ຈົດເຊັນບັນຊີ 18:1-32

  • ໜ້າ​ທີ່​ຂອງ​ພວກ​ປະໂລຫິດ​ແລະ​ຄົນ​ເລວີ (1-7)

  • ສ່ວນ​ແບ່ງ​ຂອງ​ພວກ​ປະໂລຫິດ (8-19)

    • ຄຳ​ສັນຍາ​ແຫ່ງ​ເກືອ (19)

  • ພວກເລວີ​ຈະ​ໄດ້​ຮັບ​ແລະ​ຈະ​ໃຫ້ 1 ສ່ວນ 10 (20-32)

18  ພະ​ເຢໂຫວາ​ເວົ້າ​ກັບ​ອາໂຣນ​ວ່າ: “ຖ້າ​ມີ​ຜູ້​ໃດ​ເຮັດ​ຜິດ​ກົດ​ໝາຍ​ກ່ຽວ​ກັບ​ບ່ອນ​ບໍລິສຸດ ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ແລະ​ລູກ​ຫຼານ​ຂອງ​ເຈົ້າ​ຕ້ອງ​ຮັບຜິດຊອບ.+ ຖ້າ​ຜູ້​ໃດ​ເຮັດ​ຜິດ​ກົດ​ໝາຍ​ກ່ຽວ​ກັບ​ວຽກ​ປະໂລຫິດ ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ຕ້ອງ​ຮັບຜິດຊອບ.+  ໃຫ້​ເອົາ​ພວກ​ພີ່ນ້ອງ​ຂອງ​ເຈົ້າ​ທີ່​ຢູ່​ໃນ​ຕະກູນ​ເລວີ ເຊິ່ງ​ເປັນ​ຕະກູນ​ຂອງ​ພໍ່​ເຈົ້າ​ມາ​ຊ່ວຍ​ວຽກ​ເຈົ້າ+ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ຢູ່​ເຕັ້ນ​ສັກສິດ​ທີ່​ມີ​ຫີບ​ສັນຍາ.*+  ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ທຸກ​ຢ່າງ​ຕາມ​ທີ່​ເຈົ້າ​ສັ່ງ ແລະ​ເຮັດ​ວຽກ​ອື່ນ​ໆ​ກ່ຽວ​ກັບ​ເຕັ້ນ​ສັກສິດ.+ ແຕ່​ຫ້າມ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໄປ​ໃກ້​ເຄື່ອງໃຊ້​ໃນ​ບ່ອນ​ບໍລິສຸດ​ກັບ​ແທ່ນ​ບູຊາ​ເພື່ອ​ເຈົ້າ​ກັບ​ເຂົາ​ເຈົ້າ​ຈະ​ບໍ່​ຕາຍ.+  ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ນຳ​ເຈົ້າ​ແລະ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ​ທີ່​ກ່ຽວ​ກັບ​ເຕັ້ນ​ສັກສິດ* ແຕ່​ຄົນ​ທີ່​ບໍ່​ມີ​ສິດ*ຫ້າມ​ເຂົ້າ​ໄປ​ໃກ້​ເຈົ້າ.+  ເຈົ້າ​ຈະ​ຕ້ອງ​ເຮັດ​ໜ້າ​ທີ່​ຢູ່​ບ່ອນ​ບໍລິສຸດ+​ກັບ​ຢູ່​ແທ່ນ​ບູຊາ+ເພື່ອ​ເຮົາ​ຈະ​ບໍ່​ໃຈ​ຮ້າຍ+​ໃຫ້​ພວກ​ອິດສະຣາເອນ​ອີກ.  ເຮົາ​ໄດ້​ເລືອກ​ຄົນ​ເລວີ​ເຊິ່ງ​ເປັນ​ພີ່ນ້ອງ​ຂອງ​ເຈົ້າ​ຈາກ​ພວກ​ອິດສະຣາເອນ​ໃຫ້​ເປັນ​ຂອງຂວັນ​ຂອງ​ເຈົ້າ.+ ຄົນ​ເຫຼົ່ານີ້​ເປັນ​ຂອງ​ພະ​ເຢໂຫວາ​ແລະ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.+  ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ຈະ​ຕ້ອງ​ເຮັດ​ວຽກ​ປະໂລຫິດ​ຢູ່​ແທ່ນ​ບູຊາ​ກັບ​ຢູ່ຫ້ອງ​ບໍລິສຸດ​ທີ່ສຸດ.