ຈົດເຊັນບັນຊີ 28:1-31

  • ຂັ້ນ​ຕອນ​ການ​ເອົາ​ເຄື່ອງ​ບູຊາ​ຕ່າງ​ໆ​ມາ​ໃຫ້ (1-31)

    • ເຄື່ອງ​ບູຊາ​ສຳລັບ​ທຸກ​ມື້ (1-8)

    • ເຄື່ອງ​ບູຊາ​ໃນ​ວັນ​ຊະບາໂຕ (9, 10)

    • ເຄື່ອງ​ບູຊາ​ສຳລັບ​ທຸກ​ເດືອນ (11-15)

    • ເຄື່ອງ​ບູຊາ​ສຳລັບ​ວັນ​ປັດສະຄາ (16-25)

    • ເຄື່ອງ​ບູຊາ​ສຳລັບ​ເທດສະການ​ເກັບ​ກ່ຽວ (26-31)

28  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ:  “ໃຫ້​ສັ່ງ​ພວກ​ອິດສະຣາເອນ​ວ່າ ‘ພວກ​ເຈົ້າ​ຕ້ອງ​ເອົາໃຈໃສ່​ເລື່ອງ​ການ​ເອົາ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ໃຫ້​ເຮົາ ຕາມ​ເວລາ​ທີ່​ເຮົາ​ກຳນົດ​ໄວ້. ເມື່ອ​ພວກ​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ເຫຼົ່ານີ້​ຈະ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ເຮົາ​ພໍ​ໃຈ.’*+  ໃຫ້​ບອກ​ເຂົາ​ເຈົ້າ​ວ່າ ‘ຕໍ່​ໄປ​ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ຕ້ອງ​ເອົາ​ມາ​ໃຫ້​ພະ​ເຢໂຫວາ. ໃຫ້​ເອົາ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ 1 ປີ 2 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ສຳລັບ​ທຸກ​ໆ​ມື້.+  ແກະ​ໂຕ​ທຳອິດ​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ເຊົ້າ ແລະ​ໂຕ​ທີ 2 ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ໃກ້​ຊິ​ຄ່ຳ.*+  ໃຫ້​ເອົາ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*​ທີ່​ນວດ​ໃສ່​ນ້ຳມັນ​ຢ່າງ​ດີ 1 ສ່ວນ 4 ຮິນ*ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ນຳ.+  ນີ້​ແມ່ນ​ເຄື່ອງ​ບູຊາ​ເຜົາ+ສຳລັບ​ທຸກ​ມື້​ຕາມ​ທີ່​ກຳນົດ​ໄວ້​ຢູ່​ພູ​ຊີນາຍ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.  ໃຫ້​ເອົາ​ເຄື່ອງ​ບູຊາ​ດື່ມ 1 ສ່ວນ 4 ຮິນ*ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ມາ​ນຳ+ ແລະ​ໃຫ້​ເທ​ເຄື່ອງ​ບູຊາ​ດື່ມ​ນັ້ນ​ໃຫ້​ພະ​ເຢໂຫວາ​ຢູ່​ບ່ອນ​ບໍລິສຸດ.  ສ່ວນ​ແກະ​ອີກ​ໂຕ​ໜຶ່ງ​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ໃກ້​ຊິ​ຄ່ຳ ໃຫ້​ເຮັດ​ຄື​ກັບ​ແກະ​ໂຕ​ທີ່​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ເຊົ້າ. ໃຫ້​ເອົາ​ມາ​ພ້ອມ​ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ແລະ​ເຄື່ອງ​ບູຊາ​ດື່ມ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.+  ແຕ່​ຖ້າ​ເປັນ​ວັນ​ຊະບາໂຕ+ ເຈົ້າ​ຕ້ອງ​ເອົາ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ 1 ປີ 2 ໂຕ​ມາ​ເປັນ​ເຄື່ອງ​ບູຊາ ພ້ອມ​ກັບ​ແປ້ງ​ລະອຽດ 2 ສ່ວນ 10 ເອຟາ*ທີ່​ນວດ​ໃສ່​ນ້ຳມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ. 10  ໃນ​ວັນ​ຊະບາໂຕ ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ເຫຼົ່ານີ້​ມາ​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ໃຫ້​ສຳລັບ​ທຸກ​ມື້.+ 11  ໃນ​ມື້​ທຳອິດ​ຂອງ​ແຕ່​ລະ​ເດືອນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 2 ໂຕ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ 1 ປີ 7 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ.+ 12  ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້+​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 13  ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ+ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. 14  ພວກ​ເຈົ້າ​ຕ້ອງ​ເອົາ​ເຫຼົ້າແວງ​ທີ່​ເປັນ​ເຄື່ອງ​ບູຊາ​ດື່ມ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້+ແຕ່​ລະ​ໂຕ​ແມ່ນ​ເຫຼົ້າແວງ​ເຄິ່ງ​ຮິນ* ສຳລັບ​ແກະ​ໂຕ​ຜູ້+​ແມ່ນ​ເຫຼົ້າແວງ 1 ສ່ວນ 3 ຮິນ* ແລະ​ສຳລັບ​ແກະ​ນ້ອຍ+ແຕ່​ລະ​ໂຕ​ແມ່ນ​ເຫຼົ້າແວງ 1 ສ່ວນ 4 ຮິນ.* ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ເຜົາ​ທີ່​ໃຫ້​ສຳລັບ​ທຸກ​ເດືອນ​ຕະຫຼອດ​ປີ. 15  ນອກ​ເໜືອ​ຈາກ​ເຄື່ອງ​ບູຊາ​ເຜົາ ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ຕ້ອງ​ເອົາ​ມາ​ໃຫ້​ທຸກ​ມື້​ແລ້ວ ພວກ​ເຈົ້າ​ຍັງ​ຕ້ອງ​ເອົາ​ແບ້​ອີກ​ໂຕ​ໜຶ່ງ​ມາ​ໃຫ້​ພະ​ເຢໂຫວາ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. 16  ວັນ​ທີ 14 ຂອງ​ເດືອນ​ທີ 1 ຈະ​ເປັນ​ວັນ​ປັດສະຄາ​ຂອງ​ພະ​ເຢໂຫວາ+ 17  ແລະ​ໃນ​ວັນ​ທີ 15 ຂອງ​ເດືອນ​ນັ້ນ ພວກ​ເຈົ້າ​ຕ້ອງ​ເລີ່ມ​ສະຫຼອງ​ເທດສະການ. ພວກ​ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ 7 ມື້.+ 18  ໃນ​ມື້​ທຳອິດ​ຂອງ​ເທດສະການ ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ. ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ. 19  ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 2 ໂຕ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 20  ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 21  ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* 22  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກ​ເຈົ້າ. 23  ພວກ​ເຈົ້າ​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ເຫຼົ່ານີ້​ໃນ​ຕອນ​ເຊົ້າ​ພ້ອມ​ກັບ​ເຄື່ອງ​ບູຊາ​ທີ່​ໃຫ້​ສຳລັບ​ທຸກ​ມື້. 24  ໃຫ້​ພວກ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ແບບ​ນີ້​ມາ​ໃຫ້​ພະ​ເຢໂຫວາ​ທຸກ​ໆ​ມື້​ຕະຫຼອດ 7 ມື້ ເປັນ​ຄື​ກັບ​ອາຫານ​ຂອງ​ເພິ່ນ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ເອົາ​ມາ​ໃຫ້​ທຸກ​ມື້. 25  ໃນ​ມື້​ທີ 7 ໃຫ້​ພວກ​ເຈົ້າ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ.+ ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+ 26  ໃນ​ມື້​ທີ່​ພວກ​ເຈົ້າ​ເກັບ​ກ່ຽວ​ຜົນລະປູກ​ຊຸດ​ທຳອິດ+ ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເກັບ​ກ່ຽວ.*+ ພວກ​ເຈົ້າ​ຕ້ອງ​ເອົາ​ເຂົ້າວີດ*ໃໝ່​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ.+ ໃຫ້​ພວກ​ເຈົ້າ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ ແລະ​ຫ້າມເຮັດ​ວຽກ​ຕ່າງ​ໆ​ຕະຫຼອດ​ເທດສະການ​ນັ້ນ.+ 27  ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 2 ໂຕ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.+ 28  ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 29  ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* 30  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກ​ເຈົ້າ.+ 31  ນອກ​ຈາກ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້ ພວກ​ເຈົ້າຍັງ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ໃຫ້​ສຳລັບ​ທຸກ​ມື້​ມາ​ນຳ. ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.’”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”
ແປ​ຕາມ​ໂຕ​ວ່າ “ລະຫວ່າງ 2 ເວລາ​ຄ່ຳ.” ອາດ​ໝາຍເຖິງ​ໄລຍະ​ເວລາ​ຫຼັງ​ຈາກ​ຕາເວັນ​ຕົກ​ດິນ​ຈົນ​ຮອດ​ຕອນ​ທີ່​ເລີ່ມ​ມືດ.
2,2 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
0,92 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
0,92 ລິດ
4,4 ລິດ
6,6 ລິດ
4,4 ລິດ
2,2 ລິດ
0,92 ລິດ
1,22 ລິດ
1,84 ລິດ
6,6 ລິດ
4,4 ລິດ
2,2 ລິດ
ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ສະຫຼອງ​ຫຼັງ​ຄົບ 7 ອາທິດ ຫຼື​ເທດສະການ​ເພັນເຕກອດ
6,6 ລິດ
4,4 ລິດ
2,2 ລິດ