ຈົດເຊັນບັນຊີ 16:1-50

  • ການ​ກະບົດ​ຂອງ​ໂກຣາ ດາ​ທານ ແລະ​ອາບີຣາມ (1-19)

  • ການ​ລົງໂທດ​ຄົນ​ທີ່​ກະບົດ (20-50)

16  ຕໍ່ມາ ໂກຣາ+ຮ່ວມ​ຫົວ​ກັບ​ດາທານ ອາບີຣາມ ແລະ​ໂອນ. (ໂກຣາ​ເປັນ​ລູກ​ຫຼານ​ຂອງ​ເລວີ.+ ເລວີ​ມີ​ລູກ​ຊາຍ​ຊື່​ໂກຮາດ. ໂກຮາດ​ມີ​ລູກ​ຊາຍ​ຊື່​ອິດຊະຮາ.+ ອິດຊະຮາ​ມີ​ລູກ​ຊາຍ​ຊື່​ໂກຣາ.+ ດາ​ທານ ອາບີຣາມ ແລະ​ໂອນ​ເປັນ​ລູກ​ຫຼານ​ຂອງ​ຣູເບັນ.+ ດາ​ທານ​ກັບ​ອາບີຣາມ​ເປັນ​ລູກ​ຊາຍ​ຂອງ​ເອລີອາບ+ ສ່ວນ​ໂອນ​ເປັນ​ລູກ​ຊາຍ​ຂອງ​ເປເລດ.)  ເຂົາ​ເຈົ້າ​ກັບ​ພວກ​ຫົວ​ໜ້າ​ອີກ 250 ຄົນ ເຊິ່ງ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ແລະ​ຖືກ​ເລືອກ​ຈາກ​ພວກ​ອິດສະຣາເອນ​ໄດ້​ພາກັນ​ໄປ​ເວົ້າ​ໃຫ້​ໂມເຊ.  ເຂົາ​ເຈົ້າ​ເວົ້າ​ໃຫ້+​ໂມເຊ​ກັບ​ອາໂຣນ​ວ່າ: “ພວກ​ເຮົາທົນ​ພວກ​ເຈົ້າບໍ່​ໄຫວ​ແລ້ວ! ຄົນ​ອິດສະຣາເອນ​ທັງ​ໝົດ​ເປັນ​ຂອງ​ພະ​ເຢໂຫວາ+ແລະ​ເພິ່ນ​ກໍ​ຢູ່​ນຳ​ພວກ​ເຮົາ+ຄື​ກັນ​ບໍ່​ແມ່ນ​ບໍ? ເປັນ​ຫຍັງ​ພວກ​ເຈົ້າ​ເຮັດ​ໂຕ​ເປັນ​ໃຫຍ່​ໃນ​ພວກ​ຄົນ​ຂອງ​ພະ​ເຢໂຫວາ?”  ເມື່ອ​ໂມເຊ​ໄດ້​ຍິນ​ແນວ​ນັ້ນ ລາວ​ກໍ​ອຸກໃຈ ເລີຍ​ຄູ້​ເຂົ່າ​ໝູບ​ໜ້າ​ລົງ​ພື້ນ.  ໂມເຊ​ບອກ​ໂກຣາ​ກັບ​ພວກ​ຂອງ​ລາວ​ວ່າ: “ມື້​ອື່ນ​ເຊົ້າ ພະ​ເຢໂຫວາ​ຊິ​ເຮັດ​ໃຫ້​ຮູ້​ວ່າ ແມ່ນ​ໃຜ​ເປັນ​ຄົນ​ຂອງ​ເພິ່ນ+ ແມ່ນ​ໃຜ​ເປັນ​ຄົນ​ບໍລິສຸດ ແລະ​ແມ່ນ​ໃຜ​ເຂົ້າ​ຫາ​ເພິ່ນ​ໄດ້.+ ຄົນ​ທີ່​ເພິ່ນ​ເລືອກ​ຫັ້ນ​ແຫຼະ​ຈະ​ເຂົ້າ​ຫາ​ເພິ່ນ​ໄດ້.+  ໂກຣາ ໃຫ້​ເຈົ້າ​ກັບ​ຄົນ​ຂອງ​ເຈົ້າ+ເອົາ​ແນວ​ໃສ່​ເຄື່ອງຫອມ+​ມາ.  ມື້​ອື່ນ​ເຊົ້າ ໃຫ້​ເອົາ​ຖ່ານ​ໄຟ​ກັບ​ເຄື່ອງຫອມ​ມາ​ໃສ່​ໃນ​ຫັ້ນ​ຕໍ່​ໜ້າ​ພະ​ເຢໂຫວາ. ຖ້າ​ພະ​ເຢໂຫວາ​ເລືອກ​ໃຜ+ ຄົນ​ນັ້ນ​ກໍ​ເປັນ​ຄົນ​ບໍລິສຸດ. ພໍ​ໄດ້​ແລ້ວ ພວກ​ລູກ​ຫຼານ​ເລວີ​ເອີ້ຍ!”