*+ ພວກ​ເຈົ້າ​ຕ້ອງ​ເຮັດ​ໜ້າ+​ທີ່​ນີ້​ເພາະ​ເຮົາ​ໃຫ້​ວຽກ​ປະໂລຫິດ​ເປັນ​ຂອງຂວັນ​ຂອງ​ພວກ​ເຈົ້າ. ຖ້າ​ຄົນ​ທີ່​ບໍ່​ມີ​ສິດຄົນ​ໃດ​ເຂົ້າ​ໄປ​ໃກ້​ບ່ອນ​ບໍລິສຸດ ຄົນ​ນັ້ນ​ຈະ​ຕ້ອງ​ຕາຍ.”+  ພະ​ເຢໂຫວາ​ເວົ້າ​ກັບ​ອາໂຣນ​ຕື່ມ​ອີກ​ວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ເບິ່ງ​ແຍງ​ສິ່ງ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ.+ ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໄດ້​ສ່ວນ​ແບ່ງ​ຂອງ​ສິ່ງ​ບໍລິສຸດ​ນີ້​ຕະຫຼອດໄປ.+  ພວກ​ເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ​ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ບໍລິສຸດ​ແທ້​ໆ​ຄື: ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຄື່ອງ​ບູຊາ​ໄຖ່​ບາບ+ ແລະ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ+ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ. ທັງ​ໝົດ​ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​ສຳລັບ​ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ເຈົ້າ. 10  ພວກ​ເຈົ້າ​ຈະ​ຕ້ອງ​ກິນ​ສ່ວນ​ແບ່ງ​ຈາກ​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ໃນ​ບ່ອນ​ບໍລິສຸດ.+ ມີ​ແຕ່​ຜູ້​ຊາຍ​ເທົ່າ​ນັ້ນ​ທີ່​ກິນ​ໄດ້. ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ສຳລັບ​ພວກ​ເຈົ້າ.+ 11  ພວກ​ເຈົ້າ​ຍັງ​ຈະ​ໄດ້​ຂອງຂວັນ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້+ພ້ອມ​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ.+ ເຮົາ​ເອົາ​ສິ່ງ​ເຫຼົ່ານີ້​ໃຫ້​ເຈົ້າ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ລູກສາວ​ທີ່​ຢູ່​ນຳ​ເຈົ້າ. ພວກ​ເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ​ນີ້​ຕະຫຼອດໄປ.+ ຄົນ​ໃນ​ເຮືອນ​ຂອງ​ເຈົ້າ​ທີ່​ຈະ​ກິນ​ສ່ວນ​ແບ່ງ​ເຫຼົ່ານີ້​ໄດ້​ຕ້ອງ​ເປັນ​ຄົນ​ທີ່​ເຮົາ​ຖື​ວ່າ​ສະອາດ.