ຈົດເຊັນບັນຊີ 33:1-56

  • ການ​ເດີນ​ທາງ​ຂອງ​ພວກ​ອິດສະຣາເອນ​ໃນ​ບ່ອນ​ກັນ​ດານ (1-49)

  • ຄຳ​ສັ່ງ​ໃຫ້​ຍຶດ​ເອົາ​ແຜ່ນດິນ​ຂອງ​ພວກ​ການາອານ (50-56)

33  ຕໍ່​ໄປ​ນີ້​ແມ່ນ​ບັນທຶກ​ການ​ເດີນ​ທາງ​ຂອງ​ພວກ​ອິດສະຣາເອນ​ຕັ້ງ​ແຕ່​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ.+ ໂມເຊ​ກັບ​ອາໂຣນ+​ເປັນ​ຜູ້​ນຳ​ພາ​ເຂົາ​ເຈົ້າ​ເດີນ​ທາງ​ຈາກ​ບ່ອນ​ໜຶ່ງ​ໄປ​ອີກ​ບ່ອນ​ໜຶ່ງ​ຕາມ​ກຸ່ມ​ຄົນ​ຂອງ​ເຂົາ​ເຈົ້າ.*+  ໂມເຊ​ໄດ້​ຈົດ​ບັນທຶກ​ວ່າ​ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ຈາກ​ໃສ​ຮອດ​ໃສ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ. ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ຈາກ​ບ່ອນ​ໜຶ່ງ​ໄປ​ອີກ​ບ່ອນ​ໜຶ່ງ​ມີ​ດັ່ງ​ຕໍ່​ໄປ​ນີ້.+  ໃນ​ວັນ​ທີ 15 ຂອງ​ເດືອນ​ທີ 1+ ເຊິ່ງ​ເປັນ​ມື້​ທີ່​ຕໍ່​ຈາກ​ວັນ​ປັດສະຄາ+ ພວກ​ອິດສະຣາເອນ​ໄດ້​ເດີນ​ທາງ​ອອກ​ຈາກ​ຣາເມເສດ.+ ເຂົາ​ເຈົ້າ​ເດີນ​ທາງ​ອອກ​ມາ​ດ້ວຍ​ຄວາມ​ໝັ້ນໃຈ ໃນ​ຂະນະ​ທີ່​ພວກ​ເອຢິບ​ໄດ້​ແຕ່​ແນມ​ເບິ່ງ​ເຂົາ​ເຈົ້າ.  ຕອນ​ນັ້ນ ພວກ​ເອຢິບ​ກຳລັງ​ຝັງ​ສົບ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ເຂົາ​ທີ່​ພະ​ເຢໂຫວາ​ໄດ້​ຂ້າ+ຕອນ​ທີ່​ພະ​ເຢໂຫວາລົງໂທດ​ພະເຈົ້າ​ຕ່າງ​ໆ​ຂອງ​ພວກ​ເອຢິບ.+  ພວກ​ອິດສະຣາເອນ​ເດີນ​ທາງ​ອອກ​ຈາກ​ຣາເມເສດ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ສຸກໂກດ.+  ຈາກ​ສຸກໂກດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເອທາມ+​ເຊິ່ງ​ຢູ່​ແຄມ​ເຂດ​ແດນ​ບ່ອນ​ກັນ​ດານ.  ຈາກ​ເອທາມ ເຂົາ​ເຈົ້າ​ກັບ​ຄືນ​ມາ​ປີຮາຮີໂຣດ​ເຊິ່ງ​ຢູ່​ໃກ້​ພໍ​ທີ່​ຈະ​ແນມ​ເຫັນ​ບາອານເຊໂຟນ+​ ແລະ​ເຂົາ​ເຈົ້າ​ກໍ​ຕັ້ງ​ຄ້າຍ​ພັກຢູ່​ໃກ້​ໆ​ກັບ​ມິກໂດນ.+  ຈາກ​ນັ້ນ ເຂົາ​ເຈົ້າ​ເດີນ​ທາງ​ອອກ​ຈາກ​ປີຮາຮີໂຣດ​ຂ້າມ​ທະເລ+ໄປ​ບ່ອນ​ກັນ​ດານ.+ ເຂົາ​ເຈົ້າ​ເດີນ​ທາງ​ຢູ່​ບ່ອນ​ກັນ​ດານ​ເອທາມ+ 3 ມື້ ແລ້ວ​ກໍ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ມາຣາ.+  ຈາກ​ມາລາ ເຂົາ​ເຈົ້າ​ເດີນ​ທາງ​ໄປ​ເອລີມ ແລ້ວ​ກໍ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ນັ້ນ.+ ຢູ່​ເອລີມ​ມີ​ນ້ຳ​ອອກ​ບໍ່ 12 ບ່ອນ ແລະ​ມີ​ຕົ້ນ​ປາມ 70 ຕົ້ນ. 10  ຈາກ​ເອລີມ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ແຄມ​ທະເລ​ແດງ. 11  ຈາກ​ທະເລ​ແດງ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ຊິນ.+ 12  ຈາກ​ບ່ອນ​ກັນ​ດານ​ຊິນ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂດບຟະກາ. 13  ຈາກ​ໂດບຟະກາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອາລູຊາ. 14  ຈາກ​ອາລູຊາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເຣຟີດີມ+ ແຕ່​ຢູ່​ບ່ອນ​ນັ້ນ​ບໍ່​ມີ​ນ້ຳ​ກິນ. 15  ຈາກ​ເຣຟີດີມ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ຊີນາຍ.+ 16  ຈາກ​ບ່ອນ​ກັນ​ດານ​ຊີນາຍ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ກິບໂຣດຮັດຕາວາ.