+  ໂມເຊ​ເວົ້າ​ກັບ​ໂກຣາ​ອີກ​ວ່າ: “ຟັງ​ເດີ້ ພວກ​ລູກ​ຫຼານ​ເລວີ  ພະເຈົ້າ​ຂອງ​ອິດສະຣາເອນ​ໃຫ້​ສິດທິ​ພິເສດ​ພວກ​ເຈົ້າ​ຫຼາຍ​ແລ້ວ​ບໍ່​ແມ່ນ​ບໍ? ເພິ່ນ​ເລືອກ​ພວກ​ເຈົ້າ​ຈາກ​ພວກ​ອິດສະຣາເອນ+ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ ໃຫ້​ຢືນ​ຢູ່​ຕໍ່​ໜ້າ​ພວກ​ອິດສະຣາເອນ ແລະ​ເຮັດ​ວຽກ​ແທນ​ເຂົາ​ເຈົ້າ.+ 10  ເພິ່ນ​ເລືອກ​ໃຫ້​ພວກ​ເຈົ້າ​ກັບ​ອ້າຍນ້ອງ​ຂອງ​ພວກ​ເຈົ້າ​ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ເລວີ​ຢູ່​ໃກ້​ເພິ່ນ. ພວກ​ເຈົ້າ​ຍັງ​ບໍ່​ພໍ​ໃຈ​ບໍ? ຍັງ​ຢາກ​ເປັນ​ປະໂລຫິດ​ອີກ​ຊັ້ນ​ເບາະ?+ 11  ພວກ​ເຈົ້າ​ກັບ​ຄົນ​ຂອງ​ພວກ​ເຈົ້າ​ເຮັດ​ແນວ​ນີ້ ກໍ​ເທົ່າ​ກັບ​ຕໍ່ຕ້ານ​ພະ​ເຢໂຫວາ. ແລ້ວ​ອາໂຣນ​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ ພວກ​ເຈົ້າ​ຈຶ່ງ​ຈົ່ມ​ໃຫ້​ລາວ?”+ 12  ໂມເຊ​ໃຫ້​ຄົນ​ໄປ​ເອີ້ນ​ດາ​ທານ​ກັບ​ອາບີຣາມ+ລູກ​ຊາຍ​ຂອງ​ເອລີອາບ​ມາ​ຫາ ແຕ່​ເຂົາ​ເຈົ້າ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ໄປ​ຫາ​ເຈົ້າ​ດອກ. ຊິ​ໄປ​ເຮັດ​ຫຍັງ? 13  ເຈົ້າ​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ ແລະ​ໃຫ້​ພວກ​ເຮົາ​ມາ​ຕາຍ​ຢູ່​ບ່ອນ​ກັນ​ດານ​ນີ້ ຍັງ​ບໍ່​ສົມ​ໃຈ​ເຈົ້າ​ອີກ​ເບາະ?+ ຍັງ​ຊິ​ເປັນ​ນາຍ​ພວກ​ເຮົາ​ອີກ​ຫວະ? 14  ປານ​ນັ້ນ​ວ່າ​ຊິ​ໃຫ້​ພວກ​ເຮົາ​ໄປ​ຢູ່​ໃນ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ.+ ໃສ​ຄື​ບໍ່​ເຫັນ​ມີ? ດິນ​ກັບ​ສວນ​ໝາກ​ລະແຊັງ​ທີ່​ເຮົາ​ຊິ​ໄດ້​ຢູ່​ໃສ? ເຈົ້າ​ຊິ​ໃຫ້​ຄົນ​ພວກ​ນີ້​ຫຼັບ​ຫູ​ຫຼັບ​ຕາ​ໄປ​ນຳ​ເຈົ້າ​ຊັ້ນ​ຫວະ? ພວກ​ເຮົາ​ບໍ່​ໄປ​ດອກ!” 15  ໂມເຊ​ໃຈ​ຮ້າຍ​ຫຼາຍ​ແລະ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ພະອົງ​ບໍ່​ຕ້ອງຍອມ​ຮັບເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ຂອງ​ເຂົາ​ເຈົ້າ​ເດີ້. ລາ​ໂຕ​ດຽວ​ລູກ​ກໍ​ບໍ່​ໄດ້​ເອົາ​ຂອງ​ເຂົາ​ເຈົ້າ ແລະ​ລູກ​ກໍ​ບໍ່​ໄດ້​ຕີ​ບໍ່​ໄດ້​ຂ້າ​ຜູ້​ໃດ.”