ຈົດເຊັນບັນຊີ 10:1-36

  • ແກ​ເງິນ (1-10)

  • ເດີນ​ທາງ​ອອກ​ຈາກ​ຊີນາຍ (11-13)

  • ລຳດັບ​ການ​ເດີນ​ທາງ (14-28)

  • ຂໍ​ໂຮບັບ​ໃຫ້​ເປັນ​ຄົນ​ນຳ​ທາງ (29-34)

  • ຄຳ​ອະທິດຖານ​ຂອງ​ໂມເຊ​ຕອນ​ທີ່​ຍ້າຍ​ຄ້າຍ​ພັກ (35, 36)

10  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ:  “ໃຫ້​ເອົາ​ເງິນ​ມາ​ຕີ​ເປັນ​ແກ+ 2 ໜ່ວຍ ເພື່ອ​ໃຊ້​ເປົ່າ​ເອີ້ນ​ປະຊາຊົນ​ໃຫ້​ມາ​ປະຊຸມ​ກັນ ແລະ​ເປົ່າ​ໃຫ້ສັນຍານ​ຍ້າຍ​ຄ້າຍພັກ.  ເມື່ອ​ເປົ່າ​ແກ​ທັງ​ສອງ​ໜ່ວຍ ພວກ​ອິດສະຣາເອນ​ທຸກ​ຄົນຕ້ອງ​ມາ​ຫາ​ເຈົ້າ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ.*+  ຖ້າ​ເປົ່າ​ແກ​ໜ່ວຍ​ດຽວ ມີ​ແຕ່​ພວກ​ຫົວ​ໜ້າ​ທີ່​ເບິ່ງ​ແຍງ​ກຸ່ມ​ຄົນອິດສະຣາເອນ​ເທົ່າ​ນັ້ນ​ທີ່​ຕ້ອງ​ມາ​ຫາ​ເຈົ້າ.+  ເມື່ອ​ເປົ່າ​ແກ​ເປັນສຽງ​ສູງ​ແລະ​ສຽງ​ຕ່ຳ ຄົນທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດ​ຕາເວັນ​ອອກ+​ຕ້ອງ​ອອກ​ເດີນ​ທາງ.  ເມື່ອ​ເປົ່າ​ແກ​ເປັນ​ສຽງ​ສູງ​ແລະ​ສຽງ​ຕ່ຳ​ເທື່ອ​ທີ 2 ຄົນທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດໃຕ້+ຕ້ອງ​ອອກ​ເດີນ​ທາງ. ເຂົາ​ເຈົ້າ​ຕ້ອງ​ເປົ່າ​ແກ​ແບບ​ນີ້​ທຸກ​ໆ​ເທື່ອ​ທີ່​ຄົນຈຸໜຶ່ງ​ຈະ​ອອກ​ເດີນ​ທາງ.  ເມື່ອ​ເປົ່າ​ແກ​ເອີ້ນ​ປະຊາຊົນ​ໃຫ້​ມາ​ປະຊຸມ​ກັນ+ ຢ່າ​ເປົ່າ​ເປັນ​ສຽງ​ສູງ​ແລະ​ສຽງ​ຕ່ຳ.  ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ເປັນ​ປະໂລຫິດ​ຕ້ອງ​ເປັນ​ຄົນເປົ່າ​ແກ.+ ການ​ເປົ່າ​ແກ​ແນວ​ນີ້ ເຂົາ​ເຈົ້າ​ຕ້ອງເຮັດ​ໄປ​ຈົນ​ຮອດ​ລຸ້ນ​ລູກລຸ້ນ​ຫຼານ​ຕໍ່​ໆ​ໄປ.  ຖ້າ​ພວກ​ເຈົ້າ​ຕ້ອງ​ຕໍ່ສູ້​ກັບ​ສັດຕູ​ທີ່​ຢູ່​ໃນ​ແຜ່ນດິນ​ຂອງ​ພວກ​ເຈົ້າ ພວກ​ເຈົ້າ​ຕ້ອງ​ເປົ່າ​ແກ​ເປັນ​ສັນຍານ​ໃຫ້​ທະຫານ​ກຽມ​ໂຕ​ໄປ​ສູ້ຮົບ+ ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ສົນ​ໃຈ​ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້ພົ້ນ​ຈາກ​ສັດຕູ. 