ຈົດເຊັນບັນຊີ 22:1-41
22 ແລ້ວພວກອິດສະຣາເອນກໍເດີນທາງມາຮອດບ່ອນກັນດານໂມອາບ ແລະຕັ້ງຄ້າຍພັກຢູ່ຫັ້ນ. ບ່ອນນັ້ນຢູ່ແຄມແມ່ນ້ຳຈໍແດນຄົນລະຟາກກັບເມືອງເຢຣິໂກ.+
2 ບາລາກ+ລູກຊາຍຂອງຊິບໂປໄດ້ຍິນວ່າພວກອິດສະຣາເອນຈັດການກັບພວກອາໂມແລ້ວ
3 ພວກໂມອາບກໍເລີຍຢ້ານພວກອິດສະຣາເອນຈົນຫົວຫົດ ຍ້ອນພວກອິດສະຣາເອນມີຄົນຫຼາຍ.+
4 ພວກໂມອາບກໍໄປເວົ້າກັບພວກຫົວໜ້າຄົນມີດີອານ+ວ່າ: “ອີກຈັກໜ້ອຍພວກນັ້ນກໍຈະມາຈັດການກັບພວກເຮົາຄືກັບງົວກິນຫຍ້າຈົນກ້ຽງໝົດ.”
ຕອນນັ້ນ ບາລາກລູກຊາຍຂອງຊິບໂປເປັນກະສັດຂອງໂມອາບ.
5 ບາລາກສົ່ງຄົນໄປຫາບາລາອາມລູກຊາຍຂອງເບໂອ. ບາລາອາມຢູ່ບ້ານເກີດຂອງໂຕເອງທີ່ຢູ່ເປໂທ+ໃກ້ໆແມ່ນ້ຳເອິຟາຣາດ. ບາລາກຝາກຄວາມມາບອກບາລາອາມວ່າ: “ເບິ່ງພວກທີ່ອອກມາຈາກເອຢິບແມ້! ພວກເຂົາມີບັກຫຼາຍໆ+ ແລະຕອນນີ້ພວກເຂົາມາຕັ້ງຄ້າຍພັກຢູ່ໃກ້ໆຂ້ອຍແລ້ວ!
6 ຂໍໃຫ້ເຈົ້າມາສາບແຊ່ງຄົນພວກນີ້ໃຫ້ຂ້ອຍແດ່+ ຍ້ອນພວກເຂົາມີຄົນຫຼາຍກວ່າຂ້ອຍ. ຖ້າເຈົ້າຊ່ວຍຂ້ອຍ ຂ້ອຍອາດຈະຊະນະ ແລະໄລ່ພວກເຂົາອອກຈາກແຜ່ນດິນຂອງຂ້ອຍໄດ້ ເພາະຂ້ອຍຮູ້ວ່າຖ້າເຈົ້າອວຍພອນໃຫ້ຜູ້ໃດ ຜູ້ນັ້ນກໍຈະໄດ້ພອນ ແລະຖ້າເຈົ້າສາບແຊ່ງຜູ້ໃດ ຜູ້ນັ້ນກໍຈະຖືກສາບແຊ່ງ.”
7 ພວກຫົວໜ້າຂອງຄົນໂມອາບກັບພວກຫົວໜ້າຂອງຄົນມີດີອານກໍອອກເດີນທາງໄປຫາບາລາອາມ.+ ເຂົາເຈົ້າເອົາຄ່າຈ້າງໄປນຳ ແລະບອກບາລາອາມວ່າບາລາກເວົ້າແນວໃດ.
8 ບາລາອາມຕອບພວກເຂົາວ່າ: “ຄືນນີ້ ໃຫ້ພັກຢູ່ນີ້ກ່ອນ. ຖ້າພະເຢໂຫວາບອກຂ້ອຍແນວໃດ ຂ້ອຍກໍຈະມາບອກພວກເຈົ້າ.” ແລ້ວພວກຫົວໜ້າຂອງໂມອາບກໍພັກກັບບາລາອາມ.
9 ພະເຈົ້າມາຫາ*ບາລາອາມ ແລະເວົ້າວ່າ:+ “ພວກຄົນທີ່ຢູ່ນຳເຈົ້າແມ່ນໃຜ?”
