ຈົດເຊັນບັນຊີ 11:1-35

  • ການ​ຈົ່ມ​ເຮັດ​ໃຫ້​ພະເຈົ້າ​ສົ່ງ​ໄຟ​ລົງ​ມາ​ເຜົາ​ບາງຄົນ (1-3)

  • ປະຊາຊົນ​ຮ້ອງ​ຄາງ​ຢາກ​ກິນ​ຊີ້ນ (4-9)

  • ໂມເຊ​ຮູ້ສຶກ​ບໍ່​ໄຫວ (10-15)

  • ພະ​ເຢໂຫວາ​ໃຫ້​ພະລັງບໍລິສຸດ​ກັບ​ພວກ​ຜູ້​ນຳ 70 ຄົນ (16-25)

  • ໂຢຊວຍ​ອິດສາ​ເອັນດັດ​ກັບ​ເມດັດ​ແທນ​ໂມເຊ (26-30)

  • ນົກ​ກະທາ​ຕົກ​ລົງ​ມາ; ການ​ລົງໂທດ​ຄົນ​ຂີ້​ໂລບ (31-35)

11  ປະຊາຊົນ​ເລີ່ມຈົ່ມ​ແທ້​ຈົ່ມ​ວ່າໃຫ້​ພະ​ເຢໂຫວາ. ເມື່ອ​ພະ​ເຢໂຫວາ​ໄດ້​ຍິນ ເພິ່ນ​ກໍ​ໃຈ​ຮ້າຍ​ຫຼາຍ ແລະ​ພະ​ເຢໂຫວາ​ໄດ້​ສົ່ງ​ໄຟ​ລົງ​ມາ​ເຜົາ​ບາງຄົນ​ທີ່​ຢູ່ແຖວ​ຂອບ​ຂອງຄ້າຍ​ພັກ.  ເມື່ອ​ປະຊາຊົນ​ໄປຮ້ອງ​ຂໍໃຫ້​ໂມເຊ​ຊ່ວຍ ໂມເຊ​ກໍ​ອະທິດຖານ​ເຖິງ​ພະ​ເຢໂຫວາ+ ແລ້ວ​ໄຟ​ນັ້ນ​ກໍ​ມອດ​ໄປ.  ເຂົາ​ເຈົ້າ​ກໍ​ເລີຍ​ຕັ້ງ​ຊື່​ບ່ອນ​ນັ້ນ​ວ່າຕາ​ເບຣາ* ຍ້ອນ​ພະ​ເຢໂຫວາ​ໄດ້​ສົ່ງ​ໄຟ​ລົງ​ມາ​ເຜົາ​ເຂົາ​ເຈົ້າ​ຢູ່​ຫັ້ນ.+  ຄົນຕ່າງ​ຊາດ+ທີ່​ຢູ່​ນຳ​ເຂົາ​ເຈົ້າ​ເລີ່ມໂລບຢາກ​ກິນອາຫານ​ແນວ​ອື່ນ+ ພວກ​ອິດສະຣາເອນ​ກໍ​ເລີຍ​ຮ້ອງ​ຄາງ​ແລ້ວ​ເວົ້າ​ວ່າ: “ໃຜ​ກະ​ໄດ້​ເອົາ​ຊີ້ນ​ມາ​ໃຫ້​ພວກ​ເຮົາ​ກິນ​ແດ່.+  ຈັ່ງ​ແມ່ນ​ຄິດ​ຮອດ​ປາ​ຢູ່​ເອຢິບ​ເດ້ ບໍ່​ຕ້ອງ​ຊື້​ກໍ​ມີ​ກິນ. ພວກ​ເຮົາ​ຢາກ​ກິນ​ໝາກ​ແຕງ ໝາກ​ໂມ ຕົ້ນ​ຫອມ​ບົ່ວ​ໃຫຍ່ ຫົວ​ຜັກບົ່ວ​ໃຫຍ່ ແລະ​ກະທຽມ!+  ພວກ​ເຮົາ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ​ແລ້ວ ໄດ້​ກິນ​ແຕ່​ມານາ​ນີ້ ບໍ່​ໄດ້​ກິນ​ແນວ​ອື່ນ​ເລີຍ.”