ຈົດເຊັນບັນຊີ 15:1-41

  • ກົດ​ໝາຍ​ກ່ຽວ​ກັບ​ການ​ໃຫ້​ເຄື່ອງ​ບູຊາ (1-21)

    • ຄົນ​ອິດສະຣາເອນ​ແລະ​ຄົນ​ຕ່າງ​ຊາດ​ມີ​ກົດ​ໝາຍ​ອັນ​ດຽວ​ກັນ (15, 16)

  • ເຄື່ອງ​ບູຊາ​ຂອງ​ຄົນ​ທີ່​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ (22-29)

  • ການ​ລົງໂທດ​ຄົນ​ທີ່​ຕັ້ງ​ໃຈ​ເຮັດ​ຜິດ (30, 31)

  • ຄົນ​ທີ່​ບໍ່​ຖື​ວັນ​ຊະບາໂຕ​ຈະ​ຕ້ອງ​ຕາຍ (32-36)

  • ເຄື່ອງນຸ່ງ​ຕ້ອງ​ມີ​ຍອຍ (37-41)

15  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ:  “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຈະ​ເອົາ​ໃຫ້​ພວກ​ເຈົ້າ+  ແລ້ວ​ພວກ​ເຈົ້າ​ຈະ​ເອົາ​ງົວ​ຫຼື​ແກະ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ​ເຊິ່ງ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ*+ ບໍ່​ວ່າ​ຈະ​ເປັນ​ເຄື່ອງ​ບູຊາ​ເຜົາ+ ຫຼື​ເຄື່ອງ​ບູຊາ​ສາບານ​ພິເສດ ຫຼື​ເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ+ ຫຼື​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ຕ່າງ​ໆ​+  ຜູ້​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ​ຕ້ອງ​ເອົາ​ມາ​ພ້ອມ​ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຊິ່ງ​ມີ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*​ປະສົມ​ກັບ​ນ້ຳມັນ 1 ສ່ວນ 4 ຮິນ.*  ຖ້າ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ເຜົາ+ ຫຼື​ເຄື່ອງ​ບູຊາ​ທີ່​ເປັນ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້ ເຈົ້າ​ຕ້ອງ​ເອົາ​ເຫຼົ້າແວງ 1 ສ່ວນ 4 ຮິນ*ມາ​ນຳ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ດື່ມ.  ຖ້າ​ເຄື່ອງ​ບູຊາ​ເປັນ​ແກະ​ໂຕ​ຜູ້​ໂຕ​ໜຶ່ງ ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ 2 ສ່ວນ 10 ເອຟາ*ທີ່​ປະສົມ​ນ້ຳມັນ 1 ສ່ວນ 3 ຮິນ*ມາ​ນຳ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ  ແລະ​ກໍ​ເອົາ​ເຫຼົ້າ​ແວງ 1 ສ່ວນ 3 ຮິນ*​ມາ​ນຳ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ດື່ມ​ເຊິ່ງ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.  ຖ້າ​ເຈົ້າ​ເອົາ​ງົວ​ໂຕ​ຜູ້​ມາ​ໃຫ້​ພະ​ເຢໂຫວາ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ ຫຼື​ເຄື່ອງ​ບູຊາ​ສາບານ​ພິເສດ+ ຫຼື​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+  ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ນັ້ນ​ມາ​ພ້ອມ​ກັບ​ແປ້ງ​ລະອຽດ 3 ສ່ວນ 10 ເອຟາ*ທີ່​ປະສົມ​ກັບ​ນ້ຳມັນ​ເຄິ່ງ​ຮິນ*ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 10  ແລະ​ເຈົ້າ​ຕ້ອງ​ເອົາ​ເຫຼົ້າແວງ​ເຄິ່ງ​ຮິນ​ມາ​ນຳ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ດື່ມ+ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. 11  ໃຫ້​ເຮັດ​ແນວ​ນີ້​ກັບ​ສັດແຕ່​ລະ​ໂຕທີ່​ໃຊ້​ເປັນ​ເຄື່ອງ​ບູຊາ ບໍ່​ວ່າ​ຈະ​ເປັນ​ງົວ ແກະ​ໂຕ​ຜູ້ ແກະ​ນ້ອຍ​ໂຕ​ຜູ້ ຫຼື​ແບ້. 12  ບໍ່​ວ່າ​ຈະ​ເອົາ​ມາ​ເປັນ​ເຄື່ອງ​ບູຊາ​ຈັກ​ໂຕ​ກໍ​ຕ້ອງ​ເຮັດ​ແນວ​ນີ້​ຄື​ກັນ. 13  ທຸກ​ຄົນ​ທີ່​ເກີດ​ໃນ​ອິດສະຣາເອນ​ຕ້ອງ​ເຮັດ​ແນວ​ນີ້​ຕອນ​ທີ່​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ມາ​ໃຫ້​ພະ​ເຢໂຫວາ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. 