ຈົດເຊັນບັນຊີ 31:1-54

  • ການ​ແກ້ແຄ້ນ​ພວກ​ມີດີອານ (1-12)

    • ບາລາອາມ​ຖືກ​ຂ້າ (8)

  • ຄຳ​ສັ່ງ​ເລື່ອງ​ການ​ແບ່ງ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ໄດ້ (13-54)

31  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ:  “ໃຫ້ໄປ​ແກ້ແຄ້ນ+​ພວກ​ມີດີອານ+ ຍ້ອນ​ສິ່ງ​ທີ່​ພວກ​ເຂົາ​ເຮັດ​ຕໍ່​ພວກ​ອິດສະຣາເອນ. ຈາກ​ນັ້ນ ເຈົ້າ​ກໍ​ຈະ​ຕາຍ​ແລະ​ໄປ​ຢູ່​ນຳ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຈົ້າ.”*+  ໂມເຊ​ເລີຍ​ໄປ​ບອກ​ປະຊາຊົນ​ວ່າ: “ພະ​ເຢໂຫວາ​ຈະ​ແກ້ແຄ້ນ​ພວກ​ມີດີອານ. ໃຫ້​ກຽມ​ທະຫານ​ເພື່ອ​ໄປ​ສູ້ຮົບ​ກັບ​ພວກ​ເຂົາ.  ໃຫ້​ແຕ່​ລະ​ຕະກູນ​ສົ່ງ​ທະຫານ​ມາ​ຕະກູນ​ລະ 1.000 ຄົນ​ເພື່ອ​ໄປ​ສູ້ຮົບ.”  ພວກ​ອິດສະຣາເອນ+​ກໍ​ສົ່ງ​ທະຫານ​ມາ​ຕະກູນ​ລະ 1.000 ຄົນ ລວມ​ທັງ​ໝົດ​ເປັນ 12.000 ຄົນ.  ໂມເຊ​ສົ່ງ​ພວກ​ທະຫານ​ຕະກູນ​ລະ 1.000 ຄົນ​ອອກ​ໄປ​ສູ້ຮົບ ແລະ​ຟີເນຮາດ+​ລູກ​ຊາຍ​ຂອງ​ເອເລອາຊາ​ກໍ​ໄປ​ນຳ​ເຂົາ​ເຈົ້າ. ລາວ​ເປັນ​ປະໂລຫິດ​ຂອງ​ກອງ​ທັບ. ລາວ​ເອົາ​ສິ່ງ​ຂອງ​ທີ່​ບໍລິສຸດ ແລະ​ແກ​ທີ່​ໃຊ້​ເພື່ອ​ເປົ່າ​ໃຫ້​ສັນຍານ+ໄປ​ນຳ.  ພວກ​ທະຫານ​ອອກ​ໄປ​ສູ້​ຮົບ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໂມເຊ ແລະ​ໄດ້​ຂ້າ​ພວກ​ຜູ້​ຊາຍ​ມີດີອານ​ທຸກ​ຄົນ.  ເຂົາ​ເຈົ້າ​ໄດ້​ຂ້າ​ກະສັດ 5 ອົງ​ຂອງ​ມີດີອານ​ຄື: ເອວີ ເຣເກັມ ຊູເຣ ຮູເຣ ແລະ​ເຣບາ. ເຂົາ​ເຈົ້າ​ຍັງ​ໄດ້​ຂ້າ​ບາລາອາມ+ລູກ​ຊາຍ​ຂອງ​ເບໂອ​ນຳ.  ແຕ່​ເຂົາ​ເຈົ້າ​ໄດ້​ຈັບ​ຜູ້​ຍິງ​ກັບ​ເດັກ​ນ້ອຍ​ມາ​ເປັນ​ຊະເລີຍ ແລະ​ໄດ້​ປຸ້ນເອົາ​ງົວ ແກະ ກັບ​ສິ່ງ​ຂອງ​ຕ່າງ​ໆ​ຂອງ​ພວກ​ມີດີອານ 10  ແລ້ວ​ເຜົາ​ເມືອງ​ຕ່າງ​ໆ​ແລະ​ຄ້າຍ​ພັກ​ຂອງ​ພວກ​ມີດີອານ​ຈົນ​ໝົດ. 11  ເຂົາ​ເຈົ້າ​ໄດ້​ປຸ້ນ​ເອົາ​ເຄື່ອງ​ຂອງ​ກັບ​ຄົນ​ແລະ​ສັດ​ມາ​ທັງ​ໝົດ. 12  ເຂົາ​ເຈົ້າ​ໄດ້​ກັບ​ມາ​ຄ້າຍ​ພັກ​ຂອງ​ພວກ​ອິດສະຣາເອນ ແລະ​ເອົາ​ຊະເລີຍ​ກັບ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ໄດ້​ໃຫ້​ໂມເຊ ປະໂລຫິດ​ເອເລອາຊາ ແລະ​ພວກ​ອິດສະຣາເອນ​ເບິ່ງ. ຕອນ​ນັ້ນ ຄ້າຍ​ພັກ​ຂອງ​ເຂົາ​ເຈົ້າ​ຢູ່​ບ່ອນ​ກັນ​ດານ​ໂມອາບ+ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ. 