ຈົດເຊັນບັນຊີ 19:1-22

  • ງົວ​ໂຕ​ແມ່​ສີ​ແດງ​ກັບ​ນ້ຳ​ທີ່​ເຮັດ​ໃຫ້​ສະອາດ (1-22)

19  ພະ​ເຢໂຫວາ​ບອກ​ໂມເຊ​ກັບ​ອາໂຣນ​ອີກ​ວ່າ:  “ພະ​ເຢໂຫວາ​ໃຫ້​ກົດ​ໝາຍ​ດັ່ງ​ຕໍ່​ໄປ​ນີ້ ‘ໃຫ້​ບອກ​ພວກ​ອິດສະຣາເອນ​ເອົາງົວ​ໂຕ​ແມ່​ສີ​ແດງທີ່​ຕຸ້ຍ​ພີ​ດີ​ງາມ​ມາ​ໂຕ​ໜຶ່ງ. ງົວ​ໂຕ​ນັ້ນ​ຕ້ອງ​ບໍ່​ມີ​ຕຳໜິ+ແລະ​ບໍ່​ທັນ​ໄດ້​ໃຊ້​ວຽກ​ເທື່ອ.*  ໃຫ້​ເຈົ້າ​ເອົາ​ງົວ​ໂຕ​ນັ້ນ​ໄປ​ໃຫ້​ປະໂລຫິດ​ເອເລອາຊາ ແລ້ວ​ລາວ​ຈະ​ເອົາ​ມັນ​ອອກ​ໄປ​ຂ້າ​ຢູ່​ນອກ​ຄ້າຍ​ພັກ.  ປະໂລຫິດ​ເອເລອາຊາ​ຈະ​ເອົາ​ນິ້ວ​ມື​ຈຸ່ມ​ເລືອດ​ງົວ​ໂຕ​ນັ້ນ ແລ້ວ​ຊິດ​ໄປ​ທາງ​ໜ້າ​ຂອງ​ເຕັ້ນ​ສັກສິດ* 7 ເທື່ອ.+  ເຂົາ​ເຈົ້າ​ຕ້ອງ​ຈູດ​ງົວ​ໂຕ​ນັ້ນ​ທັງ​ໜັງ ຊີ້ນ ເລືອດ ແລະ​ຂີ້​ຂອງ​ມັນ​ນຳ.+  ປະໂລຫິດ​ຈະ​ເອົາ​ງ່າ​ໄມ້​ຊີດ້າ* ຕົ້ນ​ຫູ​ສົບ+ ແລະ​ຜ້າ​ສີ​ແດງ​ສົດ​ຖິ້ມ​ລົງ​ໃສ່​ກອງ​ໄຟ​ທີ່​ຈູດ​ງົວ​ໂຕ​ນັ້ນ.  ປະໂລຫິດ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ​ແລະ​ອາບ​ນ້ຳ ແລ້ວ​ຈຶ່ງ​ຈະ​ກັບ​ເຂົ້າ​ມາ​ໃນ​ຄ້າຍ​ພັກ​ໄດ້ ແຕ່​ຈະ​ຖື​ວ່າ​ລາວ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ.  ຄົນ​ທີ່​ຈູດ​ງົວ​ໂຕ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງ​ແລະ​ອາບ​ນ້ຳ​ຄື​ກັນ ແລະ​ຈະ​ຖື​ວ່າ​ລາວ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ.  ໃຫ້​ຄົນ​ທີ່​ຖື​ວ່າ​ສະອາດ​ຄົນ​ໜຶ່ງ​ໄປ​ເອົາ​ຂີ້ເທົ່າ​ຂອງ​ງົວ​ໂຕ+ນັ້ນ​ມາ ແລະ​ເອົາ​ໄປ​ມ້ຽນ​ໄວ້​ບ່ອນ​ທີ່​ສະອາດ​ບ່ອນ​ໜຶ່ງ. ພວກ​ອິດສະຣາເອນ​ຕ້ອງ​ມ້ຽນ​ຂີ້ເທົ່າ​ໄວ້ ແລະ​ເຂົາ​ເຈົ້າ​ຈະເອົາຂີ້ເທົ່ານັ້ນປະສົມ​ກັບ​ນ້ຳເພື່ອ​ໃຊ້​ໃນ​ຕອນ​ເຮັດ​ໃຫ້​ຄົນ​ສະອາດ.+ ງົວ​ໂຕ​ນັ້ນ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. 10  ຄົນ​ທີ່​ໄປ​ເກັບ​ຂີ້ເທົ່າ​ຂອງ​ງົວ​ໂຕ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ ແລະ​ຈະ​ຖື​ວ່າ​ລາວ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ. ຕໍ່​ໄປ​ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ອິດສະຣາເອນ​ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ.+ 11  ຖ້າ​ຜູ້​ໃດ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ ຈະ​ຕ້ອງ​ຖື​ວ່າ​ລາວ​ບໍ່​ສະອາດ 7 ມື້.+ 12  ໃນ​ມື້​ທີ 3 ຕ້ອງ​ໃຫ້​ຄົນ​ໜຶ່ງ​ຊິດ​ນ້ຳ​ທີ່​ປະສົມ​ຂີ້ເທົ່າ​ນັ້ນ​ໃສ່​ລາວ​ເພື່ອ​ເຮັດ​ໃຫ້​ລາວ​ສະອາດ ແລະ​ໃນ​ມື້​ທີ 7 ຈຶ່ງ​ຈະ​ຖື​ວ່າ​ລາວ​ສະອາດ. ແຕ່​ຖ້າ​ລາວ​ບໍ່​ໄດ້​ເຮັດ​ແນວ​ນັ້ນ​ໃນ​ມື້​ທີ 3 ເມື່ອ​ຮອດ​ມື້​ທີ 7 ກໍ​ຈະ​ຖື​ວ່າ​ລາວ​ຍັງ​ບໍ່​ສະອາດ​ຢູ່. 13  ຜູ້​ໃດ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ ແລະ​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ ຜູ້ນັ້ນ​ກໍ​ເຮັດ​ໃຫ້​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ​ບໍ່​ສະອາດ.+ ລາວ​ຈະ​ຕ້ອງ​ຕາຍ.+ ເປັນ​ແນວ​ນີ້​ກໍ​ຍ້ອນ​ລາວ​ບໍ່​ໄດ້​ຖືກ​ຊິດ​ນ້ຳ+​ນັ້ນ​ໃສ່ ລາວ​ເລີຍ​ຍັງ​ບໍ່​ສະອາດ​ເທື່ອ. 14  ຕໍ່​ໄປ​ນີ້​ແມ່ນ​ກົດ​ໝາຍ​ທີ່​ຕ້ອງ​ເຮັດ​ຕາມ​ເມື່ອ​ມີ​ຄົນ​ຕາຍ​ຢູ່​ໃນ​ເຕັ້ນ. ໃຫ້​ຖື​ວ່າ​ທຸກ​ຄົນ​ທີ່​ຢູ່​ໃນ​ເຕັ້ນ​ແລະ​ຄົນ​ທີ່​ເຂົ້າ​ໄປ​ໃນ​ເຕັ້ນ​ນັ້ນ​ບໍ່​ສະອາດ 7 ມື້. 15  ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ຢູ່​ໃນ​ເຕັ້ນ​ນັ້ນ​ທີ່ບໍ່​ໄດ້​ອັດ​ປາກ​ດີ​ໆ​ຈະ​ຖື​ວ່າ​ບໍ່​ສະອາດ.+ 16  ສ່ວນ​ຄົນ​ທີ່​ຢູ່​ນອກ​ເຕັ້ນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ທີ່​ຖືກ​ຂ້າ ສົບ​ຄົນ​ຕາຍ ກະດູກ​ຄົນ​ຕາຍ ຫຼື​ບ່ອນ​ຝັງ​ສົບ ກໍ​ຈະ​ຖື​ວ່າ​ຄົນ​ນັ້ນ​ບໍ່​ສະອາດ 7 ມື້.+ 17  ໃຫ້​ຄົນ​ໄປ​ເອົາ​ຂີ້ເທົ່າຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ໄປ​ປະສົມ​ກັບ​ນ້ຳ​ທີ່​ຕັກ​ມາ​ຈາກນ້ຳ​ທີ່​ໄຫຼ 18  ແລ້ວຄົນ​ທີ່​ຖື​ວ່າ​ສະອາດ​ຜູ້​ໜຶ່ງ+ຈະ​ເອົາ​ຕົ້ນ​ຫູ​ສົບ+ຈຸ່ມ​ລົງ​ໃສ່​ນ້ຳ​ນັ້ນ ແລະ​ເອົາ​ໄປ​ຊິດ​ໃສ່​ເຕັ້ນ​ກັບ​ເຄື່ອງໃຊ້​ທຸກ​ຢ່າງ​ແລະ​ຊິດ​ໃສ່​ຄົນ​ທີ່​ຢູ່​ໃນ​ເຕັ້ນ​ນັ້ນ. ນອກ​ຈາກ​ນັ້ນ ລາວ​ຍັງ​ຈະ​ເອົາ​ໄປ​ຊິດ​ໃສ່​ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ກະດູກ​ຄົນ​ຕາຍ ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ທີ່​ຖືກ​ຂ້າ ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ ຫຼື​ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ບ່ອນ​ຝັງ​ສົບ. 19  ຄົນ​ທີ່​ຖື​ວ່າ​ສະອາດ​ຕ້ອງ​ຊິດ​ນ້ຳ​ນັ້ນ​ໃສ່​ຄົນ​ທີ່​ຖື​ວ່າ​ບໍ່​ສະອາດ​ໃນ​ມື້​ທີ 3 ກັບ​ມື້​ທີ 7. ຄົນ​ທີ່​ບໍ່​ສະອາດ​ຈະ​ຖືກ​ເຮັດ​ໃຫ້​ສະອາດ​ໃນ​ມື້​ທີ 7.+ ຫຼັງ​ຈາກ​ນັ້ນ ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ​ແລະ​ອາບ​ນ້ຳ ເມື່ອ​ຮອດ​ຕອນ​ຄ່ຳ​ຈຶ່ງ​ຈະ​ຖື​ວ່າ​ລາວ​ສະອາດ. 20  ຜູ້​ໃດ​ທີ່​ບໍ່​ສະອາດ ແຕ່​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ+ ເພາະ​ລາວ​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ບໍ່​ສະອາດ. ລາວ​ບໍ່​ສະອາດ​ຍ້ອນ​ບໍ່​ໄດ້​ຖືກຊິດ​ນ້ຳ​ນັ້ນໃສ່. 21  ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ອິດສະຣາເອນ​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ​ຄື: ຄົນ​ທີ່​ຊິດ​ນ້ຳ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ສະອາດ+ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ. ທຸກ​ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ນ້ຳ​ນັ້ນ​ກໍ​ຈະ​ຖື​ວ່າ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ. 22  ຖ້າ​ຄົນ​ທີ່​ຖື​ວ່າ​ບໍ່​ສະອາດ​ໄປ​ຖືກ​ຫຼື​ໄປ​ບາຍ​ສິ່ງ​ໃດ ກໍ​ຈະ​ຖື​ວ່າ​ສິ່ງ​ນັ້ນ​ບໍ່​ສະອາດ ແລະ​ຖ້າ​ມີ​ຄົນ​ໄປ​ຖືກ​ຫຼື​ໄປ​ບາຍ​ສິ່ງ​ນັ້ນ ກໍ​ຈະ​ຖື​ວ່າ​ຜູ້​ນັ້ນ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ.’”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ບໍ່​ເຄີຍ​ໃສ່​ແອກ”
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໄມ້​ແປກ​ຊະນິດໜຶ່ງ