ຈົດເຊັນບັນຊີ 27:1-23

  • ພວກ​ລູກສາວ​ຂອງ​ເຊໂລເຟຂາດ (1-11)

  • ໂຢຊວຍ​ຮັບ​ໜ້າ​ທີ່​ຕໍ່​ຈາກ​ໂມເຊ (12-23)

27  ພວກ​ລູກສາວ​ຂອງ​ເຊໂລເຟຂາດ+ໄດ້ມາ​ຫາ​ໂມເຊ. ເຊໂລເຟຂາດ​ເປັນ​ລູກ​ຊາຍ​ຂອງ​ເຮເຟ ເຮເຟ​ເປັນ​ລູກ​ຊາຍ​ຂອງ​ກິລຽດ ກິລຽດ​ເປັນ​ລູກ​ຊາຍ​ຂອງ​ມາກີ ມາກີ​ເປັນ​ລູກ​ຊາຍ​ຂອງ​ມານາເຊ. ຄົນ​ເຫຼົ່ານີ້​ຢູ່​ໃນ​ຕະກູນ​ມານາເຊ​ທີ່​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ. ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ຊື່ ມາລາ ໂນອາ ໂຮກລາ ມີລະກາ ແລະ​ຕີຣະຊາ.  ເຂົາ​ເຈົ້າ​ມາ​ຢືນ​ຢູ່​ທາງເຂົ້າ​ເຕັ້ນ​ຂໍ​ການ​ຊີ້ນຳ​ຕໍ່​ໜ້າ​ໂມເຊ ປະໂລຫິດ​ເອເລອາຊາ ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ+ ແລະ​ພວກ​ອິດສະຣາເອນ. ເຂົາ​ເຈົ້າ​ເວົ້າ​ວ່າ:  “ພໍ່​ຂອງ​ພວກ​ເຮົາ​ຕາຍ​ຢູ່​ໃນ​ບ່ອນ​ກັນ​ດານ ແຕ່​ພໍ່​ບໍ່​ໄດ້​ຢູ່​ນຳ​ພວກ​ຂອງ​ໂກຣາ+ທີ່​ຕໍ່ຕ້ານ​ພະ​ເຢໂຫວາ. ພໍ່ຕາຍ​ຍ້ອນ​ບາບ​ຂອງ​ພໍ່​ເອງ ແລະ​ພໍ່​ບໍ່​ມີ​ລູກ​ຊາຍ​ຈັກ​ຄົນ.  ຍ້ອນ​ພໍ່​ຂອງ​ພວກ​ເຮົາ​ບໍ່​ມີ​ລູກ​ຊາຍ ຊື່​ຂອງ​ພໍ່​ກໍ​ຊິ​ຖືກ​ລຶບ​ອອກ​ຈາກ​ຕະກູນ​ເລີຍ​ບໍ? ຂໍ​ໃຫ້​ພວກ​ເຮົາ​ໄດ້​ດິນ​ມູນ​ນຳ​ກັນ​ກັບ​ພວກ​ອ້າຍນ້ອງ​ຂອງ​ພໍ່​ເຮົາ​ໄດ້​ບໍ?”  ໂມເຊ​ຈຶ່ງ​ໄປ​ຖາມ​ພະ​ເຢໂຫວາ​ກ່ຽວ​ກັບ​ເລື່ອງ​ນີ້.+  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ:  “ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ເວົ້າ​ຖືກ​ແລ້ວ. ເຈົ້າ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ໄດ້​ດິນ​ມູນ​ນຳ​ກັນ​ກັບ​ອ້າຍນ້ອງ​ຂອງ​ພໍ່​ເຂົາ​ເຈົ້າ. ໃຫ້​ຍົກ​ດິນ​ມູນ​ຂອງ​ພໍ່​ເຂົາ​ເຈົ້າ​ໃຫ້​ເຂົາ​ເຈົ້າ+  ແລະ​ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຖ້າ​ຜູ້​ຊາຍ​ຄົນ​ໃດ​ຕາຍ​ແລະ​ບໍ່​ມີ​ລູກ​ຊາຍ ໃຫ້​ຍົກ​ດິນ​ມູນ​ຂອງ​ລາວ​ໃຫ້​ລູກສາວ.  ຖ້າ​ລາວ​ບໍ່​ມີ​ລູກສາວ ໃຫ້​ຍົກ​ດິນ​ມູນ​ໃຫ້​ອ້າຍ​ຫຼື​ນ້ອງຊາຍ​ຂອງ​ລາວ. 10  ຖ້າ​ລາວ​ບໍ່​ມີ​ອ້າຍ​ຫຼື​ນ້ອງຊາຍ ໃຫ້​ຍົກ​ດິນ​ມູນ​ໃຫ້​ລຸງ​ຫຼື​ອາວ​ຂອງ​ລາວ. 11  ຖ້າ​ລາວ​ບໍ່​ມີ​ລຸງ​ຫຼື​ອາວ ກໍ​ໃຫ້​ຍົກ​ດິນ​ມູນ​ໃຫ້​ພີ່ນ້ອງ​ທີ່​ໃກ້ຊິດ​ທີ່​ສຸດ​ທີ່​ເປັນ​ສາຍ​ເລືອດ​ດຽວ​ກັນ​ໃນ​ຕະກູນ​ຂອງ​ລາວ. ຜູ້​ນັ້ນ​ຈະ​ໄດ້​ຮັບ​ດິນ​ມູນ​ຂອງ​ຄົນ​ທີ່​ຕາຍ. ນີ້​ເປັນ​ກົດ​ໝາຍ​ສຳລັບ​ພວກ​ອິດສະຣາເອນ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.’” 