13  ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ແລະ​ພວກ​ຫົວ​ໜ້າ​ຂອງ​ອິດສະຣາເອນ​ກໍ​ອອກ​ໄປ​ຫາ​ພວກ​ທະຫານ​ຢູ່​ນອກ​ຄ້າຍ. 14  ແຕ່​ໂມເຊ​ໃຈ​ຮ້າຍ​ໃຫ້​ພວກ​ຫົວ​ໜ້າ​ກອງ​ພັນ ແລະ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ທີ່​ກັບ​ມາ​ຈາກ​ສົງຄາມ. 15  ໂມເຊ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຍັງ​ຈົ່ງ​ພວກ​ຜູ້​ຍິງ​ມີດີອານ​ໄວ້​ຢູ່​ຫວະ? 16  ຜູ້​ຍິງ​ພວກ​ນີ້​ຕົ໋ວ​ທີ່​ບາລາອາມ​ໃຊ້​ມາ​ເພື່ອ​ຫຼອກ​ລວງ​ພວກ​ອິດສະຣາເອນ​ໃຫ້​ເຮັດ​ຜິດ​ຢູ່​ເປໂອ.+ ພວກ​ເຂົາ​ເຮັດ​ໃຫ້​ຄົນ​ຂອງ​ພວກ​ເຮົາ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ+ ແລະ​ຖືກ​ພະ​ເຢໂຫວາ​ລົງໂທດ.+ 17  ໃຫ້​ພວກ​ເຈົ້າ​ຂ້າ​ພວກ​ຜູ້​ຍິງ​ທີ່​ເຄີຍ​ນອນ​ນຳ​ຜູ້​ຊາຍ​ແລ້ວ ແລະ​ໃຫ້​ຂ້າ​ເດັກ​ນ້ອຍ​ຜູ້​ຊາຍ​ທຸກ​ຄົນ​ທີ່​ພວກ​ເຈົ້າ​ພາ​ກັບ​ມາ. 18  ແຕ່​ບໍ່​ຕ້ອງ​ຂ້າ​ຜູ້​ສາວ​ທີ່​ຍັງ​ບໍ່​ເຄີຍນອນ​ນຳຜູ້​ຊາຍ.+ 19  ພວກ​ເຈົ້າ​ຕ້ອງ​ຢູ່​ນອກ​ຄ້າຍ​ພັກ 7 ມື້. ຄົນ​ທີ່​ຂ້າ​ຄົນ​ແລະ​ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ທີ່​ຖືກ​ຂ້າ+ ຕ້ອງ​ເຮັດ​ໃຫ້​ໂຕເອງ​ສະອາດ+​ໃນ​ມື້​ທີ 3 ແລະ​ມື້​ທີ 7. ພວກ​ຊະເລີຍ​ກໍ​ຕ້ອງ​ເຮັດ​ຄື​ກັນ. 20  ພວກ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ເຄື່ອງ​ຂອງ​ເຫຼົ່ານີ້​ສະອາດ ບໍ່​ວ່າ​ຈະ​ເປັນ​ເຄື່ອງນຸ່ງ ເຄື່ອງ​ໜັງ ຜ້າ​ທີ່​ເຮັດ​ຈາກ​ຂົນ​ແບ້ ຫຼື​ເຄື່ອງໃຊ້​ຕ່າງ​ໆ​ທີ່​ເປັນ​ໄມ້.” 21  ແລ້ວ​ປະໂລຫິດ​ເອເລອາຊາ​ກໍ​ເວົ້າ​ກັບ​ທະຫານ​ທີ່​ກັບ​ມາ​ຈາກ​ສູ້ຮົບ​ວ່າ: “ພະ​ເຢໂຫວາ​ສັ່ງ​ພວກ​ເຈົ້າ​ຜ່ານ​ທາງ​ໂມເຊ​ແນວ​ນີ້. 22  ‘ຄຳ ເງິນ ທອງແດງ ເຫຼັກ ກົ່ວ ແລະ​ຊືນ​ທີ່​ພວກ​ເຈົ້າ​ເອົາ​ມາ 23  ໃຫ້​ເອົາ​ໄປ​ເຜົາ​ໄຟ​ເພື່ອ​ຊິ​ໃຫ້​ມັນ​ສະອາດ. ຫຼັງ​ຈາກ​ນັ້ນ ໃຫ້​ເອົາ​ນ້ຳ​ທີ່​ເຮັດ​ໃຫ້​ສະອາດ​ມາ​ຊິດ​ໃສ່.