+  ມານາ+​ຄ້າຍ​ຄື​ກັບເມັດ​ຫອມ​ປ້ອມ+ ແລະ​ສີ​ຂອງ​ມັນ​ຄ້າຍ​ຄື​ກັບ​ຢາງ​ໄມ້​ຫອມ.  ປະຊາຊົນ​ຈະ​ແຍກ​ກັນ​ໄປ​ເກັບ​ມານາ​ຢູ່​ບ່ອນ​ຕ່າງ​ໆ​ ແລະ​ເອົາ​ມາ​ບົດ​ຢູ່​ຫີນ​ໂມ້ ຫຼື​ເອົາ​ມາ​ຕຳ​ໃນ​ຄົກ. ຈາກ​ນັ້ນ​ກໍ​ຈະ​ເອົາ​ໄປ​ຕົ້ມ​ໃສ່​ໝໍ້ ຫຼື​ເອົາ​ໄປ​ເຮັດ​ເປັນ​ເຂົ້າຈີ່​ກ້ອນ​ມົນ​ໆ​.+ ລົດ​ຊາດ​ຂອງ​ມັນ​ຄື​ກັບເຂົ້າໜົມເຄັກ​ຫວານ​ໆ​ໃສ່​ນ້ຳມັນ.  ຕອນ​ກາງຄືນ ເມື່ອ​ມີ​ນ້ຳ​ຄ້າງ​ຕົກ​ໃນ​ຄ້າຍ​ພັກ ມານາ​ກໍ​ຈະ​ຕົກ​ມາ​ຢອງ​ຢູ່​ເທິງ​ນ້ຳ​ຄ້າງ.+ 10  ໂມເຊ​ໄດ້​ຍິນທຸກ​ຄອບຄົວ​ພາກັນຈົ່ມ ແລະຮ້ອງ​ຄາງຢູ່​ທາງເຂົ້າ​ເຕັ້ນ​ຂອງ​ໂຕເອງ. ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ+ ແລະ​ໂມເຊ​ກໍ​ໃຈ​ຮ້າຍ​ຫຼາຍ​ຄື​ກັນ. 11  ໂມເຊ​ເລີຍ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ເປັນ​ຫຍັງ​ພະອົງ​ເຮັດ​ໃຫ້​ລູກ​ລຳບາກ​ໃຈ​ແນວ​ນີ້? ພະອົງ​ບໍ່​ພໍໃຈ​ລູກ​ບໍ ພະອົງ​ຈຶ່ງ​ເອົາ​ວຽກ​ໜັກ​ມາ​ໃຫ້​ລູກ ແລະ​ໃຫ້​ລູກ​ເບິ່ງ​ແຍງ​ຄົນ​ພວກ​ນີ້?+ 12  ລູກ​ເບັ່ງ​ຄົນ​ພວກ​ນີ້​ອອກ​ມາ​ບໍ ພະອົງ​ຈຶ່ງ​ບອກ​ລູກ​ວ່າ ‘ໃຫ້ອູ້ມ​ເຂົາ​ເຈົ້າ​ໄວ້​ຢູ່​ເອິກ​ຂອງ​ເຈົ້າ​ຄື​ກັບ​ຄົນ​ລ້ຽງ​ແອ​ນ້ອຍ’ ເພື່ອ​ໄປ​ແຜ່ນດິນ​ທີ່​ພະອົງ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ປູ່​ຍ່າ​ຕາ​ນາຍ​ຂອງ​ເຂົາ​ເຈົ້າ?+ 13  ລູກ​ຈະ​ເອົາ​ຊີ້ນ​ມາ​ແຕ່​ໃສ​ໃຫ້​ພວກ​ນີ້​ກິນ? ເຂົາ​ເຈົ້າ​ເວົ້າ​ບໍ່​ຢຸດ​ບໍ່​ເຊົາ​ວ່າ ‘ເອົາ​ຊີ້ນ​ມາ​ໃຫ້​ພວກ​ເຮົາ​ກິນ​ແດ່​ແມ້!’ 