ຈົດເຊັນບັນຊີ 23:1-30

  • ບົດ​ກອນ​ທຳອິດ​ຂອງ​ບາລາອາມ (1-12)

  • ບົດ​ກອນ​ທີ 2 ຂອງ​ບາລາອາມ (13-30)

23  ບາລາອາມ​ເວົ້າ​ກັບ​ບາລາກ​ວ່າ: “ໃຫ້​ສ້າງ​ແທ່ນ​ບູຊາ 7 ແທ່ນ+ ແລະ​ກຽມ​ງົວ​ໂຕ​ຜູ້ 7 ໂຕ ແລະ​ແກະ​ໂຕ​ຜູ້ 7 ໂຕ​ໃຫ້​ຂ້ອຍ​ນຳ.”  ບາລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ບອກ​ທັນທີ. ເຂົາ​ເຈົ້າ​ເອົາ​ງົວ​ກັບ​ແກະ​ແນວ​ລະ​ໂຕ​ມາ​ເຜົາ​ເທິງ​ແທ່ນ​ບູຊາ​ແຕ່​ລະ​ແທ່ນ.+  ແລ້ວ​ບາລາອາມ​ກໍ​ບອກ​ບາລາກວ່າ: “ໃຫ້​ທ່ານ​ຖ້າ​ຢູ່​ບ່ອນ​ເຄື່ອງ​ບູຊາ​ຂອງ​ທ່ານ​ນີ້​ກ່ອນ. ຂ້ອຍ​ຈະ​ໄປ​ອີກ​ບ່ອນ​ໜຶ່ງ ເພື່ອ​ວ່າ​ພະ​ເຢໂຫວາ​ຈະ​ມາ​ເວົ້າ​ກັບ​ຂ້ອຍ​ຢູ່​ຫັ້ນ. ຖ້າ​ເພິ່ນ​ວ່າ​ແນວ​ໃດ ຂ້ອຍ​ຈະ​ມາ​ເວົ້າ​ໃຫ້​ຟັງ.” ບາລາອາມ​ກໍ​ຂຶ້ນ​ໄປ​ໂນນ​ພູ​ອີກ​ໜ່ວຍ​ໜຶ່ງ.  ແລ້ວ​ພະເຈົ້າ​ກໍ​ມາ​ຫາ​ບາລາອາມ.+ ບາລາອາມ​ເວົ້າ​ກັບ​ພະເຈົ້າ​ວ່າ: “ຂ້ອຍ​ໄດ້​ສ້າງ​ແທ່ນ​ບູຊາ 7 ແທ່ນ ແລະ​ເອົາ​ງົວ​ກັບ​ແກະ​ແນວ​ລະ​ໂຕ​ເຜົາ​ເທິງ​ແທ່ນ​ບູຊາ​ແຕ່​ລະ​ແທ່ນ​ໃຫ້​ພະອົງ​ແລ້ວ.”  ພະ​ເຢໂຫວາ​ບອກ​ບາລາອາມ+ວ່າ​ຕ້ອງ​ເວົ້າ​ກັບ​ບາລາກ​ແນວ​ໃດ. ເພິ່ນ​ບອກ​ວ່າ: “ກັບ​ໄປ​ຫາ​ບາລາກ ແລະ​ເວົ້າ​ຕາມ​ທີ່​ເຮົາ​ຈະ​ສັ່ງ​ໃຫ້​ເຈົ້າ​ເວົ້າ.”  ບາລາອາມ​ກໍ​ກັບ​ໄປ ແລ້ວ​ເຫັນ​ບາລາກ​ກັບ​ພວກ​ຫົວ​ໜ້າ​ໂມອາບ​ຖ້າ​ຢູ່​ບ່ອນ​ເຜົາ​ເຄື່ອງ​ບູຊາ.  ບາລາອາມ​ເວົ້າ​ອອກ​ມາ​ເປັນ​ຄຳກອນວ່າ:+ “ບາລາກ ກະສັດ​ໂມອາບ​ພາ​ຂ້ອຍ​ມາ​ຈາກ​ອາຣາມ+ແລະ​ມາ​ຈາກ​ພູ​ທາງ​ທິດ​ຕາເວັນ​ອອກ. ລາວ​ບອກ​ຂ້ອຍ​ວ່າ ‘ມາ​ສາບ​ແຊ່ງລູກ​ຫຼານ​ຂອງ​ຢາໂຄບໃຫ້​ຂ້ອຍ​ໄດ້​ບໍ? ຊ່ວຍ​ມາ​ສາບ​ແຊ່ງ​ພວກ​ອິດສະຣາເອນ​ໃຫ້​ຂ້ອຍ​ແດ່.’