+ ແຕ່​ຖ້າ​ສິ່ງ​ຂອງ​ອັນ​ໃດ​ຖືກ​ໄຟ​ບໍ່​ໄດ້​ກໍ​ໃຫ້​ເອົາ​ໄປ​ລ້າງ​ນ້ຳ​ແທນ. 24  ໃນ​ມື້​ທີ 7 ໃຫ້​ພວກ​ເຈົ້າ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ ແລ້ວ​ຈຶ່ງ​ຈະ​ຖື​ວ່າ​ພວກ​ເຈົ້າ​ສະອາດ ແລະ​ພວກ​ເຈົ້າ​ຈະ​ກັບ​ເຂົ້າ​ມາ​ໃນ​ຄ້າຍ​ພັກ​ໄດ້.’”+ 25  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 26  “ໃຫ້​ເຈົ້າ​ກັບ​ປະໂລຫິດ​ເອເລອາຊາ ແລະ​ພວກຫົວ​ໜ້າ​ຄອບຄົວ​ຕ່າງ​ໆ​ຂອງ​ອິດສະຣາເອນ​ນັບ​ຈຳນວນ​ຄົນ​ແລະ​ສັດ​ທີ່​ໄດ້​ມາ. 27  ໃຫ້​ແບ່ງ​ເປັນ 2 ສ່ວນ. ສ່ວນ​ໜຶ່ງ​ຈະ​ເປັນ​ຂອງ​ທະຫານ​ທີ່​ອອກ​ໄປ​ສູ້ຮົບ ແລະ​ອີກ​ສ່ວນ​ໜຶ່ງ​ຈະ​ເປັນ​ຂອງ​ປະຊາຊົນ.+ 28  ໃນ​ຈຳນວນ​ຂອງຄົນ ງົວ ລາ ແກະ ແລະ​ແບ້​ທີ່​ທະຫານ​ຈະ​ໄດ້​ນັ້ນ ໃຫ້​ເອົາ 1 ສ່ວນ 500 ເປັນ​ສ່ວນ​ແບ່ງ*ໃຫ້​ພະ​ເຢໂຫວາ. 29  ເຈົ້າ​ຕ້ອງ​ເອົາ​ສ່ວນ​ນີ້​ໃຫ້​ປະໂລຫິດ​ເອເລອາຊາ ເພື່ອ​ຈະ​ໃຫ້​ພະ​ເຢໂຫວາ.+ 30  ໃນ​ຈຳນວນ​ຂອງຄົນ ງົວ ລາ ແກະ ແລະ​ແບ້​ທີ່​ປະຊາຊົນ​ຈະ​ໄດ້​ນັ້ນ ໃຫ້​ເອົາ 1 ສ່ວນ 50 ໃຫ້​ພວກ​ເລວີ+ເຊິ່ງ​ເຮັດ​ວຽກ​ເບິ່ງ​ແຍງ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ.”+ 31  ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໂມເຊ. 32  ເຂົາ​ເຈົ້າ​ໄດ້​ນັບ​ຈຳນວນ​ຂອງ​ທຸກ​ສິ່ງ​ທີ່​ປຸ້ນ​ມາ​ໄດ້ ແກະ​ກັບ​ແບ້​ມີ 675.000 ໂຕ 33  ງົວ​ມີ 72.000 ໂຕ 34  ລາມີ 61.000 ໂຕ 35  ແລະ​ຜູ້​ຍິງ​ທີ່​ຍັງ​ບໍ່​ເຄີຍ​ນອນ​ນຳ​ຜູ້​ຊາຍ+ມີ 32.000 ຄົນ. 36  ສ່ວນ​ແບ່ງ​ທີ່​ເປັນ​ຂອງ​ພວກ​ທະຫານ ມີ​ດັ່ງ​ນີ້: ແກະ​ກັບ​ແບ້ 337.500 ໂຕ 37  ແລະ​ສ່ວນ​ແບ່ງ​ທີ່​ຕ້ອງ​ໃຫ້​ພະ​ເຢໂຫວາ​ແມ່ນ 675 ໂຕ. 38  ງົວ 36.000 ໂຕ ແລະ​ສ່ວນ​ແບ່ງ​ທີ່​ຕ້ອງ​ໃຫ້​ພະ​ເຢໂຫວາ​ແມ່ນ 72 ໂຕ. 39  ລາ 30.500 ໂຕ ແລະ​ສ່ວນ​ແບ່ງ​ທີ່​ຕ້ອງ​ໃຫ້​ພະ​ເຢໂຫວາ​ແມ່ນ 61 ໂຕ. 40  ຜູ້​ຍິງ 16.000 ຄົນ ແລະ​ສ່ວນ​ແບ່ງ​ທີ່​ຕ້ອງ​ໃຫ້​ພະ​ເຢໂຫວາ​ແມ່ນ 32 ຄົນ. 41  ໂມເຊ​ໄດ້​ເອົາ​ສ່ວນ​ແບ່ງ​ທີ່​ເປັນ​ຂອງ​ພະ​ເຢໂຫວາ​ໃຫ້​ປະໂລຫິດ​ເອເລອາຊາ+ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ. 