ຈົດເຊັນບັນຊີ 1:1-54

  • ຈົດ​ທະບຽນ​ລາຍຊື່​ຂອງ​ພວກ​ຜູ້​ຊາຍ​ທີ່​ຈະ​ເຂົ້າຮ່ວມ​ກັບ​ກອງ​ທັບ (1-46)

  • ຄົນ​ເລວີ​ບໍ່​ຕ້ອງ​ເຂົ້າຮ່ວມ​ກັບ​ກອງ​ທັບ (47-51)

  • ການ​ຕັ້ງ​ຄ້າຍ​ພັກ​ຕາມ​ລຳດັບ (52-54)

1  ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 2 ໃນ​ປີ​ທີ 2 ຫຼັງ​ຈາກ​ທີ່​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ+ ພະ​ເຢໂຫວາ​ໄດ້​ບອກ​ໂມເຊ​ຢູ່​ເຕັ້ນ​ສັກສິດ*+ໃນ​ບ່ອນ​ກັນ​ດານຊີ​ນາຍ+ວ່າ:  “ໃຫ້​ນັບ​ຈຳນວນ+​ຜູ້​ຊາຍ​ອິດສະຣາເອນ*ທຸກ​ຄົນ*ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະຕາມຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.  ເຈົ້າ​ກັບ​ອາໂຣນ​ຕ້ອງ​ຈົດ​ທະບຽນ​ລາຍຊື່​ທຸກ​ຄົນ​ຕາມ​ກຸ່ມ​ຂອງ​ເຂົາ​ເຈົ້າ*ຄື ທຸກ​ຄົນ​ທີ່​ມີ​ອາຍຸຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ+ ເຊິ່ງ​ເຂົ້າຮ່ວມ​ກັບ​ກອງ​ທັບ​ອິດສະຣາເອນ​ໄດ້.  ໃຫ້​ເລືອກ​ເອົາ​ຜູ້​ຊາຍ​ຄົນ​ໜຶ່ງ​ຈາກແຕ່​ລະ​ຕະກູນມາ​ເປັນ​ຜູ້​ຊ່ວຍ​ເຈົ້າ. ແຕ່​ລະ​ຄົນ​ຈະ​ເປັນຫົວ​ໜ້າ​ຂອງ​ແຕ່​ລະ​ຕະກູນ.+  ລາຍຊື່​ຂອງ​ຄົນ​ທີ່​ຈະ​ມາ​ເປັນ​ຜູ້​ຊ່ວຍ​ເຈົ້າ​ມີ​ດັ່ງ​ນີ້: ຈາກ​ຕະກູນ​ຣູເບັນ​ແມ່ນ​ເອລີ​ຊູ+​ລູກ​ຊາຍ​ຂອງ​ເຊເດອູ​  ຈາກ​ຕະກູນ​ຊີເມໂອນ​ແມ່ນ​ເຊລູມີເອນ+​ລູກ​ຊາຍ​ຂອງ​ເຊເດຊູຣີຊັດດາຍ  ຈາກ​ຕະກູນ​ຢູດາ​ແມ່ນ​ນາໂຊນ+ລູກ​ຊາຍ​ຂອງ​ອຳມີນາດາບ  ຈາກ​ຕະກູນ​ອິດຊາຄາ​ແມ່ນ​ເນທາເນນ+​ລູກ​ຊາຍ​ຂອງ​ຊຸອາ  ຈາກ​ຕະກູນ​ເຊບູລູນ​ແມ່ນ​ເອລີອາບ+ລູກ​ຊາຍ​ຂອງ​ເຮໂລນ 10  ຈາກ​ຕະກູນ​ເອຟຣາຢິມ+​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ​ແມ່ນ​ເອລີຊາມາ​ລູກ​ຊາຍ​ຂອງ​ອຳມີຮຸດ ຈາກ​ຕະກູນ​ມານາເຊ​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ​ແມ່ນ​ຄາມາລີ​ເອັນ​ລູກ​ຊາຍ​ຂອງ​ເປດາຊູ 11  ຈາກ​ຕະກູນ​ເບັນຢາມິນ​ແມ່ນ​ອາບີດານ+​ລູກ​ຊາຍ​ຂອງ​ກິເດໂອນີ 12  ຈາກ​ຕະກູນ​ດານ​ແມ່ນ​ອາຮີເອເຊ+​ລູກ​ຊາຍ​ຂອງ​ອຳມີຊັດດາຍ 13  ຈາກ​ຕະກູນ​ອາເຊ​ແມ່ນ​ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ 14  ຈາກ​ຕະກູນ​ຄາດ​ແມ່ນ​ເອລີຢາສັບ+ລູກ​ຊາຍ​ຂອງ​ດູເອນ 15  ຈາກ​ຕະກູນ​ນັບທາລີ​ແມ່ນ​ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ. 16  ຄົນ​ເຫຼົ່ານີ້​ແມ່ນ​ຜູ້​ທີ່​ຖືກ​ເລືອກ​ຈາກ​ພວກ​ອິດສະຣາເອນ. ເຂົາ​ເຈົ້າ​ເປັນ​ຫົວ​ໜ້າ+​ຂອງ​ຕະກູນ​ທີ່​ສືບ​ເຊື້ອ​ສາຍ​ມາ​ຈາກ​ປູ່ຍ່າຕານາຍ ແລະ​ເປັນ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ​ຫຼາຍ​ພັນ​ຄົນ.”+ 17  ໂມເຊ​ກັບ​ອາໂຣນ​ໄດ້​ພາ​ຄົນ​ເຫຼົ່ານີ້​ທີ່​ຖືກ​ເລືອກ​ຈາກ​ແຕ່​ລະ​ຕະກູນ​ມາ. 18  ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 2 ຄົນ​ເຫຼົ່ານີ້​ໄດ້​ເອີ້ນ​ພວກ​ອິດສະຣາເອນ​ໃຫ້​ມາ​ປະຊຸມ​ກັນ ເພື່ອ​ຈະ​ຈົດ​ທະບຽນ​ຊື່​ຂອງ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ 19  ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. ໂມເຊ​ໄດ້​ຈົດ​ທະບຽນ​ຊື່​ຄົນ​ເຫຼົ່າ​ນັ້ນ​ໃນ​ບ່ອນ​ກັນ​ດານຊີ​ນາຍ.