14  ຖ້າ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ມາ​ດົນ​ແລ້ວ​ຈະ​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ມາ​ໃຫ້​ພະ​ເຢໂຫວາ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ ລາວ​ຕ້ອງ​ເຮັດ​ຄື​ກັບ​ພວກ​ເຈົ້າ​ທຸກ​ຢ່າງ.+ 15  ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ​ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຈົ້າ​ກໍ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ອັນ​ດຽວ​ກັນ​ນີ້. ນີ້​ແມ່ນ​ຄຳ​ສັ່ງ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ. ສຳລັບ​ພະ​ເຢໂຫວາ ຄົນ​ຕ່າງ​ຊາດ​ກໍ​ຕ້ອງ​ເຮັດ​ຄື​ກັນ​ກັບ​ພວກ​ເຈົ້າ.+ 16  ພວກ​ເຈົ້າ​ກັບ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ມີ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ອັນ​ດຽວ​ກັນ.’” 17  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕື່ມ​ອີກ​ວ່າ: 18  “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຊິ​ເອົາ​ໃຫ້​ພວກ​ເຈົ້າ 19  ແລະ​ໄດ້​ກິນ​ອາຫານ​ຢູ່​ຫັ້ນ+ ພວກ​ເຈົ້າ​ຕ້ອງ​ເອົາ​ສ່ວນ​ໜຶ່ງ​ໃຫ້​ພະ​ເຢໂຫວາ. 20  ເຈົ້າ​ຕ້ອງ​ເອົາ​ແປ້ງ​ທີ່​ບົດ​ບໍ່​ລະອຽດ​ຈາກ​ຜົນ​ລະ​ປູກ​ຊຸດ​ທຳອິດ+ມາ​ເຮັດ​ເປັນ​ເຂົ້າຈີ່​ຮູບ​ວົງມົນ.* ເຈົ້າ​ຕ້ອງ​ເອົາ​ເຂົ້າຈີ່​ນັ້ນ​ໃຫ້​ພະເຈົ້າ ຄື​ກັບ​ວິທີ​ທີ່​ເອົາ​ຜົນລະປູກ​ທີ່​ໄດ້​ຈາກ​ລານ​ຟາດ​ເຂົ້າ​ໃຫ້​ເພິ່ນ. 21  ຄົນ​ລຸ້ນ​ຕໍ່​ໆ​ໄປ​ກໍ​ຕ້ອງ​ເອົາ​ສ່ວນ​ໜຶ່ງ​ຂອງ​ແປ້ງ​ທີ່ບົດ​ບໍ່​ລະອຽດທີ່​ໄດ້​ຈາກ​ຜົນ​ລະ​ປູກ​ຊຸດ​ທຳອິດມາ​ໃຫ້​ພະ​ເຢໂຫວາຄື​ກັນ. 22  ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ໃຫ້​ຜ່ານ​ທາງ​ໂມເຊ ພວກ​ເຈົ້າ​ຈະ​ມີ​ຄວາມ​ຜິດ. 23  ຄຳ​ສັ່ງ​ເຫຼົ່ານີ້​ພະ​ເຢໂຫວາ​ໃຫ້​ຜ່ານ​ທາງ​ໂມເຊ ແລະ​ໃຊ້​ໄດ້​ຕັ້ງ​ແຕ່​ມື້​ທີ່​ພະ​ເຢໂຫວາ​ສັ່ງ​ພວກ​ເຈົ້າ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ. 24  ຖ້າ​ພວກ​ເຈົ້າ​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ເຊິ່ງ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ​ມາ​ໃຫ້​ເພິ່ນ.+ ພວກເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ນຳ.+ 25  ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ພວກ​ອິດສະຣາເອນ​ທຸກ​ຄົນ ແລະ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ+​ທີ່​ໄດ້​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ ຍ້ອນ​ພວກ​ເຈົ້າ​ໄດ້​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ມາ​ໃຫ້​ພະ​ເຢໂຫວາ​ກັບ​ເຄື່ອງ​ບູຊາ​ໄຖ່​ບາບ​ມາ​ໃຫ້​ພະ​ເຢໂຫວາ ເພື່ອ​ໄຖ່​ຄວາມ​ຜິດ​ນັ້ນ. 26  ເມື່ອ​ເຮັດ​ແນວ​ນັ້ນ​ແລ້ວ ພວກ​ອິດສະຣາເອນ​ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ​ທີ່​ໄດ້​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ. 27  ຖ້າ​ຜູ້​ໃດ​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ ລາວ​ຕ້ອງ​ເອົາ​ແບ້​ໂຕ​ແມ່​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.