14  ລູກ​ເບິ່ງ​ແຍງ​ຄົນ​ພວກ​ນີ້​ຄົນ​ດຽວ​ບໍ່​ໄຫວ​ແລ້ວ. ວຽກ​ນີ້​ມັນ​ໜັກ​ໂພດ.+ 15  ຖ້າ​ພະອົງ​ຈະ​ເຮັດ​ກັບ​ລູກ​ແນວ​ນີ້ ກໍ​ຂໍ​ໃຫ້​ພະອົງ​ຂ້າ​ລູກ​ຕອນ​ນີ້​ເລີຍ​ດີ​ກວ່າ.+ ແຕ່​ຖ້າ​ພະອົງ​ພໍ​ໃຈ​ລູກ ກໍ​ຂໍ​ຊ່ວຍ​ໃຫ້​ລູກ​ບໍ່​ຕ້ອງ​ເຈິ​ເລື່ອງ​ຫຍຸ້ງຍາກ​ໃຈ​ແນວ​ນີ້​ອີກ.” 16  ພະ​ເຢໂຫວາ​ຕອບ​ໂມເຊ​ວ່າ: “ໃຫ້​ເລືອກ 70 ຄົນ​ຈາກ​ພວກ​ຜູ້​ນຳ​ອິດສະຣາເອນ​ມາ​ໃຫ້​ເຮົາ ເຊິ່ງ​ເປັນ​ຄົນ​ທີ່​ເຈົ້າ​ຮູ້​ວ່າ​ຈະ​ເຮັດ​ວຽກ​ຜູ້​ນຳ​ແລະ​ເບິ່ງ​ແຍງ​ປະຊາຊົນ​ໄດ້​ດີ.+ ໃຫ້​ພາ​ເຂົາ​ເຈົ້າ​ໄປ​ເຕັ້ນ​ສັກສິດ* ແລະ​ໃຫ້​ເຂົາ​ເຈົ້າ​ຢືນ​ຢູ່​ຫັ້ນ​ນຳ​ເຈົ້າ. 17  ເຮົາ​ຈະ​ລົງ​ມາ+ແລະ​ເວົ້າ​ກັບ​ເຈົ້າ​ຢູ່​ຫັ້ນ+ ແລະ​ເຮົາ​ກໍ​ຈະ​ເອົາ​ພະລັງບໍລິສຸດ​ຂອງ​ເຮົາ​ສ່ວນ​ໜຶ່ງ+​ທີ່​ຢູ່​ນຳ​ເຈົ້າ​ໃຫ້​ຄົນ​ເຫຼົ່າ​ນັ້ນ. ເຂົາ​ເຈົ້າ​ຈະ​ແບ່ງ​ເບົາ​ວຽກ​ໜັກ​ຂອງ​ເຈົ້າ​ໃນ​ການ​ເບິ່ງ​ແຍງ​ປະຊາຊົນ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ເຮັດ​ຄົນ​ດຽວ​ອີກ​ຕໍ່​ໄປ.+ 18  ເຈົ້າ​ຕ້ອງ​ບອກ​ປະຊາຊົນ​ວ່າ ‘ໃຫ້​ພວກ​ເຈົ້າກຽມ​ໂຕ*ສຳລັບ​ມື້​ອື່ນ+ ເພາະ​ພວກ​ເຈົ້າ​ຈະ​ໄດ້​ກິນ​ຊີ້ນ​ແນ່ນອນ ຍ້ອນ​ພະ​ເຢໂຫວາ​ໄດ້​ຍິນ​ພວກ​ເຈົ້າ​ຈົ່ມ+​ວ່າ “ໃຜ​ກະ​ໄດ້​ເອົາ​ຊີ້ນ​ມາ​ໃຫ້​ພວກ​ເຮົາ​ກິນ​ແດ່. ໃຫ້​ພວກ​ເຮົາ​ຢູ່​ເອຢິບ​ຍັງ​ຊິ​ດີ​ກວ່າ.”+ ພະ​ເຢໂຫວາ​ຈະ​ເອົາ​ຊີ້ນ​ໃຫ້​ພວກ​ເຈົ້າ​ກິນ​ແນ່ນອນ.+ 19  ພວກ​ເຈົ້າ​ຈະ​ໄດ້​ກິນ ບໍ່​ແມ່ນ 1 ມື້ 2 ມື້ 5 ມື້ 10 ມື້ ຫຼື 20 ມື້ 20  ແຕ່​ຈະ​ໄດ້​ກິນ 1 ເດືອນ​ເຕັມ​ໆ​ ກິນ​ຈົນ​ຊີ້ນ​ນັ້ນ​ອອກ​ມາ​ຈາກ​ຮູ​ດັງ ແລ້ວ​ພວກ​ເຈົ້າ​ຈະ​ຂີ້ດຽດ​ຊີ້ນ​ໄປ​ເລີຍ.