+ 20  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ຣູເບັນ ເຊິ່ງ​ເປັນ​ລູກ​ຊາຍ​ກົກ+​ຂອງ​ອິດສະຣາເອນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 21  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ຣູເບັນ​ມີ 46.500 ຄົນ. 22  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ຊີເມໂອນ+ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 23  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ຊີເມໂອນ​ມີ 59.300 ຄົນ. 24  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ຄາດ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 25  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ຄາດ​ມີ 45.650 ຄົນ. 26  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ຢູດາ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 27  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ຢູດາ​ມີ 74.600 ຄົນ. 28  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ອິດຊາຄາ+ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 29  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ອິດຊາຄາ​ມີ 54.400 ຄົນ. 30  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ເຊບູລູນ+ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 31  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ເຊບູລູນ​ມີ 57.400 ຄົນ. 32  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ເອຟຣາຢິມ+ ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 33  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ເອຟຣາຢິມ​ມີ 40.500 ຄົນ. 34  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ມານາເຊ+ ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 35  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ມານາເຊ​ມີ 32.200 ຄົນ. 36  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ເບັນຢາມິນ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 37  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ເບັນຢາມິນ​ມີ 35.400 ຄົນ. 38  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ດານ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 39  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ດານ​ມີ 62.700 ຄົນ. 40  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ອາເຊ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 41  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ອາເຊ​ມີ 41.500 ຄົນ. 42  ເຂົາ​ເຈົ້າ​ຈົດ​ລາຍຊື່​ລູກ​ຫຼານ​ຂອງ​ນັບທາລີ+​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ນັບ​ຈຳນວນ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້. 