ້າ ຂ້ອຍຈຶ່ງຕ້ອງເຈັບປວດອີກແລ້ວຄືກັບຜູ້ຍິງທີ່ເຈັບທ້ອງເກີດລູກ ແລະຄືຊິເປັນແບບນີ້ຕໍ່ໄປຈົນກວ່າພວກເຈົ້າຈະມີນິດໄສແບບພະຄລິດ.
20 ຂ້ອຍຢາກຢູ່ນຳພວກເຈົ້າຕອນນີ້ ຈຶ່ງຊິໄດ້ເວົ້າກັບພວກເຈົ້າໃຫ້ນຸ້ມນວນກວ່ານີ້ ຍ້ອນຂ້ອຍງົງແທ້ໆວ່າພວກເຈົ້າເປັນແບບນີ້ໄດ້ຈັ່ງໃດ.
21 ພວກເຈົ້າທີ່ຢາກຢູ່ໃຕ້ກົດໝາຍຂອງໂມເຊ ພວກເຈົ້າຮູ້ບໍວ່າກົດໝາຍນັ້ນບອກຫຍັງແທ້ໆ?
22 ພະຄຳພີບອກວ່າ ອັບຣາຮາມມີລູກຊາຍ 2 ຄົນ. ຜູ້ໜຶ່ງເກີດຈາກຄົນຮັບໃຊ້+ ແລະອີກຜູ້ໜຶ່ງເກີດຈາກຜູ້ຍິງທີ່ມີອິດສະຫຼະ.+
23 ລູກທີ່ເກີດຈາກຄົນຮັບໃຊ້ນັ້ນເກີດຕາມທຳມະຊາດ+ ສ່ວນລູກທີ່ເກີດຈາກຜູ້ຍິງທີ່ມີອິດສະຫຼະນັ້ນເກີດຕາມຄຳສັນຍາ.+
24 ເລື່ອງນີ້ເປັນພາບປຽບທຽບ. ຜູ້ຍິງ 2 ຄົນນີ້ໝາຍເຖິງສັນຍາ 2 ເລື່ອງ. ສັນຍາໜຶ່ງເຮັດຢູ່ພູຊີນາຍ+ແລະໃຫ້ກຳເນີດລູກທີ່ເປັນທາດ. ສັນຍານີ້ສົມທຽບໄດ້ກັບຮາກາ.
25 ຮາກາຜູ້ນີ້ໝາຍເຖິງພູຊີນາຍ+ໃນເຂດອາຣັບ. ລາວເປັນຄືກັບເມືອງເຢຣູຊາເລັມໃນຕອນນີ້ ຍ້ອນເມືອງນີ້ກັບພົນລະເມືອງເປັນທາດຢູ່.
26 ແຕ່ເມືອງເຢຣູຊາເລັມທີ່ຢູ່ທາງເທິງນັ້ນມີອິດສະຫຼະແລະເປັນແມ່ຂອງພວກເຮົາ.
27 ພະຄຳພີບອກວ່າ: “ຜູ້ຍິງທີ່ເປັນໝັນແລະບໍ່ເຄີຍເກີດລູກເອີ້ຍ ໃຫ້ຮ້ອງດ້ວຍຄວາມຍິນດີ. ຜູ້ຍິງທີ່ບໍ່ເຄີຍເຈັບທ້ອງເກີດລູກ ໃຫ້ຮ້ອງດ້ວຍຄວາມດີໃຈ ເພາະວ່າຜູ້ຍິງທີ່ຖືກຜົວຖິ້ມກໍມີລູກຫຼາຍກວ່າຜູ້ຍິງທີ່ຢູ່ນຳຜົວ.”+
28 ພີ່ນ້ອງເອີ້ຍ ພວກເຈົ້າເປັນລູກຕາມຄຳສັນຍາຄືກັບອີຊາກ.+
29 ສະໄໝນັ້ນ ລູກທີ່ເກີດຕາມທຳມະຊາດຂົ່ມເຫງລູກທີ່ເກີດຈາກພະລັງຂອງພະເຈົ້າ+ ສະໄໝນີ້ກໍເປັນແບບນັ້ນຄືກັນ.+
30 ແຕ່ພະຄຳພີບອກໄວ້ແນວໃດ? ພະຄຳພີບອກວ່າ “ໃຫ້ໄລ່ຄົນຮັບໃຊ້ກັບລູກຂອງລາວໜີເດີ້. ຍ້ອນລູກຂອງຄົນຮັບໃຊ້ຜູ້ນີ້ຈະບໍ່ໄດ້ຮັບມູນຮ່ວມກັບລູກຂອງຜູ້ຍິງທີ່ມີອິດສະຫຼະ.”+
31 ດັ່ງນັ້ນ ພີ່ນ້ອງເອີ້ຍ ພວກເຮົາບໍ່ແມ່ນລູກຂອງຄົນຮັບໃຊ້ ແຕ່ເປັນລູກຂອງຜູ້ຍິງທີ່ມີອິດສະຫຼະ.
ຂໍ ຄວາມ ໄຂ ເງື່ອນ
^ ເປັນຄຳພາສາເຮັບເຣີຫຼືພາສາອາຣາເມອິກທີ່ເດັກນ້ອຍໃຊ້ເອີ້ນພໍ່ແບບສະໜິດສະໜົມແຕ່ກໍຍັງນັບຖື