+ ຍ້ອນ​ພວກ​ເຈົ້າ​ໄດ້​ຖິ້ມ​ພະ​ເຢໂຫວາ​ທີ່​ຢູ່​ນຳ​ພວກ​ເຈົ້າ ແລະ​ຈົ່ມ​ໃຫ້​ເພິ່ນ​ວ່າ “ເປັນ​ຫຍັງ​ຕ້ອງ​ໃຫ້​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ?”’”+ 21  ໂມເຊ​ເວົ້າ​ວ່າ: “ຄົນ​ທີ່​ຢູ່​ນຳ​ລູກ​ທີ່ເປັນ​ທະຫານກໍ​ມີ 600.000 ຄົນ+​ແລ້ວ ແຕ່​ພະອົງ​ກໍ​ຍັງ​ບອກ​ວ່າ ‘ເຮົາ​ຈະ​ເອົາ​ຊີ້ນ​ໃຫ້​ທຸກ​ຄົນ​ກິນ ແລະ​ເຂົາ​ເຈົ້າ​ຈະ​ໄດ້​ກິນ​ຈົນ​ອີ່ມ 1 ເດືອນ​ເຕັມ​ໆ​!’ 22  ຖ້າພວກ​ເຮົາ​ຂ້າ​ແກະ​ຂ້າ​ງົວ​ໝົດ​ທຸກ​ຝູງ ກໍບໍ່​ພໍ​ໃຫ້​ເຂົາ​ເຈົ້າ​ກິນ​ດອກ ຫຼື​ຖ້າ​ພວກ​ເຮົາ​ຈັບ​ປາ​ຈົນ​ໝົດ​ທະເລ ກໍ​ບໍ່​ພໍ​ໃຫ້​ເຂົາ​ເຈົ້າ​ກິນ​ດອກ!” 23  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາເຮັດ​ບໍ່​ໄດ້​ບໍ?+ ເຈົ້າ​ຈະ​ໄດ້​ເຫັນ​ຕອນ​ນີ້​ແຫຼະ​ວ່າ​ສິ່ງ​ທີ່​ເຮົາ​ເວົ້າ​ຈະ​ເກີດ​ຂຶ້ນ​ແທ້​ຫຼື​ບໍ່.” 24  ແລ້ວ​ໂມເຊ​ກໍ​ອອກ​ໄປ​ບອກ​ປະຊາຊົນ​ຕາມ​ທີ່​ພະ​ເຢໂຫວາ​ເວົ້າ. ລາວ​ໃຫ້​ຜູ້​ຊາຍ 70 ຄົນ​ທີ່​ຖືກ​ເລືອກ​ຈາກ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ມາ​ລວມ​ໂຕ​ກັນ ແລະ​ມາ​ຢືນ​ອ້ອມ​ເຕັ້ນ​ສັກສິດ.+ 25  ແລ້ວ​ພະ​ເຢໂຫວາ​ກໍ​ລົງ​ມາ​ໃນ​ຂີ້ເຝື້ອ+ແລະ​ເວົ້າ​ກັບ​ໂມເຊ.+ ເພິ່ນ​ໄດ້​ເອົາ​ພະລັງບໍລິສຸດ​ຂອງ​ເພິ່ນ​ສ່ວນ​ໜຶ່ງ+ທີ່​ຢູ່​ນຳ​ໂມເຊ​ໄປ​ໃຫ້​ພວກ​ຜູ້​ນຳ 70 ຄົນ​ນັ້ນ. ເມື່ອ​ແຕ່​ລະ​ຄົນ​ໄດ້​ຮັບ​ພະລັງ​ນັ້ນ​ແລ້ວ ເຂົາ​ເຈົ້າ​ກໍ​ເລີ່ມ​ເຮັດ​ທ່າທາງ​ຄື​ກັບ​ຜູ້ພະຍາກອນ.