10 ບາລາອາມຕອບພະເຈົ້າທ່ຽງແທ້ວ່າ: “ບາລາກລູກຊາຍຂອງຊິບໂປກະສັດຂອງໂມອາບສົ່ງຄົນມາຫາຂ້ອຍແລະບອກວ່າ
11 ‘ເບິ່ງພວກທີ່ອອກມາຈາກເອຢິບແມ້! ພວກເຂົາມີບັກຫຼາຍໆ. ໃຫ້ເຈົ້າມາສາບແຊ່ງພວກເຂົາໃຫ້ຂ້ອຍແດ່.+ ຖ້າເຈົ້າຊ່ວຍຂ້ອຍ ຂ້ອຍອາດຈະຊະນະພວກເຂົາ ແລະໄລ່ພວກເຂົາອອກຈາກແຜ່ນດິນຂອງຂ້ອຍໄດ້.’”
12 ພະເຈົ້າເວົ້າກັບບາລາອາມວ່າ: “ຫ້າມບໍ່ໃຫ້ເຈົ້າໄປກັບຄົນພວກນີ້. ຫ້າມເຈົ້າສາບແຊ່ງຄົນຊາດນັ້ນ ເພາະເຮົາໄດ້ອວຍພອນຄົນຊາດນັ້ນແລ້ວ.”+
13 ບາລາອາມກໍຕື່ນແຕ່ເຊົ້າໄປຫາພວກຫົວໜ້າທີ່ບາລາກສົ່ງມາແລະເວົ້າວ່າ: “ໃຫ້ພວກເຈົ້າກັບເມືອສະ. ພະເຢໂຫວາບໍ່ໃຫ້ຂ້ອຍໄປກັບພວກເຈົ້າ.”
14 ພວກຫົວໜ້າຂອງໂມອາບກໍກັບໄປຫາບາລາກແລະບອກວ່າ: “ບາລາອາມບໍ່ຍອມມາກັບພວກເຮົາ.”
15 ແຕ່ບາລາກກໍສົ່ງຄົນໄປຫາບາລາອາມອີກ. ເທື່ອນີ້ ລາວສົ່ງຄົນທີ່ມີຕຳແໜ່ງສູງກວ່າແລະສົ່ງໄປຫຼາຍກວ່າເກົ່າ.
16 ເຂົາເຈົ້າບອກບາລາອາມວ່າ: “ບາລາກລູກຊາຍຂອງຊິບໂປຝາກມາບອກແນວນີ້ ‘ຂໍໃຫ້ເຈົ້າມາຊ່ວຍຂ້ອຍແດ່ໄດ້ບໍ? ຈັ່ງໃດກໍຂໍໃຫ້ເຈົ້າມາຊ່ວຍຂ້ອຍແດ່.
17 ຖ້າເຈົ້າມາຫາຂ້ອຍ ຂ້ອຍຊິຕ້ອນຮັບເຈົ້າຢ່າງດີ. ເຈົ້າຢາກໄດ້ຫຍັງ ຂ້ອຍກໍຊິເຮັດໃຫ້ ແຕ່ຂໍໃຫ້ເຈົ້າມາຊ່ວຍສາບແຊ່ງຄົນພວກນີ້ໃຫ້ຂ້ອຍແດ່.’”
18 ແຕ່ບາລາອາມຕອບຄົນຂອງບາລາກວ່າ: “ເຖິງວ່າບາລາກຈະເອົາວັງ ພ້ອມກັບເງິນຄຳເຕັມວັງນັ້ນໃຫ້ຂ້ອຍ ຂ້ອຍກໍເຮັດຫຍັງບໍ່ໄດ້. ຖ້າພະເຢໂຫວາພະເຈົ້າຂອງຂ້ອຍບໍ່ບອກໃຫ້ເຮັດ ຂ້ອຍກໍເຮັດບໍ່ໄດ້ ບໍ່ວ່າຈະເປັນເລື່ອງນ້ອຍຫຼືໃຫຍ່.+
19 ແຕ່ໃຫ້ພວກເຈົ້າພັກຢູ່ນີ້ຄືນໜຶ່ງກ່ອນ ບາງທີພະເຢໂຫວາອາດຈະບອກຫຍັງກັບຂ້ອຍກໍໄດ້.”+
20 ແລ້ວພະເຈົ້າກໍມາຫາບາລາອາມແລະບອກວ່າ: “ຖ້າຄົນພວກນີ້ຢາກໃຫ້ເຈົ້າໄປນຳກໍໄປນຳພວກເຂົາໂລດ ແຕ່ໃຫ້ເວົ້າສະເພາະທີ່ເຮົາຊິບອກໃຫ້ເຈົ້າເວົ້າ.”+
21 ບາລາອາມຈຶ່ງລຸກແຕ່ເຊົ້າ ແລ້ວກຽມລາຂອງລາວ ແລະອອກເດີນທາງໄປພ້ອມກັບພວກຫົວໜ້າຂອງໂມອາບ.+
22 ແຕ່ພະເຈົ້າໃຈຮ້າຍໃຫ້ບາລາອາມ ຍ້ອນລາວໄປນຳພວກເຂົາ. ທູດສະຫວັນຂອງພະເຢໂຫວາກໍເລີຍໄປລັດຢູ່ທາງໜ້າລາວ. ຕອນນັ້ນ ບາລາອາມນັ່ງຢູ່ເທິງຫຼັງລາ ແລະມີຄົນຮັບໃຊ້ໄປນຳລາວ 2 ຄົນ.
