ຈົດເຊັນບັນຊີ 2:1-34

  • ການ​ຈັດ​ຄ້າຍ​ພັກ​ອອກ​ເປັນ​ຈຸ ຈຸ​ລະ 3 ຕະກູນ (1-34)

    • ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນ​ຢູດາຈະ​ຢູ່​ທາງ​ທິດ​ຕາເວັນ​ອອກ (3-9)

    • ຈຸ​ທີ່​ນຳ​ໜ້າໂດຍ​ຕະກູນ​ຣູເບັນຈະ​ຢູ່​ທາງ​ທິດໃຕ້ (10-16)

    • ເຕັ້ນ​ຂອງ​ຕະກູນ​ເລວີ​ຈະ​ຢູ່​ທາງ​ກາງ (17)

    • ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນ​ເອຟຣາຢິມ​ຈະ​ຢູ່​ທາງ​ທິດ​ຕາເວັນ​ຕົກ (18-24)

    • ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນ​ດານ​ຈະ​ຢູ່​ທາງ​ທິດເໜືອ (25-31)

    • ຈຳນວນ​ຜູ້​ຊາຍ​ທັງ​ໝົດ​ທີ່​ມາ​ລົງ​ທະບຽນ (32-34)

2  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ອີກ​ວ່າ:  “ພວກ​ອິດສະຣາເອນ​ຕ້ອງ​ຕັ້ງ​ຄ້າຍ​ພັກ​ຕາມຈຸ+ທີ່​ກຳນົດ​ໃຫ້​ເຂົາ​ເຈົ້າ ເຊິ່ງ​ຈຸ​ໜຶ່ງ​ມີ 3 ຕະກູນ. ແຕ່​ລະ​ຄົນ​ຕ້ອງ​ຕັ້ງ​ເຕັ້ນ​ຢູ່​ໃກ້​ກັບ​ປ້າຍຂອງ​ຫົວ​ໜ້າ​ຈຸ້ມເຈື້ອໂຕເອງ. ເຂົາ​ເຈົ້າ​ຕ້ອງ​ຕັ້ງ​ເຕັ້ນ​ປິ່ນ​ໜ້າ​ໄປ​ທາງ​ເຕັ້ນ​ສັກສິດ*ແລະ​ອ້ອມ​ຮອບ​ເຕັ້ນ​ນັ້ນ.  ພວກ​ອິດສະຣາເອນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຈະ​ມີ 3 ຕະກູນ​ຢູ່​ລວມ​ກັນ​ເປັນ​ຈຸ​ໜຶ່ງ ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ* ແລະ​ນຳ​ໜ້າ​ໂດຍ​ຕະກູນ​ຢູດາ. ຫົວ​ໜ້າ​ຂອງ​ຕະກູນ​ຢູດາ​ແມ່ນ​ນາໂຊນ+ລູກ​ຊາຍ​ຂອງ​ອຳມີນາດາບ.  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 74.600 ຄົນ.+  ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ຂ້າງ​ຕະກູນ​ຢູດາ​ແມ່ນ​ຕະກູນ​ອິດຊາຄາ. ຫົວ​ໜ້າ​ຂອງ​ຕະກູນ​ອິດຊາຄາ​ແມ່ນ​ເນທາເນນ+​ລູກ​ຊາຍ​ຂອງ​ຊຸ​ອາ.  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 54.4​00 ຄົນ.+  ຕໍ່​ຈາກ​ຕະກູນ​ອິດຊາຄາ​ແມ່ນ​ຕະກູນ​ເຊບູລູນ. ຫົວ​ໜ້າ​ຂອງ​ຕະກູນ​ເຊບູລູນ​ແມ່ນ​ເອລີອາບ+​ລູກ​ຊາຍ​ຂອງ​ເຮໂລນ.  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 57.4​00 ຄົນ.+  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບຂອງ​ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນ​ຢູດາມີ​ທັງ​ໝົດ 186.400 ຄົນ. ເມື່ອ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ເປັນ​ຈຸ​ທຳອິດ+​ທີ່ຕ້ອງ​ມ້າງ​ເຕັ້ນແລະ​ອອກ​ເດີນ​ທາງ. 10  ອີກ 3 ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດໃຕ້​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ​ນຳ​ໜ້າ​ໂດຍ​ຕະກູນ​ຣູເບັນ.