10  ນອກ​ຈາກ​ນັ້ນ ໃນ​ຍາມ​ທີ່​ພວກ​ເຈົ້າ​ມ່ວນ​ຊື່ນ+ ເຊັ່ນ ຕອນ​ສະຫຼອງ​ເທດສະການ​ຕ່າງ​ໆ​+ແລະ​ຕອນ​ຕົ້ນ​ເດືອນ ພວກ​ເຈົ້າ​ຕ້ອງ​ເປົ່າ​ແກຕໍ່​ໜ້າ​ເຄື່ອງບູຊາ​ເຜົາ+ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ຂອງ​ພວກ​ເຈົ້າ. ການ​ເປົ່າ​ແກ​ນີ້​ຈະ​ເຮັດ​ໃຫ້ພະເຈົ້າ​ລະນຶກ​ເຖິງ​ພວກ​ເຈົ້າ. ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.”+ 11  ໃນ​ວັນ​ທີ 20 ເດືອນ​ທີ 2 ຂອງ​ປີ​ທີ 2+ ຂີ້ເຝື້ອ​ໄດ້​ລອຍ​ຂຶ້ນ​ຈາກ​ເຕັ້ນ​ສັກສິດ+​ທີ່​ມີ​ຫີບ​ສັນຍາ*ຢູ່ 12  ພວກ​ອິດສະຣາເອນ​ກໍ​ເລີຍ​ເລີ່ມ​ອອກ​ເດີນ​ທາງ​ຈາກ​ບ່ອນ​ກັນ​ດານ​ຊີນາຍ​ຕາມ​ລຳດັບ​ຂອງ​ເຂົາ​ເຈົ້າ+ ແລະ​ຂີ້ເຝື້ອ​ໄດ້​ຢຸດ​ຢູ່​ບ່ອນ​ກັນ​ດານ​ປາຣານ.+ 13  ນີ້​ເປັນ​ເທື່ອ​ທຳອິດ​ທີ່​ເຂົາ​ເຈົ້າ​ຍ້າຍ​ຄ້າຍ​ພັກ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຜ່ານ​ທາງ​ໂມເຊ.+ 14  ຈຸ​ທີ່​ມີ 3 ຕະກູນ​ເຊິ່ງ​ນຳ​ໜ້າ​ໂດຍ​ຕະກູນ​ຢູດາ​ໄດ້​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ​ເປັນ​ຈຸ​ທຳອິດ. ນາໂຊນ+ລູກ​ຊາຍ​ຂອງ​ອຳມີນາດາບ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ຢູດາ. 15  ເນທາເນນ+​ລູກ​ຊາຍ​ຂອງ​ຊຸ​ອາ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ອິດຊາຄາ. 16  ເອລີອາບ+​ລູກ​ຊາຍ​ຂອງ​ເຮໂລນ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ເຊບູລູນ. 17  ເມື່ອ​ມ້າງ​ເຕັ້ນ​ສັກສິດ​ແລ້ວ​ໆ​+ ລູກ​ຫຼານ​ເກໂຊນ+​ກັບ​ລູກ​ຫຼານ​ເມຣາຣີ+​ເຊິ່ງ​ເຮັດ​ໜ້າ​ທີ່​ຂົນ​ເຕັ້ນ​ສັກສິດ​ກໍ​ອອກ​ເດີນ​ທາງ. 18  ຫຼັງ​ຈາກ​ນັ້ນ ຈຸ​ທີ່​ມີ 3 ຕະກູນ​ເຊິ່ງ​ນຳ​ໜ້າ​ໂດຍ​ຕະກູນ​ຣູເບັນ​ໄດ້​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ. ເອລີ​ຊູ+ລູກ​ຊາຍ​ຂອງ​ເຊເດອູ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ຣູເບັນ. 19  ເຊລູມີເອນ+​ລູກ​ຊາຍ​ຂອງ​ຊູຣີຊັດດາຍ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ຊີເມໂອນ. 