ຈົດເຊັນບັນຊີ 29:1-40

  • ຂັ້ນ​ຕອນ​ການ​ເອົາ​ເຄື່ອງ​ບູຊາ​ຕ່າງ​ໆ​ມາ​ໃຫ້ (1-40)

    • ເຄື່ອງ​ບູຊາ​ໃນ​ມື້​ເປົ່າ​ແກ (1-6)

    • ເຄື່ອງ​ບູຊາ​ໃນ​ມື້​ໄຖ່​ຄວາມ​ຜິດ (7-11)

    • ເຄື່ອງ​ບູຊາ​ສຳລັບ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ (12-38)

29  “‘ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 7 ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ. ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+ ມື້​ນັ້ນ​ເປັນ​ມື້​ທີ່​ພວກ​ເຈົ້າ​ຕ້ອງ​ເປົ່າ​ແກ.+  ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.* ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.  ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳ​ມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ*  ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.*  ນອກ​ຈາກ​ນີ້ ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກ​ເຈົ້າ.  ໃນ​ມື້​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ເປັນ​ພິເສດ ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ແລະ​ເຄື່ອງ​ບູຊາ​ດື່ມ+ທີ່​ເປັນ​ເຄື່ອງ​ບູຊາ​ສຳລັບ​ທຸກ​ເດືອນ+​ແລະ​ສຳລັບ​ທຸກ​ມື້. ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ ເພື່ອ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.  ໃນ​ວັນ​ທີ 10 ຂອງ​ເດືອນ​ທີ 7 ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ+ ແລະ​ພວກ​ເຈົ້າ​ຕ້ອງ​ສະແດງ​ວ່າ​ເສຍໃຈ​ທີ່​ໄດ້​ເຮັດ​ຜິດ.* ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+  ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+  ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳ​ມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 10  ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* 11  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້ພ້ອມ​ກັບ​ເຄື່ອງ​ບູຊາ​ໄຖ່​ບາບ+ໃນ​ມື້​ໄຖ່ຄວາມ​ຜິດ ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້. 12  ໃນ​ວັນ​ທີ 1​5 ຂອງ​ເດືອນ​ທີ 7 ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ. ຫ້າມ​ພວກ​ເຈົ້າ​ເຮັດວຽກ​ຕ່າງ​ໆ​ ແລະ​ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ຂອງ​ພະ​ເຢໂຫວາ 7 ມື້.+ 13  ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 13 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ+​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 14  ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳ​ມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້ 13 ໂຕ​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ*ຕໍ່ 1 ໂຕ ສຳລັບ​ແກະ​ໂຕ​ຜູ້ 2 ໂຕ​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ*ຕໍ່ 1 ໂຕ 15  ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້ 14 ໂຕ​ນັ້ນ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ*ຕໍ່ 1 ໂຕ. 16  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+ 17  ໃນ​ມື້​ທີ 2 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 1​2 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 18  ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 19  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+ 20  ໃນ​ມື້​ທີ 3 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 1​1 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 21  ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 22  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+ 23  ໃນ​ມື້​ທີ 4 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 1​0 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 24  ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 25  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+ 26  ໃນ​ມື້​ທີ 5 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 9 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 27  ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 28  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+ 29  ໃນ​ມື້​ທີ 6 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 8 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 30  ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 31  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+ 32  ໃນ​ມື້​ທີ 7 ຂອງ​ເທດສະການ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 7 ໂຕ ແກະ​ໂຕ​ຜູ້ 2 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 14 ໂຕ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 33  ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 34  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+ 35  ໃນ​ມື້​ທີ 8 ພວກ​ເຈົ້າ​ຕ້ອງ​ຈັດ​ການ​ປະຊຸມ​ພິເສດ. ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+ 36  ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ສັດ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 37  ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ເຄື່ອງ​ບູຊາ​ດື່ມ ພ້ອມ​ກັບ​ງົວ​ໂຕ​ຜູ້ ແກະ​ໂຕ​ຜູ້ ແລະ​ແກະ​ນ້ອຍ​ໂຕ​ຜູ້​ມາ​ໃຫ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້ ແລະ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ. 38  ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ຕື່ມ​ໃຫ້​ອີກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ສຳລັບ​ທຸກ​ມື້.+ 39  ນອກ​ເໜືອ​ຈາກ​ເຄື່ອງ​ບູຊາ​ທີ່​ໃຫ້​ຕາມ​ທີ່​ໄດ້​ສາບານ​ໄວ້+ ເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ+ ເຄື່ອງ​ບູຊາ​ເຜົາ+ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຄື່ອງ​ບູຊາ​ດື່ມ+ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ ພວກ​ເຈົ້າ​ຍັງ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ພິເສດ​ເຫຼົ່ານີ້​ມາ​ໃຫ້​ພະ​ເຢໂຫວາ​ເມື່ອ​ສະຫຼອງ​ເທດສະການ​ຕ່າງ​ໆ​.’”+ 40  ໂມເຊ​ໄດ້​ບອກ​ພວກ​ອິດສະຣາເອນ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ລາວ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”
6,6 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
4,4 ລິດ
2,2 ລິດ
ອາດ​ໝາຍເຖິງ​ການ​ອົດ​ອາຫານ​ຫຼື​ການ​ເຮັດ​ບາງ​ຢ່າງ​ທີ່​ຄ້າຍຄື​ກັນ
6,6 ລິດ
4,4 ລິດ
2,2 ລິດ
6,6 ລິດ
4,4 ລິດ
2,2 ລິດ