23 ເມື່ອໂຕລາເຫັນທູດສະຫວັນຂອງພະເຢໂຫວາຈັບດາບລັດໜ້າຢູ່ ມັນກໍພະຍາຍາມອອກໄປທາງທົ່ງນາ. ແຕ່ບາລາອາມຕີມັນ ເພື່ອໃຫ້ມັນກັບມາຫົນທາງຄືເກົ່າ.
24 ຈາກນັ້ນ ທູດສະຫວັນຂອງພະເຢໂຫວາກໍໄປຢືນລັດຢູ່ທາງແຄບໆທີ່ຜ່ານສວນໝາກລະແຊັງ. ທາງນັ້ນມີກຳແພງຫີນທັງສອງຂ້າງ.
25 ເມື່ອລາເຫັນທູດສະຫວັນຂອງພະເຢໂຫວາ ມັນກໍໄປບຽດກຳແພງ ແລ້ວຕີນຂອງບາລາອາມກໍເຖືອໃສ່ກຳແພງ ລາວເລີຍຕີລາອີກ.
26 ຈາກນັ້ນ ທູດສະຫວັນຂອງພະເຢໂຫວາກໍຍ້າຍໄປຢືນລັດຢູ່ອີກບ່ອນໜຶ່ງ. ບ່ອນນັ້ນມັນແຄບໆ ແລະບໍ່ມີທາງໄປຊ້າຍໄປຂວາໄດ້.
27 ເມື່ອລາເຫັນທູດສະຫວັນຂອງພະເຢໂຫວາມັນກໍໝູບລົງ. ບາລາອາມໃຈຮ້າຍຫຼາຍ ແລ້ວກໍເອົາໄມ້ຄ້ອນເທົ້າຂອງລາວຕີລາບັກຫຼາຍໆບາດ.
28 ພະເຢໂຫວາຈຶ່ງເຮັດໃຫ້ລາເວົ້າໄດ້.+ ມັນເວົ້າກັບບາລາອາມວ່າ: “ຂ້ອຍໄປເຮັດຫຍັງໃຫ້ເຈົ້າ ເຈົ້າຈຶ່ງມາຕີຂ້ອຍຕັ້ງວ່າ 3 ເທື່ອແລ້ວ?”+
29 ບາລາອາມຕອບລາວ່າ: “ໃຜບອກເຈົ້າເຮັດໃຫ້ຂ້ອຍເສຍໜ້າ. ຖ້າຂ້ອຍມີດາບ ຂ້ອຍຂ້າເຈົ້າຖິ້ມແລ້ວ!”
30 ລາຕອບວ່າ: “ຂ້ອຍບໍ່ແມ່ນລາທີ່ເຈົ້າຂີ່ມາຕະຫຼອດບໍ? ຂ້ອຍເຄີຍເຮັດແບບນີ້ບໍ?” ບາລາອາມຕອບວ່າ: “ກະບໍ່.”
31 ແລ້ວພະເຢໂຫວາກໍເຮັດໃຫ້ບາລາອາມເຫັນ+ທູດສະຫວັນຂອງພະເຢໂຫວາຢືນຖືດາບຢູ່ຫົນທາງ. ເມື່ອເຫັນທູດສະຫວັນ ລາວກໍໝູບໜ້າລົງພື້ນທັນທີ ເພື່ອສະແດງຄວາມນັບຖື.