20  ເອລີຢາສັບ+​ລູກ​ຊາຍ​ຂອງ​ດູເອນ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ຄາດ. 21  ຈາກ​ນັ້ນ ພວກ​ລູກ​ຫຼານ​ໂກຮາດ​ເຊິ່ງ​ເປັນ​ຜູ້​ຂົນ​ເຄື່ອງ​ຂອງ​ບໍລິສຸດ+​ໄດ້​ອອກ​ເດີນ​ທາງ. ເຕັ້ນ​ສັກສິດ​ຕ້ອງ​ຕັ້ງ​ໃຫ້​ແລ້ວ​ກ່ອນ​ທີ່​ພວກ​ລູກ​ຫຼານ​ໂກຮາດ​ຈະ​ໄປ​ຮອດ. 22  ຫຼັງ​ຈາກ​ນັ້ນ ຈຸ​ທີ່​ມີ 3 ຕະກູນ​ເຊິ່ງ​ນຳ​ໜ້າ​ໂດຍ​ຕະກູນ​ເອຟຣາຢິມ​ໄດ້​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ. ເອລີຊາມາ+​ລູກ​ຊາຍ​ຂອງ​ອຳມີຮຸດ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ເອຟຣາຢິມ. 23  ຄາມາລີ​ເອັນ+​ລູກ​ຊາຍ​ຂອງ​ເປດາຊູ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ມານາເຊ. 24  ອາບີດານ+ລູກ​ຊາຍ​ຂອງ​ກິເດໂອນີ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ເບັນຢາມິນ. 25  ຫຼັງ​ຈາກ​ນັ້ນ ຈຸ​ທີ່​ມີ 3 ຕະກູນ​ເຊິ່ງ​ນຳ​ໜ້າ​ໂດຍ​ຕະກູນ​ດານ​ໄດ້​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ອອກ​ເດີນ​ທາງ​ເປັນ​ຈຸ​ສຸດທ້າຍເພື່ອ​ປົກ​ປ້ອງ​ຈຸອື່ນ​ໆ​. ອາຮີເອເຊ+​ລູກ​ຊາຍ​ຂອງ​ອຳມີຊັດດາຍ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ດານ. 26  ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ອາເຊ. 27  ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ​ເປັນ​ຜູ້​ເບິ່ງ​ແຍງ​ກຸ່ມ​ຄົນຂອງ​ຕະກູນ​ນັບທາລີ. 28  ເມື່ອ​ພວກ​ອິດສະຣາເອນ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ຕາມ​ກຸ່ມ​ຄົນຂອງ​ເຂົາ​ເຈົ້າ​ຕາມ​ລຳດັບ​ນີ້.