+ 16  ໂມເຊ​ກໍ​ເວົ້າ​ກັບ​ໂກຣາ​ວ່າ: “ມື້​ອື່ນ ໃຫ້​ເຈົ້າ​ກັບ​ຄົນ​ຂອງ​ເຈົ້າ​ມາ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ແລ້ວ​ອາໂຣນ​ກໍ​ຊິ​ມາ​ຄື​ກັນ. 17  ໃຫ້​ທຸກ​ຄົນ​ເອົາ​ແນວ​ໃສ່​ເຄື່ອງຫອມ​ມາ ເອົາ​ເຄື່ອງຫອມ​ໃສ່​ໃນ​ຫັ້ນ ແລ້ວ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ທັງ​ເຈົ້າ​ກັບ​ອາໂຣນ ແລະ​ພວກ​ຫົວ​ໜ້າ 250 ຄົນ.” 18  ແຕ່​ລະ​ຄົນ​ກໍ​ຖືແນວ​ໃສ່​ເຄື່ອງຫອມ​ມາ​ແລະ​ເອົາ​ຖ່ານ​ໄຟ​ກັບ​ເຄື່ອງຫອມ​ໃສ່​ໃນ​ຫັ້ນ ແລ້ວ​ຢືນ​ຢູ່​ກັບ​ໂມເຊ​ແລະ​ອາໂຣນ​ຢູ່​ຕໍ່​ໜ້າ​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ. 19  ຕອນ​ທີ່​ໂກຣາ​ກັບພວກ​ຂອງ​ລາວ+ມາ​ຢືນ​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ ພວກ​ອິດສະຣາເອນ​ກໍ​ເຫັນແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ.+ 20  ພະ​ເຢໂຫວາ​ບອກ​ໂມເຊ​ກັບ​ອາໂຣນ​ວ່າ: 21  “ໃຫ້​ພວກ​ເຈົ້າ​ຢືນ​ຢູ່​ຫ່າງ​ໆ​ຈາກ​ພວກ​ນັ້ນ ເຮົາ​ຈະ​ທຳລາຍ​ພວກ​ເຂົາ​ໃຫ້​ໝົດ​ບາດ​ດຽວ.”+ 22  ແລ້ວ​ທັງ​ສອງ​ຄົນ​ກໍ​ໝູບ​ໜ້າ​ລົງ​ພື້ນ​ແລະ​ເວົ້າ​ວ່າ: “ພະເຈົ້າ​ຜູ້​ໃຫ້​ຊີວິດ​ທຸກ​ຄົນ+ ມີ​ແຕ່​ຄົນ​ດຽວ​ທີ່​ເຮັດ​ຜິດ ພະອົງ​ຈະ​ທຳລາຍ​ພວກ​ອິດສະຣາເອນ​ໝົດ​ທຸກ​ຄົນ​ເລີຍ​ບໍ?”+ 23  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 24  “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ໃຫ້ຢູ່​ໄກ​ໆ​ຈາກ​ເຕັ້ນ​ຂອງ​ໂກຣາ ດາ​ທານ ແລະ​ອາບີຣາມ!’”