+ 12  ເມື່ອ​ພວກ​ອິດສະຣາເອນ​ເອົາ​ນ້ຳ​ມັນ​ທີ່​ດີ​ທີ່​ສຸດ ເຫຼົ້າແວງ​ທີ່​ດີ​ທີ່​ສຸດ ແລະ​ຜົນລະປູກ​ຊຸດ​ທຳອິດ+ມາ​ໃຫ້​ພະ​ເຢໂຫວາ ເຮົາ​ຈະ​ເອົາ​ໃຫ້​ເຈົ້າ.+ 13  ຜົນລະປູກ​ຊຸດ​ທຳອິດ​ທັງ​ໝົດ​ທີ່​ຢູ່​ໃນ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ຈະ​ເປັນ​ຂອງ​ພວກ​ເຈົ້າ.+ ຄົນ​ໃນ​ເຮືອນ​ຂອງ​ເຈົ້າ​ທີ່​ຈະ​ກິນ​ສິ່ງ​ເຫຼົ່ານີ້​ໄດ້​ຕ້ອງ​ເປັນ​ຄົນ​ທີ່​ເຮົາ​ຖື​ວ່າ​ສະອາດ. 14  ທຸກ​ສິ່ງ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະເຈົ້າ*ຈະ​ເປັນ​ຂອງ​ພວກ​ເຈົ້າ.+ 15  ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ ແລະລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດ​ທຸກ​ໂຕທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ+​ຈະ​ເປັນ​ຂອງ​ເຈົ້າ. ເຈົ້າ​ຈະ​ໄດ້​ຮັບ​ເງິນ​ຄ່າໄຖ່​ລູກ​ຊາຍ​ຜູ້​ທຳອິດ+ແລະ​ລູກ​ໂຕ​ຜູ້​ໂຕ​ທຳອິດ​ຂອງ​ສັດ​ທີ່​ຖື​ວ່າ​ບໍ່​ສະອາດ.+ 16  ເມື່ອແອ​ນ້ອຍຜູ້​ຊາຍ​ອາຍຸ​ໄດ້ 1 ເດືອນ​ຂຶ້ນ​ໄປ ເຈົ້າ​ຈະ​ໄດ້​ເງິນ​ຄ່າໄຖ່​ຈາກ​ພໍ່​ແມ່​ຂອງແອ​ນ້ອຍຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ຄື​ເງິນ​ໜັກ 5 ເຊເກນ*+ ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ.* 1 ເຊເກນ​ເທົ່າ​ກັບ 20 ເກຣາ.* 17  ແຕ່​ຫ້າມ​ໃຫ້​ຜູ້​ໃດ​ໄຖ່​ງົວ​ນ້ອຍ​ໂຕ​ຜູ້​ໂຕ​ທຳອິດ ແກະ​ນ້ອຍ​ໂຕ​ຜູ້​ໂຕ​ທຳອິດ ຫຼື​ແບ້​ນ້ອຍ​ໂຕ​ຜູ້​ໂຕ​ທຳອິດ.+ ເຮົາ​ຖື​ວ່າ​ສັດ​ເຫຼົ່ານີ້​ບໍລິສຸດ. ເຈົ້າ​ຕ້ອງ​ຊິດ​ເລືອດ​ຂອງ​ມັນ​ໃສ່​ແທ່ນ​ບູຊາ+ ແລະ​ເອົາ​ນ້ຳມັນ​ຂອງ​ສັດ​ໂຕ​ນັ້ນ​ໄປ​ເຜົາ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.*+ 18  ຊີ້ນ​ຂອງ​ພວກ​ມັນ​ຈະ​ເປັນ​ຂອງ​ເຈົ້າ ຄື​ກັບ​ຊີ້ນ​ສ່ວນ​ເອິກ​ກັບ​ຂາ​ຫຼັງ​ເບື້ອງ​ຂວາ​ທີ່​ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຈະ​ເປັນ​ຂອງ​ເຈົ້າ.+ 19  ທຸກ​ສິ່ງ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ຈະ​ເປັນ​ສ່ວນ​ແບ່ງ​ຂອງ​ເຈົ້າ​ຕະຫຼອດໄປ.+ ເຮົາ​ຈະ​ເອົາ​ໃຫ້​ເຈົ້າ​ກັບ​ລູກ​ຊາຍ​ຂອງ​ເຈົ້າ​ແລະ​ລູກສາວ​ທີ່​ຢູ່​ນຳ​ເຈົ້າ.