43  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ຂອງ​ຕະກູນ​ນັບທາລີ​ມີ 53.400 ຄົນ. 44  ໂມເຊ​ກັບ​ອາໂຣນ​ແລະ​ພວກ​ຫົວ​ໜ້າ​ຂອງ​ອິດສະຣາເອນ​ຈາກ 12 ຕະກູນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ຄົນ​ເຫຼົ່ານີ້. 45  ຜູ້​ຊາຍ​ອິດສະຣາເອນ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ແລະ​ເຂົ້າຮ່ວມ​ກັບ​ກອງ​ທັບ​ໄດ້​ນັ້ນ​ຖືກ​ຈົດ​ທະບຽນ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 46  ຈຳນວນ​ຄົນ​ທີ່​ລົງ​ທະບຽນ​ທັງ​ໝົດ​ມີ 603.550 ຄົນ.+ 47  ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ຈົດ​ທະບຽນ​ຊື່​ຂອງ​ພວກເລວີ+ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.+ 48  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 49  “ເຈົ້າ​ບໍ່​ຕ້ອງ​ຈົດ​ທະບຽນ​ຊື່​ຂອງ​ຄົນ​ຕະກູນ​ເລວີ ແລະ​ບໍ່​ຕ້ອງ​ນັບ​ຈຳນວນ​ຄົນ​ຂອງ​ເຂົາ​ເຈົ້າ​ເຂົ້າ​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​.+ 50  ເຈົ້າ​ຕ້ອງ​ແຕ່ງຕັ້ງ​ຄົນ​ເລວີ​ໃຫ້​ເບິ່ງ​ແຍງເຕັ້ນ​ສັກສິດທີ່​ມີຫີບ​ສັນຍາ*+ຢູ່​ຫັ້ນ ແລະ​ໃຫ້​ເບິ່ງ​ແຍງ​ເຄື່ອງໃຊ້​ແລະ​ເຄື່ອງ​ຂອງ​ທຸກ​ຢ່າງທີ່ກ່ຽວ​ກັບ​ເຕັ້ນ​ສັກສິດ​ນັ້ນ.+ ເຂົາ​ເຈົ້າ​ຈະ​ເບິ່ງ​ແຍງ+​ແລະ​ຂົນ​ເຕັ້ນ​ສັກສິດ ລວມ​ທັງ​ເຄື່ອງໃຊ້​ທຸກ​ຢ່າງທີ່ກ່ຽວ​ກັບ​ເຕັ້ນ​ນັ້ນ.+ ເຂົາ​ເຈົ້າ​ຕ້ອງ​ຕັ້ງ​ເຕັ້ນ​ຂອງ​ໂຕເອງ​ອ້ອມ​ຮອບ​ເຕັ້ນ​ສັກສິດ.+ 51  ເມື່ອ​ໃດ​ກໍ​ຕາມ​ທີ່​ຕ້ອງ​ມ້າງ+ເຕັ້ນ​ສັກສິດ​ແລະຍ້າຍ​ບ່ອນ ພວກເລວີ​ຈະ​ຕ້ອງ​ເປັນ​ຄົນ​ເຮັດ. ເມື່ອ​ໃດ​ກໍ​ຕາມ​ທີ່​ຕ້ອງ​ປະກອບ​ເຕັ້ນ​ສັກສິດ​ອີກ ພວກເລວີ​ກໍ​ຈະ​ຕ້ອງ​ເປັນ​ຄົນ​ເຮັດ. ຖ້າ​ຄົນ​ທີ່​ບໍ່​ມີ​ສິດ*ຄົນ​ໃດ​ເຂົ້າ​ໄປ​ໃກ້​ເຕັ້ນ​ສັກສິດ ລາວ​ຈະ​ຕ້ອງ​ຕາຍ.+ 52  ຄົນ​ອິດສະຣາເອນຕ້ອງ​ຕັ້ງ​ເຕັ້ນ​ຂອງ​ໂຕເອງ​ໃນ​ບ່ອນ​ທີ່​ກຳນົດ​ໄວ້ຕາມ​ຈຸ*+ແລະ​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ. 53  ພວກເລວີ​ຕ້ອງ​ຕັ້ງ​ເຕັ້ນ​ຂອງ​ໂຕເອງ​ອ້ອມ​ຮອບ​ເຕັ້ນ​ສັກສິດ​ທີ່​ມີຫີບ​ສັນຍາຢູ່ ເພື່ອ​ເຮົາ​ຈະ​ບໍ່​ໃຈ​ຮ້າຍໃຫ້​ພວກ​ອິດສະຣາເອນ.+ ພວກເລວີ​ມີ​ໜ້າ​ທີ່​ເບິ່ງ​ແຍງ*ເຕັ້ນ​ສັກສິດ​ທີ່​ມີ​ຫີບ​ສັນຍາ+​ຢູ່​ຫັ້ນ.” 54  ພວກ​ອິດສະຣາເອນ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. ເຂົາ​ເຈົ້າ​ເຮັດ​ຕາມ​ໝົດ​ທຸກ​ຢ່າງ.

ຂໍຄວາມໄຂເງື່ອນ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ​ຂອງ​ອິດສະຣາເອນ”
ຫຼື “ເປັນ​ແຕ່​ລະ​ຫົວ​ໄປ”
ແປ​ຕາມ​ໂຕ​ວ່າ “ຕາມ​ກອງ​ທັບ​ຂອງ​ເຂົາເຈົ້າ”
ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້
ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ.” ໝາຍເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ລູກ​ຫຼານ​ຂອງ​ອາໂຣນ.
ຈຸ​ໜຶ່ງ​ມີ 3 ຕະກູນ
ຫຼື “ປົກປ້ອງ; ເຮັດ​ວຽກ​ຮັບໃຊ້​ຢູ່”