+ ເຂົາ​ເຈົ້າ​ເຮັດ​ແຕ່​ຕອນ​ນັ້ນ ແລະກໍ​ບໍ່​ໄດ້​ເຮັດ​ອີກ​ເລີຍ. 26  ແຕ່​ຍັງ​ມີ​ຜູ້​ນຳ​ອີກ 2 ຄົນ​ທີ່​ຍັງ​ຢູ່​ໃນ​ຄ້າຍ​ພັກ. ສອງ​ຄົນ​ນັ້ນ​ຊື່​ເອັນດັດ​ແລະ​ເມດັດ. ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ​ຄື​ກັນ ຍ້ອນ​ຢູ່​ໃນ​ລາຍຊື່​ຂອງ​ພວກ​ຜູ້​ນຳ​ທີ່​ຖືກ​ເລືອກ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ອອກ​ໄປ​ເຕັ້ນ​ສັກສິດ​ຄື​ຄົນ​ອື່ນ. ເຂົາ​ເຈົ້າ​ກໍ​ເລີຍ​ເລີ່ມ​ເຮັດ​ທ່າທາງ​ຄື​ກັບ​ຜູ້ພະຍາກອນ​ຢູ່​ໃນ​ຄ້າຍ​ພັກ. 27  ແລ້ວ​ຄົນ​ໜຸ່ມ​ຄົນ​ໜຶ່ງ​ກໍ​ແລ່ນ​ມາ​ບອກ​ໂມເຊ​ວ່າ: “ເອັນດັດ​ກັບ​ເມດັດ​ກຳລັງ​ເຮັດ​ທ່າທາງ​ຄື​ກັບ​ຜູ້ພະຍາກອນ​ຢູ່​ໃນ​ຄ້າຍ​ພັກ!” 28  ໂຢຊວຍ+ລູກ​ຊາຍ​ຂອງ​ນູນ ເຊິ່ງ​ເປັນ​ຄົນ​ຮັບ​ໃຊ້​ຂອງ​ໂມເຊ​ຕັ້ງ​ແຕ່​ຍັງ​ນ້ອຍ​ໆ​ຈຶ່ງ​ເວົ້າ​ວ່າ: “ທ່ານ​ໂມເຊ​ເອີ້ຍ​ ໄປ​ຫ້າມ​ເຂົາ​ເຈົ້າແມ້!”+ 29  ແຕ່​ໂມເຊ​ບອກ​ລາວ​ວ່າ: “ເຈົ້າ​ອິດສາ​ແທນ​ຂ້ອຍ​ບໍ? ບໍ່​ຕ້ອງ​ອິດສາ​ດອກ. ຂ້ອຍ​ຢາກ​ໃຫ້​ຄົນ​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ເປັນ​ຜູ້ພະຍາກອນ ແລະ​ຢາກ​ໃຫ້​ພະ​ເຢໂຫວາ​ເອົາ​ພະລັງ​ຂອງ​ເພິ່ນ​ໃຫ້​ເຂົາ​ເຈົ້າ​ຄື​ກັນ!” 30  ຫຼັງ​ຈາກ​ນັ້ນ ໂມເຊ​ກໍ​ກັບ​ໄປ​ຄ້າຍ​ພັກ​ພ້ອມ​ກັບ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ. 31  ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ລົມ​ພັດ​ເອົາ​ນົກ​ກະທາ​ມາ​ຈາກ​ທາງ​ທະເລ ແລະ​ມາ​ຕົກ​ຢູ່​ອ້ອມ​ຄ້າຍ​ພັກທົ່ວທຸກ​ດ້ານ.