ຈົດເຊັນບັນຊີ 24:1-25

  • ບົດ​ກອນ​ທີ 3 ຂອງ​ບາລາອາມ (1-11)

  • ບົດ​ກອນ​ທີ 4 ຂອງ​ບາລາອາມ (12-25)

24  ເມື່ອ​ບາລາອາມ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ອວຍພອນ​ໃຫ້​ພວກ​ອິດສະຣາເອນ ລາວ​ກໍບໍ່​ໄດ້​ໄປ​ຫາ​ບ່ອນ​ທີ່​ຈະ​ເສກ​ມົນ​ອີກ​ຕໍ່​ໄປ+ ແຕ່​ລາວ​ແນມ​ເບິ່ງ​ໄປ​ທາງ​ບ່ອນ​ກັນ​ດານ.  ເມື່ອ​ບາລາອາມ​ເຫັນ​ຄ້າຍ​ພັກ​ຂອງ​ພວກ​ອິດສະຣາເອນ​ທີ່​ຈັດ​ຕາມ​ແຕ່​ລະ​ຕະກູນ+ ລາວ​ກໍ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ.+  ລາວ​ເວົ້າ​ອອກ​ມາ​ເປັນ​ຄຳ​ກອນ​ວ່າ:+ “ນີ້​ແມ່ນ​ຄຳເວົ້າ​ຂອງ​ບາລາອາມ​ລູກ​ຊາຍ​ຂອງ​ເບໂອຜູ້​ທີ່​ຕອນ​ນີ້​ໄດ້​ເຫັນ​ແຈ້ງ​ແລ້ວ.   ລາວ​ໄດ້​ຍິນ​ຄຳເວົ້າ​ຂອງ​ພະເຈົ້າ.ຕອນ​ທີ່​ລາວ​ໝູບ​ໜ້າ​ລົງ ແລະ​ຍັງ​ມືນ​ຕາ​ຢູ່ລາວ​ໄດ້​ເຫັນ​ນິມິດ​ຂອງ​ຜູ້​ມີ​ລິດ​ເດດ​ສູງ​ສຸດ. ລາວ​ເວົ້າ​ວ່າ+   ‘ລູກ​ຫຼານ​ຂອງ​ຢາໂຄບ​ເອີ້ຍ ເຕັ້ນ​ຂອງ​ພວກ​ເຈົ້າ​ງາມ​ແທ້​ໆ​ພວກ​ອິດສະຣາເອນ​ເອີ້ຍ ບ່ອນ​ຢູ່​ຂອງ​ພວກ​ເຈົ້າ​ຈັ່ງ​ແມ່ນ​ງາມ​ອີ່ຫຼີ​!+   ເຕັ້ນ​ຂອງ​ພວກ​ເຈົ້າ​ລຽນ​ຍາວ​ກັນ​ໄປ​ຄື​ກັບ​ຮ່ອມພູ+ຄື​ກັບ​ສວນ​ທີ່​ຢູ່​ແຄມ​ແມ່​ນ້ຳຄື​ກັບ​ຕົ້ນ​ເກດສະໜາ​ທີ່​ພະ​ເຢໂຫວາ​ປູກ​ໄວ້ແລະ​ຄື​ກັບ​ຕົ້ນ​ຊີດ້າ*ທີ່​ຢູ່​ແຄມ​ນ້ຳ.   ນ້ຳ​ລິນ​ອອກ​ຈາກ​ຄຸ 2 ໜ່ວຍຂອງ​ລາວ*ແລະ​ແນວ​ປູກ​ຂອງ​ລາວຫວ່ານຢູ່​ບ່ອນທີ່​ມີ​ນ້ຳ​ຫຼາຍ.+ ກະສັດ​ຂອງ​ລາວ+ຊິ​ຍິ່ງ​ໃຫຍ່​ກວ່າ​ອາກັກ.+ປະເທດ​ຂອງ​ລາວ​ຊິ​ໝັ້ນຄົງ​ເຂັ້ມແຂງ.+   ພະເຈົ້າ​ພາ​ອິດສະຣາເອນ​ອອກ​ຈາກ​ເອຢິບ.ເພິ່ນ​ປົກ​ປ້ອງ​ລາວ​ຄື​ກັບ​ເຂົາ​ຂອງ​ງົວ​ປົກ​ປ້ອງ​ໂຕ​ມັນ​ເອງ. ອິດສະຣາເອນ​ຊິ​ທຳລາຍ​ຊາດ​ຕ່າງ​ໆ​ທີ່​ມາ​ຂົ່ມເຫງ​ລາວ.+ລາວ​ຊິ​ແຫ້ນ​ກະດູກ​ຂອງ​ພວກ​ເຂົາ ແລະ​ຊິ​ຍິງ​ທະນູ​ໃສ່​ພວກ​ເຂົາ​ໃຫ້​ຕາຍ.   