+   ຂ້ອຍ​ຊິ​ສາບ​ແຊ່ງ​ຄົນ​ທີ່​ພະເຈົ້າ​ບໍ່​ໄດ້​ສາບ​ແຊ່ງ​ໄດ້​ແນວ​ໃດ? ຄັນ​ພະ​ເຢໂຫວາ​ບໍ່​ໄດ້​ສາບ​ແຊ່ງ​ຜູ້​ໃດ ຂ້ອຍ​ກໍ​ສາບ​ແຊ່ງ​ຜູ້​ນັ້ນ​ບໍ່​ໄດ້​ດອກ.+   ຂ້ອຍ​ຂຶ້ນ​ໄປ​ເທິງ​ຜາ ແລະ​ແນມ​ເຫັນ​ເຂົາ​ເຈົ້າ.ຂ້ອຍ​ຂຶ້ນ​ໄປ​ໂນນ​ພູ ແລະ​ແນມ​ເຫັນ​ເຂົາ​ເຈົ້າ​ໄດ້​ຄື​ກັນ. ເຂົາ​ເຈົ້າ​ຢູ່​ນຳ​ກັນ​ເປັນ​ຊາດ​ໜຶ່ງ+ແລະ​ເຂົາ​ເຈົ້າ​ເຮັດ​ບໍ່​ຄື​ຊາດ​ອື່ນ.+ 10  ລູກ​ຫຼານ​ຂອງ​ຢາໂຄບ​ມີ​ຫຼາຍ​ຄື​ກັບ​ດິນ​ຊາຍ+ ແລະ​ບໍ່​ມີ​ຜູ້​ໃດ​ນັບ​ໄດ້.ແມ່ນ​ແຕ່ 1 ສ່ວນ 4 ຂອງ​ພວກ​ອິດສະຣາເອນ​ກໍ​ມີ​ຄົນ​ຫຼາຍ​ຈົນ​ນັບ​ບໍ່​ໄດ້. ຄົນ​ດີ​ຄື​ເຂົາ​ເຈົ້າມີ​ຄວາມ​ສຸກ​ຈົນ​ຮອດ​ມື້​ຕາຍ.ຂ້ອຍ​ກໍ​ຢາກ​ເປັນ​ຄື​ກັບ​ເຂົາ​ເຈົ້າ.” 11  ບາລາກ​ເວົ້າ​ໃຫ້​ບາລາອາມ​ວ່າ: “ເປັນ​ຫຍັງ​ເຈົ້າ​ຄື​ເຮັດ​ແນວ​ນີ້? ຂ້ອຍ​ໃຫ້​ເຈົ້າ​ມາ​ສາບ​ແຊ່ງ​ສັດຕູ​ໃຫ້​ຂ້ອຍ ແຕ່​ເຈົ້າ​ພັດ​ອວຍພອນ​ໃຫ້​ພວກ​ມັນ​ຊ້ຳ.”+ 12  ບາລາອາມ​ຕອບ​ວ່າ: “ພະ​ເຢໂຫວາ​ໃຫ້​ຂ້ອຍ​ເວົ້າ​ແນວ​ໃດ ຂ້ອຍ​ກໍ​ເວົ້າ​ຈັ່ງ​ຊັ້ນ​ຫັ້ນ​ແຫຼະ.”+ 13  ບາລາກ​ບອກ​ບາລາອາມ​ວ່າ: “ໄປ​ນຳ​ຂ້ອຍ​ອີກ​ບ່ອນ​ໜຶ່ງ​ໄດ້​ບໍ? ຢູ່​ບ່ອນ​ນັ້ນ ເຈົ້າ​ຊິ​ເຫັນ​ພວກ​ອິດສະຣາເອນ​ສ່ວນ​ໜຶ່ງ ແຕ່​ຊິ​ບໍ່​ເຫັນ​ທັງ​ໝົດ. ໃຫ້​ເຈົ້າ​ສາບ​ແຊ່ງ​ພວກ​ມັນ​ໃຫ້​ຂ້ອຍ.”+ 14  ບາລາກ​ກໍ​ພາ​ບາລາອາມ​ໄປ​ທົ່ງ​ໂຊ​ຟິມ​ທີ່​ຢູ່​ເທິງ​ພູ​ປິຊະກາ.+ ເຂົາ​ເຈົ້າ​ສ້າງ​ແທ່ນ​ບູຊາ 7 ແທ່ນ​ຢູ່​ບ່ອນ​ນັ້ນ ແລະ​ເອົາ​ງົວ​ກັບ​ແກະ​ແນວ​ລະ​ໂຕ​ເຜົາ​ເທິງ​ແທ່ນ​ບູຊາ​ແຕ່​ລະ​ແທ່ນ.