+ ນີ້​ແມ່ນ​ສັນຍາ​ຕະຫຼອດໄປ*ທີ່​ພະ​ເຢໂຫວາ​ເຮັດ​ກັບ​ເຈົ້າ​ແລະ​ລູກ​ຫຼານ​ຂອງ​ເຈົ້າ.” 20  ພະ​ເຢໂຫວາ​ເວົ້າ​ກັບ​ອາໂຣນ​ອີກ​ວ່າ: “ເຈົ້າ​ຈະ​ບໍ່​ໄດ້​ຮັບ​ດິນ​ເປັນມໍລະດົກຄື​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​ໄດ້​ຮັບ+ ແຕ່ເຮົາ​ຈະ​ເບິ່ງ​ແຍງ​ເຈົ້າແລະ​ໃຫ້​ເຈົ້າ​ມີສິ່ງ​ຈຳເປັນຕ່າງ​ໆ​.*+ 21  ເຮົາ​ຈະ​ເອົາ 1 ສ່ວນ 10+ ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ ໃຫ້​ເປັນມໍລະດົກຂອງ​ພວກເລວີ​ເພື່ອ​ຕອບ​ແທນ​ທີ່​ເຂົາ​ເຈົ້າ​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 22  ຫ້າມ​ພວກ​ອິດສະຣາເອນ​ເຂົ້າ​ມາ​ໃກ້​ເຕັ້ນ​ສັກສິດ​ອີກ​ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເຮັດ​ຜິດ​ແລະ​ຕາຍ. 23  ພວກເລວີ​ຕ້ອງ​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ. ຖ້າ​ພວກ​ອິດສະຣາເອນ​ຄົນ​ໃດ​ເຮັດ​ຜິດ​ຕໍ່ບ່ອນ​ບໍລິສຸດ ພວກເລວີ​ຕ້ອງ​ຮັບຜິດຊອບ.+ ພວກເລວີ​ຈະ​ບໍ່​ໄດ້​ຮັບ​ດິນ​ເປັນມໍລະດົກ​ຄື​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​ໄດ້​ຮັບ. ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ.+ 24  ເພາະ 1 ສ່ວນ 10 ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ນັ້ນ ເຮົາ​ເອົາ​ໃຫ້​ເປັນ​ມໍລະດົກ​ຂອງ​ພວກເລວີ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ບອກ​ພວກເລວີ​ວ່າ ‘ພວກ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​ດິນ​ເປັນ​ມໍລະດົກ ຄື​ກັບ​ພວກ​ອິດສະຣາເອນ​ຕະກູນ​ອື່ນ​ໆ​ໄດ້​ຮັບ.’”+ 25  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 26  “ໃຫ້​ບອກ​ພວກເລວີ​ວ່າ ‘ເຮົາ​ຈະ​ເອົາ 1 ສ່ວນ 10 ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ ໃຫ້​ເປັນ​ມໍລະດົກ​ຂອງ​ພວກ​ເຈົ້າ.+ ແຕ່​ພວກ​ເຈົ້າ​ຕ້ອງ​ເອົາ 1 ສ່ວນ 10 ຈາກ 1 ສ່ວນ 10 ທີ່​ພວກ​ເຈົ້າ​ໄດ້​ຮັບ​ນັ້ນ​ມາ​ໃຫ້​ພະ​ເຢໂຫວາ.