ລາວ​ນອນ​ຢຽດ​ຄື​ກັບ​ໂຕ​ສິງ.ໃຜ​ຊິ​ກ້າໄປ​ກວນ​ມັນ? ຄົນ​ທີ່​ອວຍພອນ​ເຈົ້າ​ກໍ​ຊິ​ໄດ້​ພອນແຕ່​ຄົນ​ທີ່​ສາບ​ແຊ່ງ​ເຈົ້າ​ກໍ​ຊິ​ຖືກ​ສາບ​ແຊ່ງ.’”+ 10  ບາລາກ​ເລີຍ​ໃຈ​ຮ້າຍ​ໃຫ້​ບາລາອາມ​ແຮງ. ລາວ​ຕົບ​ມື​ແຮງ​ໆ​ໃສ່​ບາລາອາມ ແລະ​ເວົ້າ​ວ່າ: “ຂ້ອຍ​ໃຫ້​ເຈົ້າ​ມາ​ສາບ​ແຊ່ງ​ສັດຕູ​ໃຫ້​ຂ້ອຍ+ ແຕ່​ເຈົ້າ​ພັດ​ອວຍພອນ​ໃຫ້​ພວກ​ມັນ​ຕັ້ງ​ວ່າ 3 ເທື່ອ​ແລ້ວ. 11  ກັບ​ເມືອ​ສະ! ຂ້ອຍ​ລະ​ຕັ້ງ​ໃຈ​ຊິເອົາ​ລາງວັນ​ໃຫ້​ເຈົ້າບັກ​ຫຼາຍ​ໆ​+ ແຕ່​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ບໍ່​ໄດ້​ຮັບ​ລາງວັນ​ຊ້ຳ.” 12  ບາລາອາມ​ຕອບ​ບາລາກ​ວ່າ: “ຂ້ອຍ​ບອກ​ຄົນ​ທີ່​ເຈົ້າ​ສົ່ງ​ມາ​ແລ້ວ​ເດ້​ວ່າ 13  ‘ເຖິງ​ວ່າ​ບາລາກ​ຊິ​ເອົາ​ວັງ​ພ້ອມ​ກັບ​ເງິນ​ຄຳ​ເຕັມ​ວັງ​ນັ້ນ​ໃຫ້​ຂ້ອຍ ຂ້ອຍ​ກໍ​ເຮັດ​ຕາມ​ໃຈ​ໂຕເອງ​ບໍ່​ໄດ້ ຂ້ອຍ​ຕ້ອງ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ ບໍ່​ວ່າ​ຊິ​ເປັນ​ເລື່ອງ​ດີ​ຫຼື​ເລື່ອງ​ຮ້າຍ. ຂ້ອຍ​ຊິ​ເວົ້າ​ແຕ່​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເວົ້າ​ເທົ່າ​ນັ້ນ.’+ 14  ຄັນຊັ້ນ ຂ້ອຍ​ຊິ​ກັບ​ໄປ​ຫາ​ພີ່ນ້ອງ​ຂອງ​ຂ້ອຍ. ແຕ່​ກ່ອນ​ຂ້ອຍ​ຊິ​ເມືອ ຂ້ອຍ​ຊິ​ບອກ​ເຈົ້າ​ວ່າ​ພວກ​ອິດສະຣາເອນ​ຊິ​ເຮັດ​ແນວ​ໃດ​ກັບ​ຄົນ​ຂອງ​ເຈົ້າ.” 15  ບາລາອາມ​ກໍ​ເວົ້າ​ອອກ​ມາ​ເປັນ​ຄຳ​ກອນ​ວ່າ:+ “ນີ້​ແມ່ນ​ຄຳເວົ້າ​ຂອງ​ບາລາອາມ​ລູກ​ຊາຍ​ຂອງ​ເບໂອຜູ້​ທີ່​ຕອນ​ນີ້​ໄດ້​ເຫັນ​ແຈ້ງ​ແລ້ວ.+ 16  ລາວ​ໄດ້​ຍິນ​ຄຳເວົ້າ​ຂອງ​ພະເຈົ້າແລະ​ມີ​ຄວາມ​ຮູ້​ຂອງ​ພະເຈົ້າ​ສູງ​ສຸດ.ຕອນ​ທີ່​ລາວ​ໝູບ​ໜ້າ​ລົງ ແລະ​ຍັງ​ມືນ​ຕາ​ຢູ່ລາວ​ໄດ້​ເຫັນ​ນິມິດ​ຂອງ​ຜູ້​ມີ​ລິດ​ເດດ​ສູງ​ສຸດ. ລາວ​ເວົ້າ​ວ່າ 17  ‘ຂ້ອຍ​ຈະ​ເຫັນ​ລາວ ແຕ່​ບໍ່​ແມ່ນ​ຕອນ​ນີ້.