+ 28  ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ຜູ້​ນັ້ນ​ຕໍ່​ໜ້າ​ພະ​ເຢໂຫວາ​ແລ້ວ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.+ 29  ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ກໍ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ອັນ​ດຽວ​ກັນ​ນີ້​ເມື່ອ​ເຮັດ​ຜິດ​ໂດຍ​ບໍ່​ຮູ້​ໂຕ.+ 30  ຖ້າ​ຜູ້​ໃດ​ຕັ້ງ​ໃຈ​ເຮັດ​ຜິດ+ກໍ​ເທົ່າ​ກັບ​ວ່າ​ລາວ​ກຳລັງ​ດູ​ໝິ່ນ​ພະ​ເຢໂຫວາ. ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ​ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ. 31  ລາວ​ດູຖູກ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ແລະ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ ຍ້ອນ​ແນວ​ນັ້ນ ລາວ​ຈະ​ຕ້ອງ​ຕາຍ.+ ລາວ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ລາວ​ເອງ.’”+ 32  ຕອນ​ທີ່​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນ​ດານ ມີ​ຄົນ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ໄປ​ຫາ​ຟືນ​ໃນ​ວັນ​ຊະບາໂຕ.+ 33  ເຂົາ​ເຈົ້າ​ກໍ​ເລີຍ​ພາ​ຜູ້​ຊາຍ​ຄົນ​ນັ້ນ​ໄປ​ຫາ​ໂມເຊ​ກັບ​ອາໂຣນ ແລະ​ພວກ​ອິດສະຣາເອນ. 34  ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ຊິ​ເຮັດ​ແນວ​ໃດ​ກັບ​ລາວ​ເພາະ​ກົດ​ໝາຍ​ກໍ​ບໍ່​ໄດ້​ບອກ​ຈະ​ແຈ້ງ ເຂົາ​ເຈົ້າ​ເລີຍ​ກັກ​ໂຕ​ລາວ​ໄວ້​ກ່ອນ.+ 35  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ໃຫ້​ພວກ​ອິດສະຣາເອນ​ພາ​ຜູ້​ຊາຍ​ຄົນ​ນັ້ນ​ອອກ​ໄປ​ນອກ​ຄ້າຍພັກແລະດຶກ​ກ້ອນ​ຫີນໃສ່​ລາວ.+ ລາວ​ຈະ​ຕ້ອງ​ຕາຍ.”+ 36  ພວກ​ອິດສະຣາເອນ​ກໍ​ເຮັດ​ແບບ​ນັ້ນ. ເຂົາ​ເຈົ້າ​ພາ​ລາວ​ອອກ​ໄປ​ນອກ​ຄ້າຍພັກແລະ​ດຶກ​ກ້ອນ​ຫີນ​ໃສ່​ລາວ​ຈົນ​ຕາຍ ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໂມເຊ. 37  ພະ​ເຢໂຫວາ​ບອກ​ໂມເຊ​ຕື່ມ​ວ່າ: 38  “ໃຫ້​ບອກ​ພວກ​ອິດສະຣາເອນ​ເຮັດ​ຍອຍ​ໃສ່ຕີນ​ຊຸດ​ຍາວຂອງ​ໂຕເອງ ແລະ​ໃຫ້​ເອົາ​ດ້າຍ​ສີ​ຟ້າ​ມາ​ຫຍິບ​ເຮັດ​ເປັນ​ຂອບ​ເທິງ​ຍອຍ​ນັ້ນ.+ ເຂົາ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ. 39  ແລ້ວ​ໃຫ້​ບອກ​ອີກ​ວ່າ ‘ເມື່ອ​ພວກ​ເຈົ້າ​ເຫັນ​ຍອຍ​ເສື້ອ​ນີ້ ມັນ​ຈະ​ເຕືອນ​ພວກ​ເຈົ້າ​ໃຫ້​ຈື່​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.+ ຢ່າ​ເຮັດ​ຕາມ​ໃຈ​ໂຕເອງ​ແລະ​ຕາມ​ທີ່​ຕາ​ເຫັນ ເພາະ​ມັນ​ຈະເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ຄື​ກັບ​ແມ່​ຈ້າງ.*+ 40  ເມື່ອ​ເຮັດ​ແນວ​ນີ້​ພວກ​ເຈົ້າ​ກໍ​ຈະ​ຈື່​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເຮົາ. ພວກ​ເຈົ້າ​ຈະ​ເປັນ​ຄົນ​ບໍລິສຸດ​ສຳລັບ​ເຮົາ.+ 41  ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ຜູ້​ທີ່​ພາ​ພວກ​ເຈົ້າ​ອອກ​ຈາກ​ເອຢິບ​ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”
2,2 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
0,92 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
0,92 ລິດ
1,22 ລິດ
4,4 ລິດ
1,22 ລິດ
6,6 ລິດ
1,84 ລິດ
ເຂົ້າຈີ່​ຮູບ​ວົງມົນ​ທີ່​ມີ​ຮູ​ທາງ​ກາງ
ໝາຍເຖິງ​ນະມັດສະການ​ພະເຈົ້າ​ອື່ນ