12  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ໃຫ້​ເຈົ້າ​ຂຶ້ນ​ໄປ​ເທິງ​ພູ​ນີ້​ທີ່​ຢູ່​ໃນ​ເຂດ​ອາບາຣີມ+ ແລະ​ເບິ່ງ​ແຜ່ນດິນ​ທີ່​ເຮົາ​ຈະ​ເອົາ​ໃຫ້​ພວກ​ອິດສະຣາເອນ.+ 13  ເມື່ອ​ເຈົ້າ​ໄດ້​ເຫັນ​ແຜ່ນດິນ​ນັ້ນ​ແລ້ວ ເຈົ້າ​ຈະ​ຕາຍ​ແລະ​ໄປ​ຢູ່​ນຳ​ປູ່ຍ່າຕານາຍ*+ຄື​ກັບ​ອາໂຣນ​ອ້າຍ​ຂອງ​ເຈົ້າ.+ 14  ຍ້ອນ​ຕອນ​ທີ່​ພວກ​ອິດສະຣາເອນ​ໄດ້​ຖຽງ​ເຮົາ​ຢູ່​ບ່ອນ​ກັນ​ດານ​ຊິນ ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ ແລະ​ບໍ່​ໄດ້​ໃຫ້​ກຽດ​ເຮົາ​ຕອນ​ທີ່ເຮົາ​ເອົາ​ນ້ຳ​ໃຫ້​ເຂົາ​ເຈົ້າ.+ ນ້ຳ​ນັ້ນ​ຢູ່​ເມຣິບາ+​ທີ່​ຢູ່​ກາເດັດ+ໃນ​ບ່ອນ​ກັນ​ດານ​ຊິນ.”+ 15  ໂມເຊ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: 16  “ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຜູ້​ໃຫ້​ຊີວິດ​ທຸກ​ຄົນ​ແຕ່ງຕັ້ງ​ຜູ້​ໜຶ່ງ​ໃຫ້​ເບິ່ງ​ແຍງ​ພວກ​ອິດສະຣາເອນ. 17  ໃຫ້​ຜູ້​ນັ້ນ​ເປັນ​ຜູ້ນຳ​ໜ້າ​ແລະ​ຊີ້ນຳເຂົາ​ເຈົ້າ​ໃນ​ທຸກ​ເລື່ອງ ເພື່ອ​ຄົນ​ຂອງ​ພະ​ເຢໂຫວາຈະ​ບໍ່​ໄດ້​ເປັນ​ຄື​ກັບ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ.” 18  ພະ​ເຢໂຫວາ​ກໍ​ເລີຍ​ເວົ້າ​ກັບ​ໂມເຊ​ວ່າ: “ໃຫ້​ເຈົ້າ​ວາງ​ມື​ເທິງ​ຫົວ​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ ຍ້ອນ​ລາວ​ເປັນ​ຄົນທີ່​ມີ​ຄວາມ​ສາມາດ.*+ 19  ຈາກ​ນັ້ນ ໃຫ້​ລາວ​ໄປ​ຢືນ​ຕໍ່​ໜ້າ​ປະໂລຫິດ​ເອເລອາຊາ​ແລະ​ພວກ​ອິດສະຣາເອນ. ເຈົ້າ​ຕ້ອງແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳຕໍ່​ໜ້າ​ທຸກ​ຄົນ.+ 20  ເຈົ້າ​ຕ້ອງ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ເຫັນ​ວ່າ​ລາວ​ສົມຄວນ​ໄດ້​ຮັບ​ຄວາມ​ນັບ​ຖື+ ເພື່ອ​ເຂົາ​ເຈົ້າ​ຈະ​ເຊື່ອ​ຟັງ​ລາວ.+ 21  ເມື່ອ​ລາວ​ມີ​ເລື່ອງ​ຢາກ​ຖາມ​ພະ​ເຢໂຫວາ ລາວ​ຕ້ອງ​ໄປ​ຫາ​ປະໂລຫິດ​ເອເລອາຊາ ແລະ​ເອເລອາຊາ​ຈະ​ໃຊ້​ອູຣີມ*+ຖາມ​ແທນ​ລາວ ເພື່ອ​ລາວ​ຈະ​ຮູ້​ວ່າ​ຕ້ອງ​ເຮັດແນວ​ໃດ. ທຸກ​ຄົນ​ຈະ​ຕ້ອງ​ເຮັດ​ຕາມ​ຄຳສັ່ງ​ຂອງ​ລາວ ທັງ​ໂຕ​ລາວ​ເອງ​ແລະ​ພວກ​ອິດສະຣາເອນ​ທັງ​ໝົດ.” 22  ໂມເຊ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ. ລາວ​ພາ​ໂຢຊວຍ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ປະໂລຫິດ​ເອເລອາຊາ​ແລະ​ພວກ​ອິດສະຣາເອນ. 23  ຈາກ​ນັ້ນ​ກໍ​ວາງ​ມື​ເທິງ​ຫົວ​ຂອງ​ໂຢຊວຍ ເພື່ອ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳ+​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.+

ຂໍຄວາມໄຂເງື່ອນ

ເປັນ​ສຳນວນ​ບົດ​ກອນ​ທີ່​ໝາຍເຖິງ​ຕາຍ
ແປ​ຕາມ​ໂຕ​ວ່າ “ມີ​ຄວາມຄິດ​ທີ່​ແຕກຕ່າງ”