ຈົດເຊັນບັນຊີ 25:1-18

  • ພວກ​ອິດສະຣາເອນ​ເຮັດ​ບາບ​ກັບ​ພວກ​ຜູ້​ຍິງ​ໂມອາບ (1-5)

  • ຟີເນຮາດ​ລົງມື​ຈັດ​ການ (6-18)

25  ຕອນ​ທີ່​ພວກ​ອິດສະຣາເອນ​ຕັ້ງ​ຄ້າຍ​ພັກ​ຢູ່​ຊິດ​ຕີ​ມ+ ບາງຄົນ​ໄດ້​ໄປ​ນອນ​ນຳ​ພວກ​ຜູ້​ຍິງ​ຄົນ​ໂມອາບ.+  ພວກ​ຜູ້​ຍິງ​ໂມອາບ​ໄດ້​ຊວນ​ພວກ​ອິດສະຣາເອນ​ໃຫ້​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ພະເຈົ້າ​ຂອງ​ພວກ​ເຂົາ+ ຊວນ​ໃຫ້​ກິນ​ເຄື່ອງ​ທີ່​ເອົາ​ໄປ​ບູຊາ ແລະ​ຊວນ​ໃຫ້​ນົບ​ຮູບ​ພະ​ເຫຼົ່າ​ນັ້ນ.+  ພວກ​ອິດສະຣາເອນ​ໄດ້​ໄປ​ນະມັດສະການ​ພະ​ບາອານ​ທີ່​ຢູ່​ເປໂອ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ.  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ໃຫ້​ຂ້າ​ພວກ​ທີ່​ພາ​ເຂົາ​ເຈົ້າ​ໄປ​ເຮັດ​ແບບ​ນັ້ນ ແລ້ວ​ເອົາ​ສົບ​ໄປ​ແຂວນ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາໃຫ້​ທຸກ​ຄົນ​ເຫັນ ເພື່ອ​ພະ​ເຢໂຫວາ​ຊິ​ເຊົາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ.”  ໂມເຊ​ກໍ​ເລີຍ​ບອກ​ພວກ​ຜູ້ຕັດສິນ​ຂອງ​ອິດສະຣາເອນ​ວ່າ:+ “ໃຫ້​ຂ້າ​ທຸກ​ຄົນ​ທີ່​ໄປ​ນະມັດສະການ​ພະ​ບາອານ​ຢູ່​ເປໂອ.”+  ຕອນ​ນັ້ນ ມີ​ຜູ້​ຊາຍ​ອິດສະຣາເອນ​ຄົນ​ໜຶ່ງ​ພາ​ຜູ້​ຍິງ​ຄົນ​ມີດີອານ+ເຂົ້າ​ມາ​ຫາ​ຍາດ​ຕິ​ພີ່ນ້ອງ​ຂອງ​ໂຕເອງ​ໃນ​ຄ້າຍ​ພັກ. ລາວ​ເຮັດ​ແບບ​ນັ້ນ​ຕໍ່​ໜ້າ​ຕໍ່​ຕາ​ໂມເຊ​ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ທີ່​ກຳລັງ​ຮ້ອງ​ໄຫ້​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ.  ເມື່ອ​ຟີເນຮາດ+​ທີ່​ເປັນ​ລູກ​ຊາຍ​ຂອງ​ເອເລອາຊາ​ແລະ​ເປັນ​ຫຼານ​ຂອງ​ປະໂລຫິດ​ອາໂຣນ​ແນມ​ເຫັນ ລາວ​ກໍ​ຟ້າວ​ລຸກ​ຂຶ້ນ​ແລະ​ຈັບ​ຫອກ​ໄປ​ນຳ.  ລາວ​ຍ່າງ​ນຳ​ຫຼັງ​ຜູ້​ຊາຍ​ອິດສະຣາເອນ​ຄົນ​ນັ້ນ​ເຂົ້າ​ໄປ​ໃນ​ເຕັ້ນ ແລ້ວ​ກໍ​ແທງ​ຜູ້​ຊາຍ​ຄົນ​ນັ້ນ​ຈົນຊອດທ້ອງນ້ອຍ*ຂອງ​ຜູ້​ຍິງ. ຫຼັງ​ຈາກ​ນັ້ນ ໂລກລະບາດ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ອິດສະຣາເອນ​ກໍ​ເຊົາ.