+ 17  ຈາກ​ກິບໂຣດຮັດຕາວາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຮາເຊໂຣດ.+ 18  ຈາກ​ຮາເຊໂຣດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຣິດມາ. 19  ຈາກ​ຣິດມາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຣິມໂມນ​ເປເຣັດ. 20  ຈາກ​ຣິມໂມນ​ເປເຣັດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ລິບນາ. 21  ຈາກ​ລິບນາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຣິດສາ. 22  ຈາກ​ຣິດສາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເກເຮລາທາ. 23  ຈາກ​ເກເຮລາທາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ພູ​ເຊເຟ. 24  ຈາກ​ພູ​ເຊເຟ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຮາຣາດາ. 25  ຈາກ​ຮາຣາດາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ມັກ​ເຮໂລດ. 26  ຈາກ​ມັກ​ເຮໂລດ ເຂົາ​ເຈົ້າ​ອອກ​ເດີນ​ທາງ+ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ທາຄາດ. 27  ຈາກ​ທາຄາດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເຕຣາ. 28  ຈາກ​ເຕຣາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ມີທະກາ. 29  ຈາກ​ມີທະກາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຮາຊະໂມນາ. 30  ຈາກ​ຮາຊະໂມນາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂມເສໂຣດ. 31  ຈາກ​ໂມເສໂຣດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເບເນຢາອາການ.+ 32  ຈາກ​ເບເນຢາອາການ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂຮເຣ​ຮັກກິດ​ກາດ. 33  ຈາກ​ໂຮເຣ​ຮັກກິດ​ກາດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂຢດບາທາ.+ 34  ຈາກ​ໂຢດບາທາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອາບໂຣນາ. 35  ຈາກ​ອາບໂຣນາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເອັດຊີໂອນເກເບ.+ 36  ຈາກ​ເອັດຊີໂອນເກເບ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ຊິນ+​ເຊິ່ງ​ແມ່ນ​ກາເດັດ. 37  ຈາກ​ກາເດັດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ພູ​ໂຮເຣ+ ເຊິ່ງ​ຢູ່​ໃກ້​ເຂດ​ແດນ​ຂອງ​ພວກ​ເອໂດມ. 38  ປະໂລຫິດ​ອາໂຣນ​ໄດ້​ຂຶ້ນ​ໄປ​ພູ​ໂຮເຣ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ແລະ​ລາວ​ຕາຍ​ຢູ່​ຫັ້ນ. ລາວ​ຕາຍ​ໃນ​ວັນ​ທີ 1+ ເດືອນ​ທີ 5 ຂອງ​ປີ​ທີ 40 ທີ່​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ. 39  ອາໂຣນ​ຕາຍ​ຢູ່​ພູ​ໂຮເຣ ຕອນ​ທີ່​ລາວ​ອາຍຸ 123 ປີ. 40  ໃນ​ຕອນ​ທີ່​ພວກ​ອິດສະຣາເອນ​ກຳລັງ​ເດີນ​ທາງ​ຢູ່ ກະສັດ​ຂອງ​ຄົນ​ການາອານ​ທີ່​ປົກຄອງ​ເມືອງ​ອາຣັດ+​ທີ່​ຢູ່​ເນເກັບ*ໃນ​ແຜ່ນດິນ​ການາອານ​ກໍ​ໄດ້​ຍິນ​ເລື່ອງ​ຂອງ​ເຂົາ​ເຈົ້າ. 41  ຈາກ​ພູ​ໂຮເຣ+ ພວກ​ອິດສະຣາເອນ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ຊັນໂມນາ. 