+ 15  ບາລາອາມ​ບອກ​ບາລາກວ່າ: “ໃຫ້​ທ່ານ​ຖ້າ​ຢູ່​ນີ້​ກ່ອນ. ຂ້ອຍ​ຊິ​ໄປ​ລົມ​ກັບ​ພະເຈົ້າ​ຢູ່​ອີກ​ບ່ອນ​ໜຶ່ງ.” 16  ແລ້ວ​ພະ​ເຢໂຫວາ​ກໍ​ມາ​ຫາ​ບາລາອາມ ແລະບອກ​ວ່າ​ລາວ​ຕ້ອງ​ເວົ້າ​ຫຍັງ.+ ເພິ່ນ​ບອກ​ວ່າ: “ໃຫ້​ເຈົ້າ​ກັບ​ໄປ​ຫາ​ບາລາກ ແລ້ວ​ເວົ້າ​ຕາມ​ທີ່​ເຮົາຈະສັ່ງ​ໃຫ້​ເຈົ້າ​ເວົ້າ.” 17  ບາລາອາມ​ກໍ​ກັບ​ໄປ ແລະ​ເຫັນ​ບາລາກ​ກັບ​ພວກ​ຫົວ​ໜ້າ​ໂມອາບ​ຖ້າ​ຢູ່​ບ່ອນ​ເຜົາ​ເຄື່ອງ​ບູຊາ. ບາລາກ​ຖາມ​ບາລາອາມ​ວ່າ: “ພະ​ເຢໂຫວາ​ບອກ​ຫຍັງ​ເຈົ້າ​ແດ່?” 18  ບາລາອາມ​ເວົ້າ​ອອກ​ມາ​ເປັນ​ຄຳ​ກອນ​ວ່າ:+ “ບາລາກ ລຸກ​ຂຶ້ນ​ດຽວ​ນີ້. ລູກ​ຊາຍ​ຂອງ​ຊິບໂປ ຕັ້ງ​ໃຈ​ຟັງ​ຂ້ອຍ​ດີ​ໆ​! 19  ພະເຈົ້າ​ບໍ່​ແມ່ນ​ມະນຸດ​ຈຶ່ງ​ຊິ​ມາ​ເວົ້າ​ຕົວະ.+ເພິ່ນ​ບໍ່​ຄື​ກັບ​ຄົນ​ທີ່​ມັກ​ປ່ຽນ​ໃຈ.+ ຖ້າ​ເພິ່ນ​ເວົ້າ​ແລ້ວ ເພິ່ນ​ຊິ​ບໍ່​ເຮັດ​ບໍ? ມີ​ຫຍັງ​ທີ່​ເພິ່ນ​ເວົ້າ​ແລ້ວ ແລະ​ບໍ່​ໄດ້​ເຮັດ​ບໍ?+ 20  ຂ້ອຍ​ຖືກ​ໃຊ້​ໃຫ້​ມາ​ອວຍພອນ​ເຂົາ​ເຈົ້າ.ບັດ​ນີ້ ເພິ່ນ​ອວຍພອນ​ໃຫ້​ເຂົາ​ເຈົ້າ​ແລ້ວ+ ຂ້ອຍ​ກໍ​ເຮັດ​ຫຍັງ​ບໍ່​ໄດ້.+ 21  ເພິ່ນ​ບໍ່​ຍອມ​ໃຫ້​ຜູ້​ໃດ​ເສກ​ມົນ​ໃສ່​ລູກ​ຫຼານ​ຂອງ​ຢາໂຄບ.ເພິ່ນ​ບໍ່​ຍອມ​ໃຫ້​ພວກ​ອິດສະຣາເອນ​ຕົກ​ທຸກ​ໄດ້​ຍາກ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ ແລະ​ເພິ່ນ​ຢູ່​ນຳ​ເຂົາ​ເຈົ້າ.+ເຂົາ​ເຈົ້າ​ຮ້ອງ​ສັນລະເສີນ​ເພິ່ນ ຍ້ອນ​ເພິ່ນ​ເປັນ​ກະສັດ​ຂອງ​ເຂົາ​ເຈົ້າ. 22  ພະເຈົ້າ​ພາ​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ.+ ເພິ່ນປົກ​ປ້ອງເຂົາ​ເຈົ້າ ຄື​ກັບ​ເຂົາ​ຂອງ​ງົວ​ປົກ​ປ້ອງ​ໂຕ​ມັນ​ເອງ.