+ ຫົວ​ໜ້າ​ຂອງ​ຕະກູນ​ຣູເບັນ​ແມ່ນ​ເອລີ​ຊູ+ລູກ​ຊາຍ​ຂອງ​ເຊເດອູ. 11  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 46.500 ຄົນ.+ 12  ຕະກູນ​ທີ່​ຕັ້ງ​ຄ້າຍ​ພັກ​ຢູ່​ທາງ​ຂ້າງ​ຕະກູນ​ຣູເບັນ​ແມ່ນ​ຕະກູນ​ຊີເມໂອນ. ຫົວ​ໜ້າ​ຂອງ​ຕະກູນ​ຊີເມໂອນ​ແມ່ນ​ເຊລູມີເອນ+ລູກ​ຊາຍ​ຂອງ​ຊູຣີຊັດດາຍ. 13  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 59.3​00 ຄົນ.+ 14  ຕໍ່​ຈາກ​ຕະກູນ​ຊີເມໂອນ​ແມ່ນ​ຕະກູນ​ຄາດ. ຫົວ​ໜ້າ​ຂອງ​ຕະກູນ​ຄາດ​ແມ່ນ​ເອລີຢາສັບ+ລູກ​ຊາຍ​ຂອງ​ເຣອູເອນ. 15  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 45.650 ຄົນ.+ 16  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບຂອງ​ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນຣູເບັນ​ມີ​ທັງ​ໝົດ 151.450 ຄົນ. ເມື່ອ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ເປັນ​ຈຸ​ທີ 2+ ທີ່​ຕ້ອງ​ມ້າງ​ເຕັ້ນ​ແລະ​ອອກ​ເດີນ​ທາງ. 17  ຕອນ​ທີ່​ຍ້າຍ+​ເຕັ້ນ​ສັກສິດ ເຕັ້ນຂອງ​ພວກເລວີ​ຈະ​ຢູ່​ທາງ​ກາງ​ລະຫວ່າງເຕັ້ນ​ຂອງ​ຕະກູນ​ອື່ນ​ໆ​. ພວກ​ອິດສະຣາເອນ​ທຸກ​ຄົນ​ຕ້ອງ​ມ້າງ​ເຕັ້ນ ແລະ​ອອກ​ເດີນ​ທາງ​ຕາມ​ລຳດັບ​ຄື​ກັບ​ຕອນ​ທີ່​ຕັ້ງ​ເຕັ້ນ+ຕາມ​ຈຸ​ຂອງ​ເຂົາ​ເຈົ້າ ເຊິ່ງ​ແຕ່​ລະ​ຈຸ​ມີ 3 ຕະກູນ. 18  ອີກ 3 ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດຕາເວັນຕົກ​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ​ນຳ​ໜ້າ​ໂດຍ​ຕະກູນ​ເອຟຣາຢິມ. ຫົວ​ໜ້າ​ຂອງ​ຕະກູນ​ເອຟຣາຢິມ​ແມ່ນ​ເອລີຊາມາ+​ລູກ​ຊາຍ​ຂອງ​ອຳມີຮຸດ. 19  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 40.500 ຄົນ.+ 20  ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ຂ້າງ​ຕະກູນ​ເອຟຣາຢິມ​ແມ່ນ​ຕະກູນ​ມານາເຊ.+ ຫົວ​ໜ້າ​ຂອງ​ຕະກູນ​ມານາເຊ​ແມ່ນ​ຄາມາລີ​ເອັນ+ລູກ​ຊາຍ​ຂອງ​ເປດາຊູ. 21  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 32.2​00 ຄົນ.+ 22  ຕໍ່​ຈາກ​ຕະກູນ​ມານາເຊ​ແມ່ນ​ຕະກູນ​ເບັນຢາມິນ. ຫົວ​ໜ້າ​ຂອງ​ຕະກູນ​ເບັນຢາມິນ​ແມ່ນ​ອາບີດານ+​ລູກ​ຊາຍ​ຂອງ​ກິເດໂອນີ. 23  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 35.4​00 ຄົນ.+ 24  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບຂອງ​ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນ​ເອຟຣາຢິມມີ​ທັງ​ໝົດ 108.100 ຄົນ. ເມື່ອ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ເປັນ​ຈຸ​ທີ 3+ ທີ່​ຕ້ອງ​ມ້າງ​ເຕັ້ນ​ແລະ​ອອກ​ເດີນ​ທາງ. 25  ອີກ 3 ຕະກູນ​ທີ່​ຕັ້ງ​ເຕັ້ນ​ຢູ່​ທາງ​ທິດເໜືອ​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ​ນຳ​ໜ້າ​ໂດຍ​ຕະກູນ​ດານ. ຫົວ​ໜ້າ​ຂອງ​ຕະກູນ​ດານ​ແມ່ນ​ອາຮີເອເຊ+ລູກ​ຊາຍ​ຂອງ​ອຳມີຊັດດາຍ. 26  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 62.7​00 ຄົນ.+ 27  ຕະກູນ​ທີ່​ຕັ້ງ​ເຕັ້ນ​ທາງ​ຂ້າງ​ຕະກູນ​ດານ​ແມ່ນ​ຕະກູນ​ອາເຊ. ຫົວ​ໜ້າ​ຂອງ​ຕະກູນ​ອາເຊ​ແມ່ນ​ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ. 28  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 41.500 ຄົນ.+ 29  ຕໍ່​ຈາກ​ຕະກູນ​ອາເຊ​ແມ່ນ​ຕະກູນ​ນັບທາລີ. ຫົວ​ໜ້າ​ຂອງ​ຕະກູນ​ນັບທາລີ​ແມ່ນ​ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ. 30  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ຂອງ​ລາວ​ມີ 53.4​00 ຄົນ.+ 31  ຄົນ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບຂອງ​ຈຸ​ທີ່​ນຳ​ໜ້າ​ໂດຍ​ຕະກູນ​ດານມີ​ທັງ​ໝົດ 157.600 ຄົນ. ເມື່ອ​ຍ້າຍ​ຄ້າຍ​ພັກ ເຂົາ​ເຈົ້າ​ເປັນ​ຈຸ​ສຸດທ້າຍ+​ທີ່​ຕ້ອງ​ມ້າງ​ເຕັ້ນ​ແລະ​ອອກ​ເດີນ​ທາງ​ຕາມ​ຈຸ​ຂອງ​ເຂົາ​ເຈົ້າ ເຊິ່ງ​ແຕ່​ລະ​ຈຸ​ມີ 3 ຕະກູນ.” 32  ຄົນ​ເຫຼົ່ານີ້​ແມ່ນ​ຄົນ​ອິດສະຣາເອນ​ທີ່​ຖືກ​ຈົດ​ທະບຽນ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. ຈຳນວນ​ຄົນ​ໃນ​ຄ້າຍ​ທີ່​ລົງ​ທະບຽນ​ເຂົ້າ​ກອງ​ທັບ​ມີ​ທັງ​ໝົດ 603.550 ຄົນ.+ 33  ແຕ່​ຄົນ​ເລວີ​ບໍ່​ໄດ້​ລົງ​ທະບຽນ+​ຄື​ກັບ​ຄົນ​ອິດສະຣາເອນ​ຕະກູນ​ອື່ນ​ໆ​+ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. 34  ພວກ​ອິດສະຣາເອນ​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. ເຂົາ​ເຈົ້າ​ຕັ້ງ​ເຕັ້ນ​ແລະ​ມ້າງ​ເຕັ້ນ+​ຕາມ​ຈຸ​ຂອງ​ເຂົາ​ເຈົ້າ+ ເຊິ່ງ​ແຕ່​ລະ​ຈຸ​ມີ 3 ຕະກູນ ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.

ຂໍຄວາມໄຂເງື່ອນ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ຕາມ​ກອງ​ທັບ​ຂອງ​ເຂົາເຈົ້າ”