ຈົດເຊັນບັນຊີ 30:1-16

  • ຄຳ​ສາບານ​ຂອງ​ຜູ້​ຊາຍ (1, 2)

  • ຄຳ​ສາບານ​ຂອງ​ເມຍ​ແລະ​ລູກສາວ (3-16)

30  ໂມເຊ​ເວົ້າ​ກັບ​ພວກ​ຫົວ​ໜ້າ+ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ວ່າ: “ພະ​ເຢໂຫວາ​ສັ່ງ​ແນວ​ນີ້.  ຖ້າ​ຜູ້​ຊາຍ​ຄົນ​ໃດ​ໄດ້​ສາບານ+ຕໍ່​ພະ​ເຢໂຫວາ​ຫຼື​ສາບານ​ວ່າ​ຈະເຮັດບາງ​ຢ່າງ*+ ລາວ​ຈະ​ປີ້ນ​ຄວາມ​ບໍ່​ໄດ້.+ ລາວ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້ທຸກ​ຢ່າງ.+  ຖ້າ​ຜູ້​ຍິງ​ຄົນ​ໃດ​ທີ່​ເປັນ​ສາວ​ແລະ​ຍັງ​ຢູ່​ເຮືອນ​ນຳ​ພໍ່​ໄດ້​ສາບານ​ຕໍ່​ພະ​ເຢໂຫວາ​ຫຼືສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ  ແລະ​ພໍ່​ກໍ​ໄດ້​ຍິນ​ລາວ​ສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ ແຕ່​ພໍ່​ກໍ​ບໍ່​ໄດ້​ຄັດ​ຄ້ານ ລາວ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້.  ແຕ່​ຖ້າ​ພໍ່​ຂອງ​ລາວ​ໄດ້​ຍິນ​ຄຳ​ສາບານ​ນັ້ນ​ແລະ​ໄດ້​ຄັດ​ຄ້ານ ຄຳ​ສາບານ​ຂອງ​ລາວ​ກໍ​ຈະ​ໃຊ້​ບໍ່​ໄດ້. ພະ​ເຢໂຫວາ​ຈະ​ຍົກ​ໂທດ​ໃຫ້​ລາວ ຍ້ອນ​ພໍ່​ໄດ້​ຄັດ​ຄ້ານ​ລາວ.+  ຖ້າ​ຜູ້​ຍິງ​ຄົນ​ໃດ​ໄດ້​ສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ​ໂດຍ​ບໍ່​ໄດ້​ຄິດ​ຄັກ​ໆ​ ຫຼັງ​ຈາກ​ນັ້ນ ລາວ​ກໍ​ແຕ່ງດອງ  ແລ້ວ​ຜົວ​ໄດ້​ຍິນ​ວ່າ​ລາວໄປ​ສາບານ​ໄວ້ ແຕ່​ບໍ່​ໄດ້​ຄັດ​ຄ້ານ​ໃນ​ມື້​ທີ່​ຮູ້​ເລື່ອງ​ນັ້ນ ລາວ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້.  ແຕ່​ຖ້າ​ຜົວ​ຂອງ​ລາວ​ໄດ້​ຄັດ​ຄ້ານ​ໃນ​ມື້​ທີ່​ຮູ້​ເລື່ອງ​ນັ້ນ ຜົວ​ກໍ​ເຮັດ​ໃຫ້​ຄຳ​ສາບານ​ໂດຍ​ບໍ່​ໄດ້​ຄິດ​ຄັກ​ໆ​ຂອງ​ເມຍ​ໃຊ້​ບໍ່​ໄດ້+ ແລະ​ພະ​ເຢໂຫວາ​ຈະ​ຍົກ​ໂທດ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ.  ຖ້າ​ແມ່​ຮ້າງ​ຫຼື​ແມ່​ໝ້າຍ​ຄົນ​ໃດ​ໄດ້​ສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ ລາວ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້ທຸກ​ຢ່າງ. 10  ຖ້າ​ຜູ້​ຍິງ​ຄົນ​ໃດ​ທີ່​ແຕ່ງດອງ​ແລະ​ອອກ​ເຮືອນ​ໄປ​ຢູ່​ນຳ​ຜົວ​ແລ້ວ​ໄດ້ສາບານ​ວ່າ​ຈະ​ເຮັດ​ບາງ​ຢ່າງ 11  ແລະ​ຜົວ​ຂອງ​ລາວ​ກໍ​ໄດ້​ຍິນ ແຕ່​ບໍ່​ໄດ້​ຄັດ​ຄ້ານ​ຫຼື​ບໍ່​ໄດ້​ວ່າ​ຫຍັງ ຜູ້​ຍິງ​ຄົນ​ນັ້ນ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້ທຸກ​ຢ່າງ. 12  ແຕ່​ຖ້າ​ຜົວ​ຂອງ​ລາວ​ໄດ້​ຍິນ​ແລະ​ໄດ້​ຄັດ​ຄ້ານ ຄຳ​ສາບານ​ນັ້ນ​ກໍ​ຈະ​ໃຊ້​ບໍ່​ໄດ້​ແລະ​ລາວ​ກໍ​ບໍ່​ຕ້ອງ​ເຮັດ​ຕາມ.+ ພະ​ເຢໂຫວາ​ຈະ​ຍົກ​ໂທດ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ. 13  ບໍ່​ວ່າ​ເມຍ​ຈະ​ສາບານ​ເລື່ອງ​ຫຍັງ ຜົວ​ມີ​ສິດ​ເຮັດ​ໃຫ້​ຄຳ​ສາບານ​ນັ້ນ​ໃຊ້​ໄດ້​ຫຼື​ໃຊ້​ບໍ່​ໄດ້. 14  ຖ້າ​ຜົວ​ໄດ້​ຍິນ​ແລ້ວ ແຕ່​ບໍ່​ໄດ້​ຄັດ​ຄ້ານ​ແລະ​ປ່ອຍ​ໃຫ້​ເວລາ​ຜ່ານ​ໄປ ນີ້​ໝາຍ​ຄວາມ​ວ່າ​ຜົວ​ເຫັນ​ດີ​ນຳ ແລະ​ເມຍ​ກໍ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ສາບານ​ໄວ້. 15  ແຕ່​ເມື່ອ​ເວລາ​ຜ່ານ​ໄປ ແລະ​ຜົວ​ປ່ຽນ​ໃຈ​ຢາກ​ຄັດ​ຄ້ານ ຜົວ​ຈະ​ມີ​ຄວາມ​ຜິດ​ຖ້າ​ເມຍ​ບໍ່​ໄດ້​ເຮັດ​ຕາມ​ທີ່​ສາບານ​ໄວ້.+ 16  ນີ້​ແມ່ນ​ກົດ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ໂມເຊ​ກ່ຽວ​ກັບ​ຜູ້​ຍິງ​ທີ່​ໄດ້​ສາບານ ແລະ​ສິ່ງ​ທີ່​ພໍ່​ຫຼື​ຜົວ​ຂອງ​ລາວ​ຕ້ອງ​ເຮັດ.”

ຂໍຄວາມໄຂເງື່ອນ

ໝາຍເຖິງ​ການ​ສາບານ​ວ່າ​ຈະ​ງົດ​ເວັ້ນ​ຈາກ​ບາງ​ສິ່ງ​ທີ່​ບໍ່​ໄດ້​ຂັດ​ກັບ​ກົດໝາຍ​ຂອງ​ພະເຈົ້າ