ຈົດເຊັນບັນຊີ 12:1-16

  • ມີຣີອາມ​ກັບ​ອາໂຣນ​ເວົ້າ​ບໍ່​ດີ​ໃຫ້​ໂມເຊ (1-3)

    • ໂມເຊ​ເປັນ​ຄົນ​ທີ່​ຖ່ອມ​ໂຕ​ທີ່​ສຸດ (3)

  • ພະ​ເຢໂຫວາ​ເວົ້າ​ປົກ​ປ້ອງ​ໂມເຊ (4-8)

  • ມີຣີອາມ​ເປັນ​ຂີ້ທູດ (9-16)

12  ມີຣີອາມ​ກັບ​ອາໂຣນ​ເລີ່ມ​ເວົ້າ​ບໍ່​ດີ​ກ່ຽວ​ກັບ​ໂມເຊ ເລື່ອງ​ທີ່​ລາວ​ເອົາ​ຄົນ​ກູເຊ​ມາ​ເປັນ​ເມຍ.+  ເຂົາ​ເຈົ້າ​ເວົ້າ​ນຳ​ກັນ​ວ່າ: “ພະ​ເຢໂຫວາ​ເວົ້າ​ຜ່ານ​ທາງ​ໂມເຊ​ຜູ້​ດຽວ​ບໍ? ເພິ່ນ​ກໍ​ເວົ້າ​ຜ່ານ​ທາງ​ພວກ​ເຮົາ​ຄື​ກັນ​ຕົ໋ວ.”+ ຕອນ​ນັ້ນ ພະ​ເຢໂຫວາ​ກໍ​ໄດ້​ຍິນ.+  ໂມເຊ​ເປັນ​ຄົນ​ທີ່​ຖ່ອມ​ໂຕ​ທີ່​ສຸດ+​ໃນ​ໂລກ.  ພະ​ເຢໂຫວາ​ບອກ​ໂມເຊ​ແລະ​ອາໂຣນ​ກັບ​ມີຣີອາມ​ທັນທີ​ວ່າ: “ໃຫ້​ພວກ​ເຈົ້າ 3 ຄົນ​ໄປ​ທີ່​ເຕັ້ນ​ຂໍ​ການ​ຊີ້​ນຳ.” ແລ້ວ​ທັງ​ສາມ​ຄົນ​ກໍ​ອອກ​ໄປ​ຫັ້ນ.  ພະ​ເຢໂຫວາ​ໄດ້​ມາ​ທີ່​ເສົາ​ຂີ້ເຝື້ອ+​ແລະ​ຢືນ​ຢູ່​ທາງເຂົ້າ​ເຕັ້ນ. ເພິ່ນ​ໄດ້​ເອີ້ນ​ອາໂຣນ​ກັບ​ມີຣີອາມ ແລະ​ທັງ​ສອງ​ຄົນ​ກໍ​ຍ່າງ​ອອກ​ມາ​ທາງ​ໜ້າ.  ເພິ່ນ​ເວົ້າ​ວ່າ: “ໃຫ້​ຟັງ​ເຮົາ​ເດີ້. ຖ້າ​ມີ​ຜູ້ພະຍາກອນ​ຂອງ​ພະ​ເຢໂຫວາ​ຢູ່​ນຳ​ພວກ​ເຈົ້າ ເຮົາ​ຈະ​ໃຫ້​ລາວ​ຮູ້ຈັກ​ເຮົາ​ຜ່ານ​ທາງ​ນິມິດ+ ແລະ​ເຮົາ​ຈະ​ເວົ້າ​ກັບ​ລາວ​ໃນ​ຄວາມ​ຝັນ.+  ແຕ່​ກັບ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຮົາ​ບໍ່​ໄດ້​ເຮັດ​ແນວ​ນັ້ນ. ເຮົາ​ໄວ້ໃຈ​ລາວ​ໃຫ້ເບິ່ງ​ແຍງ​ຄົນຂອງ​ເຮົາ.*+  ເຮົາ​ເວົ້າ​ກັບ​ລາວ​ແບບ​ສອງ​ຄົນ​ລົມ​ກັນ​ເຊິ່ງ​ໜ້າ+ ເວົ້າ​ແບບ​ກົງ​ໆ​ ບໍ່​ຕ້ອງ​ຕີ​ຄວາມ​ໝາຍ​ຫຍັງ ແລະ​ລາວ​ຍັງ​ໄດ້​ເຫັນ​ພະ​ເຢໂຫວາ. ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ກ້າ​ເວົ້າ​ແນວ​ບໍ່​ດີ​ໃຫ້​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ?”  ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ​ແລະ​ໄດ້​ໄປ​ຈາກ​ເຂົາ​ເຈົ້າ. 10  ແລ້ວ​ຂີ້​ເຝື້ອ​ກໍ​ລອຍ​ຂຶ້ນ​ໄປ​ຈາກ​ເຕັ້ນ​ນັ້ນ ແລະ​ຕອນ​ນັ້ນ​ມີຣີອາມ​ກໍ​ເປັນ​ຂີ້ທູດ​ຂາວ​ຄື​ຫິມະ.+ ເມື່ອ​ອາໂຣນ​ປິ່ນ​ໜ້າ​ໄປ​ຫາ​ມີຣີອາມ ລາວ​ກໍ​ເຫັນ​ມີຣີອາມ​ເປັນ​ຂີ້ທູດ.+ 11  ອາໂຣນ​ເວົ້າ​ກັບ​ໂມເຊ​ທັນທີ​ວ່າ: “ນາຍ​ເອີ້ຍ ຂ້ອຍ​ຂໍ​ນຳ​ແດ່. ຢ່າ​ໃຫ້​ພວກ​ເຮົາ​ຖືກ​ລົງໂທດຍ້ອນ​ຄວາມ​ຜິດ​ນີ້​ເລີຍ. ພວກ​ເຮົາ​ໂງ່​ຫຼາຍ​ທີ່​ເວົ້າ​ແນວ​ນັ້ນ. 12  ຂໍ​ຢ່າ​ໃຫ້​ລາວ​ເປັນ​ຄື​ກັບແອ​ນ້ອຍທີ່​ຕາຍ​ໃນ​ທ້ອງ​ແມ່ ແລ້ວ​ຕອນ​ທີ່​ອອກ​ມາ​ເນື້ອ​ໜັງ​ກໍ​ເນົ່າ​ເປື່ອຍ​ໄປ​ແລ້ວ​ເຄິ່ງ​ໜຶ່ງ.” 13  ແລ້ວ​ໂມເຊ​ກໍ​ຮ້ອງ​ຂໍ​ກັບ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ເອີ້ຍ ຂໍ​ພະອົງ​ຊ່ວຍ​ລາວ​ແດ່. ປິ່ນປົວ​ລາວ​ແດ່.”+ 14  ພະ​ເຢໂຫວາ​ຕອບ​ໂມເຊ​ວ່າ: “ຖ້າ​ພໍ່​ຖົ່ມ​ນ້ຳ​ລາຍ​ໃສ່​ໜ້າ​ລາວ ລາວ​ຈະ​ອັບອາຍ​ຢູ່ 7 ມື້​ແມ່ນ​ຕົ໋ວ. ຄັນຊັ້ນ​ກໍ​ໃຫ້​ກັກ​ໂຕ​ລາວ​ຢູ່​ນອກ​ຄ້າຍ​ພັກ 7 ມື້.+ ຫຼັງ​ຈາກ​ນັ້ນ ລາວ​ຈະ​ກັບ​ເຂົ້າ​ໄປ​ໃນ​ຄ້າຍ​ພັກ​ໄດ້.” 15  ມີຣີອາມ​ຖືກ​ກັກ​ໂຕ​ຢູ່​ນອກ​ຄ້າຍ​ພັກ 7 ມື້+ ແລະ​ພວກ​ອິດສະຣາເອນ​ກໍ​ເລີຍ​ບໍ່​ໄດ້​ຍ້າຍ​ຄ້າຍ​ພັກ​ໄປ​ໃສ​ຈົນ​ມີຣີອາມ​ກັບ​ເຂົ້າ​ມາ. 16  ແລ້ວ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ອອກ​ຈາກ​ຮາເຊໂຣດ+ ແລະ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ປາຣານ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ໃນ​ເຮືອນ​ທັງໝົດ​ຂອງ​ເຮົາ ລາວ​ໄດ້​ສະແດງ​ວ່າ​ເປັນ​ຄົນ​ສັດຊື່”