+  ຄົນ​ທີ່​ຕາຍ​ຍ້ອນຖືກ​ລົງໂທດມີ​ທັງ​ໝົດ 24.000 ຄົນ.+ 10  ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: 11  “ຟີເນຮາດ+​ທີ່​ເປັນ​ລູກ​ຊາຍ​ຂອງ​ເອເລອາຊາ​ແລະ​ເປັນ​ຫຼານ​ຂອງ​ປະໂລຫິດ​ອາໂຣນ​ໄດ້​ເຮັດ​ໃຫ້​ເຮົາ​ເຊົາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ ຍ້ອນ​ລາວທົນ​ບໍ່​ໄດ້​ທີ່ເຫັນ​ພວກ​ອິດສະຣາເອນ​ບໍ່​ສັດຊື່​ຕໍ່​ເຮົາ.+ ຖ້າ​ລາວ​ບໍ່​ເຮັດ​ແນວ​ນັ້ນ ເຮົາ​ຄື​ຊິ​ທຳລາຍ​ພວກ​ອິດສະຣາເອນ​ໄປ​ຈົນ​ໝົດ​ແລ້ວ ຍ້ອນ​ເຮົາ​ເປັນ​ພະເຈົ້າ​ທີ່​ຢາກ​ໃຫ້ນະມັດສະການ​ເຮົາ​ພຽງ​ຜູ້​ດຽວ.+ 12  ໃຫ້ໄປ​ບອກ​ລາວວ່າ ‘ເຮົາ​ຊິ​ເຮັດ​ສັນຍາ​ກັບ​ລາວ​ຍ້ອນ​ເຮົາພໍ​ໃຈ​ລາວ. 13  ສັນຍາ​ນີ້​ຊິ​ເຮັດ​ໃຫ້​ລາວ​ກັບ​ລູກ​ຫຼານ​ຂອງ​ລາວ​ໄດ້​ເປັນ​ປະໂລຫິດ​ຕະຫຼອດໄປ+ ຍ້ອນ​ລາວ​ທົນ​ບໍ່​ໄດ້​ທີ່​ເຫັນ​ພວກ​ອິດສະຣາເອນ​ບໍ່​ສັດຊື່​ຕໍ່​ພະເຈົ້າ​ຂອງ​ລາວ+ ແລະ​ລາວ​ໄດ້​ໄຖ່​ຄວາມ​ຜິດ​ໃຫ້​ເຂົາ​ເຈົ້າ.’” 14  ຜູ້​ຊາຍ​ອິດສະຣາເອນ​ທີ່​ຖືກ​ຂ້າ​ພ້ອມ​ກັບ​ຜູ້​ຍິງ​ຄົນ​ມີດີອານ​ນັ້ນ​ຊື່​ຊິມຣີ. ລາວ​ເປັນ​ລູກ​ຊາຍ​ຂອງ​ສາລູ​ ແລະ​ເປັນ​ຫົວ​ໜ້າ​ຄົນ​ໜຶ່ງ​ໃນ​ຕະກູນ​ຊີເມໂອນ. 15  ຜູ້​ຍິງ​ຄົນ​ມີດີອານ​ທີ່​ຖືກ​ຂ້າ​ຊື່​ໂກດ​ຊະ​ບີ. ລາວ​ເປັນ​ລູກສາວ​ຂອງ​ຊູເຣ+​ທີ່​ເປັນ​ຫົວ​ໜ້າ​ຕະກູນ​ໜຶ່ງ​ຢູ່​ມີດີອານ.+ 16  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: 17  “ໃຫ້​ພວກ​ເຈົ້າ​ໄປໂຈມຕີ​ພວກ​ມີດີອານແລະ​ຂ້າ​ພວກ​ເຂົາ.+ 18  ເພາະ​ພວກ​ເຂົາ​ໂຈມຕີ​ພວກ​ເຈົ້າ​ໂດຍ​ໃຊ້​ເລ່​ລ່ຽມ​ເພື່ອ​ລໍ້​ລວງ​ພວກ​ເຈົ້າ​ຢູ່​ເປໂອ+ ແລະ​ເພາະ​ໂກດ​ຊະ​ບີ​ເຊິ່ງ​ເປັນ​ລູກສາວ​ຂອງ​ຫົວ​ໜ້າ​ຕະກູນ​ໜຶ່ງ​ຢູ່​ມີດີອານ. ລາວ​ຖືກ​ຂ້າ+ໃນ​ມື້​ທີ່​ພວກ​ອິດສະຣາເອນ​ຖືກ​ລົງໂທດ​ຍ້ອນເລື່ອງ​ທີ່​ກ່ຽວ​ກັບ​ເປໂອ.”+

ຂໍຄວາມໄຂເງື່ອນ

ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ໝາຍເຖິງ​ອະໄວຍະວະ​ເພດ