+ 25  ໂມເຊ​ກັບ​ພວກ​ຜູ້​ນຳ+​ຂອງ​ອິດສະຣາເອນ​ກໍ​ໄປ​ຫາ​ດາ​ທານ​ກັບ​ອາບີຣາມ. 26  ໂມເຊ​ບອກ​ພວກ​ອິດສະຣາເອນ​ວ່າ: “ໃຫ້​ຢູ່​ໄກ​ໆ​ຈາກ​ເຕັ້ນ​ຂອງ​ຄົນ​ຊົ່ວ​ພວກ​ນີ້ ແລະ​ຢ່າ​ໄປ​ຖືກ​ຫຼື​ໄປ​ບາຍ​ເຄື່ອງ​ຂອງ​ຂອງ​ພວກ​ເຂົາ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ທຳລາຍ​ພ້ອມ​ກັບ​ຄົນ​ພວກ​ນີ້ ຍ້ອນ​ພວກ​ເຂົາ​ເຮັດ​ຜິດ.” 27  ແລ້ວ​ປະຊາຊົນ​ກໍ​ຫຍັບ​ອອກ​ໄປ​ໄກ​ໆ​ຈາກ​ເຕັ້ນ​ຂອງ​ໂກຣາ ດາ​ທານ ແລະ​ອາບີຣາມ​ທັນທີ. ດາ​ທານ​ກັບ​ອາບີຣາມ​ກໍ​ອອກ​ມາ​ຢືນ​ຢູ່​ທາງເຂົ້າ​ເຕັ້ນ​ຂອງ​ໂຕເອງ ພ້ອມ​ກັບລູກ​ແລະ​ເມຍ. 28  ໂມເຊ​ເວົ້າ​ວ່າ: “ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ໄປ​ນີ້​ຊິ​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ໃຊ້​ຂ້ອຍ​ມາ​ຫຼື​ຂ້ອຍ​ຄິດ​ເອງ. 29  ຖ້າ​ຄົນ​ພວກ​ນີ້​ຕາຍ​ແລະ​ຖືກ​ລົງໂທດ​ຄື​ກັບ​ຄົນ​ທົ່ວໄປ ກໍ​ສະແດງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ໃຊ້​ຂ້ອຍ​ມາ.+ 30  ແຕ່​ຖ້າ​ພະ​ເຢໂຫວາ​ເຮັດ​ສິ່ງ​ທີ່​ເໜືອ​ທຳມະຊາດ ໂດຍ​ໃຫ້​ແຜ່ນດິນ​ແຍກ​ອອກ​ຈາກ​ກັນ ແລ້ວ​ເຂົາ​ເຈົ້າ​ກໍ​ຕົກ​ລົງ​ໄປ​ຕາຍ​ໃນ​ຫັ້ນ​ພ້ອມ​ກັບ​ເຄື່ອງ​ຂອງ​ຂອງ​ເຂົາ​ເຈົ້າ ນີ້​ກໍ​ສະແດງ​ວ່າ​ເຂົາ​ເຈົ້າ​ດູ​ໝິ່ນ​ພະ​ເຢໂຫວາ.” 31  ທັນທີ​ທີ່​ໂມເຊ​ເວົ້າ​ຈົບ ແຜ່ນດິນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢືນ​ຢູ່​ກໍ​ແຍກ​ອອກ​ຈາກ​ກັນ.+ 32  ດິນ​ໄດ້​ອ້າ​ປາກ​ແລະ​ກືນ​ເຂົາ​ເຈົ້າ​ລົງ​ໄປ. ຄົນ​ໃນ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຄົນ​ທີ່​ສະໜັບສະໜູນ​ໂກຣາ+ກໍ​ຕົກ​ລົງ​ໄປ​ຕາຍ. ເຄື່ອງ​ຂອງ​ຂອງ​ເຂົາ​ເຈົ້າ​ກໍ​ຕົກ​ລົງ​ໄປ​ນຳ. 33  ເຂົາ​ເຈົ້າ​ກັບ​ຄົນ​ທີ່​ສະໜັບສະໜູນ​ເຂົາ​ເຈົ້າ​ກໍ​ຕົກ​ລົງ​ຫັ້ນ​ແລະ​ດິນ​ກໍ​ຖົມ​ເຂົາ​ເຈົ້າ. ທຸກ​ຄົນຈຶ່ງ​ຕາຍ*ໝົດ.