+ 29  ໂມເຊ​ເວົ້າ​ກັບ​ໂຮບັບ​ລູກ​ຊາຍ​ຂອງ​ເຣອູເອນ+​ຄົນມີດີອານ​ທີ່​ເປັນ​ພໍ່​ເຖົ້າ​ຂອງ​ລາວ​ວ່າ: “ພວກ​ເຮົາ​ຈະ​ເດີນ​ທາງ​ໄປແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້ພວກ​ເຮົາ+ ພໍ່​ໄປ​ກັບ​ພວກ​ເຮົາ​ເນາະ.+ ພວກ​ເຮົາ​ຊິ​ເຮັດ​ດີ​ກັບ​ພໍ່ ເພາະພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ສິ່ງ​ດີ​ໆ​ກັບ​ພວກ​ອິດສະຣາເອນ.”+ 30  ແຕ່​ໂຮບັບ​ບອກ​ວ່າ: “ພໍ່​ບໍ່​ໄດ້​ໄປ​ເດີ້. ພໍ່​ຈະກັບ​ໄປ​ບ້ານ​ເກີດ​ແລະ​ໄປ​ຫາ​ຍາດ​ຕິພີ່ນ້ອງ​ຂອງ​ພໍ່.” 31  ໂມເຊ​ກໍ​ເລີຍ​ເວົ້າ​ວ່າ: “ຂໍ​ຢ່າ​ໄປ​ຈາກ​ພວກ​ເຮົາ​ເລີຍ ເພາະ​ພໍ່​ຮູ້​ວ່າ​ພວກ​ເຮົາ​ຄວນ​ຕັ້ງ​ຄ້າຍ​ພັກ​ຢູ່​ໃສ​ໃນ​ບ່ອນ​ກັນ​ດານ ແລະ​ພໍ່​ເປັນ​ຄົນນຳ​ທາງ​ໃຫ້​ພວກ​ເຮົາ​ໄດ້. 32  ຖ້າ​ພໍ່​ໄປ​ກັບ​ພວກ​ເຮົາ+ ບໍ່ວ່າ​ພະ​ເຢໂຫວາ​ຈະ​ອວຍພອນ​ຫຍັງໃຫ້​ພວກ​ເຮົາ ພໍ່​ກໍ​ຈະ​ໄດ້​ຮັບປະໂຫຍດຄື​ກັນ.” 33  ແລ້ວ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ອອກ​ຈາກ​ພູ​ຂອງ​ພະ​ເຢໂຫວາ+​ເປັນ​ເວລາ 3 ມື້. ຕະຫຼອດ 3 ມື້​ນັ້ນ ຄົນທີ່​ຫາມຫີບ​ສັນຍາ+ຂອງ​ພະ​ເຢໂຫວາ​ໄດ້​ອອກ​ໜ້າ​ໄປ​ກ່ອນ ເພື່ອ​ຫາ​ບ່ອນ​ພັກ​ໃຫ້​ທຸກ​ຄົນໃນ​ແຕ່​ລະ​ມື້.+ 34  ຕອນ​ທີ່ເຂົາ​ເຈົ້າ​ເດີນ​ທາງ ຂີ້ເຝື້ອ+ຂອງ​ພະ​ເຢໂຫວາ​ໄດ້​ນຳ​ໜ້າເຂົາ​ເຈົ້າ​ໃນ​ຕອນ​ກາງເວັນ. 35  ທຸກ​ເທື່ອ​ທີ່​ມີການ​ຍ້າຍ​ຫີບ​ສັນຍາ ໂມເຊ​ຈະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ໃຫ້​ພະອົງ​ເຮັດ​ຫຍັງ​ບາງ​ຢ່າງ+ ແລະ​ເຮັດ​ໃຫ້​ສັດຕູ​ຂອງ​ພະອົງ​ກະຈັດກະຈາຍ​ກັນ​ໄປ. ຂໍ​ໃຫ້​ຄົນ​ທີ່​ກຽດ​ຊັງ​ພະອົງ​ໜີ​ຈາກ​ພະອົງ.” 36  ຕອນ​ທີ່​ປົງ​ຫີບ​ລົງ ລາວ​ກໍ​ຈະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຢູ່​ນຳ​ພວກ​ອິດສະຣາເອນ​ທີ່​ມີ​ຫຼາຍ​ຈົນ​ນັບ​ບໍ່​ໄດ້*ນີ້.”+

ຂໍຄວາມໄຂເງື່ອນ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້
ແປ​ຕາມ​ໂຕ​ວ່າ “ຫຼາຍ​ພັນ”