42  ອີກ​ເຄິ່ງ​ໜຶ່ງ​ທີ່​ເປັນ​ສ່ວນ​ແບ່ງ​ຂອງ​ປະຊາຊົນ​ຫຼັງ​ຈາກ​ທີ່​ໂມເຊ​ໄດ້​ແບ່ງ​ໃຫ້​ທະຫານ​ແລ້ວ ມີ​ດັ່ງ​ນີ້: 43  ແກະ​ກັບ​ແບ້ 337.500 ໂຕ 44  ງົວ 36.000 ໂຕ 45  ລາ 30.500 ໂຕ 46  ແລະ​ຜູ້​ຍິງ 16.000 ຄົນ. 47  ໂມເຊ​ໄດ້​ເອົາ 1 ສ່ວນ 50 ຈາກ​ສ່ວນ​ແບ່ງ​ຂອງ​ປະຊາຊົນ​ໃຫ້​ພວກເລວີ+​ທີ່​ເຮັດ​ວຽກ​ເບິ່ງ​ແຍງ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ.+ ໂມເຊ​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ. 48  ແລ້ວ​ພວກ​ຫົວ​ໜ້າ​ກອງ​ພັນ+ກັບ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ກໍ​ມາ​ຫາ​ໂມເຊ 49  ແລະ​ເວົ້າ​ວ່າ: “ພວກ​ເຮົາ​ແຕ່​ລະ​ຄົນ​ໄດ້​ນັບ​ຄົນ​ຂອງ​ພວກ​ເຮົາ​ທີ່​ກັບ​ມາ​ແຕ່​ສູ້ຮົບ​ແລ້ວ ແລະ​ມາ​ລາຍງານ​ວ່າ​ບໍ່​ມີ​ໃຜ​ຕາຍ​ຈັກ​ຄົນ.+ 50  ພວກ​ເຮົາ​ຢາກ​ເອົາ​ເຄື່ອງ​ທີ່​ເຮັດ​ຈາກ​ຄຳ ປະ​ຫຼັກ​ແຂນ ປະ​ຫຼັກ​ຂາ ແຫວນ​ຈ້ຳ​ກາ ຕຸ້ມ​ຫູ ແລະ​ເຄື່ອງ​ປະດັບ​ອື່ນ​ໆ​ມາ​ໃຫ້​ພະ​ເຢໂຫວາ. ພວກ​ເຮົາ​ຢາກ​ເອົາ​ສິ່ງ​ທັງ​ໝົດ​ນີ້​ໃຫ້​ພະ​ເຢໂຫວາ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກ​ເຮົາ.” 51  ເຂົາ​ເຈົ້າ​ໄດ້​ເອົາ​ເຄື່ອງ​ປະດັບ​ທີ່​ເປັນ​ຄຳ​ມາ​ໃຫ້​ໂມເຊ​ກັບ​ປະໂລຫິດ​ເອເລອາຊາ. 52  ຄຳ​ທັງ​ໝົດ​ທີ່​ພວກ​ຫົວ​ໜ້າ​ກອງ​ພັນ​ກັບ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ມີ 16.750 ເຊເກນ.* 53  ຄຳ​ເຫຼົ່ານີ້​ແມ່ນ​ພວກ​ທະຫານ​ໄດ້​ປຸ້ນ​ມາ. 54  ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ໄດ້​ຮັບ​ເອົາ​ຄຳ​ຈາກ​ພວກ​ຫົວ​ໜ້າ​ກອງ​ພັນ​ກັບ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ ແລະ​ເອົາ​ໄປ​ມ້ຽນ​ຢູ່​ເຕັ້ນ​ຂໍ​ການ​ຊີ້ນຳ ເພື່ອ​ພວກ​ອິດສະຣາເອນ​ຈະຈື່​ໄດ້ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ.

ຂໍຄວາມໄຂເງື່ອນ

ເປັນ​ສຳນວນ​ບົດ​ກອນ​ທີ່​ໝາຍເຖິງ​ຕາຍ
ຫຼື “ຫັກ​ເປັນ​ພາສີ​ໃຫ້​ພະ​ເຢໂຫວາ”
191 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.