ຂ້ອຍ​ຈະ​ເຫັນ​ລາວ ແຕ່​ບໍ່​ແມ່ນ​ໄວ​ໆ​ນີ້. ຈະ​ມີ​ດາວ​ດວງ​ໜຶ່ງ+ອອກ​ມາ​ຈາກ​ລູກ​ຫຼານ​ຂອງ​ຢາໂຄບແລະ​ຈະ​ມີ​ຄ້ອນ​ຂອງ​ກະສັດ​ອັນ​ໜຶ່ງ+ອອກ​ມາ​ຈາກ​ລູກ​ຫຼານ​ຂອງ​ອິດສະຣາເອນ.+ ເຮົາ​ຈະ​ຕີ​ໜ້າ​ຜາກ​ຂອງ​ພວກ​ໂມອາບ+ໃຫ້​ແຕກແລະ​ທຸບ​ກະໂຫຼກ​ຂອງ​ຄົນ​ໂຫດ​ຮ້າຍ. 18  ລາວ​ຈະ​ຍຶດເອົາ​ເອໂດມ​ເປັນ​ຂອງ​ໂຕເອງ.+ພວກ​ສັດຕູ​ຂອງ​ເສອີ+​ຈະ​ຍຶດ​ເອົາ​ເສອີ​ໄດ້+ແລະ​ຕອນ​ນັ້ນ​ອິດສະຣາເອນ​ຈະ​ສະແດງ​ຄວາມ​ກ້າຫານ. 19  ຄົນ​ທີ່​ອອກ​ມາ​ຈາກ​ລູກ​ຫຼານ​ຂອງ​ຢາໂຄບ​ຈະ​ຊະນະ​ສັດຕູ​ຂອງ​ລາວ.+ລາວ​ຈະ​ຂ້າ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນັ້ນ​ໃຫ້​ໝົດ.’” 20  ເມື່ອ​ບາລາອາມ​ເຫັນ​ພວກ​ອາມາເລັກ ລາວ​ກໍ​ເວົ້າ​ອອກ​ມາ​ເປັນ​ຄຳ​ກອນ​ວ່າ: “ອາມາເລັກ​ເປັນຊາດ​ທຳອິດ*+ແຕ່​ໃນ​ສຸດທ້າຍ​ກໍ​ຊິ​ບໍ່​ເຫຼືອ​ເລີຍ.”+ 21  ຈາກ​ນັ້ນ ບາລາອາມ​ກໍ​ເຫັນ​ພວກ​ເກນີ+ ລາວ​ຈຶ່ງ​ເວົ້າ​ເປັນ​ຄຳ​ກອນ​ວ່າ: “ພວກ​ເຈົ້າ​ຄິດ​ວ່າ​ບ່ອນ​ຢູ່​ຂອງ​ພວກ​ເຈົ້າ​ໝັ້ນຄົງ ແລະ​ເຮືອນ​ຂອງ​ພວກ​ເຈົ້າ​ກໍ​ຕັ້ງ​ຢູ່​ເທິງ​ຫີນ 22  ແຕ່​ຈະ​ມີ​ຄົນ​ມາ​ເຜົາພວກ​ເກນີ​ຈົນ​ໝົດ. ອີກ​ບໍ່​ດົນ​ພວກ​ອັດຊີເຣຍ​ກໍ​ຈະ​ມາ​ຈັບ​ພວກ​ເຈົ້າ​ໄປ​ເປັນ​ຊະເລີຍ.” 23  ບາລາອາມ​ເວົ້າ​ເປັນ​ຄຳ​ກອນ​ອີກ​ວ່າ: “ຖ້າ​ພະເຈົ້າ​ເຮັດ​ແນວ​ນີ້ ຈະບໍ່​ມີ​ຜູ້​ໃດ​ລອດ! 24  ເຮືອ​ຈະ​ມາ​ຈາກ​ຝັ່ງ​ທະເລ​ຂອງ​ກິດຕີມ.+ພວກ​ມັນ​ຈະ​ໂຈມ​ຕີ​ອັດຊີເຣຍ+ແລະ​ຈະ​ໂຈມ​ຕີ​ເອເບ​ນຳ. ແຕ່​ສຸດທ້າຍ ພວກ​ມັນ​ກໍ​ຈະ​ບໍ່​ເຫຼືອ​ເລີຍ.” 25  ແລ້ວ​ບາລາອາມ+​ກັບ​ບາລາກ​ກໍແຍກ​ທາງ​ກັນ ເມືອ​ເຮືອນ​ໃຜ​ເຮືອນ​ລາວ.

ຂໍຄວາມໄຂເງື່ອນ

ຕົ້ນ​ແປກ​ຊະນິດໜຶ່ງ
ຫຼື​ອາດ​ແປ​ວ່າ “ອິດສະຣາເອນ”
ໝາຍເຖິງ​ຫຼັງ​ຈາກ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ ພວກ​ອາມາເລັກ​ເປັນ​ຊາດ​ທຳອິດ​ທີ່​ມາ​ໂຈມຕີ​ເຂົາເຈົ້າ