+ 27  ໃຫ້​ຖື​ວ່າ​ສິ່ງ​ທີ່​ພວກ​ເຈົ້າ​ເອົາ​ມາ​ໃຫ້​ນັ້ນເປັນ​ຄື​ກັບ​ເຂົ້າ+ ນ້ຳມັນ​ໝາກກອກ ຫຼື​ເຫຼົ້າແວງຂອງ​ພວກ​ເຈົ້າ​ເອງ. 28  ເມື່ອ​ເຮັດ​ແນວ​ນີ້ ພວກ​ເຈົ້າ​ກໍ​ໄດ້​ເອົາ 1 ສ່ວນ 10 ທີ່​ໄດ້​ຈາກ​ພວກ​ອິດສະຣາເອນ​ໃຫ້​ພະ​ເຢໂຫວາ. ພວກ​ເຈົ້າ​ຕ້ອງ​ເອົາ​ສ່ວນ​ນີ້​ທີ່​ເປັນ​ຂອງ​ພະ​ເຢໂຫວາ​ໃຫ້​ປະໂລຫິດ​ອາໂຣນ. 29  ສິ່ງ​ທີ່​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ພະ​ເຢໂຫວາ​ຕ້ອງ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ພວກ​ເຈົ້າ​ໄດ້​ຈາກ​ພວກ​ອິດສະຣາເອນ+ ແລະ​ໃຫ້​ພວກ​ເຈົ້າ​ຖື​ວ່າ​ເປັນ​ສິ່ງ​ທີ່​ບໍລິສຸດ. 30  ເມື່ອ​ພວກ​ເຈົ້າ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະເຈົ້າ​ແລ້ວ ສ່ວນ​ທີ່​ເຫຼືອ​ກໍ​ຈະ​ເປັນ​ຂອງ​ພວກ​ເຈົ້າ. ມັນ​ຈະເປັນ​ຄື​ກັບ​ເຂົ້າ ນ້ຳ​ມັນ​ໝາກກອກ ຫຼື​ເຫຼົ້າແວງຂອງ​ພວກ​ເຈົ້າ​ເອງ. 31  ພວກ​ເຈົ້າ​ກັບ​ຄອບຄົວ​ຈະ​ກິນ​ສິ່ງ​ເຫຼົ່ານີ້​ຢູ່​ໃສ​ກໍ​ໄດ້ ເພາະ​ມັນ​ເປັນ​ສິ່ງ​ຕອບ​ແທນ​ທີ່​ພວກ​ເຈົ້າ​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.+ 32  ຖ້າ​ພວກ​ເຈົ້າ​ເອົາ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ມາ​ໃຫ້​ພະເຈົ້າ ພວກ​ເຈົ້າ​ກໍ​ຈະ​ບໍ່​ມີ​ຄວາມ​ຜິດ. ແຕ່​ຖ້າ​ພວກ​ເຈົ້າ​ເອົາ​ສິ່ງ​ທີ່​ບໍລິສຸດ​ທີ່​ໄດ້​ຈາກ​ພວກ​ອິດສະຣາເອນ​ໄປ​ໃຊ້​ໃນ​ທາງ​ທີ່​ຜິດ ພວກ​ເຈົ້າ​ຈະ​ຕ້ອງ​ຕາຍ.’”+

ຂໍຄວາມໄຂເງື່ອນ

ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ.” ໝາຍເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ລູກ​ຫຼານ​ຂອງ​ອາໂຣນ.
ແປ​ຕາມ​ໂຕ​ວ່າ “ສິ່ງ​ທີ່​ຢູ່​ທາງ​ຫຼັງ​ຜ້າກັ້ງ”
ໝາຍເຖິງ​ທຸກ​ສິ່ງ​ທີ່​ຖືກ​ເຮັດ​ໃຫ້​ບໍລິສຸດ​ສຳລັບ​ພະເຈົ້າ​ໂດຍ​ເອົາ​ມາ​ໃຫ້​ພະອົງ​ໃນ​ແບບ​ທີ່​ບໍ່​ສາມາດ​ເອົາ​ຄືນ​ຫຼື​ໄຖ່​ຄືນ​ໄດ້
ຫຼື “ຕາມ​ເຊເກນ​ບໍລິສຸດ”
11,4 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
57 ກຣາມ
ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”
ແປ​ຕາມ​ໂຕ​ວ່າ “ຄຳ​ສັນຍາ​ແຫ່ງ​ເກືອ”
ແປ​ຕາມ​ໂຕ​ວ່າ “ເຮົາ​ເປັນ​ສ່ວນ​ແບ່ງ​ຂອງ​ເຈົ້າ”