32 ທູດສະຫວັນຂອງພະເຢໂຫວາເວົ້າກັບລາວວ່າ: “ເປັນຫຍັງເຈົ້າຕີລາຂອງເຈົ້າຕັ້ງວ່າ 3 ເທື່ອ? ຂ້ອຍມາລັດເຈົ້າໄວ້ ເພາະເຈົ້າບໍ່ເຮັດຕາມທີ່ຂ້ອຍບອກ.+
33 ລາມັນເຫັນຂ້ອຍ ມັນພະຍາຍາມຫຼີກຂ້ອຍຕັ້ງ 3 ເທື່ອ.+ ຖ້າລາມັນບໍ່ຫຼີກຂ້ອຍ ຂ້ອຍກໍຊິຂ້າເຈົ້າ ແຕ່ຊິບໍ່ຂ້າລາ.”
34 ບາລາອາມເວົ້າກັບທູດສະຫວັນຂອງພະເຢໂຫວາວ່າ: “ຂ້ອຍເຮັດຜິດແລ້ວ. ຂ້ອຍບໍ່ຮູ້ວ່າທ່ານມາລັດຂ້ອຍຢູ່ຫົນທາງ. ຖ້າທ່ານບໍ່ຢາກໃຫ້ຂ້ອຍໄປ ຂ້ອຍກໍຊິບໍ່ໄປ.”
35 ແຕ່ທູດສະຫວັນຂອງພະເຢໂຫວາບອກລາວວ່າ: “ໃຫ້ເຈົ້າໄປນຳພວກນັ້ນໂລດ ແຕ່ໃຫ້ເວົ້າສະເພາະທີ່ຂ້ອຍຊິບອກໃຫ້ເຈົ້າເວົ້າ.” ແລ້ວບາລາອາມກໍໄປກັບພວກຫົວໜ້າທີ່ບາລາກສົ່ງມາ.
36 ເມື່ອບາລາກຮູ້ວ່າບາລາອາມໃກ້ຈະມາຮອດ ລາວກໍອອກໄປຕ້ອນຮັບ. ເຂົາເຈົ້າເຈິກັນຢູ່ເມືອງໜຶ່ງຂອງໂມອາບທີ່ຢູ່ຮ່ອມພູ*ອາໂນນໃກ້ໆກັບເຂດແດນຂອງພວກໂມອາບ.
37 ບາລາກເວົ້າກັບບາລາອາມວ່າ: “ຂ້ອຍສົ່ງຄົນໄປຫາເຈົ້າແລ້ວ ເປັນຫຍັງເຈົ້າຄືບໍ່ມານ້ຳ? ເຈົ້າຢ້ານວ່າຂ້ອຍຊິຕອບແທນໃຫ້ບໍ່ຄຸ້ມບໍ?”+
38 ບາລາອາມຕອບວ່າ: “ຂ້ອຍກໍມາລະເດ້. ແຕ່ຂ້ອຍຊິບໍ່ໄດ້ເວົ້າຕາມໃຈຂ້ອຍເດີ້ ຂ້ອຍຊິເວົ້າຕາມທີ່ພະເຈົ້າບອກໃຫ້ເວົ້າເທົ່ານັ້ນ.”+
39 ຈາກນັ້ນ ບາລາກກໍພາບາລາອາມໄປທີ່ກີຣິອາດຮຸດໂຊດ.
40 ບາລາກເອົາງົວກັບແກະມາເປັນເຄື່ອງບູຊາ ແລະເອົາຊີ້ນສ່ວນໜຶ່ງໃຫ້ບາລາອາມກັບພວກຫົວໜ້າທີ່ມານຳກິນ.
41 ເຊົ້າມື້ຕໍ່ມາ ບາລາກກໍພາບາລາອາມຂຶ້ນໄປບາໂມດບາອານ ເພື່ອຊິໄດ້ເຫັນພວກອິດສະຣາເອນທັງໝົດ.+
ຂໍ ຄວາມ ໄຂ ເງື່ອນ
^ ອາດຈະໃຊ້ທູດສະຫວັນໄປແທນຫຼືມາຫາທາງນິມິດ
^ ຫຼື “ວາດີ.” ເບິ່ງສ່ວນອະທິບາຍຄຳສັບ.