+ 34  ເມື່ອ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຄົນ​ທີ່​ຕົກ​ລົງ​ໄປ ພວກ​ອິດສະຣາເອນ​ທີ່​ຢູ່​ອ້ອມ​ຮອບ​ເຂົາ​ເຈົ້າ​ກໍ​ພາກັນ​ແລ່ນ​ໜີ​ແລະ​ເວົ້າ​ວ່າ: “ເປັນ​ຕາ​ຢ້ານ​ແທ້. ພວກ​ເຮົາ​ບໍ່​ຢາກ​ຕົກ​ລົງ​ໄປ​ນຳ​ເຂົາ​ເຈົ້າ!” 35  ແລ້ວ​ພະ​ເຢໂຫວາ​ກໍສົ່ງ​ໄຟ​ລົງ​ມາ+ເຜົາ​ຜູ້​ຊາຍ 250 ຄົນ​ທີ່​ເຜົາ​ເຄື່ອງຫອມ.+ 36  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 37  “ບອກ​ເອເລອາຊາ​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ​ໃຫ້​ເອົາ​ແນວ​ໃສ່​ເຄື່ອງຫອມ+ອອກ​ຈາກ​ບ່ອນ​ທີ່​ຖືກ​ໄຟ​ໄໝ້ ຍ້ອນ​ແນວ​ໃສ່​ເຄື່ອງຫອມ​ເຫຼົ່າ​ນັ້ນ​ເປັນ​ສິ່ງ​ບໍລິສຸດ ແລະ​ບອກ​ໃຫ້​ລາວ​ເອົາ​ຖ່ານ​ໄຟ​ໄປສາດຖິ້ມ​ໄກ​ໆ​. 38  ໃຫ້​ເອົາ​ແນວ​ໃສ່​ເຄື່ອງຫອມ​ຂອງ​ຄົນ​ທີ່​ຖືກ​ລົງໂທດ​ເຖິງ​ຕາຍ​ຍ້ອນ​ເຮັດ​ຜິດ​ໄປ​ຕີ​ເປັນ​ແຜ່ນ​ບາງ​ໆ​ ແລະ​ເອົາ​ໄປ​ໂອບ​ແທ່ນ​ບູຊາ.+ ສິ່ງ​ເຫຼົ່າ​ນັ້ນ​ຖື​ວ່າ​ບໍລິສຸດ ຍ້ອນ​ຖືກ​ເອົາ​ມາ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ແລ້ວ. ສິ່ງ​ເຫຼົ່າ​ນັ້ນ​ຈະ​ເປັນ​ສິ່ງ​ເຕືອນ​ໃຈ​ພວກ​ອິດສະຣາເອນ.”+ 39  ແລ້ວ​ປະໂລຫິດ​ເອເລອາຊາ​ກໍ​ເອົາ​ແນວ​ໃສ່​ເຄື່ອງຫອມ​ທີ່​ເຮັດ​ດ້ວຍ​ທອງແດງ​ຂອງ​ຄົນ​ທີ່​ຖືກ​ເຜົາ​ໄປ​ຕີ​ເປັນ​ແຜ່ນ ແລະ​ເອົາ​ໄປ​ໂອບ​ໃສ່​ແທ່ນ​ບູຊາ 40  ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ຜ່ານ​ທາງ​ໂມເຊ. ສິ່ງ​ນີ້​ຈະ​ເຕືອນ​ພວກ​ອິດສະຣາເອນ​ວ່າ ຄົນ​ທີ່​ບໍ່​ແມ່ນ​ລູກ​ຫຼານ​ຂອງ​ອາໂຣນ​ບໍ່​ມີ​ສິດ*ທີ່​ຈະ​ເຜົາ​ເຄື່ອງຫອມ​ຕໍ່​ໜ້າ​ພະ​ເຢໂຫວາ+ ແລະ​ຍັງ​ເຕືອນ​ເຂົາ​ເຈົ້າ​ວ່າ​ບໍ່​ຄວນ​ເຮັດ​ຄື​ກັບ​ໂກຣາ​ແລະ​ພວກ​ຂອງ​ລາວ.+ 41  ມື້​ຕໍ່ມາ ພວກ​ອິດສະຣາເອນ​ກໍ​ພາກັນ​ມາ​ເວົ້າ​ໃຫ້​ໂມເຊ​ກັບ​ອາໂຣນ+​ວ່າ: “ພວກ​ເຈົ້າ 2 ຄົນ​ເຮັດ​ໃຫ້​ຄົນ​ຂອງ​ພະ​ເຢໂຫວາຕ້ອງຕາຍ.” 