42  ຈາກ​ຊັນໂມນາ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ປູ​ໂນນ. 43  ຈາກ​ປູ​ໂນນ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ໂອໂບດ.+ 44  ຈາກ​ໂອໂບດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອີເຢອາບາຣີມ​ເຂດ​ແດນ​ຂອງ​ໂມອາບ.+ 45  ຈາກ​ອີເຢອາບາຣີມ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ດີໂບນ​ກາດ.+ 46  ຈາກ​ດີໂບນ​ກາດ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອັນໂມນດິບລະທາຢິມ. 47  ຈາກ​ອັນໂມນດິບລະທາຢິມ ເຂົາ​ເຈົ້າ​ອອກ​ເດີນ​ທາງ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ອາບາຣີມ+​ໃກ້​ໆ​ກັບ​ເນໂບ.+ 48  ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ເດີນ​ທາງ​ອອກ​ຈາກ​ອາບາຣີມ​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ກັນ​ດານ​ໂມອາບ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ.+ 49  ເຂົາ​ເຈົ້າ​ຕັ້ງ​ຄ້າຍ​ພັກ​ຕາມ​ແຄມ​ແມ່​ນ້ຳ​ຈໍແດນ ຕັ້ງ​ແຕ່​ເບັດເຢຊີໂມດ​ໄປ​ຈົນ​ຮອດ​ອາເບັນ​ຊິດ​ຕີ​ມ+ໃນ​ບ່ອນ​ກັນ​ດານ​ໂມອາບ. 50  ຕອນ​ທີ່​ໂມເຊ​ຢູ່​ບ່ອນ​ກັນ​ດານ​ໂມອາບ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: 51  “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ໃຫ້​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ເຂົ້າ​ໄປ​ໃນ​ໃນ​ແຜ່ນດິນ​ການາອານ.+ 52  ພວກ​ເຈົ້າ​ຕ້ອງ​ຂັບ​ໄລ່​ຄົນ​ທີ່​ຢູ່​ແຜ່ນດິນ​ນັ້ນ​ອອກ​ໄປ​ໃຫ້​ໝົດ ແລະ​ທຳລາຍ​ຮູບ​ປັ້ນ​ທີ່​ແກະ​ສະ​ຫຼັກ​ຈາກ​ຫີນ+ ຮູບ​ປັ້ນ​ທີ່​ຫຼໍ່​ຂຶ້ນ​ມາ+ ແລະ​ບ່ອນ​ນະມັດສະການ​ຂອງ​ພວກ​ເຂົາ.+ 53  ພວກ​ເຈົ້າ​ຕ້ອງ​ໄປ​ຍຶດ​ເອົາ​ແຜ່ນດິນ​ນັ້ນ​ແລະ​ອາໄສ​ຢູ່​ຫັ້ນ. ເຮົາ​ຈະ​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ພວກ​ເຈົ້າ​ຢ່າງ​ແນ່ນອນ.+ 54  ພວກ​ເຈົ້າ​ຕ້ອງ​ແບ່ງ​ດິນ​ໃຫ້​ແຕ່​ລະ​ຕະກູນ​ແລະແຕ່​ລະ​ຄອບຄົວ​ໂດຍ​ການ​ຈົກ​ສະຫຼາກ.+ ຄອບຄົວ​ໃດ​ມີ​ຄົນ​ຫຼາຍ​ກໍ​ຈະ​ໄດ້​ດິນ​ຫຼາຍ ຄອບຄົວ​ໃດ​ມີ​ຄົນ​ໜ້ອຍ​ກໍ​ຈະ​ໄດ້​ດິນ​ໜ້ອຍ.+ ແຕ່ລະ​ຕະກູນ​ແລະ​ແຕ່​ລະ​ຄອບຄົວຈະ​ໄດ້​ດິນ​ມູນ​ຕາມ​ທີ່​ເຂົາ​ເຈົ້າ​ຈົກ​ສະຫຼາກ​ໄດ້. ທຸກ​ຄົນ​ຈະ​ໄດ້​ດິນ​ມູນ​ຈາກ​ເຂດ​ຂອງ​ຕະກູນ​ໂຕເອງ.+ 55  ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ຂັບ​ໄລ່​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ອອກ​ໄປ​ໃຫ້​ໝົດ+ ພວກ​ເຂົາ​ກໍ​ຈະ​ເປັນ​ຄື​ກັບ​ຂີ້ຝຸ່ນ​ຢູ່​ໃນ​ຕາ​ຂອງ​ພວກ​ເຈົ້າ ແລະ​ເປັນ​ຄື​ກັບ​ໜາມ​ທີ່​ປັກ​ຢູ່ຕາມ​ຕົນ​ໂຕຂອງ​ພວກ​ເຈົ້າ. ພວກ​ເຂົາ​ຈະສ້າງ​ບັນຫາ​ໃຫ້ພວກ​ເຈົ້າ.+ 56  ສ່ວນ​ເຮົາ ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ຄື​ກັບ​ທີ່​ເຮົາ​ເຄີຍ​ຄິດ​ໄວ້​ວ່າ​ຈະ​ລົງໂທດ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ກ່ອນ​ໜ້າ​ພວກ​ເຈົ້າ.’”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຕາມ​ກອງ​ທັບ​ຂອງ​ເຂົາເຈົ້າ”
ຫຼື “ທາງ​ທິດໃຕ້.” ໝາຍເຖິງ​ທາງ​ໃຕ້​ຂອງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.