+ ຖ້າຜູ້​ໃດ​ຍ່າງ​ອອກ​ຈາກ​ຄ້າຍ​ພັກ​ໄປ​ທາງ​ໃດ​ເປັນ​ໄລຍະ​ທາງ​ໜຶ່ງ​ມື້ ຕະຫຼອດ​ທາງ​ນັ້ນ​ລາວ​ຈະ​ເຫັນ​ນົກກອງ​ກັນ​ຂຶ້ນ​ສູງ 2 ສອກ*ຈາກ​ໜ້າ​ດິນ. 32  ພວກ​ອິດສະຣາເອນ​ພາກັນ​ເກັບ​ນົກ 2 ມື້​ກັບ 1 ຄືນ​ເຕັມ​ໆ​ ບໍ່​ຢຸດ​ບໍ່​ເຊົາ ແລະ​ບໍ່​ໄດ້​ຫຼັບ​ບໍ່​ໄດ້​ນອນ​ເລີຍ. ຜູ້​ໃດ​ກໍ​ເກັບ​ໄດ້​ບໍ່​ຕ່ຳ​ກວ່າ 10 ໂຮເມີ.* ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ນົກ​ໄປ​ຕາກໃຫ້​ແຫ້ງຢູ່​ທົ່ວ​ຄ້າຍ​ພັກ. 33  ແຕ່​ຕອນ​ທີ່ຊີ້ນ​ຍັງ​ຢູ່​ໃນ​ປາກເຂົາ​ເຈົ້າ​ແລະ​ຍັງ​ບໍ່​ໄດ້​ຫຍ້ຳ​ຊ້ຳ ພະ​ເຢໂຫວາ​ກໍ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ ແລະ​ພະ​ເຢໂຫວາ​ໄດ້​ຂ້າ​ເຂົາ​ເຈົ້າ​ຫຼາຍ​ຄົນ.+ 34  ເຂົາ​ເຈົ້າເລີຍຕັ້ງ​ຊື່​ບ່ອນ​ນັ້ນ​ວ່າ​ກິບໂຣດຮັດຕາວາ*+ ເພາະ​ຢູ່​ບ່ອນ​ນັ້ນ ເຂົາ​ເຈົ້າ​ໄດ້​ຝັງ​ສົບ​ຂອງ​ຄົນ​ຂີ້​ໂລບ​ທີ່​ຢາກ​ກິນ​ອາຫານ.+ 35  ແລ້ວ​ພວກ​ອິດສະຣາເອນ​ກໍ​ເດີນ​ທາງ​ອອກ​ຈາກ​ກິບໂຣດຮັດຕາວາ ແລະ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຮາເຊໂຣດ.+

ຂໍຄວາມໄຂເງື່ອນ

ແປ​ວ່າ “ເຜົາ.” ໝາຍເຖິງ​ໄຟ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຢ່າງ​ແຮງ.
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ເຮັດ​ໂຕ​ໃຫ້​ບໍລິສຸດ”
89 ຊັງຕີແມັດ. ເບິ່ງ​ພາກ​ຜະໜວກ ຂ14.
2.200 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ວ່າ “ບ່ອນ​ຝັງ​ສົບ​ຄົນ​ທີ່​ຢາກ​ກິນ​ອາຫານ”