42  ຕອນ​ທີ່​ພວກ​ອິດສະຣາເອນ​ລວມ​ໂຕ​ກັນ​ມາ​ຕໍ່ຕ້ານ​ໂມເຊ​ກັບ​ອາໂຣນ ເຂົາ​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ເຕັ້ນ​ຂໍ​ການ​ຊີ້ນຳ ແລ້ວ​ເຂົາ​ເຈົ້າ​ກໍ​ເຫັນ​ຂີ້ເຝື້ອ​ລົງ​ມາ​ປົກ​ຄຸມ​ເຕັ້ນ​ນັ້ນ ແລະ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ.+ 43  ແລ້ວ​ໂມເຊ​ກັບ​ອາໂຣນ​ກໍ​ໄປ​ຢືນ​ຢູ່​ທາງ​ໜ້າ​ເຕັ້ນ​ຂໍ​ການ​ຊີ້ນຳ+ 44  ແລະ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: 45  “ໃຫ້​ພວກ​ເຈົ້າ​ຫຍັບ​ອອກ​ໄປ​ໄກ​ໆ​ຈາກ​ຄົນ​ພວກ​ນີ້ ເຮົາ​ຈະ​ທຳລາຍ​ພວກ​ເຂົາ​ໃຫ້​ໝົດ​ບາດ​ດຽວ.”+ ຕອນ​ນັ້ນ ໂມເຊ​ກັບ​ອາໂຣນ​ກໍ​ໝູບ​ໜ້າ​ລົງ​ພື້ນ​ທັນທີ.+ 46  ໂມເຊ​ບອກ​ອາໂຣນ​ວ່າ: “ໃຫ້​ເຈົ້າ​ໄປ​ເອົາ​ແນວ​ໃສ່​ເຄື່ອງຫອມ​ມາ ເອົາ​ຖ່ານ​ໄຟຢູ່ແທ່ນ​ບູຊາ​ໃສ່+ ແລ້ວ​ກໍ​ເອົາ​ເຄື່ອງຫອມ​ໃສ່ ແລະ​ໃຫ້​ເຈົ້າ​ຟ້າວ​ໄປ​ຫາ​ປະຊາຊົນ ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ເຂົາ​ເຈົ້າ+ ຍ້ອນ​ພະ​ເຢໂຫວາ​ໃຈ​ຮ້າຍແຮງ ແລະ​ປະຊາຊົນ​ກໍ​ເລີ່ມ​ຕາຍ​ຍ້ອນໂລກລະບາດແລ້ວ!” 47  ອາໂຣນ​ກໍ​ຟ້າວ​ເຮັດ​ຕາມ​ທີ່​ໂມເຊ​ບອກ​ທັນທີ. ລາວ​ແລ່ນ​ອອກ​ໄປ​ຫາ​ປະຊາຊົນ. ຕອນ​ນັ້ນ ປະຊາຊົນ​ກໍ​ເລີ່ມ​ຕາຍຍ້ອນ​ໂລກລະບາດ​ແລ້ວ. ລາວ​ເອົາ​ເຄື່ອງຫອມ​ໃສ່​ໃນ​ແນວ​ໃສ່​ເຄື່ອງຫອມ​ໄປ​ໄຖ່​ບາບ​ໃຫ້​ປະຊາຊົນ. 48  ລາວ​ຢືນ​ຢູ່​ລະຫວ່າງ​ຟາກ​ທີ່​ມີ​ຄົນ​ຕາຍ​ກັບ​ຄົນ​ທີ່​ຍັງ​ບໍ່​ທັນ​ຕາຍ ແລ້ວ​ໂລກລະບາດ​ກໍ​ເຊົາ. 49  ຄົນ​ທີ່​ຕາຍ​ຍ້ອນ​ໂລກລະບາດ​ນັ້ນ ລວມ​ທັງ​ໝົດ​ມີ 14.700 ຄົນ ເຊິ່ງ​ບໍ່​ໄດ້​ນັບ​ລວມ​ຄົນ​ທີ່​ຕາຍ​ຍ້ອນ​ການ​ກະບົດ​ຂອງ​ໂກຣານຳ. 50  ຕອນ​ທີ່​ອາໂຣນ​ກັບ​ຄືນ​ໄປ​ຫາ​ໂມເຊ​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ​ກໍ​ບໍ່​ມີ​ຜູ້​ໃດ​ຕາຍ​ຍ້ອນ​ໂລກລະບາດ​ອີກແລ້ວ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຕາຍ​ຈາກ​ພວກ​ອິດສະຣາເອນ”
ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ”