ຈົດເຊັນບັນຊີ 20:1-29

  • ມີຣີອາມ​ຕາຍ​ຢູ່​ກາເດັດ (1)

  • ໂມເຊ​ຕີ​ຫີນ​ແລະ​ເຮັດ​ຜິດ (2-13)

  • ເອໂດມ​ບໍ່​ໃຫ້​ພວກ​ອິດສະຣາເອນ​ຍ່າງ​ຜ່ານ​ແຜ່ນດິນ (14-21)

  • ອາໂຣນ​ຕາຍ (22-29)

20  ໃນ​ເດືອນ​ທີ 1 ພວກ​ອິດສະຣາເອນ​ທັງ​ໝົດ​ກໍ​ເດີນ​ທາງ​ມາ​ຮອດ​ບ່ອນ​ກັນ​ດານ​ຊິນ ແລະ​ເຂົາ​ເຈົ້າ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ກາເດັດ.+ ມີຣີອາມ+ຕາຍ ແລະ​ເຂົາ​ເຈົ້າ​ກໍ​ໄດ້​ຝັງ​ສົບ​ລາວ​ຢູ່​ຫັ້ນ.  ຕອນ​ນັ້ນ ພວກ​ອິດສະຣາເອນ​ບໍ່​ມີ​ນ້ຳ​ກິນ+ ເຂົາ​ເຈົ້າ​ກໍ​ເລີຍ​ລວມ​ໂຕ​ກັນ​ມາ​ຫາ​ໂມເຊ​ກັບ​ອາໂຣນ.  ເຂົາ​ເຈົ້າ​ພາກັນ​ຈົ່ມ​ໃຫ້​ໂມເຊ+ວ່າ: “ໃຫ້​ພະ​ເຢໂຫວາ​ຂ້າ​ພວກ​ເຮົາ​ໃຫ້​ຕາຍ​ໄປ​ພ້ອມ​ກັບ​ພີ່ນ້ອງ​ຂອງ​ພວກ​ເຮົາ​ໃນ​ຕອນ​ນັ້ນ​ກໍ​ຍັງ​ຊິ​ດີ​ກວ່າ!  ເຈົ້າ​ພາ​ຄົນ​ຂອງ​ພະ​ເຢໂຫວາ​ກັບ​ຝູງ​ສັດ​ມາ​ຕາຍ​ຢູ່​ບ່ອນ​ກັນ​ດານ​ນີ້​ເຮັດ​ຫຍັງ?+  ເປັນ​ຫຍັງ​ເຈົ້າ​ພາ​ພວກ​ເຮົາ​ອອກ​ຈາກ​ເອຢິບ​ໃຫ້​ມາ​ຢູ່​ບ່ອນ​ດິນ​ຕາຍ​ໆ​ນີ້?+ ບໍ່​ມີ​ບ່ອນ​ໃຫ້​ປູກ​ຫຍັງ​ເລີຍ. ຢາກ​ປູກ​ໝາກເດື່ອ ໝາກ​ລະແຊັງ ແລະ​ໝາກ​ພິລາ​ກໍ​ບໍ່​ໄດ້. ແມ່ນ​ແຕ່​ນ້ຳ​ຊິ​ກິນ​ກໍ​ບໍ່​ມີ.”+  ໂມເຊ​ກັບ​ອາໂຣນ​ອອກ​ຈາກ​ຝູງ​ຄົນ​ພວກ​ນັ້ນ ແລ້ວ​ໄປ​ທີ່​ທາງເຂົ້າ​ເຕັ້ນ​ສັກສິດ*ແລະ​ໝູບ​ໜ້າ​ລົງ​ພື້ນ. ເມື່ອ​ເງີຍ​ໜ້າ​ຂຶ້ນ ເຂົາ​ເຈົ້າ​ກໍ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ.+  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ:  “ໃຫ້​ເຈົ້າ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ໄປ ແລະ​ໃຫ້​ເຈົ້າ​ກັບ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ເອີ້ນ​ພວກ​ອິດສະຣາເອນ​ມາ. ໃຫ້​ເຈົ້າ​ເວົ້າ​ໃສ່​ຫີນ ແລ້ວ​ກໍ​ຈະ​ມີ​ນ້ຳ​ອອກ​ມາ​ຈາກ​ຫຼືບ​ຫີນ​ໃຫ້​ພວກ​ອິດສະຣາເອນ​ກັບ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ກິນ.”+  ໂມເຊ​ຖື​ໄມ້ຄ້ອນເທົ້າ​ຂອງ​ລາວ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ບອກ.+ 10  ໂມເຊ​ກັບ​ອາໂຣນ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ລວມ​ໂຕ​ກັນ​ຢູ່​ຕໍ່​ໜ້າ​ຫີນ ແລະ​ເວົ້າ​ວ່າ: “ຟັງ​ເດີ້ ພວກ​ກະບົດ! ພວກ​ເຈົ້າ​ຢາກ​ໃຫ້​ພວກ​ເຮົາ​ເອົາ​ນ້ຳ​ອອກ​ຈາກ​ຫີນ​ນີ້​ໃຫ້​ພວກ​ເຈົ້າ​ແມ່ນ​ບໍ?”+ 11  ແລ້ວ​ໂມເຊ​ກໍ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ລາວ​ຕີ​ຫີນ 2 ເທື່ອ. ຈາກ​ນັ້ນ ນ້ຳ​ກໍ​ທັ່ງ​ອອກ​ມາ​ໃຫ້​ພວກ​ອິດສະຣາເອນ​ກັບ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ກິນ.+ 12  ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ວ່າ: “ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ ແລະ​ບໍ່​ໄດ້​ໃຫ້​ກຽດ​ເຮົາ​ຕໍ່​ໜ້າ​ພວກ​ອິດສະຣາເອນ ພວກ​ເຈົ້າ​ຊິ​ບໍ່​ໄດ້​ພາ​ຄົນ​ພວກ​ນີ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຊິ​ເອົາ​ໃຫ້​ເຂົາ​ເຈົ້າ.”+ 13  ເຂົາ​ເຈົ້າ​ຈຶ່ງ​ເອີ້ນບ່ອນ​ທີ່​ມີ​ນ້ຳ​ອອກ​ມານັ້ນ​ວ່າ​ເມຣິບາ*+ ຍ້ອນ​ພວກ​ອິດສະຣາເອນ​ໄດ້​ຖຽງ​ພະ​ເຢໂຫວາ​ຢູ່​ຫັ້ນ ແລະ​ເພິ່ນ​ກໍ​ເຮັດ​ໃຫ້​ເພິ່ນ​ເອງ​ໄດ້​ຮັບ​ກຽດຢູ່​ບ່ອນ​ນັ້ນ. 14  ໂມເຊ​ໄດ້​ສົ່ງ​ຄົນ​ຈາກ​ກາເດັດ​ໄປ​ບອກ​ກະສັດ​ເອໂດມ+ວ່າ: “ພວກ​ອິດສະຣາເອນ​ທີ່​ເປັນ​ພີ່ນ້ອງ​ຂອງ​ທ່ານ+​ບອກ​ວ່າ ‘ທ່ານ​ກໍ​ຄື​ຊິ​ຮູ້​ດີ​ວ່າ​ພວກ​ເຮົາ​ມີ​ຊີວິດ​ທີ່​ຍາກ​ລຳບາກ​ຫຼາຍ. 15  ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ໄດ້​ໄປ​ຢູ່​ເອຢິບ.+ ພວກ​ເຮົາ​ຢູ່​ຫັ້ນ​ຫຼາຍ​ປີ+ ແລະ​ພວກ​ເອຢິບ​ກໍ​ຂົ່ມເຫງ​ພວກ​ເຮົາ​ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ.+ 16  ພວກ​ເຮົາ​ໄດ້​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ ແລະ​ເພິ່ນ​ກໍ​ໄດ້​ຟັງ​ພວກ​ເຮົາ. ເພິ່ນ​ສົ່ງ​ທູດສະຫວັນ+ອົງ​ໜຶ່ງ​ມາ ແລ້ວ​ພາ​ພວກ​ເຮົາ​ອອກ​ຈາກ​ເອຢິບ. ຕອນ​ນີ້ ພວກ​ເຮົາ​ຢູ່​ເມືອງ​ກາເດັດ​ໃກ້​ໆ​ເຂດ​ຂອງ​ທ່ານ​ແລ້ວ. 17  ພວກ​ເຮົາ​ຂໍ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ທ່ານ​ໄດ້​ບໍ? ພວກ​ເຮົາ​ຊິ​ບໍ່​ຍ່າງ​ຜ່າ​ທົ່ງ​ນາ​ຫຼື​ສວນ​ໝາກ​ລະແຊັງ ແລະ​ຊິ​ບໍ່​ກິນ​ນ້ຳ​ຈາກ​ນ້ຳ​ສ້າງ​ຂອງ​ພວກ​ທ່ານ​ເລີຍ. ພວກ​ເຮົາ​ຊິ​ຍ່າງ​ຕາມ​ທາງ​ຫຼັກ​ເທົ່າ​ນັ້ນ ຊິ​ບໍ່​ລ້ຽວ​ຊ້າຍ​ລ້ຽວ​ຂວາ​ຈົນ​ກວ່າ​ຊິ​ຫວິດ​ເຂດ​ຂອງ​ທ່ານ​ໄປ.’”+ 18  ແຕ່​ກະສັດ​ເອໂດມ​ຕອບ​ວ່າ: “ຂ້ອຍ​ຊິ​ບໍ່​ໃຫ້​ພວກ​ເຈົ້າ​ເຂົ້າ​ມາ​ໃນ​ເຂດ​ແດນ​ຂອງ​ພວກ​ເຮົາ. ຖ້າ​ພວກ​ເຈົ້າ​ເຂົ້າ​ມາ ຂ້ອຍ​ຊິ​ມາ​ຕໍ່ສູ້​ກັບ​ພວກ​ເຈົ້າ.” 19  ພວກ​ອິດສະຣາເອນ​ກໍ​ເວົ້າ​ກັບ​ກະສັດ​ວ່າ: “ພວກ​ເຮົາ​ຊິ​ຍ່າງ​ຜ່ານ​ແຕ່​ທາງ​ຫຼັກ​ເທົ່າ​ນັ້ນ. ຖ້າ​ພວກ​ເຮົາ​ກັບ​ຝູງ​ສັດ​ຂອງ​ພວກ​ເຮົາ​ກິນ​ນ້ຳ​ຂອງ​ທ່ານ ພວກ​ເຮົາ​ກໍ​ຊິ​ຊົດ​ໄຊ້​ໃຫ້.+ ພວກ​ເຮົາ​ມີ​ແຕ່​ຂໍ​ຍ່າງ​ຜ່ານ​ຊື່​ໆ​.”+ 20  ແຕ່​ກະສັດ​ກໍ​ຍັງ​ເວົ້າ​ວ່າ: “ບໍ່ ຂ້ອຍ​ບໍ່​ໃຫ້​ຜ່ານ​ເດັດຂາດ.”+ ກະສັດ​ເອໂດມ​ເອົາກອງ​ທັບ​ໃຫຍ່​ແລະເຂັ້ມແຂງ*ອອກ​ມາເຈິກັບ​ໂມເຊ. 21  ຍ້ອນ​ກະສັດ​ເອໂດມ​ບໍ່​ຍອມ​ໃຫ້​ພວກ​ອິດສະຣາເອນ​ຜ່ານ​ແຜ່ນດິນ​ຂອງ​ລາວ ພວກ​ອິດສະຣາເອນ​ກໍ​ເລີຍປ່ຽນ​ໄປ​ໃຊ້​ທາງ​ເສັ້ນ​ອື່ນ.+ 22  ພວກ​ອິດສະຣາເອນ​ທັງ​ໝົດ​ເດີນ​ທາງ​ອອກ​ຈາກ​ເມືອງ​ກາເດັດ​ໄປ​ຮອດ​ພູ​ໂຮເຣ.+ 23  ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ຢູ່​ພູ​ໂຮເຣ​ທີ່​ຢູ່​ໃກ້​ກັບ​ເຂດ​ແດນ​ຂອງ​ແຜ່ນດິນ​ເອໂດມ. ເພິ່ນ​ເວົ້າ​ວ່າ: 24  “ອາໂຣນ​ຈະຕາຍ ແລະ​ໄປ​ຢູ່​ນຳ​ປູ່​ຍ່າຕາ​ນາຍ​ຂອງ​ລາວ.*+ ລາວ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຈະ​ເອົາ​ໃຫ້​ພວກ​ອິດສະຣາເອນ ຍ້ອນ​ພວກ​ເຈົ້າ 2 ຄົນ​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ​ເລື່ອງ​ນ້ຳ​ທີ່​ຢູ່​ເມຣິບາ.+ 25  ໃຫ້​ເຈົ້າ​ພາ​ອາໂຣນ​ກັບ​ເອເລອາຊາ​ລູກ​ຊາຍ​ຂອງ​ລາວ​ຂຶ້ນ​ໄປ​ເທິງ​ພູ​ໂຮເຣ. 26  ໃຫ້​ເຈົ້າ​ແກ້ຊຸດ​ປະໂລຫິດອອກ​ຈາກ​ອາໂຣນ+ ແລ້ວ​ເອົາ​ໄປ​ນຸ່ງ​ໃຫ້​ເອເລອາຊາ+​ລູກ​ຊາຍ​ຂອງ​ລາວ ແລະ​ອາໂຣນ​ຈະ​ຕາຍ​ຢູ່​ເທິງ​ພູ​ນັ້ນ.” 27  ໂມເຊ​ກໍ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. ພວກ​ອິດສະຣາເອນ​ເຫັນ​ເຂົາ​ເຈົ້າ​ທັງ​ສາມ​ຄົນ​ຂຶ້ນ​ໄປ​ເທິງ​ພູ​ໂຮເຣ. 28  ໂມເຊ​ໄດ້​ແກ້​ຊຸດ​ປະໂລຫິດ​ອອກ​ຈາກ​ອາໂຣນ ແລະ​ເອົາ​ໄປ​ນຸ່ງ​ໃຫ້​ເອເລອາຊາ​ລູກ​ຊາຍ​ຂອງ​ລາວ. ຫຼັງ​ຈາກ​ນັ້ນ ອາໂຣນ​ກໍ​ຕາຍ​ຢູ່​ເທິງ​ຈອມ​ພູ​ໂຮເຣ+ ແລ້ວ​ໂມເຊ​ກັບ​ເອເລອາຊາ​ກໍ​ລົງ​ມາ​ຈາກ​ພູ. 29  ເມື່ອ​ພວກ​ອິດສະຣາເອນ​ຮູ້​ວ່າ​ອາໂຣນ​ຕາຍ ເຂົາ​ເຈົ້າ​ກໍ​ພາກັນ​ຮ້ອງ​ໄຫ້​ໂສກເສົ້າໃຫ້​ອາໂຣນ 30 ມື້.+

ຂໍຄວາມໄຂເງື່ອນ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ວ່າ “ຜິດ​ຖຽງ​ກັນ”
ແປ​ຕາມ​ໂຕ​ວ່າ “ຄົນ​ທີ່​ໂຕ​ໃຫຍ່​ໆ​ແລະ​ມື​ທີ່​ແຂງແຮງ”
ເປັນ​ສຳນວນ​ບົດ​ກອນ​ທີ່​ໝາຍເຖິງ​ຕາຍ