+ 23  ບໍ່​ມີ​ມົນ​ໃດ​ເສກ​ໃສ່​ລູກ​ຫຼານ​ຢາໂຄບ​ໄດ້+ແລະ​ບໍ່​ມີ​ຜູ້​ໃດ​ໃຊ້​ຄາຖາ​ອາຄົມ​ທຳລາຍ​ພວກ​ອິດສະຣາເອນ​ໄດ້.+ ເມື່ອ​ຜູ້​ໃດ​ເຫັນ​ພວກ​ອິດສະຣາເອນ ແລະ​ລູກ​ຫຼານ​ຂອງ​ຢາໂຄບ ເຂົາ​ເຈົ້າ​ຈະ​ເວົ້າ​ວ່າ ‘ສິ່ງ​ທີ່​ພະເຈົ້າ​ເຮັດ​ນິ ມັນ​ຄື​ຄັກ​ແທ້!’ 24  ເຂົາ​ເຈົ້າ​ຈະ​ລຸກ​ຂຶ້ນ​ຄື​ກັບ​ໂຕ​ສິງ+ແລະ​ຈະ​ຢືນ​ຢ່າງ​ສະຫງ່າ​ງາມ. ເຂົາ​ເຈົ້າ​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ບໍ່​ນອນ​ຈົນ​ກວ່າ​ຈະ​ໄດ້​ກິນ​ເຫຍື່ອແລະ​ກິນ​ເລືອດ​ຂອງ​ເຫຍື່ອ​ທີ່​ມັນ​ຂ້າ.” 25  ແລ້ວ​ບາລາກ​ກໍ​ຮ້າຍ​ບາລາອາມ​ວ່າ: “ຖ້າ​ເຈົ້າ​ສາບ​ແຊ່ງ​ພວກ​ມັນ​ບໍ່​ໄດ້ ກໍ​ຢ່າ​ໄປ​ອວຍພອນ​ພວກ​ມັນ​ແມ້.” 26  ບາລາອາມ​ບອກ​ວ່າ: “ຂ້ອຍ​ກໍ​ບອກ​ທ່ານ​ແລ້ວ​ເດ້​ວ່າ ‘ຂ້ອຍ​ຈະ​ເວົ້າ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ເທົ່າ​ນັ້ນ.’”+ 27  ບາລາກ​ເວົ້າ​ກັບ​ບາລາອາມ​ວ່າ: “ຄັນຊັ້ນ ໃຫ້​ເຈົ້າ​ໄປ​ນຳ​ຂ້ອຍ​ອີກ​ບ່ອນ​ໜຶ່ງ​ໄດ້​ບໍ? ບາງເທື່ອ ພະເຈົ້າ​ທ່ຽງແທ້​ຊິຍອມ​ໃຫ້​ເຈົ້າ​ສາບ​ແຊ່ງພວກ​ມັນ​ໃຫ້​ຂ້ອຍ.”+ 28  ບາລາກ​ກໍ​ພາ​ບາລາອາມ​ຂຶ້ນ​ໄປ​ເທິງ​ພູ​ເປ​ໂອ. ຢູ່​ບ່ອນ​ນັ້ນ​ສາມາດ​ແນມ​ເຫັນບ່ອນ​ກັນ​ດານ​ເຢຊີໂມນ​ທັງ​ໝົດ​ໄດ້.+ 29  ແລ້ວ​ບາລາອາມ​ກໍ​ບອກ​ບາລາກ​ວ່າ: “ໃຫ້​ສ້າງ​ແທ່ນ​ບູຊາ 7 ແທ່ນ​ຢູ່​ບ່ອນ​ນີ້ ແລະ​ກຽມ​ງົວ​ກັບ​ແກະ​ແນວ​ລະ 7 ໂຕ​ໃຫ້​ຂ້ອຍ​ນຳ.”+ 30  ບາລາກ​ເຮັດ​ຕາມ​ທີ່​ບາລາອາມ​ບອກ ແລະ​ລາວ​ກໍ​ເອົາ​ງົວ​ກັບ​ແກະ​ແນວ​ລະ​ໂຕ​ເຜົາ​ເທິງ​ແທ່ນ​ບູຊາ​ແຕ່​ລະ​ແທ່ນ.

ຂໍຄວາມໄຂເງື່ອນ